ຂປລ
ຂປລ. ວັນທີ 7 ຕຸລາ 2025 ຜ່ານມາ ຣັດເຊຍ ແລະ ລາວ ຮ່ວມກັນສະເຫລີມສະຫລອງ ການສ້າງຕັ້ງສາຍພົວພັນການທູດ. ຕະຫລອດໄລຍະຜ່ານມາ, ສອງປະເທດເຮົາ ກໍຄືທົ່ວໂລກ ໄດ້ມີການປ່ຽນແປງອັນໃຫຍ່ຫລວງ, ແຕ່ຍັງຄົງມີມິດຕະພາບ ທີິ່ເປັນມູນເຊື້ອອັນດີງາມ, ການຊ່ວຍເຫລືອເຊິິ່ງກັນ ແລະ ກັນ ແລະ ອ້າຍນ້ອງຮ່ວມຮົບ ທີ່ມີມາແຕ່ໄລຍະການຕໍ່ສູ້ປົດປ່ອຍປະເທດຊາດຂອງປະຊາຊົນລາວ

ຂຽນໂດຍ: ທ່ານ ເຊຣເກ ລາວະຣົບ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ຣັດເຊຍ
ຂປລ. ວັນທີ 7 ຕຸລາ 2025 ຜ່ານມາ ຣັດເຊຍ ແລະ ລາວ ຮ່ວມກັນສະເຫລີມສະຫລອງ ການສ້າງຕັ້ງສາຍພົວພັນການທູດ. ຕະຫລອດໄລຍະຜ່ານມາ, ສອງປະເທດເຮົາ ກໍຄືທົ່ວໂລກ ໄດ້ມີການປ່ຽນແປງອັນໃຫຍ່ຫລວງ, ແຕ່ຍັງຄົງມີມິດຕະພາບ ທີິ່ເປັນມູນເຊື້ອອັນດີງາມ, ການຊ່ວຍເຫລືອເຊິິ່ງກັນ ແລະ ກັນ ແລະ ອ້າຍນ້ອງຮ່ວມຮົບ ທີ່ມີມາແຕ່ໄລຍະການຕໍ່ສູ້ປົດປ່ອຍປະເທດຊາດ ຂອງປະຊາຊົນລາວ ໃນການຕໍ່ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ພວກຈັກກະພັດອາເມລິກາ ໃນອະດີດ.
ປີນີ້ປະເທດເຮົາສະເຫລີມສະຫລອງ ວັນມະຫາໄຊຊະນະສົງຄາມປົກປ້ອງປິຕຸພູມ ແລະ ສົງຄາມໂລກຄັ້ງທີສອງ ຄົບຮອບ 80 ປີ. ຄະນະຜູ້ແທນຂອງ ສປປ ລາວ ນໍາໂດຍ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະ ຊວງການຕ່າງປະເທດ ໄດ້ເຂົ້າຮ່ວມພິທີສະເຫລີມສະຫລອງດັ່ງກ່າວ ໃນວັນທີ 9 ພຶດສະພາ ທີ່ນະຄອນຫລວງມົດສະກູ. ກ້ອນກໍາລັງທະຫານລາວ ກໍໄດ້ເຂົ້າຮ່ວມເດີນສວນສະໜາມຢູ່ສະໜາມແດງ.
ໃນປີ 2025, ປະເທດລາວ ສະເຫລີມສະຫລອງວັນສຳຄັນແຫ່ງຊາດເຊັ່ນດຽວກັນ ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (ວັນທີ 22 ມີນາ 1955) ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 50 (ວັນທີ 2 ທັນວາ 1975).
ຣັດເຊຍຕີລາຄາສູງຕໍ່ຄວາມເຄົາລົບຂອງເພື່ອນລາວ ຕໍ່ປະຫວັດສາດ, ການຮັກສາຄວາມຈິງຂອງປະຫວັດສາດ ແລະ ການສະກັດກັ້ນຄວາມພະຍາຍາມທີ່ຈະບິດເບືອນຄວາມຈິງນັ້ນ. ຣັດເຊຍຮູ້ວ່າ ປະຊາຊົນລາວຍັງຈົດຈຳ ຕໍ່ການສະໜັບສະໜູນ ທີ່ປະເທດເຮົາໃຫ້ຕໍ່ການສ້າງລັດລາວເອກະລາດ.
