ຂປລ
ພາຍຫລັງພະຍາດໂຄວິດຈາງຫາຍ ແລະ ສິ້ນສຸດລົງໃນປີ 2022 ຜ່ານມາເຫັນວ່າບັນຍາກາດດ້ານການຄ້າ,ການລົງທຶນ, ທ່ອງທ່ຽວ, ການຄົມມະນາຄົມຂົນສົ່ງ ແລະ ອື່ນໆໃນບັນດາປະເທດສະມາຊິກ ແມ່ນ້ຳຂອງ-ແແມ່ນ້ຳລ້ານຊ້າງລວມ 6 ປະເທດ(ກຳປູເຈຍ, ສປປ ລາວ, ສສ ມຽນມາ, ໄທ, ຫວຽດນາມ ແລະ ສປ ຈີນ) ມີຄວາມຄຶກຄັກຟົດຟື້ນເປັນເປັນພິເສດ.
*ພາຍຫລັງພະຍາດໂຄວິດຈາງຫາຍ ແລະ ສິ້ນສຸດລົງໃນປີ 2022 ຜ່ານມາເຫັນວ່າບັນຍາກາດດ້ານການຄ້າ,ການລົງທຶນ, ທ່ອງທ່ຽວ, ການຄົມມະນາຄົມຂົນສົ່ງ ແລະ ອື່ນໆໃນບັນດາປະເທດສະມາຊິກ ແມ່ນ້ຳຂອງ-ແແມ່ນ້ຳລ້ານຊ້າງລວມ 6 ປະເທດ(ກຳປູເຈຍ, ສປປ ລາວ, ສສ ມຽນມາ, ໄທ, ຫວຽດນາມ ແລະ ສປ ຈີນ) ມີຄວາມຄຶກຄັກຟົດຟື້ນເປັນເປັນພິເສດ ຂະນະທີ່ ຂອບການຮ່ວມມື ແມ່ນໍ້າຂອງ-ແມນໍ້າລ້ານຊ້າງໄດ້ຍົກລະດັບສູງຂຶ້ນຢ່າງພົ້ນເດັ່ນ ແລະ ມີເປົ້າໝາຍເພື່ອສືບຕໍ່ ຮັກສາສັນຕິພາບ ແລະ ສະຖຽນລະພາບ, ພັດທະນາເປັນປະເທດເພື່ອນບ້ານທີ່ດີ, ດຳເນີນການຮ່ວມມືຢ່າງເປັນຮູບປະທຳ ແລະ ສົ່ງເສີມການພັດທະນາແບບຍືນຍົງ ໃຫ້ມີຜົນປະໂຫຍດຮ່ວມກັນ ແລະ ສ່ອງແສງໃຫ້ເຫັນ ຄວາມມຸ່ງມາດປາດຖະໜາຂອງ ບັນດາປະເທດໃນອານຸພາກພື້ນ.
ດັ່ງທີ່ຮູ້ນໍາກັນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງບໍ່ໄດ້ເປັນພຽງຄໍາວ່າ “ເສັ້ນເລືອດໃຫຍ່ ” ທີ່ຫລໍ່ລ້ຽງປະຊາກອນຫລາຍກວ່າ 300 ລ້ານກວ່າຄົນ ແຕ່ຫາກມີຄວາມສໍາຄັນບໍ່ໜ້ອຍຕໍ່ການຮ່ວມມືອັນເລີກເຊິ່ງໃນການປະກອບສ່ວນຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ,ການແກ້ໄຂຄວາມທຸກຍາກ, ການສ້າງວຽກເຮັດງານທໍາ, ການເຊື່ອມໂຍງເຊື່ອມຈອດ ແລະ ການໄປມາຫາສູ່ກັນຢ່າງໜັກແໜ້ນເພື່ອບັນລຸເປົ້າໝາຍຄວາມຍືນຍົງ.
