ມອບລາງວັນຜະລິດຕະພັນຫັດຖະກຳດີເດັ່ນ

30/10/2024 16:18
Email Print 1229
ຂປລ ຂປລ. ພິທີມອບລາງວັນຜະລິດຕະພັນຫັດຖະກຳດີເດັ່ນ "ສິລະປະລາຍນາກ ແລະ ລວດລາຍດອກໄມ້ປະຈໍາທ້ອງຖິ່ນ" ຈັດຂຶ້ນໃນວັນທີ 29 ຕຸລາ 2024 ນີ້, ຢູ່ສູນການຄ້າລາວ-ໄອເຕັກ ນະຄອນ ຫລວງວຽງຈັນ ໃຫ້ກຽດມອບລາງວັນ ໂດຍ ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ, ທັງເປັນປະທານຄະນະທີ່ປືກສາສະມາຄົມຫັດຖະກຳລາວ ແລະ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນ ຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີປະທານກິດຕິມະສັກສະມາຄົມຫັດຖະກຳລາວ, ປະທານສະ ມາຄົມຫັດຖະກຳລາວ ພ້ອມດ້ວຍ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.



ຂປລ. ພິທີມອບລາງວັນຜະລິດຕະພັນຫັດຖະກຳດີເດັ່ນ "ສິລະປະລາຍນາກ ແລະ ລວດລາຍດອກໄມ້ປະຈໍາທ້ອງຖິ່ນ" ຈັດຂຶ້ນໃນວັນທີ
29 ຕຸລາ 2024 ນີ້, ຢູ່ສູນການຄ້າລາວ-ໄອເຕັກ ນະຄອນ ຫລວງວຽງຈັນ ໃຫ້ກຽດມອບລາງວັນ ໂດຍ ທ່ານ ນາງ  ນາລີ ສີສຸລິດ ພັນລະຍາປະທານປະເທດ, ທັງເປັນປະທານຄະນະທີ່ປືກສາສະມາຄົມຫັດຖະກຳລາວ ແລະ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນ ຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີປະທານກິດຕິມະສັກສະມາຄົມຫັດຖະກຳລາວ, ປະທານສະ ມາຄົມຫັດຖະກຳລາວ ພ້ອມດ້ວຍ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.



ທ່ານ ພູທອງ ໄຊສະນິດ ຮອງປະທານສະມາຄົມຫັດຖະກໍາລາວ ​ໄດ້ກ່າວວ່າ: ງານແຂ່ງຂັນຜະ ລິດຕະພັນຫັດຖະກຳດີເດັ່ນປີ
2024 ມີ 2 ຫົວຂໍ້ຄື: "ສິລະປະລາຍນາກ" ຊິງຂັນລາງວັນ ທ່ານລັດຖະ ມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ລາງວັນພິເສດ "ລວດລາຍດອກໄມ້ປະຈໍາທ້ອງຖິ່ນ" ຊີງຂັນລາງວັນ ທ່ານ ນາງ ນາລີ ສີສຸລິດ ເຊິ່ງມີຜະລິດຕະພັນສົ່ງເຂົ້າຄັດເລືອກ ທັງໝົດ 68 ຜະລິດຕະພັນ ແບ່ງເປັນ 2 ສາຍຄື ສິລະປະລາຍນາກ 51 ຜະລິດຕະພັນ ແລະ ລວດລາຍດອກໄມ້ປະຈໍາທ້ອງຖິ່ນ 17 ຜະລິດຕະພັນ.



ຜ່ານການຕັດສິນ ແລະ ໃຫ້ຄະແນນຂອງຄະນະກໍາມະການເຫັນວ່າ ລາງວັນຊະນະເລີດ "ສິລະປະລາຍນາກ" ແມ່ນ ທ່ານ ນາງ ອຸດສາວະດີ ໄຊສະນິດ  ຫັັດຖະກໍາແພງໄໝ
, ທີ 2 ແມ່ນທ່ານ ນາງ ປານີ ຄຸນວິໄລ ສູນຫັດຖະກຳ ອອກພົບຕົກ ແຂວງຫລວງພະບາງ, ທີ 3 ໄດ້ແກ່ ທ່ານນາງ ເພັດ ນອງລາວ  ກຸ່ມຜະລິດຫັດຖະກຳ ຕໍ່າແຜ່ນຊົນເຜົ່າບ້ານ ໃໝ່ຫົວເມືອງ ເມືອງລະມາມ ແຂວງເຊກອງ.




ສ່ວນລາງວັນຊະນະເລີດລາງວັນພິເສດ ລວດລາຍດອກໄມ້ປະຈໍາທ້ອງຖິ່ນແມ່ນ ທ່ານ ນາງ ບົວລອຍ ແປງແສງແກ້ວ ຮ້ານຜະລິດຜ້າຝ້າຍ ຍ້ອມສີທຳມະຊາດ ບ້ານວຽງແກ້ວ ເມືອງຫົງສາ ແຂວງ ໄຊຍະບູລີ
, ສຳລັບ ລາງວັນທີ 1 ໄດ້ຮັບເງິນສົດ 10 ລ້ານກີບ, ພ້ອມຂັນລາງວັນ, ທີ 2 ແມ່ນ 5 ລ້ານກີບພ້ອມຂັນລາງວັນ ແລະ ທີ 3 ແມ່ນ 3 ລ້ານກີບ ພ້ອມຂັນລາງວັນ.

