ຂປລ
ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025 ແມ່ນການສໍາຫລວດໃຫຍ່ລະດັບຊາດທີ່ມີຄວາມສໍາຄັນທ່ີສຸດ ເພາະເປັນການເກັບກຳ ແລະ ຈົດນັບພົນລະເມືອງ ເພື່ອຕິດຕາມສະພາບການຂະຫຍາຍຕົວ ແລະ ປັດໄຈທີ່ສົ່ງຜົນກະທົບຕໍ່ ກັບການຂະຫຍາຍຕົວຂອງພົນລະເມືອງໃນທຸກໆ 10 ປີ.
*ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025 ແມ່ນການສໍາຫລວດໃຫຍ່ລະດັບຊາດທີ່ມີຄວາມສໍາຄັນທ່ີສຸດ ເພາະເປັນການເກັບກຳ ແລະ ຈົດນັບພົນລະເມືອງ ເພື່ອຕິດຕາມສະພາບການຂະຫຍາຍຕົວ ແລະ ປັດໄຈທີ່ສົ່ງຜົນກະທົບຕໍ່ ກັບການຂະຫຍາຍຕົວຂອງພົນລະເມືອງໃນທຸກໆ 10 ປີ ທັງຈະເປັນແຫລ່ງຂໍ້ມູນທີ່ສໍາຄັນໃນການປັບປຸງຂໍ້ມູນພົນລະເມືອງແຫ່ງຊາດຂອງ ສປປ ລາວ, ການຈະເລີນພັນ, ການເສຍຊີວິດ, ການເຄື່ອນຍ້າຍຂອງພົນລະເມືອງ, ຂໍ້ມູນລະອຽດກ່ຽວກັບຄຸນລັກສະນະຂອງພົນລະເມືອງ, ໂຄງປະກອບອາຍຸ, ເພດ, ຊົນເຜົ່າສາສະໜາ, ການສຶກສາ, ການປະກອບອາຊີບ ແລະ ອື່ນໆ.
ມາຮອດປັດຈຸບັນວຽກງານການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງ V ນັບທັງສູນການ ແລະ ທ້ອງຖິ່ນລ້ວນແຕ່ໄດ້ເອົາໃຈໃສ່ຊີ້ນຳ, ທົບທວນຄືນວຽກງານດັ່ງກ່າວໃຫ້ມີຄວາມລະອຽດກົມກຽວກັນ ເພື່ອເຮັດໃຫ້ວຽກງານສຳຫລວດພົນລະເມືອງ ດຳເນີນໄປດ້ວຍດີ ແລະ ປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້. ດັ່ງທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນໄດ້ຍົກໃຫ້ເຫັນໃນກອງປະຊຸມຄະນະຊີ້ນຳລະດັບຊາດ ຄັ້ງທີ III ຂອງການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຈັດຂຶ້ນມໍ່ໆນີ້ວ່າ: ສປປ ລາວ ໄດ້ດໍາເນີນການສໍາຫລວດພົນລະເມືອງທີ່ຢູ່ອາໄສທ່ົວປະເທດມາແລ້ວ IV ຄັ້ງມາແລ້ວ, ໂດຍໄດ້ດຳເນີນການສຳຫລວດໃນທຸກໆ 10 ປີ. ສຳລັບ ສປປ ລາວ ເຮົາໄດ້ເລີ່ມສຳຫລວດມາແຕ່ປີ 1985 ເປັນຕົ້ນມາ. ຂະນະ ທີ່ປີ 2025 ກໍ່ຈະໄດ້ສໍາຫລວດຄືນ ໃໝ່ອີກຄັ້ງ ແລະ ການສຳຫລວດພົນລະເມືອງແມ່ນມີຄວາມໝາຍສຳຄັນທ່ີສຸດໃນການເກັບກໍາຂໍ້ມູນຄຸນລັກສະນະຂອງພົນລະເມືອງ ແລະ ທີ່ຢູ່ອາໄສ, ສະພາບການສຶກສາ, ແຮງງານ ແລະ ຄວາມພິການ, ການຍົກຍ້າຍ, ການເກີດ, ການຕາຍ ແລະ ດ້ານສຸຂະອະນາໄມ.
ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນກ່າວຕື່ມວ່າ: ຂໍ້ມູນສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ V ປີ 2025 ຈະສ່ອງແສງໃຫ້ເຫັນການປ່ຽນແປງທາງດ້ານຂະໜາດ, ໂຄງປະກອບ, ການຂະຫຍາຍຕົວ ແລະ ການແຈກຢາຍຂອງພົນລະ ເມືອງໃນຮອບ 10 ປີຜ່ານມາ ເພ່ືອປະກອບສ່ວນເຂົ້າໃນການສ້າງນະໂຍບາຍ ແລະ ວາງແຜນຄຸ້ມຄອງພົນລະເມືອງ. ພ້ອມທັງເປັນຂໍ້ມູນພື້ນຖານໃນການຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ການສ້າງແຜນພັດທະນາເສດຖະກິດ- ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ພ້ອມທັງປະກອບສ່ວນເຂົ້າໃນການຕິດຕາມ ແລະ ປະເມີນຄວາມຄືບໜ້າຂອງເປົ້າໝາຍການພັດທະນາແບບຍືນຍົງ ເພື່ອເປັນຂໍ້ມູນໃນການສ້າງບົດລາຍງານແຫ່ງຊາດແບບສະໝັກໃຈເຫລັ້ມທີ 3 (VNR 3) ຂອງລັດຖະບານ, ປະກອບສ່ວນເຂົ້າໃນການປະເມີນການຫລຸດພົ້ນອອກຈາກສະຖານະພາບປະເທດ ດ້ອຍພັດທະນາເປັນຕົ້ນການຄິດໄລ່ດັດຊະນີຊັບສິນມະນຸດ ເຊິ່ງເປັນດັດຊະນີໜຶ່ງໃນສາມມາດຕະຖານ ຂອງການປະເມີນການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (ດັດຊະນີຊັບສິນມະນຸດປະກອບມີ: ອັດຕາສ່ວນພົນລະເມືອງທີ່ຂາດໂພຊະນາການ, ອັດຕາການຕາຍຂອງເດັກຕໍ່າກວ່າ 5 ປີ, ອັດຕາການເຂົ້າຮຽນລວມໃນຊັ້ນມັດທະຍົມ ແລະ ອັດຕາການຮູ້ໜັງສືຂອງຜູ້ໃຫຍ່).
KPL