ຜູ້ຂຽນມີໂອກາດໄດ້ເຂົ້າຮ່ວມກອງປະຊຸມປິ່ນອອ້ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຫລາຍຄັ້ງ ແລະ ໄດ້ສຶກສາຂໍ້ມູນຂ່າວຈາກໜັງສືພິມ,ເວບໄຊ,ສື່ອອນລາຍອື່ນໆທີ່ໜ້າເຊື່ອຖືໄດ້ກັບບາງເນື້ອໃນຍົກໃຫ້ເຫັນວ່າ: ໃນບັດດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງເປັນຂົງເຂດໜຶ່ງທີ່ມີສັນຕິພາບ, ມີຄວາມສະຫງົບ, ມີແຫລ່ງຊັບພະຍາກອນທີ່ອຸດົມສົມບູນ, ມີຄວາມຫລາກດ້ານຮີດຄອງປະເພນີ-ວັດທະນະທໍາອັນດີງາມໂດຍຮ່ວມກັນຢ່າງສັນຕິ ແລະ ມີຄວາມສາມັກຄີກັນເປັນປຶກແຜ່ນ. ນອກຈາກນັ້ນການພັດທະນາພື້ນຖານໂຄງການລ່າງເຊື່ອມໂຍງເຊື່ອມຈອດກັນກໍມີທ່າອ່ຽງຂະຫຍາຍຕົວຢ່າງວ່ອງໄວເມື່ອສົມທຽບກັບຂົງເຂດອື່ນໆໃນໂລກໂດຍສະເພາະຂອບການຮ່ວມມື “ ໜຶ່ງແລວໜຶ່ງເສັ້ນທາງ” ຕິດພັນກັບການພັດທະນາພື້ນຖານໂຄງລ່າງທີ່ມີຄຸນນະພາບສູງທີ່ເຊື່ອມໂຍງເຊື່ອມຈອດກັບພາກພື້ນ-ສາກົນຢ່າງພົ້ນເດັ່ນໃນໂລກ ຕົວຢ່າງ ໂຄງການລົດໄຟລາວ-ຈີນໄດ້ກາຍເປັນໂຄງການຕົວແບບທີ່ດີໃນເວທີສາກົນສາມາດເຊື່ອມໂຍງເຊື່ອມລະຫວ່າງອາຊຽນ,ສປ ຈີນ,ເຂດຕາເວັນອອກ ແລະ ເອີຣົບໄດ້ຢ່າງມີປະສິດທິຜົນສູງ. ພ້ອມດຽວກັນນີ້ກໍສະແດງໃຫ້ເຫັນອີກວ່າ: ຂອບການຮ່ວມມືດ້ານຄ້າ ໃນບັນດາປະເທດສະມາຊິກແມ່ນໍ້າ-ແມ່ນໍ້າລ້ານຊ້າງໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ, ໂດຍມູນຄ່າການຄ້າສອງສົ້ນລະຫວ່າງ ສປ.ຈີນ ກັບ ກໍາປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມບັນລຸເກືອບ 500 ຕື້ໂດລາສະຫະລັດ(ສົກປີ 2022-2023),ສະເລ່ຍເພີ່ມຂຶ້ນ 5% ຕໍ່ປີ.
ໃນວັນທີ 25 ທັນວາ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມຜູ້ນຳຂອບການຮ່ວມມື ແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ (MLC) ຄັ້ງທີ 4 ພາຍໃຕ້ຫົວຂໍ້: ຮ່ວມມືກັນເພື່ອສ້າງ ຄູ່ຮ່ວມຊາຕາກຳ ແລະ ຄວາມທັນສະໄໝ ລະ ຫວ່າງປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (Join Hands on the Building of a Community of Shared Future and Modernization among