ເປີດເວັບໄຊ ສະມາຄົມນັກຂ່າວແຫ່ງ ສປປ ລາວ

29/10/2024 14:09
Email Print 1302
ຂປລ ຂປລ. ພິທີເປີດເວັບໄຊ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນ ໃນວັນທີ 29 ຕຸລາ 2024 ໂດຍມີ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ທ່ານ ມາກ ກາຣາເຮີ ເອກອັກຄະລັດຖະທູດແຫ່ງສະຫະພາບ ເອີຣົບ ປະຈຳ ສປປ ລາວ, ມີບັນດາຫົວໜ້າກົມ, ຮອງກົມ, ຕາງໜ້າຈາກກະຊວງ ຖວທ, ກະຊວງການຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈໍາລາວ ເຂົ້າຮ່ວມ.




ຂປລ. ພິທີເປີດເວັບໄຊ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນ ໃນວັນທີ
29 ຕຸລາ 2024 ໂດຍມີ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ທ່ານ ມາກ ກາຣາເຮີ ເອກອັກຄະລັດຖະທູດແຫ່ງສະຫະພາບ ເອີຣົບ ປະຈຳ ສປປ ລາວ, ມີບັນດາຫົວໜ້າກົມ, ຮອງກົມ, ຕາງໜ້າຈາກກະຊວງ ຖວທ, ກະຊວງການຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈໍາລາວ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ສະຫວັນຄອນ ລາຊະມຸນຕີ  ປະທານ ສະມາຄົມນັກຂ່າວແຫ່ງ ສປປ ລາວ ກ່າວວ່າ:  ເວັບໄຊດັ່ງກ່າວ, ແມ່ນຊ່ອງທາງໜຶ່ງຂອງສະມາຄົມ ຈະໄດ້ກະຈ່າຍຂໍ້ມູນຂ່າວສານ, ເຜີຍແຜ່ນິຕິກໍາຕ່າງໆ, ລວມທັງນິຕິກໍາທີ່ກ່ຽວຂ້ອງກັບ ວຽກງານຖະແຫລງຂ່າວສື່ມວນຊົນ, ບັນທຶກການ ເຄື່ອນໄຫວຕ່າງໆຂອງສະມາຄົມ ແລະ ຂອງໂຄງການຢ່າງເປັນລະບົບຄົບຊຸດ. ນອກນັ້ນ, ເວັບໄຊ ຍັງມີຕໍາລາ ກໍຄື ປຶ້ມຄູ່ມືການຮຽນ-ການສອນ ດ້ານຖະແຫລງຂ່າວສື່ມວນຊົນ ແບບໃໝ່ທີ່ທັນສະໄໝ ເປັນຕົ້ນ ວິທີການນໍາໃຊ້ເຄື່ອງມືດີຈິຕອນ ແລະ ນໍາໃຊ້ໂປຣແກຣມ ປັນຍາປະດິດ ມາຊ່ວຍໃນການເຮັດວຽກງານ ເຊິ່ງຈະເປັນປະໂຫຍດຫລາຍ ໃຫ້ແກ່ນັກຂ່າວທັງຮຸ່ນເກົ່າ ແລະ ໃໝ່, ນັກຂ່າວຈາກພາກລັດ ແລະ ພາກເອກະຊົນ ເພາະເປັນປຶ້ມຄູ່ມືຜະລິດຂຶ້ນໃນປີນີ້, ຈາກອາຈານທີ່ມີປະສົບການ ມາຫລາຍສິບປີຈາກຕ່າງປະເທດ ໂດຍສະເພາະ ແມ່ນເລັ່ງໃສ່ໃຫ້ນັກຂ່າວ ມີທັກສະ ແລະ ປະສົມການໃນການຂຽນຂ່າວ, ລາຍງານຂ່າວ, ຂຽນບົດຄວາມແບບສ້າງສັນ ຕໍ່ການພັດທະນາສີຂຽວຍືນຍົງ ຕາມທິດທາງການພັດທະນາຂອງລັດ ຖະບານແຫ່ງ ສປປ ລາວ ກໍຄື ຂອງສາກົນ. ພ້ອມນັ້ນ, ຕໍາລາເຫລົ່ານີ້,  ນອກຈາກນັກຂ່າວ ທີ່ເປັນອາຊີບໄດ້ຮໍ່າຮຽນແລ້ວ ຍັງຈະເປັນບົດຮຽນອັນລໍ້າຄ່າ ໃຫ້ແກ່ຜູ້ບໍລິໂພກສື່ທົ່ວໄປໄດ້ຮຽນຮູ້ ຫລັກການດ້ານວິຊາຊີບສື່ ແລະ ຄວາມຮັບຜິດຮັບຊອບຕໍ່ ການກະຈາຍຂ່າວອອກສູ່ສັງຄົມ, ບໍ່ວ່າຈະເປັນ ສື່ເກົ່າ, ສື່ໃໝ່ ແລະ ສື່ສັງຄົມອອນລາຍທີ່ກໍາລັງ ມີຄວາມນິຍົມບໍລິໂພກຢູ່ໃນປັດຈຸບັນ ແລະ ຜູ້ບໍລິໂພກສື່ທົ່ວໄປ ຍັງສາ ມາດນໍາເອົາຕໍາລາເຫລົ່ານີ້ໄປສິດສອນ ໃຫ້ແກ່ລູກຫລານທີ່ບໍລິໂພກສື່ ໃນແຕ່ລະວັນ ຜ່ານລະບົບອິນເຕີ​ເນັດຢູ່ໂທລະສັບມືຖື ແລະ ອຸປະກອນສື່ສານຕ່າງໆ.




