ກະຊວງສາທາລະນະສຸກ ແຈ້ງປ່ຽນ ຄຳເຕືອນສຸຂະພາບໃສ່ຊອງຢາສູບ ເເບບໃໝ່

04/12/2024 20:41
Email Print 497
ຂປລ ຂປລ. ກົມອະນາໄມ ເເລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ອອກແຈ້ງການອະນຸມັດ ຄຳເຕືອນສຸຂະພາບເເບບໃໝ່ (ການປ່ຽນຊອງຢາສູບຮູບເເບບໃໝ່) ​ເຊິ່ງ ສປປ ລາວ ຈະກາຍເປັນປະເທດລໍາດັບ 3 ໃນອາຊຽນ ຮອງຈາກປະເທດໄທ (2019) ແລະ ສິງກະໂປ (2020) ທີ່ຈັດຕັ້ງປະຕິບັດ ຄໍາເຕືອນສຸຂະພາບ ​ເປັນ​ຮູບພາບແບບໃໝ່ ທີ່ບໍ່ມີການໂຄສະນາຜ່ານຊອງຢາສູບ ​ໂດຍ ສປປ ລາວ ຈະຮ່ວມກັບອີກ 26 ປະເທດໃນທົ່ວໂລກ ບັງຄັບໃຊ້ມາດຕະການທີ່ມີ ຫລັກຖານທາງວິທະຍາສາດ ຢືນຢັນແລ້ວວ່າ ສາມາດລົບລ້າງຄວາມດຶງດູດຂອງຊອງ ແລະ ຕຸດຢາສູບ ເປັນຕົ້ນ ສີສັນ, ເຄື່ອງໝາຍການຄ້າ ແລະ ຮູບພາບຕ່າງໆ.



ຂປລ. ກົມອະນາໄມ ເເລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ອອກແຈ້ງການອະນຸມັດ ຄຳເຕືອນສຸຂະພາບເເບບໃໝ່ (ການປ່ຽນຊອງຢາສູບຮູບເເບບໃໝ່) ​ເຊິ່ງ ສປປ ລາວ ຈະກາຍເປັນປະເທດລໍາດັບ
3 ໃນອາຊຽນ ຮອງຈາກປະເທດໄທ (2019) ແລະ ສິງກະໂປ (2020) ທີ່ຈັດຕັ້ງປະຕິບັດ ຄໍາເຕືອນສຸຂະພາບ ​ເປັນ​ຮູບພາບແບບໃໝ່ ທີ່ບໍ່ມີການໂຄສະນາຜ່ານຊອງຢາສູບ ​ໂດຍ ສປປ ລາວ ຈະຮ່ວມກັບອີກ 26 ປະເທດໃນທົ່ວໂລກ ບັງຄັບໃຊ້ມາດຕະການທີ່ມີ ຫລັກຖານທາງວິທະຍາສາດ ຢືນຢັນແລ້ວວ່າ ສາມາດລົບລ້າງຄວາມດຶງດູດຂອງຊອງ ແລະ ຕຸດຢາສູບ ເປັນຕົ້ນ ສີສັນ, ເຄື່ອງໝາຍການຄ້າ ແລະ ຮູບພາບຕ່າງໆ.