ສະຫະພາບໂຊວຽດ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ໃນກອງປະຊຸມເຊີແນວ ໃນປີ 1954 ທີ່ນໍາໄປສູ່ການສິ້ນສຸດການປົກຄອງຂອງພວກລ່າເມືອງຂຶ້ນຝຣັ່ງໃນອິນດູຈີນ ແລະ ຍັງຮັບປະກັນຄວາມເປັນກາງຂອງປະເທດລາວ. ໃນໄລຍະສົງຄາມລັບ, ການຊ່ວຍເຫລືອອັນກວ້າງຂວາງ ຂອງສະຫະພາບໂຊວຽດ ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນໄຊຊະນະຂອງກອງກຳລັງປົດປ່ອຍປະເທດລາວ. ສະນັ້ນ, ເພື່ອຈົດຈຳ ວິລະກຳຂອງນັກບິນໂຊວຽດ, ໃນປີ 2022 ຈຶ່ງໄດ້ສ້າງອານຸສອນສະຖານຂຶ້ນ ຢູ່ນະຄອນຫລວງວຽງຈັນ ແລະ ເມືອງແປກ (ແຂວງຊຽງຂວາງ) .
ພາຍຫລັງການສະຖາປະນາ ສປປ ລາວ, ປະເທດເຮົາໄດ້ໃຫ້ຄວາມຊ່ວຍເຫລືອໃນການສ້າງຂີດຄວາມສາມາດທາງດ້ານການປ້ອງກັນປະເທດ ແລະ ການພັດທະນາເສດຖະກິດແຫ່ງຊາດ. ດ້ວຍການຊ່ວຍເຫລືອຂອງຊ່ຽວຊານໂຊວຽດ ເຮັດໃຫ້ວິສາຫະກິດທາງດ້ານອຸດສາຫະກໍາ, ພື້ນຖານໂຄງລ່າງທາງດ້ານການຂົນສົ່ງທີ່ສຳຄັນ, ການສ້າງສະຖາບັນທາງການແພດ ແລະ ສະຖາບັນການສຶກສາ ໄດ້ມີຂຶ້ນຢູ່ປະເທດລາວ ຊຶ່ງໃນນັ້ນລວມມີ ໂຮງໝໍມິດຕະພາບ ຣັດເຊຍ-ລາວ ທີ່ຍັງສືບຕໍ່ສ້າງຜົນປະໂຫຍດ ຕໍ່ພົນລະເຮືອນລາວ ໃນປັດຈຸບັນ.
ມາເຖິງປັດຈຸບັນ,ການຮ່ວມມື ຣັດເຊຍ-ລາວ ໄດ້ຮັບການພັດທະນາຢ່າງກ້າວກະໂດດ ບົນເນື້ອໃນຈິດໃຈ ແລະ ຂໍ້ກຳນົດຂອງສົນທິສັນຍາ ວ່າດ້ວຍ ຫລັກການແຫ່ງການພົວພັນມິດຕະພາບ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ ຣັດເຊຍ ໃນວັນທີ 9 ມີນາ ປີ 1994 ແລະ ຖະແຫລງການຄູ່ຮ່ວມມືຍຸດທະສາດດ້ານຄວາມໝັັ້ນຄົງໃນຂົງເຂດ ອາຊີ-ປາຊີຟິກ ໃນວັນທີ 13 ຕຸລາ ປີ 2011.
ຜູ້ນຳຂອງສອງປະເທດພວກເຮົາໄດ້ກຳນົດໜ້າວຽກບຸລິມະສິດຂອງການຮ່ວມມື ຜ່ານການພົບປະປຶກສາຫາລື ຢ່າງກົງໄປກົງມາ ແລະ ເປັນປົກກະຕິ. ໃນວັນທີ 31 ກໍລະກົດ ປີນີ້, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ ໄດ້ພົບປະກັບ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໃນລະຫວ່າງການຢ້ຽມຢາມ ຣັດເຊຍ ຢ່າງເປັນທາງການ. ໃນປີ 2024 ທັງສອງຜູ້ນຳເຮົາກໍໄດ້ພົບປະກັນ ວັນທີ 9 ພຶດສະພາ ແລະ ວັນທິ 24 ຕຸລາ ໃນຂອບກອງປະຊຸມສຸດຍອດຜູ້ນໍາກຸ່ມ BRICS ທີ່ເມືອງກາຊານ.