Mekong-Lancang Countries) ໃນຮູບແບບກອງປະຊຸມທາງໄກ ເຊິ່ງ ທ່ານ ນາຍົກລັດຖະມົນຕີກໍໄດ້ຍົກໃຫ້ເຫັນບາງເນື້ອໃນສໍາຄັນວ່າ: ກອງປະຊຸມຄັ້ງນີ້, ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດ ພາຍໃຕ້ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນໄລຍະ 7 ປີຜ່ານມາ ໂດຍສະເພາະ ໝາກຜົນຂອງການຈັດຕັ້ງຜັນຂະຫຍາຍ ຄວາມໝາຍໝັ້ນຂອງບັນດາ ຖະແຫລງການຂອງ ກອງປະຊຸມຜູ້ນຳ ແມ່ນໍ້າ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນ 3 ຄັ້ງຜ່ານມາ ແລະ ແຜນປະຕິບັດງານ 5 ປີ(2018-2022) ໂດຍຜ່ານບັນດາແຜນງານ ແລະ ໂຄງການ ພາຍໃຕ້ 3 ເສົາຄໍ້າ ແລະ 5 ຂົງເຂດບູລິມະສິດ ຂອງຂອບການຮ່ວມມື ເຊິ່ງໄດ້ຮັບການຈັດຕັ້ງປະຕິບັດ ໃນບັນດາປະເທດ ແມ່ນໍ້າຂອງ ລວມທັງ ສປປ ລາວ ຢ່າງມີປະສິດທິພາບ ເປັນຕົ້ນແມ່ນ ບັນດາໂຄງການທີ່ໄດ້ຮັບການສະໜັບສະໜູນ ຈາກກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ໂຄງການເຫັນຜົນໄວ ໂດຍປະກອບມີ ບັນດາໂຄງການພັດທະນາ ພື້ນຖານໂຄງລ່າງ ແລະ ສ້າງຂີດຄວາມອາດສາມາດ ໃນດ້ານຕ່າງໆ ເພື່ອຮັບປະກັນໃຫ້ແກ່ ການພັດທະນາແບບຍືນຍົງ. ພ້ອມນີ້, ບັນດາຜູ້ນຳກໍໄດ້ຮ່ວມກັນ ວາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍເນັ້ນໃສ່ການຮ່ວມມື ເພື່ອເສີມຂະຫຍາຍການ ເຊື່ອມໂຍງເສດຖະກິດ ແລະ ການເຊື່ອມ ຈອດພາກພື້ນ, ການຫັນເປັນທັນສະໄໝໃນທຸກຂະແໜງການ, ການພັດທະນາແບບຍືນຍົງຕາມທິດສີຂຽວ, ຍົກສູງການຮ່ວມມືດ້ານການທ່ອງທ່ຽວ, ແລກປ່ຽນວັດທະນະທຳ ແລະ ການປ້ອງກັນ-ຮັບມື ກັບສິ່ງທ້າທາຍ ດ້ານຄວາມໝັ້ນຄົງທີ່ບໍ່ ແມ່ນການທະຫານ(Non-traditional Security Challenge). ກອງປະຊຸມ ໄດ້ຮັບຮອງເອົາເອກະສານສຳຄັນ ຈຳນວນ 03 ສະບັບ ຄື: ແຜນປະຕິບັດງານຂອບການຮ່ວມມື MLC ໄລຍະ 5 ປີ (2023-2027); ຖະແຫລງການເນປີດໍຂອງກອງປະຊຸມຜູ້ນຳ MLC ຄັ້ງທີ 4 ແລະ ຖະແຫລງການ ວ່າດ້ວຍຂໍ້ລິເລີ່ມສ້າງແລວ ນະວັດຕະກຳຂອບການຮ່ວມມື MLC ເພື່ອເປັນທິດທາງໃນການຮ່ວມມື ໃຫ້ເປັນຮູບປະທຳຂຶ້ນເທື່ອລະບາດກ້າວໃນຕໍ່ໜ້າ.
ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສະ ແດງຄວາມຊົມເຊີຍຕໍ່ຜົນສຳເລັດ ຂອງການປະຕິບັດໜ້າທີ່ໃນການເປັນປະທານຮ່ວມ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຂອງ ສປ ຈີນ ພ້ອມດຽວກັນ, ກໍໄດ້ສະແດງຄວາມຂອບໃຈ ສປ ຈີນ ທີ່ໄດ້ປະກອບສ່ວນຊ່ວຍເຫລືອດ້ານທຶນຮອນ ຈຳນວນ 300 ລ້ານໂດລາສະຫະລັດ ເຂົ້າໃນກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ລວມທັງ ບັນດາທຶນຝຶກອົບຮົມ ແລະ ທຶນການສຶກສາຈຳນວນຫລາຍ. ສປປ ລາວ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືດັ່ງກ່າວ ແລະ ໄດ້ສະເໜີທັດສະນະ ເພື່ອຮັດແໜ້ນ ແລະ ເພີ່ມທະວີການຮ່ວມມື ເຂົ້າໃນການຮ່ວມກັນສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງ ໃນພາກພື້ນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ຂອບການຮ່ວມມື ແມ່ນໍ້າຂອງ-ແມນໍ້າລ້ານຊ້າງ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 23 ມີນາ 2016 ໂດຍມີປະເທດສະມາຊິກທັງໝົດ 6 ປະເທດ ຄື: ກຳປູເຈຍ, ສປປ ລາວ, ສສ ມຽນມາ, ໄທ, ຫວຽດນາມ ແລະ ສປ ຈີນ ເຊິ່ງມີເປົ້າໝາຍເພື່ອສືບຕໍ່ ຮັກສາສັນຕິພາບ ແລະ ສະຖຽນລະພາບ, ພັດທະນາເປັນປະ ເທດເພື່ອນບ້ານທີ່ດີ, ດຳເນີນການຮ່ວມມືຢ່າງເປັນຮູບປະທຳ ແລະ ສົ່ງເສີມການພັດທະນາແບບຍືນຍົງ ໃຫ້ມີຜົນປະໂຫຍດຮ່ວມກັນ ແລະ ສ່ອງແສງໃຫ້ເຫັນ ຄວາມມຸ່ງມາດປາດຖະໜາຂອງ ບັນດາປະເທດໃນອານຸພາກພື້ນ.
ແຕ່ເຖິງແນວໃດກໍດີ ໃນຫລາຍຊຸມປີຜ່ານມານີ້, ເຂດລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແມ່ນໜຶ່ງໃນເຂດທີ່ໄດ້ຮັບຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດບໍ່ໜ້ອຍ ໃນນັ້ນມັກຜະເຊີນກັບໄພຂົ່ມຂູ່ຈາກໄພແຫ້ງແລ້ງ ແລະ ໄພນ້ຳຖ້ວມ, ເຊິ່ງໄດ້ກະທົບເຖິງຊີວິດການເປັນຢູ່ຂອງປະຊາຊົນ ແລະ ການພັດທະນາເສດຖະກິດທ້ອງຖິ່ນຢ່າງຮ້າຍແຮງ. ສະນັ້ນ, ການຮ່ວມມືເພື່ອປ້ອງກັນໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງໃນທົ່ວເຂດລ້ອງແມ່ນ້ຳລ້າງຊ້າງ-ແມ່ນ້ຳຂອງແມ່ນມີຄວາມສຳຄັນເປັນຢ່າງຍິ່ງ. ປີ 2016, 6 ປະເທດລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ເລີ່ມນຳໃຊ້ກົນ ໄກຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ແລະ ສູນການຮ່ວມມືຊັບພະຍາກອນນ້ຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງກໍໄດ້ຮັບສ້າງຕັ້ງຂຶ້ນ ພາຍ ໃຕ້ກົນໄກດັ່ງກ່າວເມື່ອປີ 2017.
ການຮ່ວມມືຊັບພະຍາກອນນ້ຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຮັບຜົນງານ ຢ່າງພົ້ນ ເດັ່ນໃນຂົງເຂດປ້ອງກັນໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ. ນັບແຕ່ປີ 2017 ເປັນຕົ້ນມາ, ລັດຖະບານຈີນໄດ້ຊ່ວຍເຫລືອປະເທດລຸ່ມແມ່ນ້ຳຂອງປະຕິບັດໂຄງການສາທິດເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນ 50 ກວ່າໂຄງການ, ເຊິ່ງລວມທັງຄວາມປອດໄພດ້ານການສະໜອງນ້ຳຢູ່ຊົນນະບົດ, ການຄຸ້ມຄອງແບບສັງລວມຢູ່ບໍລິເວນນ້ອຍຕາມລຸ່ມແມ່ນ້ຳ, ການຕິດຕາມຄວາມປອດ ໄພເຂື່ອນນ້ຳ, ການອົບຮົມບຸກຄະລາກອນ ແລະອື່ນໆ. ນອກນີ້, 6 ປະເທດສະມາຊິກແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງພວມຮ່ວມກັນປັບປຸງ ເວທີຮ່ວມກັນຊົມ ໃຊ້ຂໍ້ມູນຂ່າວສານຂອງການຮ່ວມມືດ້ານຊັບພະຍາກອນນ້ຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ສົມບູນຂຶ້ນ. ນັບແຕ່ປີ 2002 ເປັນຕົ້ນມາ, ກະຊວງຊັບພະຍາກອນນ້ຳຈີນໄດ້ສະໜອງຂໍ້ມູນຂ່າວສານດ້ານອຸທົກກະສາດໃນໄລຍະນ້ຳມາກສຳລັບລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ແກ່ກອງເລຂາຄະນະກຳ ມາທິການແມ່ນ້ຳຂອງຢ່າງເປັນປະຈຳ, ເລີ່ມແຕ່ເດືອນພະຈິກປີ 2020 ເປັນຕົ້ນມາ ໄດ້ສະໜອງຂໍ້ມູນອຸທົກກະສາດຕະຫລອດປີ.