ໃນວັນທີ
3 ທັນວາ 2024 ທີ່ ທ່ານ ດຣ ນາງ ວຽງຂັນ ພິໄຊ ຮອງຫົວໜ້າກົມອະນາໄມ ເເລະ ສົ່ງເສີມສຸຂະພາບ ​ໄດ້​ແນະ​ນໍາ​ກ່ຽວ​ກັບການ​ອອກ​ແຈ້ງ​ການ​ດັ່ງກ່າວ ​ໂດຍ ທ່ານ​ໄດ້​ໃຫ້​ຮູ້​ວ່າ: ສປປ ລາວ ໄດ້ເຂົ້າເປັນພາຄີສົນທິສັນຍາສາກົນ ໃນປີ 2006 ແລະ ມີພັນທະທີ່ຈະຕ້ອງໄດ້ມີຄຳເຕືອນສຸຂະພາບ ເປັນຮູບພາບໃຫຍ່ໃສ່ຊອງ ແລະ ຕຸດຢາສູບ ແລະ ບໍ່ໃຫ້ມີການໂຄສະນາໃດໆ ຜ່ານຊອງຢາສູບ ເຊິ່ງປະໂຫຍດຂອງຊອງຢາສູບ ແບບມາດຕະຖານ ເເມ່ນສາມາດຊ່ວຍຫລຸດຜ່ອນຄວາມດຶງດູດ ແລະ ການໂຄສະນາຜະລິດຕະພັນຢາສູບ; ເປັນສິ່ງທີ່ສື່ສານຜົນຮ້າຍ ຫລື ພະຍາດທີ່ເກີດຈາກຢາສູບ ໃຫ້ຜູ້ສູບ ແລະ ຜູ້ບໍ່ສູບໄດ້ດີກວ່າ ຊອງ ແລະ ຕຸດຢາສູບໃນຮູບແບບອື່ນ; ຊ່ວຍຫລຸດຜ່ອນຄວາມເຂົ້າໃຈຂໍ້ມູນແບບຜິດໆ ໂດຍສະເພາະ ເຕັກນິກໃນການອອກແບບຊອງ ທີ່ເຮັດໃຫ້ເຂົ້າໃຈວ່າ ຢາສູບນີ້ຮ້າຍແຮງໜ້ອຍກວ່າຢາສູບອື່ນ ຫລື ຢາສູບນີ້ ປອດໄພກວ່າ; ຊ່ວຍເພີ່ມປະສິດທິພາບ ແລະ ຄວາມຊັດເຈນ ຂອງຄໍາເຕືອນສຸຂະພາບ ທີ່ເປັນຮູບພາບ. ປັດຈຸບັນ, ກະຊວງສາທາລະນະສຸກ ໄດ້ມີການກຳນົດ 10 ເເບບ ກ່ຽວກັບຮູບພາບ ເເລະ ຂໍ້ ຄວາມຄຳເຕືອນສຸຂະພາບເເລ້ວ ຍັງມີສະຫລາກຄຳເຕືອນ 10 ແບບ ເຊິ່ງເເຕ່ລະເເບບ ເເມ່ນມີ 2 ສອງຂໍ້ຄວາມ ເເຕກຕ່າງກັນ.

ທ່ານ ດຣ ນາງ ວຽງຂັນ ພິໄຊ ຍັງ​ໃຫ້​ຮູ້​ອີກ​ວ່າ: ທ່ານລັດຖະມົນຕີ ກະຊວງສາທາລະນະສຸກ ໃນນາມປະທານ ຄະນະກຳມະການແຫ່ງຊາດ ເພື່ອການຄວບຄຸມຢາສູບ ໄດ້ອະນຸມັດ ຂໍ້ຕົກລົງວ່າດ້ວຍ ຄຳເຕືອນສຸຂະພາບແບບໃໝ່ 13 ພຶດສະພາ 2024 ຜ່ານ​ມາ, ເເລ້ວໄດ້ນໍາໄປລົງຈົດໝາຍເຫດທາງລັດຖະການ ແລະ ເຜີຍແຜ່ໃຫ້ແກ່ ສື່ມວນຊົນ. ຈາກນັ້ນ, ໄດ້ເຜີຍແຜ່ໃຫ້ ບໍລິສັດຢາສູບ ຜູ້ຜະລິດພາຍໃນປະເທດ ແລະ ນໍາເຂົ້າຈາກຕ່າງປະເທດ, ພ້ອມທັງແຈ້ງໃຫ້ຜູ້ປະກອບການກ່ຽວກັບ ລາຍລະອຽດຂອງຂໍ້ຕົກລົງ ແລະ ວັນເວລາໃນການຈັດຕັ້ງປະຕິບັດ ກໍຄື ໄດ້ມີການກຳນົດໃຫ້ເວລາແກ່ບໍລິສັດຢາສູບ 180 ວັນ ເເລະ ຖືວ່າເປັນເວລາທີ່ພຽງພໍ ໃຫ້ ບໍລິສັດຢາສູບ ໃນການກະກຽມການພິມຄຳເຕືອນໃໝ່ ແລະ ສະສາງ ຊອງຢາສູບໃນສະຕອກທັງໝົດ.