ຂ້າພະເຈົ້າຍິນດີ ທີ່ຝ່າຍລາວໄດ້ເຂົ້າຮ່ວມກອງປະຊຸມເສດຖະກິດຕາເວັນອອກຢ່າງເປັນປະຈຳ. ໃນກອງປະຊຸມເສດຖະກິດຕາເວັນອອກ ປີ 2025, ທ່ານ ວະລາດີເມຍ ປູຕິນ ໄດ້ມີການປຶກສາຫາລືກັບ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ແລະ ກອງປະຊຸມດັ່ງກ່າວ ໃນປີ 2023, ທ່ານ ປູຕິນ ໄດ້ພົບປະກັບ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ. ປີນີ້ ໃນຂອບກອງປະຊຸມເສດຖະກິດຕາເວັນອອກ ສອງຝ່າຍເຮົາຍັງໄດ້ຈັດກອງປະຊຸມທຸລະກິດ ຣັດເຊຍ-ລາວ ຮ່ວມກັນຄັ້ງທຳອິດ.
ສາຍພົວພັນລະຫວ່າງ ລັດຖະບານ, ສະພາແຫ່ງຊາດ, ພັກການເມືອງ ແລະ ອົງການຈັດຕັ້ງທາງສັງຄົມ ກຳລັງໄດ້ຮັບການຮັດແໜ້ນຂຶ້ນ. ການຮ່ວມມືທາງດ້ານການປ້ອງກັນຊາດ, ຄວາມໝັ້ນຄົງ ແລະ ປ້ອງກັນຄວາມສະຫງົບ ໄດ້ຮັບການເພີ່ມທະວີ. ສອງກະຊວງການຕ່າງປະເທດ ໄດ້ແລກປ່ຽນຄວາມຄິດເຫັນຢ່າງລະອຽດ. ໃນເດືອນ ມິຖຸນາ ປີ 2025 ຢູ່ມົດສະກູ ຝ່າຍເຮົາໄດ້ຕ້ອນຮັບ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ຜູ້ແທນຈາກສອງກະຊວງການຕ່າງປະເທດເຮົາ ໄດ້ພົບປະກັນ ໃນຂອບບັນດາກອງປະຊຸມອາຊຽນ ຢ່າງເປັນປົກກະຕິ.
ສອງປະເທດເຮົາມີທັດສະນະ ອັນດຽວກັນ ຫລື ໃກ້ຄຽງກັນຕໍ່ຫລາຍບັນຫາສາກົນ. ພວກເຮົາສະໜັບສະໜູນການປະຕິບັດຕາມຫລັກການຂອງ ກົດບັດສະຫະປະຊາຊາດ ຢ່າງເຂັ້ມງວດ ແລະ ຢ່າງຄົບຖ້ວນ. ພວກເຮົາຍຶດໝັ້ນກັບການສ້າງລະບົບໂລກຫລາຍຂົ້ວ ທີ່ເປັນທຳ ແລະ ທີ່ສະແດງຄວາມຫລາກຫລາຍທາງວັດທະນະທຳ-ສິວິໄລ, ສິດຂອງບັນດາປະຊາຄົມໃນໂລກ ໃນການເລືອກຊາຕາກຳຂອງຕົນ. ພວກເຮົາຕໍ່ຕ້ານຢ່າງຕັ້ງໜ້າ ລັດທິລ່າເມືອງຂຶ້ນແບບໃໝ່, ມາດຕະການບີບບັງຄັບຝ່າຍດຽວ, ການນາບຂູ່ນຳໃຊ້ກຳລັງ ແລະ ການແຊກແຊງເຂົ້າວຽກງານພາຍໃນຂອງລັດອະທິປະໄຕ.