ເວັບໄຊ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ເປີດຂຶ້ນ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ສື່ມວນຊົນ ໂດຍການ ມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວ ໃນ ສປປ ລາວ
(GAMCIL) ຮ່ວມກັບອົງການແຄຣ໌ ນາໆຊາດ ປະຈໍາ ສປປ ລາວ ໂດຍ ການສະໜັບສະໜູນທຶນ ຈາກສະຫະພາບເອີຣົບ (EU) ເຊິ່ງໄດ້ພັດທະນາເວັບໄຊ ຮ່ວມກັບບໍລິສັດ Global Digital Management Solution (GDMS), ໄອທີ ແລະ ຄຣາວເຊີວິດ.

ໂຄງການ GAMCIL  ແມ່ນໂຄງການໜຶ່ງທີ່ໄດ້ເຮັດວຽກກັບ ບັນດາສື່ມວນຊົນ ຂອງລັດ ແລະ ເອກະຊົນ ເພື່ອປັບປຸງທັກສະວິຊາຊີບຂອງນັກຂ່າວລາວ ໂດຍການເພີ່ມຄວາມຮູ້ ທາງດ້ານທີ່ດີຈິຕອນ ແລະ ຄວາມເຂົ້າໃຈກ່ຽວກັບສື່ແບບໃໝ່ ເຊິ່ງຈຸດປະສົງຫລັກຂອງ ໂຄງການເພື່ອແກ້ໄຂ ຊ່ອງວາງທາງ ດ້ານຄວາມຮູ້ທາງສື່ສັງຄົມ, ປັບປຸງການຮູ້ທາງດ້ານສື່ດີຈິຕອນ ແລະ ຫລຸດຜ່ອນຄວາມສ່ຽງຂອງ "ຂ່າວປອມໂດຍການເສີມສ້າງຂີດຄວາມສາມາດ ຂອງນັກຂ່າວລາວຢູ່ ນະຄອນຫລວງວຽງຈັນ, ແຂວງ ຫລວງພະບາງ ແລະ ແຂວງຈຳປາສັກ ເພື່ອເພີ່ມທະວີຄວາມຮັບຮູ້ກ່ຽວກັບ ບັນຫາສີຂຽວ ແລະ ການປ່ຽນແປງດິນຟ້າອາກາດ ໃນພື້ນທີ່ຊົນນະບົດຂອງ ສປປ ລາວ.

ຂ່າວ: ທະນູທອງ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ສປປ ລາວ ຢໍ້າຄືນຄວາມໝາຍໝັ້ນຕໍ່ການປະຕິບັດສົນທິສັນຍາ CCMການເມືອງ