​ໂອກາດ​ນີ້, ທ່ານຮອງຫົວໜ້າກົມອະນາໄມ ເເລະ ສົ່ງເສີມສຸຂະພາບ ຂໍຄວາມຮ່ວມມືໄປຍັງ ຜູ້ຂາຍຍ່ອຍຢາສູບ ບໍ່ຮັບຊື້ຢາສູບທີ່ມີຮູບພາບຄໍາເຕືອນແບບເກົ່າເຂົ້າມາເພີ່ມອີກ ແລະ ຂາຍຢາສູບທີ່ຊອງມີຮູບແບບເກົ່າອອກໃຫ້ໝົດ ເພື່ອໃຫ້ ຊອງຢາສູບທັງໝົດທີ່ຂາຍໃນທ້ອງຕະຫລາດຂອງ ສປປ ລາວ ມີພຽງ ຮູບພາບ ແລະ ສະຫລາກຄຳເຕືອນແບບໃໝ່ ເທົ່ານັ້ນ; ບໍລິສັດຢາສູບ ທັງຜູ້ຜະລິດພາຍໃນ ແລະ ນໍາເຂົ້າຢາສູບ ຕ້ອງປະຕິບັດຕາມກົດໝາຍຂອງ ສປປ ລາວ ຢ່າງເຄັ່ງຄັດ.

ຢາສູບເຮັດໃຫ້ຄົນທົ່ວໂລກ ເສຍຊີວິດເຖິງ 8 ລ້ານຄົນ ຕໍ່ປີ ຫລື ທຸກນາທີ ມີຄົນຕາຍ 15 ຄົນ, ສໍາລັບ ຄົນລາວ​ແມ່ນ​ເສຍ​ຊີວິດ 6.700 ຄົນຕໍ່ປີ ຫລື 18 ຄົນຕໍ່ມື້.

ຂ່າວ: ວຽງ​ສະຫວັນ

ພາບ: ຂັນ​ໄຊ

KPL

ຂ່າວອື່ນໆ

    • ຂະແໜງການພະລັງງານ-ບໍ່ແຮ່ ຈະສຸມໃສ່ ພັດທະນາພະລັງງານສະອາດ ຢູ່ ລາວວັດທະນະທຳ-ສັງຄົມ

      ຂະແໜງການພະລັງງານ-ບໍ່ແຮ່ ຈະສຸມໃສ່ ພັດທະນາພະລັງງານສະອາດ ຢູ່ ລາວ

      1/16/2025 1:46:20 PM

      ຂປລ. ພິທີເຊັນສັນຍາການຮ່ວມມື (MOA) ການພັດທະນາຕະຫລາດພະລັງງານສະອາດ ຢູ່ ສປປ ລາວ ລະຫວ່າງ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ (ພບ) ກະຊວງພະລັງງານ ແລະ ບໍ່ແຮ່ ກັບ ບໍລິສັດ Finger Inc ແລະ ບໍລິສັດ CECTE carbon to electric ໄດ້ຈັດຂຶ້ນ

    • ຊາວໜຸ່ມກະຊວງສາທາລະນະສຸກ ຕີລາຄາ ການປະຕິບັດ ວຽກງານໄລຍະ 2020-2024ວັດທະນະທຳ-ສັງຄົມ

      ຊາວໜຸ່ມກະຊວງສາທາລະນະສຸກ ຕີລາຄາ ການປະຕິບັດ ວຽກງານໄລຍະ 2020-2024

      1/16/2025 1:15:06 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກະຊວງສາທາລະນະສຸກ ສະໄໝທີ X ຈັດຂຶ້ນໃນວັນທີ 15 ມັງກອນ 2025 ເພື່ອຕີລາຄາຄືນການຈັດຕັ້ງປະຕິບັດ ວຽກງານຊາວໜຸ່ມໄລຍະ 2020-2024

