ວັນຊາດທີ 2 ທັນວາ ເປັນວັນເອກອ້າງທະນົງໃຈຂອງປວງຊົນລາວ

29/11/2024 14:08
Email Print 1366
ຂປລ ຂປລ. ວັນຊາດ ທີ 2 ທັນວາ ເປັນວັນເອກອ້າງທະນົງໃຈ ຂອງປວງຊົນລາວທັງຊາດ ເຊິ່ງຕະຫລອດໄລຍະ ຜ່ານມາ, ພັກ-ລັດຖະບານ ລວມທັງອະດີດການນໍາ ພັກ-ລັດ ໄດ້ເປັນຄັນທຸງ ນໍາພາປະປະຊາຊົນລາວ ບັນດາເຜົ່າຕໍ່ສູ້ປົດປ່ອຍປະເທດຊາດ, ຍາດເອົາເອກະລາດ ແລະ ໄຊຊະນະອັນຍິ່ງໃຫຍ່ມາໃຫ້ປວງຊົນລາວ ຈົນນມາຮອດປັດຈຸບັນ, ພັກ-ລັດຖະບານ ກໍໄດ້ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ.




ຂປລ. ວັນຊາດ ທີ
2 ທັນວາ ເປັນວັນເອກອ້າງທະນົງໃຈ ຂອງປວງຊົນລາວທັງຊາດ ເຊິ່ງຕະຫລອດໄລຍະ ຜ່ານມາ, ພັກ-ລັດຖະບານ ລວມທັງອະດີດການນໍາ ພັກ-ລັດ ໄດ້ເປັນຄັນທຸງ ນໍາພາປະປະຊາຊົນລາວ ບັນດາເຜົ່າຕໍ່ສູ້ປົດປ່ອຍປະເທດຊາດ, ຍາດເອົາເອກະລາດ ແລະ ໄຊຊະນະອັນຍິ່ງໃຫຍ່ມາໃຫ້ປວງຊົນລາວ ຈົນນມາຮອດປັດຈຸບັນ, ພັກ-ລັດຖະບານ ກໍໄດ້ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ.

ທ່ານ ທັນຕາ ກອງຜາລີ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງ 18 ແຂວງໄຊສົມບູນ, ຮອງປະທານກໍາມາທິການ ແຜນການ-ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ໄດ້ໃຫ້ສໍາພາດ ເມື່ອບໍ່ດົນນີ້ວ່າ: ວັນທີ 2 ທັນວາ ແມ່ນວັນທີ່ມີຄວາມໝາຍ ຄວາມສຳຄັນສຳລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງ ການຕໍ່ສູ້ເປັນພັນໆປີ ຂອງຊາດລາວ ທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫລະພາບ ແລະ ເປັນເຈົ້າຂອງປະເທດຢ່າງແທ້ຈິງ, ເປັນວັນແຫ່ງການກ້າວສູ້ຍຸກສະໄໝໃໝ່ ແຫ່ງສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ແລະ ມີຜົນສຳເລັດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໃນໂອກາດ ວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ (2 ທັນວາ 1975-2 ທັນວາ 2024) ທ່ານໄດ້ຕາງໜ້າໃຫ້ພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນ ແຂວງໄຊສົມບູນ ທຸກຖ້ວນໜ້າ ສະແດງຄວາມຮູ້ບຸນຄຸນ ຕໍ່ການນໍາ ພັກ-ລັດ, ອະດີດການນໍາ ພັກ-ລັດ ທີ່ໄດ້ນໍາພາການຕໍ່ສູ້ຈົນສາມາດຍາດໄດ້ ໄຊຊະນະອັນຍິ່ງໃຫຍ່ ມາໃຫ້ປວງຊົນລາວ ທັງຊາດ ແລະ ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ.

