ຫລວງພະບາງ ຕັ້ງເປົ້າ 31 ຫລຽນ ໃນມະຫາກໍາກິລານັກຮຽນມັດທະຍົມສຶກສາ

06/12/2024 22:49
Email Print 1088
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ແຂວງຫລວງພະບາງ ຈະສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມທັງໝົດ 207 ຄົນ ໃນນີ້, ນັກກິລາ 152 ຄົນ ໃນ 12 ປະເພດກິລາ ໃນມະຫາກໍາກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ VII

 ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ແຂວງຫລວງພະບາງ ຈະສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມທັງໝົດ 207 ຄົນ ໃນນີ້, ນັກກິລາ 152 ຄົນ ໃນ 12 ປະເພດກິລາ ໃນມະຫາກໍາກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ໃນລະຫວ່າງວັນທີ 13-22 ທັນວາ 2024 ພ້ອມຕັ້ງເປົ້າຈະສູ້ຊົນໃຫ້ໄດ້ຢ່າງໜ້ອຍ 31 ຫລຽນ.
   ທ່ານ ສຸລິດອນ ພານິຜິດ ຫົວໜ້າຂະແໜງພະລະ-ສິລະປະ ພະແນກສຶກສາທິການ ແລະ ກິລາແຂວງຫລວງພະບາງ ໄດ້ກ່າວລາຍງານຕໍ່ກອງປະຊຸມຂອງຄະນະນັກກິລາ ໃນວັນທີ 3 ທັນວາ 2024 ຜ່ານມາວ່າ: ຜ່ານການກະກຽມວຽກງານແຕ່ລະດ້ານ ແຂວງຫລວງພະບາງ ໄດ້ມີຄວາມພ້ອມຫລາຍກວ່າ
100% ແລ້ວ ທີ່ຈະເຂົ້າຮ່ວມມະຫາກໍາກິລາ ນັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ VII ທີ່ ແຂວງສາລະວັນ ເປັນເຈົ້າພາບ ໃນລະຫວ່າງວັນທີ 13-22 ທັນວາ 2024 ໂດຍໄດ້ແຕ່ງຕັ້ງບັນດາອະນຸກຳມະການຮັບຜິດຊອບ ແລະ ປັບປຸງບັນດາສະຫະພັນກິລາແຕ່ລະປະເພດ ໃຫ້ມີຄວາມເຂັ້ມແຂງ ຮັບປະກັນເຮັດໃຫ້ການເຂົ້າຮ່ວມແຂ່ງຂັນຄັ້ງນີ້ ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້. ພ້ອມນີ້, ຍັງສຳເລັດການຄັດເລືອກນັກກິລາແຕ່ລະປະເພດ ທັງກຳນົດຈຳນວນພົນຕາງໜ້າແຂວງເຂົ້າຮ່ວມ ທັງໝົດ 207 ຄົນ, ໃນນີ້, ແບ່ງເປັນສະເພາະນັກກິລາທັງຍິງ-ຊາຍ 152 ຄົນ ໃນ 12 ປະເພດກິລາ ພ້ອມຕັ້ງເປົ້າສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 31 ຫລຽນ ໃນນີ້, ແບ່ງເປັນ 8 ຫລຽນຄຳ ແລະ 10 ຫລຽນເງິນ ແລະ 13 ຫລຽນທອງ.
   ໂອກາດນີ້
, ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ກ່າວສະແດງຄວາມຊົມເຊີຍທີ່ສະຫະພັນກິລາແຕ່ລະປະເພດ ທີ່ໄດ້ເອົາໃຈໃສ່ຄັດເລືອກນັກກິລາ ເຂົ້າສູນຝຶກຊ້ອມຕາມກຳນົດເວລາ ທັງສະແດງຄວາມຂອບໃຈ ຕໍ່ການນໍາຂອງແຂວງ ທີ່ໄດ້ໃຫ້ການຊຸກຍູ້ວັດຖຸ ແລະ ປັດໄຈ ຊ່ວຍນັກກິລາແຕ່ລະປະເພດ ເພື່ອເຂົ້າຮ່ວມແຂ່ງຂັນຕາມກຳນົດເວລາ ພ້ອມທັງເຊີນຊວນມວນຊົນຊາວແຂວງຫລວງພະບາງ ທີ່ຢູ່ພາຍໃນແຂວງຈົ່ງພ້ອມກັນຮ່ວມຊົມຮ່ວມເຊຍ ແລະ ໃຫ້ກຳລັງໃຈແກ່ທັບນັກກິລາ ຂອງແຂວງຫລວງພະບາງ ໃຫ້ສາມາດຍາດໄດ້ໄຊຊະນະ ຕາມຄາດໝາຍທີ່ວາງໄວ້.