    • ສປປ ລາວ ກຽມສະເໜີ "ລາບ" ອາຫານພື້ນເມືອງຂອງລາວເຂົ້າເປັນມໍລະດົກໂລກວັດທະນະທຳ-ສັງຄົມ

      ສປປ ລາວ ກຽມສະເໜີ "ລາບ" ອາຫານພື້ນເມືອງຂອງລາວເຂົ້າເປັນມໍລະດົກໂລກ

      1/16/2025 11:54:40 AM

      “ລາບ” ຖືວ່າເປັນອາຫານພື້ນເມືອງຂອງລາວ ທີ່ມີລົດຊາດ ແລະ ເອກະລັກສະເພາະ, ເຂົ້າໜຽວກັບລາບ ໄດ້ກາຍເປັນສ່ວນໜຶ່ງທ່ີສໍາຄັນໃນຊີວິດປະຈໍາວັນຂອງປະຊາຊົນລາວບັນດາເຜົ່າ ເຊິ່ງບັນພະບູລຸດເຮົາໄດ້ມອບໃຫ້ເປັນມໍລະດົກ ແລະ ສືບທອດກັນມາຍາວນານຈົນເຖິງທຸກວັນນີ້.

    • ເປີດກິດຈະກຳວັດທະນະທຳບຸນກຸດຈີນ ເຂົ້າສູ່ປະເທດລາວວັດທະນະທຳ-ສັງຄົມ

      ເປີດກິດຈະກຳວັດທະນະທຳບຸນກຸດຈີນ ເຂົ້າສູ່ປະເທດລາວ

      1/15/2025 8:35:50 PM

      ຂປລ. ພິທີເປີດກິດຈະກຳ ວັດທະນະທຳບຸນກຸດຈີນ ເຂົ້າສູ່ປະເທດລາວ ພາຍໃຕ້ຫົວຂໍ້ “ດື່ມນໍ້າສາຍດຽວ ກົມກຽວດັ່ງຄອບຄົວດຽວກັນ ປີ 2025’’ ຈັດຂຶ້ນໃນວັນທີ 15 ມັງກອນ 2025 ຢູ່ນະຄອນຫລວງວຽງຈັນ ໂດຍມີທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ກ້າວ ອັ່ນມິງ ບັນນາທິການໃຫຍ່ ອົງການພາສາຕ່າງປະເທດແຫ່ງຊາດ ສປ ຈີນ, ທ່ານ ນາງ ຟາງຫົງ ເອກອັກຄະລັດສະທູດ ສປ ຈີນ ປະຈໍາ ລາວ ແລະ ທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງປະເທດລາວ ແລະ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ກອງທັບ ກຳລັງຫລັກແຫລ່ງ ໃນການປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກວັດທະນະທຳ-ສັງຄົມ

      ກອງທັບ ກຳລັງຫລັກແຫລ່ງ ໃນການປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ

      1/14/2025 4:53:54 PM

      ຂປລ. ໃນປີ 2024 ຜ່ານມາ ຄະນະພັກ-ຄະນະນໍາ ກະຊວງປ້ອງກັນປະເທດ ໄດ້ຊີ້ນໍາ ແລະ ຈັດຕັ້ງເຊື່ອມຊຶມ-ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິສະໄໝທີ V ຂອງຄະນະພັກກະຊວງປ້ອງກັນປະເທດ ຢ່າງມີຈຸດສຸມ ແລະ ແທດກັບຕົວຈິງ, ມີໝາກຜົນໃນຫລາຍດ້ານ ເປັນຕົ້ນ ການເຮັດໜ້າທີ່ ຮັກສາຄວາມສະຫງົບປອດໄພ ໃຫ້ການນໍາພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ, ປ້ອງກັນບັນດາກອງປະຊຸມທີ່ສໍາຄັນຕ່າງໆ, ບັນດາວັນບຸນປະຫວັດສາດທີ່ສໍາຄັນ ຂອງຊາດ, ຂອງພັກ, ຂອງກອງທັບ ພ້ອມທັງປ້ອງກັນສໍານັກງານອົງການ, ສະໜາມບິນ, ເສັ້ນທາງທຸລະກັນດານ, ບັນດາໂຄງການ ກໍ່ສ້າງຂອງລັດຖະບານ ມີຄວາມສະຫງົບປອດໄພ 100%.

ads
ads

Top