ທ່ານ ທັນຕາ ກອງຜາລີ ຍັງໃຫ້ຮູ້ອີກວ່າ: ສໍາລັບ ແຂວງໄຊສົມບູນ ນັບແຕ່ໄດ້ສ້າງຕັ້ງຂຶ້ນມາ ກໍກ້າວເຂົ້າສູ່ປີທີ 12, ພາຍໃຕ້ການນຳພາຂອງພັກ ໂດຍສະເພາະການຊີ້ນຳ ແລະ ນຳພາຂອງອົງຄະນະພັກ ແຂວງໄຊສົມບູນ ໄດ້ເຮັດໃຫ້ແຂວງໄຊສົມສົມບູນ ໄດ້ຮັບການພັດທະນາຫລາຍດ້ານ ເປັນຕົ້ນ ໄດ້ເຮັດໃຫ້ພື້ນຖານໂຄງລ່າງ, ຖະໜົນຫົນທາງໄດ້ຮັບການພັດທະນາ ມີການເຊື່ອມຕໍ່ກັບບັນດາແຂວງທີ່ຕິດຈອດ, ຕາໜ່າງໄຟຟ້າ, ນໍ້າປະປາ ລວມທັງການພັດທະນາຂົງເຂດ ການຜະລິດ-ທຸລະກິດ, ວຽກງານການສຶກສາ, ສາທາລະນະສຸກ, ຖະແຫລງຂ່າວ, ວັດທະນະທໍາ ແລະ ຂົງເຂດອື່ນໆ ກໍໄດ້ຮັບການພັດທະນາດີຂຶ້ນຢ່າງຕໍ່ເນື່ອງ ແລະ ໄດ້ນໍາເອົາຜົນປະໂຫຍດ ມາໃຫ້ປະຊາຊົນ ແລະ ສ້າງເງື່ອນໄຂພື້ນຖານ ໃຫ້ປະຊາຊົນ ແຂວງ ໄຊສົມບູນ ກ້າວຂຶ້ນ ແລະ ຫລຸດພົ້ນອອກຈາກ ຄວາມທຸກຍາກເທື່ອລະກ້າວ.

ໂອກາດນີ້, ທ່ານ ທັນຕາ ກອງຜາລີ ໄດ້ອວຍພອນໄຊ ອັນປະເສີດ ໃຫ້ທ່ານຜູ້ນຳພັກ-ລັດ ຈົ່ງມີສຸຂະພາບ ແຂງແຮງ, ມີພະລະນາໄມສົມບູນ ແລະ ສືບຕໍ່ຊີ້ນຳ-ນໍາພາປະເທດຊາດ ໃຫ້ຈະເລີນກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ອວຍພອນ ໃຫ້ພະນັກງານ, ທະຫານ, ຕໍາຫລວດ, ຕະຫລອດຮອດປະຊາຊົນລາວ ບັນດາເຜົ່າໃນທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ຜົນສໍາເລັດໃນໜ້າທີ່ ວຽກງານທຸກປະການ.


ຂ່າວ: ສົມຫວັງ

KPL

ຂ່າວອື່ນໆ

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    • ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIIIການເມືອງ

      ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII

      7/1/2025 2:07:04 PM

      ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII ໃນລະຫວ່າງ 30 ມິຖຸນາ- 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຄະນະເລຂາທິການ, ຄະນະບໍລິຫານງານ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາ ຄຊປປລ ກະຊວງ-ອົງການ, ນະຄອນຫລວງວຽງຈັນ, ບັນ ດາແຂວງ ເຂົ້າຮ່ວມ.

    • ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດການເມືອງ

      ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

      7/1/2025 1:33:52 PM

      ຂປລ. ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວຽງປຣະສິດ ທິບພະສຸດາ ຜູ້ປະສານງານ ອົງການແຮງງານ ສາກົນ (ILO) ປະຈໍາ ສປປ ລາວ

    • ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມການເມືອງ

      ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

      7/1/2025 1:18:47 PM

      ຂປລ. ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງຽວນວັນນິງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ພົບປະແລກ ປ່ຽນບົດຮຽນ ຢູ່ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

    • ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງການເມືອງ

      ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

      7/1/2025 12:59:39 PM

      ຂປລ. ໃນວັນທີ 30 ມິຖຸນາ 2025 ນີ້, ຫ້ອງວ່າການສູນກາງພັກ (ຫສພ) ຈັດເຜີຍແຜ່, ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ປະກາດແຕ່ງຕັ້ງ ສະຫາຍ ບຸນທັນ ກຸສົນສະໜອງ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ແຕ່ງຕັ້ງ ສະຫາຍ ພູນໄຊ ພົມມີໄຊ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ

ads
ads

Top