ຂ່າວ: ສອນອາຄົມ
KPL

ຂ່າວອື່ນໆ

    • ແຂ່ງຂັນຄົນລາວຮ້ອງເພງຈີນພາຍໃຕ້ຫົວຂໍ້ "ສຽງເພງແຫ່ງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ"ວັດທະນະທຳ-ສັງຄົມ

      ແຂ່ງຂັນຄົນລາວຮ້ອງເພງຈີນພາຍໃຕ້ຫົວຂໍ້ "ສຽງເພງແຫ່ງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ"

      9/30/2026 8:57:28 AM

      ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແລະ ສະພາການຄ້າຈີນ ປະຈຳລາວ ຈັດການແຂ່ງຂັນຄົນລາວຮ້ອງເພງຈີນ ຄັ້ງທີ 5 ພາຍໃຕ້ຫົວຂໍ້ “ສຽງເພງແຫ່ງແມ່ນ້ຳຂອງ-ນ້ຳລ້ານຊ້າງ”

    • ເປີດແລ່ນຂະບວນລົດໄຟຟ້າຖ້ຽວເຊົ້າຄັ້ງທຳອິດ ບໍ່ເຕ່ນ-ນະຄອນຫລວງວຽງຈັນວັດທະນະທຳ-ສັງຄົມ

      ເປີດແລ່ນຂະບວນລົດໄຟຟ້າຖ້ຽວເຊົ້າຄັ້ງທຳອິດ ບໍ່ເຕ່ນ-ນະຄອນຫລວງວຽງຈັນ

      9/30/2026 8:50:43 AM

      ທາງລົດໄຟ ລາວ-ຈີນ ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າ (C95) ຄັ້ງທຳອິດ ຈາກສະຖານີບໍ່ເຕ່ນ-ນະຄອນຫຼວງວຽງຈັນ ຢ່າງເປັນທາງການ ໃນວັນທີ 28 ກັນຍາ 2026 ນີ້.

    • ຄຳມ່ວນ-ຮາຕິ່ງ ສືບຕໍ່ຮວມມືຮອບດ້ານເຊື່ອມໂຍງຄົມມະນາຄົມ-ຮັກສາຊາຍແດນວັດທະນະທຳ-ສັງຄົມ

      ຄຳມ່ວນ-ຮາຕິ່ງ ສືບຕໍ່ຮວມມືຮອບດ້ານເຊື່ອມໂຍງຄົມມະນາຄົມ-ຮັກສາຊາຍແດນ

      9/30/2026 1:41:53 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຄໍາມ່ວນ ໃຫ້ຮູ້ວ່າ: ກອງປະຊຸມ ພົບປະຂ້ັນສູງ ເພ່ືອທົບທວນຜົນ ການຮ່ວມມື ແລະ ກໍານົດທິດທາງ ສືບຕໍ່ພັດທະນາສາຍພົວພັນສອງ ແຂວງ ຄໍາມ່ວນ ແລະ ຮ່າຕິ່ງ ໃຫ້ ເລິກເຊິ່ງ ແລະ ເປັນຮູບປະທໍາ ຈັດ ຂຶ້ນໃນໃນອາທິດຜ່ານມາ ທີ່ຕາ ແສງແຫ່ງແຊນ ແຂວງຮ່າຕິ່ງ ສສ ຫວຽດນາມ, ໂດຍມີ ທ່ານ ໄຊ ຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຄຳມ່ວນ, ທ່ານ ຫງ້ວຽນ ຢຸຍ ເລີ່ມ ເລຂາພັກແຂວງຮ່າຕິ່ງ ພ້ອມດ້ວຍ ຜູ້ແທນຈາກບັນດາພະແນກການ, ຂະແໜງການ ແລະ ທ້ອງຖິ່ນຂອງ ສອງຝ່າຍເຂົ້າຮ່ວມ.

    • ພົບປະສົ່ງເສີມວັດທະນະທຳ-ການທ່ອງທ່ຽວ ກວາງຊີ ສປ ຈີນວັດທະນະທຳ-ສັງຄົມ

      ພົບປະສົ່ງເສີມວັດທະນະທຳ-ການທ່ອງທ່ຽວ ກວາງຊີ ສປ ຈີນ

      9/28/2026 10:18:54 AM

      ໃນໂອກາດ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຈີນ-ລາວ, ທັງເປັນປີມິດຕະພາບ ຈີນ-ລາວ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ຈັດງານພົບປະສົ່ງເສີມວັດທະນະທຳ ແລະ ການທ່ອງທ່ຽວ ໃນຫົວຂໍ້: “ພົບພໍ້ກວາງຊີ” ຢູ່ນະຄອນຫລວງວຽງຈັນ ເພື່ອຊຸກຍູ້ການຮ່ວມມືຕົວຈິງ ລະຫວ່າງ ຂະແໜງການທ່ອງທ່ຽວຂອງກວາງຊີ ແລະ ສປປ ລາວ ໃນວັນທີ 24 ກັນຍາ 2026 .

    • ອ່ານບົດກະວີ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026ວັດທະນະທຳ-ສັງຄົມ

      ອ່ານບົດກະວີ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026

      9/24/2026 5:51:15 PM

      ໃນວັນທີ 23 ກັນຍາ 2026 ນີ້, ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ຈັດງານສະເຫຼີມສະຫຼອງບຸນໄຫວ້ພະຈັນ ປະຈຳປີ 2026 ພາຍໃຕ້ຫົວຂໍ້: “ຮ່ວມກັນຊົມພະຈັນດວງດຽວກັນ-ອ່ານບົດກະວີໃນບຸນໄຫວ້ພະຈັນ” ໂດຍມີ ທ່ານ ຫຼົວ ເວີ້ຍຈ້ຽນ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ, ມີຮອງຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດລາວ, ມີຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຄູ-ອາຈານ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

ads
ads

Top