ຂປລ
ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ງປວງປວງຊົນລາວທັງຊາດ ພ້ອມກັນອອກແຮງແຂ່ງຂັນຜົນງານຂ່ຳນັບຮັບຕ້ອນການສະເຫລີມສະຫລອງ 3 ວັນປະຫວັດສາດຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ , ພ້ອມທັງຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ກໍພໍດີຄົບຮອບ 76 ປີ ແຫ່ງການສ້າງຕັ້ງກອງທັບປະຊາຊົນລາວ (20 ມັງກອນ 1949-20ມັງກອນ 2025).
*ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ງປວງປວງຊົນລາວທັງຊາດ ພ້ອມກັນອອກແຮງແຂ່ງຂັນຜົນງານຂ່ຳນັບຮັບຕ້ອນການສະເຫລີມສະຫລອງ 3 ວັນປະຫວັດສາດຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ , ພ້ອມທັງຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ກໍພໍດີຄົບຮອບ 76 ປີ ແຫ່ງການສ້າງຕັ້ງກອງທັບປະຊາຊົນລາວ (20 ມັງກອນ 1949-20ມັງກອນ 2025). ຕະຫລອດໄລຍະເວລາດັ່ງກ່າວ, ກອງທັບປະຊາຊົນລາວ ພວກເຮົາສາມາດຮັກສາ ແລະ ເສີມຂະຫຍາຍໄດ້ທາດແທ້ມູນເຊື້ອອັນສະຫງ່າງາມອົງອາດຂອງຕົນຢ່າງບໍ່ຢຸດຢັ້ງ, ພ້ອມທັງສ້າງໄດ້ວິລະກຳອັນລໍ້າເລີດ ແລະ ຜົນງານອັນໃຫຍ່ຫລວງໃນພາລະກິດປົດປ່ອຍຊາດ ກໍ່ຄືພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ. ປະທານ ໄກສອນ ພົມວິຫານ ໄດ້ກ່າວເອົາໄວ້ວ່າ: " ເວລາໃດກອງທັບກໍ່ນຳໜ້າທຸກວຽກງານ, ເດັດດ່ຽວໜຽວແໜ້ນ, ຜ່ານຜ່າອຸປະສັກ, ສຳເລັດທຸກໜ້າທີ່, ຕີຊະນະສັດຕູທຸກໂຕ, ສົມແລ້ວເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນແຫລມຄົມຂອງພັກ".
ເມື່ອຫວນຄືນປະຫວັດສາດ, ໃນປີ 1930 ພັກກອມມູນິດອິນດູຈີນ ໄດ້ກຳເນີດເກີດຂຶ້ນ, ໂດຍແມ່ນປະທານໂຮ່ຈີ່ມິງ ເປັນຜູ້ສ້າງຕັ້ງຂຶ້ນ ໄດ້ເປັນຂີດໝາຍແຫ່ງບາດລ້ຽວຂອງການປະຕິວັດໃນ 3 ປະເທດອິນດູຈີນ. ນັບແຕ່ນັ້ນມາ ພັກໄດ້ມີແນວທາງ, ມີຈຸດໝາຍ ແລະ ວິທີການອັນຖືກຕ້ອງ ຈຶ່ງເຮັດໃຫ້ຂະບວນການປະຕິວັດຂະຫຍາຍຕົວຂຶ້ນ ດ້ວຍຄຸນນະພາບໃໝ່. ລະຫວ່າງປີ 1947-1948 ກຳລັງຮາກຖານການເມືອງໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວ, ກອງກຳລັງປະກອບອາວຸດ ທ້ອງ ຖິ່ນຢູ່ເຂດໃຕ້, ກາງ ແລະ ເໜືອຂອງປະເທດເຮົາ ໄດ້ປະກົດຕົວຂຶ້ນຢ່າງຕໍ່ເນື່ອງ, ອັນເປັນການສ້າງທ່າ ແລະ ກຳລັງແຮງໃຫ້ ແກ່ການຕໍ່ສູ້ແບບກອງຫລອນ ແລະ ການປະສານສົມທົບກັບກອງທະຫານອາສາສະໝັກຫວຽດນາມ ຍາດເອົາໄຊຊະນະເປັນ ຂັ້ນໆມາ. ດ້ວຍທ່າຂະຫຍາຍຕົວໃນການຕໍ່ສູ້ ໄດ້ມີຫລາຍທ້ອງຖິ່ນ ຈັດຕັ້ງກຳລັງປະກອບອາວຸດໃນລະດັບກອງຮ້ອຍຂຶ້ນ ຄື: ກອງປັດໃຈ ຢູ່ຊຽງຂວາງ, ກອງຟ້າງຸ່ມ ແຂວງວຽງຈັນ, ກອງໄຊເສດຖາຢູ່ພາກກາງ ແລະ ກອງຈັກກະພັດຢູ່ພາກໃຕ້. ໂດຍປະຕິບັດຕາມມະຕິຕົກລົງຂອງສູນກາງພັກກອມມູນິດອິນດູຈີນໃນວັນທີ 20 ມັງກອນ ປີ1949 ກອງທະຫານປະຕິວັດ "ກອງລາດຊະວົງ" ໄດ້ຮັບການສ້າງຕັ້ງຂຶ້ນເປັນທາງການຢູ່ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ເປັນຜູ້ບັນຊາໂດຍກົງ. ນັບແຕ່ນັ້ນມາ, ວັນທີ 20 ມັງກອນ 1949 ໄດ້ກາຍເປັນປະຫວັດສາດໃນການສ້າງຕັ້ງກອງທັບປະຕິວັດຂອງປະຊາຊົນລາວບັນດາເຜົ່າຢ່າງເປັນທາງການ ຊຶ່ງຖືເປັນບາດກ້າວກະໂດດ ທີ່ສຳຄັນໃນພາລະກິດຕໍ່ສູ້ຕ້ານການຮຸກຮານ ກໍ່ຄືໃນການຂະຫຍາຍໄຊຊະນະຂອງກຳລັງປະກອບອາວຸດປະຊາຊົນເຮົາ.