ຝ່າຍຣັດເຊຍ ຕີລາຄາສູງຕໍ່ນະໂຍບາຍການຕ່າງປະເທດ ແບບເອກະລາດ ຂອງຝ່າຍລາວ ໂດຍສະເພາະຈຸດຢືນອັນທຸ່ນທ່ຽງ ກ່ຽວກັບສະພາບການອູແກຣນ. ໂດຍສັງເກດໄດ້ວ່າ ການແກ້ໄຂຂໍ້ຂັດແຍ່ງແບບຍືນຍົງ ແມ່ນເປັນໄປໄດ້ໂດຍການກຳຈັດສາເຫດຕົ້ນຕໍຂອງຂໍ້ຂັດແຍ່ງເທົ່ານັ້ນ. ສິ່ງຈໍາເປັນແມ່ນຕ້ອງຮັບປະກັນຄວາມໝັ້ນຄົງຂອງປະເທດຣັດເຊຍ, ລົບລ້າງໄພຂົ່ມຂູ່ທີ່ເກີດຈາກການຂະຫຍາຍຕົວໃນທ່າບຸກຂອງກຸ່ມນາໂຕ, ແລະ ຢຸດຄວາມພະຍາຍາມທີ່ຈະເອົາອູແກຣນ ເຂົ້າເປັນສະມາຊິກຂອງກຸ່ມທະຫານດັ່ງກ່າວ. ສິ່ງສຳຄັນຕ້ອງຮັບປະກັນການປະຕິບັດສິດຂອງປະຊາຊົນຣັດເຊຍ ແລະ ຜູ້ເວົ້າພາສາຣັດເຊຍ ຢູ່ດິນແດນ ທີ່ລະບອບ ກຽບ ປົກຄອງ.
ຂ້າພະເຈົ້າຂໍຕີລາຄາສູງຕໍ່ ນະໂຍບາຍຂອງເພື່ອນມິດລາວ ເພື່ອແນໃສ່ເສີມຂະຫຍາຍຄວາມໝັ້ນຄົງພາກພື້ນ ແລະ ສະຖາປັດຕະຍະກຳການຮ່ວມມື ຂອງອາຊຽນ, ຄວາມພະຍາຍາມອັນຕໍ່ເນື່ອງ ທີ່ຈະສົ່ງເສີມຄູ່ຮ່ວມມືຍຸດທະສາດ ລະຫວ່າງຣັດເຊຍ ແລະ ອາຊຽນ ຊຶ່ງສະແດງອອກໃນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.
ພວກເຮົາຕີລາຄາສູງຕໍ່ ຄວາມພະຍາຍາມຂອງເພື່ອນມິດລາວ ທີ່ຈະສ້າງສາຍພົວພັນກັບບັນດາອົງການ ທີ່ສໍາຄັນຂອງໂລກ ລວມທັງກຸ່ມ BRICS ແລະ ອົງການຮ່ວມມືຊຽງໄຮ້, ສະຫະພັນເສດຖະກິດຢູເຣເຊຍ, ທີ່ຈະເຂົ້າຮ່ວມການສ້າງຄູ່ຮ່ວມມືຢູເຣເຊຍໃຫຍ່ ແລະ ຂອບເຂດຄວາມໝັ້ນຄົງຢູເຣເຊຍ. ປີນີ້, ທີ່ກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ ທີ່ນະຄອນທຽນຈິນ ແຕ່ວັນທີ 31 ສິງຫາ ຫາ ວັນທີ 1 ກັນຍາ, ສະພາຜູ້ນຳລັດຂອງອົງການດັ່ງກ່າວ ໄດ້ຕົກລົງເປັນເອກະພາບກັນໃຫ້ປະເທດລາວເປັນຄູ່ຮ່ວມມື ຊຶ່ງຈະຊ່ວຍໃຫ້ປະເທດລາວ ສາມາດເປັນສ່ວນໜຶ່ງຂອງການຮ່ວມມືທີ່ມີຄວາມຫລາກຫລາຍ ແລະ ມີປະສິດທິຜົນຫລາຍ ໃນຂອບດັ່ງກ່າວ.
ຝ່າຍຣັດເຊຍໃຫ້ຄວາມສຳຄັນຕໍ່ການພັດທະນາການຮ່ວມມືກັບ ສປປ ລາວ ໃຫ້ເກີດດອກອອກຜົນຕົວຈິງ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ. ແຕ່ເຫັນວ່າ ປະລິມານການຄ້າສອງຝ່າຍຍັງບໍ່ທັນສູງເທົ່າທີ່ຄວນ ຖ້າອີງຕາມທ່າແຮງທີ່ມີຢູ່ຂອງສອງປະເທດ. ສະນັ້ນ, ຕ້ອງແນໃສ່ການສ້າງເສັ້ນທາງການຂົນສົ່ງທີ່ມີປະສິດທິຜົນໃໝ່, ການຈັດຕັ້ງປະຕິບັດໂຄງການລົງທຶນຮ່ວມຂະໜາດໃຫຍ່ ໂດຍສະເພາະທາງດ້ານພະລັງງານ, ການສຳຫລວດການຂຸດຄົ້ນບໍ່ແຮ່ ແລະ ການສະໜັບສະໜູນ ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ. ຄະນະກໍາມາທິການຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກນິກ ລາວ-ຣັດເຊຍ ກໍ່ມີບົດບາດສຳຄັນ ໃນການສົ່ງເສີມດ້ານເຫລົ່ານີ້.
