ສະຖາບັນຂົງຈື ສະຫລອງວັນຂົງຈືໂລກ ພ້ອມເປີດສົກຮຽນໃໝ່ສົກຮຽນ 2024-2025

25/11/2024 11:03
Email Print 1709
ຂປລ ຂປລ. ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ຈັດພິທີສະເຫລີມສະຫລອງວັນຂົງຈືໂລກ ຄົບຮອບ 20 ປີ ແລະ ເປີດສົກຮຽນໃໝ່ສົກຮຽນ 2024-2025 ໃນວັນທີ 23 ພະຈິກ 2024 ທີ່ສະຖາບັນຂົງຈື



ຂປລ. ສະຖາບັນຂົງຈື
  ມະຫາວິທະຍາໄລແຫ່ງຊາດ ຈັດພິທີສະເຫລີມສະຫລອງວັນຂົງຈືໂລກ ຄົບຮອບ 20 ປີ ແລະ ເປີດສົກຮຽນໃໝ່ສົກຮຽນ 2024-2025 ໃນວັນທີ 23 ພະຈິກ 2024 ທີ່ສະຖາບັນຂົງຈື ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ
,  ທ່ານນາງ ຟາງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີຜູ້ອໍານວຍການສະຖາບັນຂົງຈືຝ່າຍລາວ, ຝ່າຍຈີນ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.




ໂອກາດນີ້
,  ທ່ານ ຄຳຮຸ່ງ ຈັນທະວົງ ຜູ້ອຳນວຍການສະຖາບັນຂົງຈືຝ່າຍລາວ ໄດ້ຜ່ານບົດສະຫລຸບ ການຈັດ ຕັ້ງປະຕິບັດ ວຽກງານປະຈໍາສົກຮຽນ 2023-2024 ແລະ ແຜນການປີ 2024-2025  ເຊິ່ງສະຖາບັນຂົງຈື ໄດ້ສ້າງຕັ້ງຂຶ້ນໃນວັນທີ 23 ມີນາ 2010 ປັດຈຸບັນສະຖາບັນຂົງຈື ມີຫ້ອງຮຽນຂົງຈືທີ່ຂຶ້ນກັບ 5 ແຫ່ງຄື: ຫ້ອງຮຽນຂົງຈື ມສ ສາທິດ, ມສ ວຽງຈັນ, ໂຮງຮຽນຊົນເຜົ່າ ກິນນອນວັງວຽງ, ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ແລະ ວິທະຍຸກະຈາຍສຽງແຫ່ງຊາດລາວ.  ໃນສົກຮຽນ 2023-2024 ສະຖາບັນຂົງຈື ໄດ້ສໍາເລັດການ ຈັດສອບເສັງ ຄັດເລືອກນັກສຶກສາເຂົ້າຮຽນ ແລະ ລົງທະບຽນຮັບນັກສຶກສາ ຫລັກສູດປະລິນຍາຕີ ສາຂາຄູພາສາຈີນປີ 1 ສົກຮຽນ 2024 ຈໍານວນ 106 ຄົນ, ປັດຈຸບັນສະຖາບັນຂົງຈື ມີນັກສຶກສາປີ 1 ຫາ ປີ 4 ຈໍານວນ 336 ຄົນ ຍິງ 103 ຄົນ, ໄດ້ສໍາເລັດການຝຶກອົບຮົບ ພາສາຈີນສະເພາະ ໃຫ້ຄະນະນໍາຄະນະຈັດຕັ້ງສູນກາງພັກ, ສໍາເລັດການຝຶກອົບຮົມ ຫລັກສູດ ບໍາລຸງ ພາສາຈີນ ໃຫ້ກໍາລັງປ້ອງກັນຄວາມສະຫງົບ ກົມໃຫຍ່ສັນຕິບານ, ສໍາເລັດການດໍາເນີນຂໍ້ຕົກລົງ ທຶນນະໂຍບາຍໃຫ້ແກ່​ນັກສຶກ​ສາ​​ທຸກ​ຍາກ, ຮຽນ​ດີ​ຮຽນ​ເກັ່ງທີ່​ສະ​ຖາ​ບັນ​ຂົງ​ຈືຊຸດທີ 27-28 ປະຈໍາສົກປີ 2023-2024 ທັງໝົດ 240 ທຶນຕໍ່ປີ, ສໍາເລັດການປະເມີນ ການສອນຂອງອາຈານ ໃນຫລັກສູດປະລິນຍາຕີສາຂາຄູພາສາຈີນ, ພາກບໍາລຸງພາສາຈີນ, ຫ້ອງຮຽນຂົງຈື ແລະ ຈຸດຮຽນພາສາຈີນ ຂອງສະຖາບັນຂົງຈືປະຈໍາສົກຮຽນ 2023-2024 ຈໍານວນ 2 ຄັ້ງ ແລະ ອື່ນໆ.




ໃນພິທີ, ຍັງໄດ້ມອບນາມມະຍົດພັດທະນາດີເດັ່ນ ໃຫ້ພະນັກງານຄູ-ອາຈານ
, ມອບໃບຍ້ອງຍໍຂັ້ນລັດຖະມົນ ຕີກະຊວງສຶກສາທິການ ແລະ ກິລາ ແລະ ຂັ້ນອະທິການບໍດີ ມຊ ໃຫ້ຄູ-ອາຈານ ທີ່ມີຜົນງານດີເດັ່ນໃນໄລຍະ 1 ປີຜ່ານມາ ແລະ ພິທີເຊັນສັນຍາສືບຕໍ່ມອບທຶນ ການສຶກສາໃຫ້ແກ່ ​ນັກສຶກ​ສາ​​ທຸກ​ຍາກ, ຮຽນ​ດີ​ຮຽນ​ເກັ່ງຂອງທະນາ ຄານລາວ-ຈີນ ໃຫ້ແກ່ ສະຖາບັນຂົງຈື ຕື່ມອີກ.



ຂ່າວ-ພາບ: ກິດຕາ

KPL

ຂ່າວອື່ນໆ

ads
ads

Top