KPL

ຂ່າວອື່ນໆ

    • ລະດົມຄຳເຫັນສ້າງຄວາມເປັນເອກະພາບການນຳໃຊ້ບາງມາດຕາຂອງປະມວນກົດໝາຍອາຍາວັດທະນະທຳ-ສັງຄົມ

      ລະດົມຄຳເຫັນສ້າງຄວາມເປັນເອກະພາບການນຳໃຊ້ບາງມາດຕາຂອງປະມວນກົດໝາຍອາຍາ

      9/21/2026 9:46:10 AM

      ວັນທີ 18 ກັນຍາ 2026 ຜ່ານມາ, ອົງການໄອຍະການປະຊາຊົນສູງສຸດ ຈັດກອງປະຊຸມລະດົມຄຳເຫັນທາງດ້ານນິຕິສາດ ກ່ຽວກັບຄວາມໝາຍ ແລະ ການນຳໃຊ້ບາງບົດບັນຍັດຂອງປະມວນກົດໝາຍອາຍາ ໂດຍສຸມໃສ່ຄຳວ່າ “ຜົວ ຫຼື ເມຍ” ຕາມມາດຕາ 247 ແລະ “ງັດແງະ” ຕາມມາດຕາ 231 ວັກ 2 ຊຶ່ງໃນພາກປະຕິບັດຕົວຈິງ ຍັງມີການເຂົ້າໃຈ ແລະ ນຳໃຊ້ບໍ່ທັນເປັນເອກະພາບກັນ ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ພ້ອມດ້ວຍ ທ່ານສາດສະດາຈານກົດໝາຍອາວຸໂສ, ຜູ້ແທນຈາກອົງການໄອຍະການປະຊາຊົນ, ສານປະຊາຊົນ, ອົງການສືບສວນ-ສອບສວນ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກ.

    • ກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ປິດລົງດ້ວຍຜົນສຳເລັດວັດທະນະທຳ-ສັງຄົມ

      ກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ປິດລົງດ້ວຍຜົນສຳເລັດ

      9/21/2026 9:41:12 AM

      ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ພາຍໃຕ້ຫົວຂໍ້ “ຊຸກຍູ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາ ເພື່ອສ້າງໃຫ້ໂລກນີ້ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ” ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 14-18 ກັນຍາ 2026 ຢູ່ນະຄອນຫຼວງວຽງຈັນ ປິດລົງດ້ວຍຜົນສຳເລັດ ໂດຍມີຄະນະຜູ້ແທນ ຈາກ 91 ປະເທດ, ໃນນັ້ນ 74 ປະເທດພາຄີ ແລະ 17 ປະເທດສັງເກດການ ແລະ ອົງການຈັດຕັ້ງສາກົນຕ່າງໆ ທັງໝົດ 27 ອົງການ ເຂົ້າຮ່ວມ.

    • ກຳລັງ ປກຊ-ປກສ ເຂັ້ມງວດວຽກປ້ອງກັນຮັບໃຊ້ກອງປະຊຸມ 3RC-CCMວັດທະນະທຳ-ສັງຄົມ

      ກຳລັງ ປກຊ-ປກສ ເຂັ້ມງວດວຽກປ້ອງກັນຮັບໃຊ້ກອງປະຊຸມ 3RC-CCM

      9/21/2026 9:34:31 AM

      ເພື່ອປະກອບສ່ວນເຮັດໃຫ້ການດຳເນີນກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ

    • ຫາລືສ້າງແຜນຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ສະບັບທີ 5ວັດທະນະທຳ-ສັງຄົມ

      ຫາລືສ້າງແຜນຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ສະບັບທີ 5

      9/21/2026 9:15:18 AM

      ກົມປ່າໄມ້, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການສ້າງແຜນຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ສະບັບທີ 5 ສຳລັບອຸທິຍານແຫ່ງຊາດ ນາກາຍ-ນ້ຳເທີນ ຂັ້ນສູນກາງ ໃນວັນທີ 15 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ຄຳເຝືອ ສິຣິວົງ ຮອງຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ລາວ-ຫວຽດນາມ ຮ່ວມມືຍົກລະດັບຄວາມຮູ້ດ້ານວິຊາສະເພາະ ໃຫ້ເຈົ້າໜ້າທີ່ພາສີວັດທະນະທຳ-ສັງຄົມ

      ລາວ-ຫວຽດນາມ ຮ່ວມມືຍົກລະດັບຄວາມຮູ້ດ້ານວິຊາສະເພາະ ໃຫ້ເຈົ້າໜ້າທີ່ພາສີ

      9/17/2026 12:52:23 PM

      ກົມພາສີ ກະຊວງການເງິນ ສປປ ລາວ ແລະ ກົມພາສີ ກະຊວງການເງິນ ສສ ຫວຽດນາມ ຈັດຝຶກອົບຮົມໃນຫົວຂໍ້ “ການກຳນົດມູນຄ່າແຈ້ງພາສີ, ການຈັດລະຫັດສິນຄ້າ ແລະ ການກຳນົດແຫຼ່ງກຳເນີດສິນຄ້າ” ໃນວັນທີ 15 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ພຸດທະນິກອນ ເຄນນະວົງ ຮອງຫົວໜ້າກົມພາສີ ກະຊວງການເງິນ ສປປ ລາວ, ມີວິທະຍາກອນຈາກກົມພາສີ ຫວຽດນາມ ນຳໂດຍ ທ່ານ ນາງ ໄມ ທິ ເວີນ ແອງ ຮອງຫົວໜ້າພະແນກຄຸ້ມຄອງພາສີ ແລະ ອາກອນ, ມີສຳມະນາກອນຈາກກົມພາສີ ແລະ ພາສີປະຈຳແຂວງ, ບັນດາດ່ານ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

ads
ads

Top