ຝ່າຍຣັດເຊຍເຫັນວ່າ ສປປ ລາວ ມີທ່າແຮງໃນການສ້າງໂຮງງານພະລັງງານໄຟຟ້ານິວເຄລຍ ຂະໜາດຕໍ່າ ດ້ວຍການເຂົ້າຮ່ວມ ຂອງລັດວິສາຫະກິດ Rosatom. ບັນດາບໍລິສັດອື່ນ ເຊັ່ນ: Rusal, RusHydro, GAZ ກໍສົນໃຈຈະຮ່ວມມືກັບຝ່າຍລາວ. ບໍລິສັດການຂົນສົ່ງ Fesco ໄດ້ຈັດການຂົນສົ່ງຂະໜາດໃຫຍ່ ລະຫວ່າງສອງປະເທດ ຜ່ານທ່າເຮືອ ຂອງປະເທດຫວຽດນາມ. ສອງຝ່າຍຍັງກຳລັງພິຈາລະນາ ການຈັດບໍລິການທາງລົດໄຟໂດຍສານ ແລະ ຂົນສົ່ງສິນຄ້າ ລະຫວ່າງເມືອງ ວະລາດິໂວສໂຕກ ແລະ ນະຄອນຫລວງວຽງຈັນ ຜ່ານປະເທດຈີນ. ສອງຝ່າຍເຮົາ ກຳລັງປຶກສາຫາລືກ່ຽວກັບ ຂໍ້ລິເລີ່ມ ໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ແລະ ດ້ານອາວະກາດ.
ປັດໄຈທີ່ສຳຄັນ ເພື່ອການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ ໃຫ້ເກີດດອກອອກຜົນ ແມ່ນການສ້າງບຸກຄະລາກອນ. ສະນັ້ນ, ຣັດເຊຍ ພ້ອມທີ່ຈະສືບຕໍ່ສົ່ງເສີມການຝຶກອົບຮົມວິຊາຊີບໃຫ້ແກ່ຜູ້ຊ່ຽວຊານຈາກລາວ. ທຸກປີລັດຖະບານ ຣັດເຊຍ ໃຫ້ທຶນການສຶກສາ 100 ທຶນ ສຳລັບນັກສຶກສາລາວ. ສປປ ລາວ ມີຈຳນວນນັກສຶກສາທີ່ໄປຮຽນ ສະຫະພັນຣັດເຊຍ ອັນດັບທີ 3 ໃນກຸ່ມອາຊຽນ. ພວກເຮົາໄດ້ເລີ່ມວຽກງານ ເພື່ອກໍ່ສ້າງ ໂຮງຮຽນຮ່ວມ ຣັດເຊຍ-ລາວ ແຫ່ງທຳອິດ ຢູ່ນະຄອນຫລວງວຽງຈັນ ຊຶ່ງການຝຶກອົບຮົມ ແມ່ນພາຍໃຕ້ໂຄງການການສຶກສາຮ່ວມກັນ.
ຂ້າພະເຈົ້າ ດີໃຈຫລາຍ ທີ່ຄະນະສິລະປະອັນຫລາກຫລາຍ ຂອງຣັດເຊຍ ໄດ້ຮັບຄວາມນິຍົມຢ່າງກວ້າງຂວາງໃນລາວ. ປີ 2023 ແລະ 2024 ຢູ່ນະຄອນຫລວງວຽງຈັນ ໄດ້ມີງານບຸນມະໂຫລານຮູບເງົາຣັດເຊຍ, ຄອນເສີດຂອງຄະນະວົງດົນຕີ ແລະ ຟ້ອນລຳ. ໃນຣັດເຊຍ, ວັດທະນະທໍາລາວ ທີ່ເປັນເອກະລັກ ແລະ ອຸດົມສົມບູນ ເຮັດໃຫ້ເກີດຄວາມເຫັນອົກເຫັນໃຈຢ່າງແທ້ຈິງ. ບັນດາການເຄື່ອນໄຫວ ຂອງສະມາຄົມມິດຕະພາບ ຣັດເຊຍ-ລາວ ໄດ້ປະກອບສ່ວນ ເພີ່ມທະວີການພົວພັນແລກປ່ຽນດ້ານວັດທະນະທຳ ແລະ ມະນຸດສະທຳ.
