ແລ່ນມິນິມາລາທອນ ສະຫລອງເປີດ ດຳເນີນງານ ລົດໄຟ ລາວ-ຈີນ ຄົບຮອບ 3 ປີ

03/12/2024 11:36
Email Print 957
ຂປລ ຂປລ. ໃນວັນທີ 30 ພະຈິກ 2024 ນີ້, ບໍລິສັດທາງລົດໄຟ ລາວ-ຈີນ ຈໍາກັດ ໄດ້ຈັດງານແຂ່ງຂັນກິລາແລ່ນມິນິມາລາທອນ ຢູ່ເຂດເສດຖະກິດພິເສດ ບຶງທາດຫລວງ ນະຄອນຫລວງວຽງຈັນ ເພື່ອສະເຫລີມສະຫລອງ ຜົນສໍາເລັດການ​ເປີດບໍລິການ​ທາງ​ລົດ​ໄຟ ລາວ-ຈີນ ​ຄົບ​ຮອບ​ 3 ປີ



ຂປລ. ໃນວັນທີ 30 ພະຈິກ 2024 ນີ້
, ບໍລິສັດທາງລົດໄຟ ລາວ-ຈີນ ຈໍາກັດ ໄດ້ຈັດງານແຂ່ງຂັນກິລາແລ່ນມິນິມາລາທອນ ຢູ່ເຂດເສດຖະກິດພິເສດ ບຶງທາດຫລວງ ນະຄອນຫລວງວຽງຈັນ  ເພື່ອສະເຫລີມສະຫລອງ ຜົນສໍາເລັດການ​ເປີດບໍລິການ​ທາງ​ລົດ​ໄຟ ລາວ-ຈີນ ​ຄົບ​ຮອບ​ 3 ປີ, ທັງເປັນການສະເຫລີມສະຫລອງວັນຊາດທີ 2 ທັນວາ ຄົບຮອບ 49 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ແລະ ຕ້ອນຮັບປີໃໝ່ສາກົນ 2025 ທີ່ຈະມາເຖິງນີ້, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງ ແນວລາວສ້າງຊາດ, ທ່ານ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີການນໍາ ພັກ, ລັດ, ພະນັກງານ-ລັດຖະກອນ ຈາກບັນດາກະຊວງ, ກົມ, ສະຖາບັນ, ພ້ອມດ້ວຍ ມວນຊົນ ຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມ.




ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວວ່າ: ການຈັດງານຄັ້ງນີ້
, ເພື່ອ​ສະຫລອງ​ຜົນສໍາເລັດ ຂອງການ​ເປີດບໍລິການ​ທາງ​ລົດ​ໄຟ ​ລາວ-ຈີນ ​ຄົບ​ຮອບ​ 3 ປີ ເຊິ່ງໃນ​ໄລຍະ 3 ປີຜ່ານ​ມາ, ທາງ​ລົດ​ໄຟ​ສາຍ​ນີ້​ມີ​ຄວາມ​ປອດ​ໄພ, ມີ​ຄຸນນະພາບ ​ແລະ ​ໄດ້​ຮັບ​ໝາກຜົນ​ຢ່າງ​ຕັ້ງໜ້າ. ມາ​ຮອດ​ປັດຈຸ​ບັນ, ປະລິມານ​ຜູ້​ໂດຍສານ​ສະ​ສົມ​ໄດ້​ບັນລຸ 7,3 ລ້ານເທື່ອຄົນ ​ແລະ ປະລິມານ​ຂົນ​ສົ່ງສິນຄ້າ​​ບັນລຸ 10,65 ລ້ານ​ໂຕນ, ​ໄດ້​ກາຍ​ເປັນ​ເສັ້ນທາງ ​ຄົມມະນາຄົມ​ທາງບົກ ​ແລະ​ ເຊື່ອມຫາ​ທະ​ເລ​ລະຫວ່າງ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ​ເອີ​ຣົບ ອັນເປັນມິດຕະພາບ​ ທີ່​ມີ​ຜົນ​ປະ​ໂຫຍ​ດ ຕໍ່​ປະຊາຊົນ​ສອງຊາດ ລາວ ແລະ ຈີນ. ໃນໄລຍະ 3 ​ປີ​ທີ່​ຜ່ານ​ມາ, ທາງ​ລົດ​ໄຟ ​ລາວ-ຈີນ ໄດ້​ຊຸກ​ຍູ້​ການ​ຝຶກ​ອົບ​ຮົມ ໃຫ້ພະນັກງານລາວ ​ແລະ​ ໄດ້​​ຈັດເຂົ້າໃນວຽກງານ ການ​ລົດ​ໄຟ​ລາວ. ປັດຈຸບັນ, ພະນັກງານລາວ ຈໍານວນໜຶ່ງໄດ້ເລື່ອນຕໍາແໜ່ງຢ່າງເປັນທາງການ, ໃນນັ້ນມີພະນັກງານຈໍານວນ 14 ຄົນ ໄດ້ຮັບໃບຢັ້ງຢືນ ຂັບລົດໄຟ, ກາຍເປັນໂຊເຟີ້ ຫລື ຜູ້ຂັບລົດໄຟຊຸດທຳອິດຂອງ ສປປ ລາວ; ໃນໄລຍະເວລາທີ່ປະເທດລາວ ເກີດມີໄພ​ນ້ຳ​ຖ້ວມ ​ຢູ່​ພພາກເໜືອນັ້ນ, ທາງ​ລົດ​ໄຟ ​ລາວ-ຈີນ ກໍໄດ້ປະກອບສ່ວນ​ໃນການອໍານວຍຄວາມສະດວກ ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫລືອ​ ໄປໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ໂດຍ​ບໍ່​ເສຍ​ຄ່າຂົນສົ່ງ ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັບຜິດຊອບ​ຕໍ່​ສັງຄົມ​ຢ່າງ​ເຕັມທີ່ ​ແລະ ​ໄດ້​ຮັບ​ການ​ຍ້ອງຍໍ​ຢ່າງ​ກວ້າງຂວາງ. ພິເສດໃນປີນີ້, ເປັນປີທີ່ມີຄວາມໝາຍໃນຖານະທີ່ ສປປ ລາວ ເປັນປະທານໝູນວຽນອາຊຽນ, ທັງເປັນປີທ່ອງທ່ຽວລາວ, ລົດໄຟ ລາວ-ຈີນ ກໍໄດ້ປະກອບ ສ່ວນສໍາຄັນເຂົ້າໃນວຽກງານດັ່ງກ່າວ.