ໂຄງການເຫລົ່ານີ້ໄດ້ນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະຊາຊົນທ້ອງຖິ່ນ. ໃນນັ້ນ, “ແຜນດຳເນີນງານນ້ຳດື່ມທີ່ສະອາດແມ່ນ້ຳລ້ານຊ້າງແມ່ນ້ຳຂອງ”ໄດ້ສ້າງຈຸດສາທິດ ການ ສະໜອງນ້ຳຢ່າງປອດໄພຢູ່ຊົນນະບົດ 60 ກວ່າແຫ່ງຂອງປະເທດລຸ່ມແມ່ນ້ຳຂອງ, ໄດ້ສະໜອງນ້ຳດື່ມທີ່ປອດໄພໃຫ້ແກ່ປະຊາຊົນທ້ອງຖິ່ນ 1 ໝື່ນກວ່າຄົນ.
ແຕ່ວ່າ, ຍ້ອນໄດ້ຮັບຜົນສະທ້ອນຈາກການລາຍງານ ຂ່າວຂອງບາງສື່ປະເທດຕາເວັນຕົກຕໍ່ການເຄື່ອນໄຫວຂອງຈີນຢູ່ແມ່ນ້ຳລ້ານຊ້າງ, ຈຶ່ງເຮັດໃຫ້ບາງຄົນໃນປະເທດລຸ່ມແມ່ນ້ຳຂອງເກີດມີຄວາມເຂົ້າໃຈຜິດຕໍ່ຈີນໜ້ອຍໜຶ່ງ. ເປັນຕົ້ນແມ່ນມີບາງຂ່າວໄດ້ລາຍງານວ່າ, ຈີນສ້າງເຂື່ອນ ຈະກະທົບເຖິງການເດີນເຮືອ ແລະ ຄຸນນະພາບຂອງນ້ຳ, ຈົນພາໃຫ້ເກີດໄພແຫ້ງແລ້ງ. ໜ່ວຍງານຕິດຕາມວັດແທກເຂື່ອນຕາມລຳແມ່ນ້ຳຂອງທີ່ນຳພາໂດຍສູນສະຕິມຊັນທີ່ເປັນຄັງປັນຍາອາເມຣິກາໄດ້ເປີດເຜີຍຂໍ້ມູນດ້ານອຸທົກກະສາດທີ່ບໍ່ຖືກຕ້ອງຂອງລຸ່ມແມ່ນ້ຳຂອງ, ພາໃຫ້ເກີດ “ບັ້ນຫາງສຽງກ່ຽວກັບນ້ຳ” ທີ່ນຳໄປທາງທີ່ບໍ່ຖືກຕ້ອງກັບຄວາມເປັນຈິງ.