ການພົວພັນລະຫວ່າງບັນດາແຂວງ ຂອງສະຫະພັນຣັດເຊຍ ກັບບັນດາຕົວເມືອງ ແລະ ແຂວງຂອງລາວແມ່ນໜຶ່ງໃນບັນດາຂົງເຂດສາຍພົວພັນທີ່ພົ້ນເດັ່ນ. ປີທີ່ຜ່ານມາ, ວັນຂອງມົດສະກູໃນວຽງຈັນ ແລະ ວັນຂອງວຽງຈັນໃນມົດສະກູ ໄດ້ຈັດຂຶ້ນຢ່າງມີຜົນສໍາເລັດ. ພວກເຮົາກຳລັງປະຕິບັດ ຂໍ້ຕົກລົງ ລະຫວ່າງນະຄອນ ເຊນປິເຕີສະເບີກ ແລະ ນະຄອນຫລວງວຽງຈັນ, ແລະ ເມືອງ ໂຕໂບສະເກີ ແລະ ເມືອງຫລວງພະບາງ.
ອົງການທາງສາສະໜາ ກໍຮັກສາການພົບປະແລກປ່ຽນຄືກັນ. ຂໍຂອບໃຈ ເຈົ້າໜ້າທີ່ ນະຄອນຫລວງວຽງຈັນ ທີ່ໃຫ້ການອະນຸຍາດໃຫ້ເປີດ ໂບດ ໂອໂຕດອກ Orthodox ຣັດເຊຍທໍາອິດ. ຕາມປົກກະຕິ ຄະນະຜູ້ແທນ ສປປ ລາວ ປະກອບສ່ວນອັນສຳຄັນເຂົ້າໃນວຽກງານຂອງບັນດາເວທີກອງປະຊຸມພຸດທະສາສະໜາສາກົນ ທີ່ຈັດຂຶ້ນຢູ່ປະເທດເຮົາ. ປີນີ້ ການນຳ ສປປ ລາວ ໄດ້ຕົກລົງມອບຊ້າງ 2 ໂຕ ເປັນຂອງຂວັນ ໃຫ້ສະຫະພັນຣັດເຊຍ ຊຶ່ງເປັນສັນຍະລັກທີ່ດີ. ສັດຊະນິດນີ້ ໄດ້ຮັບການເຄົາລົບນັບຖືເປັນພິເສດ ໃນວັດທະນະທໍາລາວ, ເປັນສັນຍະລັກຂອງສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ, ແລະ ສະຕິປັນຍາ. ພວກເຮົາຖືຂອງຂວັນອັນເອື້ອເຟື້ອເພື່ອແພ່ນີ້ ເປັນຫລັກຖານຊັດເຈນແຫ່ງມິດຕະພາບອັນຍືນຍົງລະຫວ່າງປະຊາຊົນຂອງພວກເຮົາ.
ປັດຈຸບັນນີ້ ຣັດເຊຍ ແລະ ລາວ ຜະເຊີນກັບສິ່ງທ້າທາຍ ແລະ ກາລະໂອກາດອັນໃໝ່. ການຮ່ວມມືຍຸດທະສາດທີ່ນັບມື້ນັບເພີ່ມຂຶ້ນລະຫວ່າງສອງປະເທດຂອງພວກເຮົາ ເຮັດໃຫ້ພວກເຮົາເບິ່ງໄປສູ່ອະນາຄົດດ້ວຍຄວາມຫວັງ ແລະ ໃນທິດທາງທີ່ດີໄດ້. 65 ປີແຫ່ງການຮ່ວມມື ສະແດງໃຫ້ເຫັນວ່າ ພວກເຮົາມີຄວາມສາມາດແກ້ໄຂສິ່ງທ້າທາຍ ທີ່ສັບສົນທີ່ສຸດ ເພື່ອຜົນປະໂຫຍດຂອງລັດ ແລະ ປະຊາຊົນຂອງພວກເຮົາ, ເພື່ອຮັບປະກັນສັນຕິພາບ ແລະ ຄວາມວັດທະນະຖາວອນຂອງທົ່ວໂລກ.
KPL