ໃນໄລຍະດຳເນີນພາລະກິດຕໍ່ສູ້ກູ້ຊາດ, ກອງທັບເຮົາ ເສີມຂະຫຍາຍໄດ້ທາດແທ້ປະຕິວັດອັນສູງສົ່ງ, ສາມາດຕີເອົາຊະນະສັດຕູ ຈາກບັ້ນຮົບນີ້ສູ່ບັ້ນຮົບໃໝ່ ແລະ ເຕີບໃຫຍ່ຂຶ້ນເລື້ອຍໆ ຈົນສາມາດປົດປ່ອຍໃນທົ່ວປະເທດ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ປີ 1975 ຢ່າງສະຫງ່າຜ່າເຜີຍ. ໃນໄລຍະປະຕິບັດສອງໜ້າທີ່ຍຸດທະສາດ ແລະ ປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ; ກອງທັບເຮົາກໍ່ໄດ້ປະຕິບັດແນວທາງປ້ອງກັນຊາດ ທົ່ວປວງ ຊົນຮອບດ້ານຂອງພັກ, ອອກແຮງປັບປຸງກໍ່ສ້າງທັງ 3 ປະເພດກຳລັງ ໃຫ້ເຕີບໃຫຍ່ເຂັ້ມແຂງໃນທຸກດ້ານ ເປັນຕົ້ນ ໄດ້ສ້າງກອງພັນນ້ອຍ, ກອງພັນໃຫຍ່, ກອງພົນ ແລະ ເຫລົ່າຮົບຕ່າງໆ ຂຶ້ນຫລາຍກົມກອງຢ່າງຕໍ່ເນື່ອງ. ພ້ອມກັນນັ້ນ, ກໍ່ໄດ້ສ້າງຕັ້ງວິທະຍາຄານ, ໂຮງຮຽນ ເພື່ອເປັນການຍົກລະດັບພະນັກງານນັກຮົບ ໃຫ້ມີຄວາມຮູ້ວິຊາສະເພາະທີ່ແນ່ນອນ; ສ່ວນກຳລັງທ້ອງຖິ່ນ ກໍ່ໄດ້ຮັບການປັບປຸງຍົກສູງຄຸນນະພາບທຸກດ້ານ ໃຫ້ໜັກແໜ້ນເຂັ້ມແຂງເປັນກ້າວໆມາ, ສາມາດປົກປັກຮັກສາປະ ເທດຊາດ ໄວ້ຢ່າງໝັ້ນຄົງ ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ. ກອງທັບເຮົາ ໄດ້ຫັນທິດລົງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ແລະ ປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ເປັນຢ່າງດີ; ພ້ອມທັງໄດ້ເປັນແບບຢ່າງໃນການເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ, ຊ່ວຍຫລຸດຜ່ອນການແບກຫາບຂອງຂັ້ນເທິງ; ເສີມຂະຫຍາຍສາຍພົວພັນຄວາມສາມັກຄີພິເສດອັນເປັນມູນເຊື້ອ ໃນການຮ່ວມມືຮອບດ້ານກັບກອງທັບບັນດາປະເທດສັງຄົມນິຍົມ, ຕັ້ງໜ້າພົວພັນຮ່ວມມືກັບກອງທັບບັນດາປະເທດອາຊຽນ ແລະ ກອງທັບບັນດາປະເທດເພື່ອນມິດອື່ນໆ.
ຕະຫລອດໄລຍະ 76 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງກໍາລັງປະກອບອາວຸດ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ແມ່ນການທົດສອບອັນໃຫຍ່ຫລວງ, ການຕໍ່ສູ້ອັນລະອິດລະອ້ຽວ, ຫຍຸ້ງຍາກລໍາບາກທີ່ສຸດ, ແຕ່ກໍປ່ຽມລົ້ນໄປດ້ວຍໄຊຊະນະ ສາມາດປົດປ່ອຍປະເທດຊາດຢ່າງສົມບູນ ແລະ ສະຖາປະນາ ສປປ ລາວ, ຢຶດອໍານາດໂດຍບໍ່ໃຊ້ສຽງປືນນັ້ນແມ່ນສິ່ງມະຫັດສະຈັນ ແລະ ບໍ່ແມ່ນເລື່ອງໄຝ່ຝັນ ທີ່ຈະໄດ້ມາຢ່າງງ່າຍດາຍແຕ່ມັນແມ່ນການຕໍ່ສູ້ອັນທໍລະຫົດອົດທົນ. ທັງໝົດນັ້ນ ແມ່ນຍ້ອນຄວາມເສຍສະຫລະ, ຄວາມພິລະອາດຫານບໍ່ຍອມຈໍານົນຂອງກອງທັບເຮົາ; ນໍ້າໃຈຮັກຊາດອັນດູດດື່ມຂອງກອງທັບ, ຂອງກໍາລັງປະຕິວັດ; ຄວາມຈົງຮັກພັກດີຕໍ່ປະຊາຊົນ, ຕໍ່ປະເທດຊາດ ຂອງກອງທັບ; ການສະໜັບສະໜູນຊ່ວຍເຫລືອອຸ້ມຊູ, ດູແລເບິ່ງແຍງຂອງປະຊາຊົນລາວບັນດາເຜົ່າ.
ນໍ້າໃຈວັນທີ 20 ມັງກອນ ໝັ້ນຍືນ!
KPL