ໃນຄວາມເປັນຈິງແລ້ວ, ເຂື່ອນໄຟຟ້າຕາມລ້ອງແມ່ນ້ຳລ້ານຊ້າງ ຈະບໍ່ໃຊ້ນ້ຳຢ່າງຊະຊາຍ, ແຕ່ເປັນການປັບປະລິມານນ້ຳໄຫຼຕາມສາຍແມ່ນ້ຳຢ່າງຖືກກັບຫຼັກວິທະຍາສາດ. ນັບແຕ່ເຂື່ອນໄຟຟ້າທີ່ກ່ຽວຂ້ອງຂອງຈີນສ້າງຕັ້ງຂຶ້ນ ແລະ ເຮັດວຽກເປັນຕົ້ນມາ, ໄດ້ເສີມຂະຫຍາຍບົດບາດທີ່ “ຊ່ວຍເກັບຮັກສານ້ຳໃນໄລຍະນ້ຳຖ້ວມ ແລະ ປ່ອຍນ້ຳໃນໄລຍະນ້ຳແຫ້ງ” ຢ່າງມີປະສິດທິຜົນ, ເມື່ອເກີດໄພນ້ຳຖ້ວມຈະ ກັກນ້ຳໄວ້ສ່ວນໜຶ່ງໃນອ່າງນ້ຳ,ເມື່ອຮອດລະດູການທີ່ນ້ຳແຫ້ງລົງຈະປ່ອຍນ້ຳລົງສູ່ຍ່ານໃຕ້ໃຫ້ຫຼາຍ, ເຊິ່ງໃນດ້ານໜຶ່ງຈະຫລຸດຜ່ອນຄວາມກົດດັນດ້ານ ການປ້ອງກັນໄພນ້ຳຖ້ວມຂອງເຂດຍ່ານໃຕ້, ອີກດ້ານໜຶ່ງໃນລະດູການຍາມນ້ຳແຫ້ງ ຈະສາມາດຕອບສະໜອງກັບຄວາມຕ້ອງການນຳໃຊ້ນ້ຳຂອງປະຊາຊົນທີ່ອາໄສຢູ່ລຽບຕາມລຳແມ່ນ້ຳ. ພາຍໃຕ້ກໍລະນີພິເສດ ເຊັ່ນ: ການກວດກາສ້ອມແປງເຂື່ອນໄຟຟ້າ ແລະອື່ນໆ, ຝ່າຍຈີນຈະແຈ້ງຂໍ້ມູນການປັບລະດັບນ້ຳຂອງເຂື່ອນໄຟຟ້າຕໍ່ປະເທດຍ່ານໃຕ້ ແລະ ຄະນະກຳມາທິການແມ່ນ້ຳຂອງໂດຍລ່ວງໜ້າ; ໃນກໍລະນີທີ່ຍ່ານໃຕ້ປະສົບໄພນ້ຳຖ້ວມຮ້າຍແຮງ ແລະ ໄພແຫ້ງແລ້ງຢ່າງໜັກໜ່ວງນັ້ນ, ຈີນກໍເຄີຍໃຊ້ມາດຕະການພິເສດເປັນການຊົ່ວຄາວ ເພື່ອຊ່ວຍເຫຼືອບັນເທົາໄພທຳມະຊາດຢູ່ຍ່ານໃຕ້. ມາດຕະການດັ່ງກ່າວໄດ້ຊ່ວຍເພີ່ມລະດັບນ້ຳໃນແມ່ນ້ຳຂອງໃນລະດູການທີ່ນ້ຳແຫ້ງ, ຫຼຸດຜ່ອນຄວາມກົດດັນດ້ານການປ້ອງກັນໄພນ້ຳຖ້ວມໃນໄລຍະນ້ຳຫຼາຍ, ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນໃຫ້ດີຂຶ້ນ.
ການຮ່ວມມືດ້ານເຂື່ອນໄຟຟ້ານ້ຳຕົກຢູ່ລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງກໍໄດ້ສ້າງ ຜົນປະໂຫຍດໃຫ້ກັບປະຊາຊົນຫຼາຍຂຶ້ນ.ການພັດທະນາເສດຖະກິດສັງຄົມຂອງປະເທດລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຕ້ອງການພະລັງງານ ຢ່າງຫຼວງຫຼາຍ,ສ່ວນລາວ, ມຽນມາ, ກຳປູເຈຍ ແລະອື່ນໆກໍມີບັນຫາຂາດແຄນພະລັງງານໃນລະດັບໃດໜຶ່ງ, ການພັດທະນາໄຟຟ້ານ້ຳຕົກຈະສາມາດຫຼຸດຜ່ອນບັນຫາເຫຼົ່ານີ້ຢ່າງຫຼວງຫຼາຍ.
