ກັນ-ປ້ອງກັນ ໃນພາສາລາວ

28/11/2024 09:17
Email Print 1042
ຂປລ ຄໍາສັບໃນພາສາລາວ ມີທັງພະຍາງດຽວ ແລະ ຫລາຍພະຍາງ ເຊິ່ງໂດຍພື້ນຖານຄໍາເຄົ້າທີ່ມີພະຍາງດຽວ ມັກຈະແມ່ນພາສາລາວດັ້ງເດີມ, ບໍ່ແມ່ນຄໍາຢືມ ຫລື ທີ່ມາຈາກພາສາອື່ນທີ່ເຂົ້າມາຢູ່ໃນພາສາລາວ.

   *ຄໍາສັບໃນພາສາລາວ ມີທັງພະຍາງດຽວ ແລະ ຫລາຍພະຍາງ ເຊິ່ງໂດຍພື້ນຖານຄໍາເຄົ້າທີ່ມີພະຍາງດຽວ ມັກຈະແມ່ນພາສາລາວດັ້ງເດີມ, ບໍ່ແມ່ນຄໍາຢືມ ຫລື ທີ່ມາຈາກພາສາອື່ນທີ່ເຂົ້າມາຢູ່ໃນພາສາລາວ. ເຖິງຢ່າງໃດກໍ່ດີ ພຶດຕິກໍາການໃຊ້ຕົວຈິງ ຍັງພົບການໃຊ້ຄໍາຫຍ້ໍຈາກຄໍາສອງພະຍາງ ແລະ ຈໍານວນໜຶ່ງກໍ່ຍັງຮັກສາເຄົ້າ ຄວາມໝາຍຂອງມັນເອົາໄວ້, ທັງນີ້ກໍ່ຍ້ອນການພັດທະນາດ້ານພາສາຕາມສະພາບແຕ່ລະໄລຍະ.

    ຄໍາວ່າ “ກັນ” ເປັນຄໍາກໍາມະ ຫລື ກິລິຍາ ໝາຍເຖິງຫ້າມ, ກັ້ນ, ບັງ, ປິດ, ອັດດັ່ງວ່າ: ກັນດີກວ່າແກ້... ຄໍາວ່າ “ປ້ອງກັນ” ເປັນຄໍາກໍາມະ ໝາຍເຖິງກັນໄວ້ ເພື່ອຕ້ານທານ ຫລື ຄຸ້ມຄອງ, ປົກປັກຮັກສາບໍ່ໃຫ້ເສຍຫາຍ, ກັນບໍ່ໃຫ້ຜູ້ໃດມາ ທໍາລາຍ. ປະເດັນທີ່ຖືກຕັ້ງຂຶ້ນສົມທຽບຄໍາວ່າ ປ້ອງກັນປະເທດ ແລະ ປ້ອງກັນພະຍາດ, ມີຄວາມໝາຍກົງກັນຂ້າມກັນ, ເຫັນຜູ້ອາວຸໂສສະເໜີ ຜ່ານສ່ືອອນລາຍ ແລະ ມີຫລາຍຄໍາເຫັນ ແລະ ທັດສະນະ.

    ສອງຄໍາ ທີ່ເພິ່ນຍົກຂຶ້ນມາຄໍາວ່າ ປ້ອງກັນປະເທດໝາຍເຖິງບໍ່ໃຫ້ສັດຕູຮຸກຮານປະເທດ, ສ່ວນຄໍາປ້ອງກັນພະຍາດໝາຍເຖິງຕ້ານພະຍາດ. ຄວາມໝາຍສອງຄໍາ ມີລັກສະນະປີ້ນກັນ. ແນວໃດກໍ່ດີກໍ່ມີການໃຊ້ມາເປັນໄລຍະເວລາດົນພໍສົມຄວນ, ຂໍໃຫ້ເປັນໜ້າທີ່ຂອງນັກຄົ້ນຄວ້າດ້ານພາສາລົງເລິກຕໍ່ໄປ.

ດັ່ງນັ້ນ ຈຶ່ງນໍາສຶກສາຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ.

ຮິບໂຮມໂດຍ: ພະກາ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top