ທ່ານ ຫລິວຫົງ ຜູ້ອໍານວຍການໃຫຍ່ບໍລິສັດທາງລົດໄຟ ລາວ-ຈີນ ຈໍາກັດ ໄດ້ກ່າວວ່າ: ​ໃນ​​ປີ 2024 ​ນີ້
, ພວກ​ເຮົາ​ໄດ້​ສຸມ​ໃສ່ຮັບໃຊ້ ການເປັນ​ປະທານ​ໝູນວຽນ​ອາ​ຊຽນ ​ແລະ ປີ​ທ່ອງ​ທ່ຽວ​ລາວ, ສືບ​ຕໍ່​ເພີ່ມ​ທະວີ​ຄວາມ​ສາ ມາດ​ດ້ານ​ຄົມມະນາຄົມ, ຮັບປະກັນ​ບັນດາ​ການ​ເຄື່ອນ​ໄຫວ​ ສຳຄັນ​ຂອງ​ອາ​ຊຽນ, ຊຸກຍູ້​ການ​ພັດທະນາ​ທາງ​ລົດ​ໄຟ ​ແລະ ​ການທ່ອງທ່ຽວ​ແບບ​ເຊື່ອມ​ໂຍງ​ ເຊິ່ງຜູ້ໂດຍສານຫລາຍກວ່າ 3,​35 ລ້ານຄົນ ເດີນທາງດ້ວຍລົດໄຟ, ພວກເຮົາໄດ້ເສີມສ້າງສິ່ງອໍານວຍຄວາມສະດວກ, ອຸປະກອນ ແລະ ປັບປຸງຄວາມສາມາດໃນການຂົນສົ່ງ, ໃຫ້ບຸລິມະສິດ ສິນຄ້າກະສິກໍາ ເພື່ອໃຫ້ ສປປ ລາວ ໄດ້ສົ່ງສິນຄ້າອອກຫລາຍຂຶ້ນເລື້ອຍໆ, ປັດຈຸບັນ ສົ່ງອອກໄດ້ຫລາຍກວ່າ 4,36 ລ້ານໂຕນ.




ການແຂ່ງຂັນແລ່ນມິນິມາລາທອນໃນຄັ້ງນີ້
, ມີຄວາມຍາວທັງໝົດ 10 ກິໂລແມັດ, ມີ 10 ກວ່າລາງວັນ, ຜ່ານການແຂ່ງຂັນ ທີ 1 ໄດ້ແກ່ ທ້າວ ບຸນຈັນ ແສງອາລຸນ ໄດ້ຮັບເງິນລາງວັນມູນຄ່າ 8.880.000 ກີບ ພ້ອມຂອງລາງວັນ, ທີ 2 ທ້າວ ທີລະຍຸດ ກິ່ງຄໍາ ໄດ້ຮັບເງິນລາງວັນ 6.880.000 ກີບ ພ້ອມຂອງລາງວັນ, ທີ 3 ທ້າວ ໄມແກ້ວ ສິງຫາລາດ ໄດ້ຮັບເງິນລາງວັນ 3.880.000 ກີບ ພ້ອມຂອງລາງວັນ, ສຳລັບ ທີ 4-10 ໄດ້ຮັບເງິນລາງວັນຜູ້ລະ 2.880.000 ກີບ ພ້ອມຂອງລາງວັນ. ພ້ອມນັ້ນ, ຍັງມີລາງວັນຂວັນໃຈ ທາງລົດໄຟ ລາວ-ຈີນ ອີກ 3 ລາງວັນ ລວມມູນຄ່າລາງວັນທັງໝົດຫລາຍກວ່າ 60 ລ້ານກີບ.



ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top