ພວກເຮົາໄດ້ສັງເກດເຫັນວ່າ, ຫວ່າງບໍ່ດົນມານີ້, ໃນສື່ສັງຄົມອອນລາຍໄດ້ກະຈາຍຂ່າວລືທີ່ວ່າ ເຂື່ອນໄຟຟ້າຊຽງຮຸ່ງຂອງຈີນເປີດປະຕູເຂື່ອນຢ່າງຂະໜາດໃຫຍ່ເພື່ອປ່ອຍນ້ຳລົງພາກໃຕ້ ແລະ ໄດ້ສ້າງຜົນກະທົບຕໍ່ປະເທດລາວ. ຜ່ານຈາກການກວດສອບແລ້ວເຫັນວ່າ, ຫວ່າງມໍ່ໆມານີ້, ເຂື່ອນໄຟຟ້າທີ່ກ່ຽວຂ້ອງຂອງຈີນແມ່ນຢູ່ໃນການຄວບຄຸມຢ່າງເປັນປົກກະຕິຕະຫຼອດມາ, ປະລິມານນ້ຳໄຫຼອອກຈາກອ່າງແມ່ນຢູ່ໃນລະດັບທີ່ໝັ້ນທ່ຽງ, ອັນທີ່ເອີ້ນວ່າ ປ່ອຍນ້ຳໃຫ້ຖ້ວມນັ້ນແມ່ນເປັນຂ່າວລື. ຄວາມຈິງຄື, ເມື່ອພິຈາລະນາແລ້ວເຫັນວ່າ ຫວ່າງມໍ່ໆມານີ້, ຢູ່ປະເທດຍ່ານໃຕ້ ເຊິ່ງລວມທັງປະເທດລາວ ມີປະລິມານຝົນຕົກຫຼາຍ ລະດັບນ້ຳສູງຂຶ້ນ, ເຂື່ອນໄຟຟ້າທີ່ກ່ຽວຂ້ອງຂອງຈີນບໍ່ພຽງແຕ່ບໍ່ໄດ້ປ່ອຍນ້ຳລົງຍ່ານໃຕ້ໃຫ້ຫຼາຍເທົ່ານັ້ນ, ແຕ່ຍັງໄດ້ປັບປະລິມານນ້ຳໄຫຼອອກອ່າງໃຫ້ໜ້ອຍລົງເປັນການສະເພາະອີກດ້ວຍ, ເຊິ່ງໜ້ອຍກວ່າໄລຍະດຽວກັນຂອງປີຜ່ານມາຢ່າງຫຼວງຫຼາຍ (ເທົ່າກັບ 30% ຂອງປະລິມານນ້ຳໄຫຼສະເລ່ຍກ່ອນການສ້າງອ່າງນ້ຳ),ໄພນ້ຳຖ້ວມທີ່ເກີດຂຶ້ນຢູ່ລາວໃນຫວ່າງມໍ່ໆ ມານີ້ຕົ້ນຕໍແມ່ນຍ້ອນຝົນຕົກໜັກຢູ່ພາຍໃນດິນແດນປະເທດລາວ.
6 ປະເທດລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເປັນປະຊາຄົມຮ່ວມຊາຕາກຳທີ່ມີສາຍພູສາຍນ້ຳຕິດຈອດກັນ, ການຮ່ວມມືດ້ານຊັບພະຍາກອນນ້ຳລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເປັນພາ ລະກິດແບບ ຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ, ຈີນພວມເພີ່ມທະວີການຍຊົມໃຊ້ຮ່ວມກັນ ແລະ ການຮ່ວມມືດ້ານຂໍ້ມູນ ຊັບພະຍາກອນນ້ຳ,ຍົກຂີດຄວາມສາມາດ ດ້ານການຄຸ້ມຄອງລ້ອງແມ່ນ້ຳແບບສັງລວມ, ຮ່ວມກັນຮັບມືກັບສິ່ງທ້າທາຍຕ່າງໆ ເຊັ່ນ ການປ່ຽນແປງຂອງດິນຟ້າອາກາດ, ໄພນ້ຳຖ້ວມ ແລະ ອື່ນໆ.
ໂດຍ: ເກີດຂວັນໃຈ ມາລີຈັນສີ
KPL