      ສປປ ລາວ ຢໍ້າຄືນຄວາມໝາຍໝັ້ນຕໍ່ການປະຕິບັດສົນທິສັນຍາ CCM

      9/21/2026 9:27:21 AM

      ໃນວາລະດຳເນີນກອງປະຊຸມ ທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ໃນວັນທີ 17 ກັນຍາ 2026 ນີ້ ໄດ້ລົງເລິກຫົວຂໍ້ສໍາຄັນ ໂດຍສະເພາະແມ່ນຫລັກການຄວາມໂປ່ງໃສ, ມາດຕະການຈັດຕັ້ງປະຕິບັດສົນທິສັນຍາ ຂອງບັນດາລັດພາຄີ, ມາດ ຕະການ ການຮັບປະກັນການປະຕິບັດຕາມສົນທິສັນຍາ, ການສະໜັບສະໜູນການຈັດຕັ້ງປະຕິບັດສົນທິສັນຍາ ແລະ ວຽກງານປິ່ນອ້ອມ ອື່ນໆ ທີ່ສະໜັບສະໜູນຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM) ໂດຍການເປັນປະທານຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຮອງະທານ ຜູ້ປະຈໍາການຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ).

    • ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນການເມືອງ

      ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ

      9/21/2026 9:19:19 AM

      ຕອນແລງວັນທີ 16 ກັນຍາ 2026, ທີ່ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ, ສປ ຈີນ, ສະຫາຍ ສະເຫລີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຕິ່ງ ເຊຍສຽງ ກຳມະການປະຈໍາກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໃນໂອກາດນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງເຂົ້າຮ່ວມງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 23 ທີ່ໄດ້ຈັດຂຶ້ນຢູ່ເຂດປົກຄອງຕົນເອງ ເຜົ່າຈວ້າງກວາງຊີ.

    • ຄົ້ນຄວ້າ-ຜ່ານນິຕິກຳ ກ່ຽວກັບການແຂ່ງຂັນ ຮັກຊາດ ແລະ ພັດທະນາການເມືອງ

      ຄົ້ນຄວ້າ-ຜ່ານນິຕິກຳ ກ່ຽວກັບການແຂ່ງຂັນ ຮັກຊາດ ແລະ ພັດທະນາ

      9/21/2026 9:13:20 AM

      ໃນຕອນເຊົ້າວັນທີ 18 ກັນຍາ 2026 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ປະທານຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ໄດ້ເປັນປະທານກອງປະຊຸມຄົ້ນຄວ້າ ແລະ ຜ່ານນິຕິກຳຂອງຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນຮັກຊາດ ແລະ ພັດທະນາ,

    • ລາວ-ຣັດເຊຍ ເຈລະຈາຮ່າງສົນທິສັນຍາ ປົກປ້ອງພົນລະເມືອງຈາກການລະເມີດຄວາມຍຸຕິທຳລະຫວ່າງປະເທດການເມືອງ

      ລາວ-ຣັດເຊຍ ເຈລະຈາຮ່າງສົນທິສັນຍາ ປົກປ້ອງພົນລະເມືອງຈາກການລະເມີດຄວາມຍຸຕິທຳລະຫວ່າງປະເທດ

      9/17/2026 12:59:59 PM

      ປະຕິບັດຕາມການຕົກລົງຂອງລັດຖະບານ ແຫ່ງ ສປປ ລາວ, ໃນວັນທີ 15 ກັນຍາ 2026 ນີ້, ຄະນະຜູ້ແທນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະຜູ້ແທນ ແຫ່ງ ສະຫະພັນ ຣັດເຊຍ ໄດ້ດຳເນີນການເຈລະຈາສອງຝ່າຍ ຜ່ານລະບົບທາງໄກ ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ນະຄອນມົດສະກູ ກ່ຽວກັບຮ່າງສົນທິສັນຍາ ລະຫວ່າງ ສປປ ລາວ ແລະ ສະຫະພັນ ຣັດເຊຍ ວ່າດ້ວຍການປົກປ້ອງພົນລະເມືອງເຊິ່ງກັນ ແລະ ກັນ ຈາກການລະເມີດຄວາມຍຸຕິທຳລະຫວ່າງປະເທດ,

    • ລາວຈະເລັ່ງແກ້ໄຂບັນຫາລະເບີດບໍ່ທັນແຕກ ແລະ ຊ່ວຍເຫລືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງການເມືອງ

      ລາວຈະເລັ່ງແກ້ໄຂບັນຫາລະເບີດບໍ່ທັນແຕກ ແລະ ຊ່ວຍເຫລືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ

      9/17/2026 8:58:00 AM

      ພາຍຫລັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫລາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕ່ໍປະຊາຊົນ ແລະ ການພັດທະນາ ຂອງ ສປປ ລາວ.

ads
ads

Top