ກໍ່ສ້າງນະຄອນຫລວງຮ່າໂນ້ຍ ໃຫ້ກາຍເປັນນະຄອນເຊື່ອມຕໍ່ທົ່ວໂລກໂດຍໄວ

11/10/2024 14:32
Email Print 525
ຂປລ ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ກ່າວເນັ້ນໜັກວ່າ: ໃນພາລະກິດ ອັນສະຫງ່າ ລາສີຂອງພັກ, ຂອງຊາດ, ນະຄອນຫລວງ ຮ່າໂນ້ຍ ຍາມໃດ ກໍ່ສວມບົດບາດ, ທີ່ຕັ້ງສຳຄັນພິເສດ, ຕິດພັນກັບບັນດາຂີດໝາຍ ຮຸ່ງເຮືອງເຫລືອງເຫລື້ອມ ເຕັມໄປດ້ວຍ ຄວາມເປັນກຽດ, ຄວາມເອກອ້າງ ທະນົງໃຈ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ກ່າວເນັ້ນໜັກວ່າ: ໃນພາລະກິດ ອັນສະຫງ່າ ລາສີຂອງພັກ, ຂອງຊາດ, ນະຄອນຫລວງ ຮ່າໂນ້ຍ ຍາມໃດ ກໍ່ສວມບົດບາດ, ທີ່ຕັ້ງສຳຄັນພິເສດ, ຕິດພັນກັບບັນດາຂີດໝາຍ ຮຸ່ງເຮືອງເຫລືອງເຫລື້ອມ ເຕັມໄປດ້ວຍ ຄວາມເປັນກຽດ, ຄວາມເອກອ້າງ ທະນົງໃຈ.ຈາກນະຄອນ ມີຂອບຂະໜາດ, ເນື້ອທີ່, ພົນລະເມືອງ ຂ້ອນຂ້າງໜ້ອຍ, ພື້ນຖານໂຄງການ ແລະ ເສດຖະກິດຫລ້າຫລັງ, ຖືກສົງຄາມ ທຳລາຍ ຢ່າງໜັກໜ່ວງນັ້ນ, ປະຈຸບັນ, ນະຄອນຫລວງ ຮ່າໂນ້ຍ ໄດ້ກາຍເປັນ ສູນກາງ ການ ເມືອງ-ການບໍລິຫານແຫ່ງຊາດ, ສູນກາງໃຫຍ່ກ່ຽວກັບ ວັດທະນະທຳ, ວິທະຍາສາດ, ການສຶກສາ, ເສດຖະກິດ ແລະ ການເຊື່ອມໂຍງ ເຂົ້າກັບ ສາກົນ; ແມ່ນໜຶ່ງໃນຈຳນວນ 17 ເຂດຕົວເມືອງໃຫຍ່ສຸດຂອງໂລກ. ນະຄອນຫລວງ ຮ່າໂນ້ຍ ມີຄວາມໝັ້ນຄົງ, ປອດໄພ, ເຕັມໄປດ້ວຍພະລັງຊີວິດ ທີ່ດຶງດູດໃຈແຂກທ່ອງທ່ຽວ ຢູ່ພາຍໃນ, ຕ່າງປະເທດ ແລະ ບັນດາ ນັກລົງທຶນສາກົນ. ປະຈຸບັນ, ຮ່າໂນ້ຍ ມີການພົວພັນມິດຕະພາບ, ຮ່ວມມືກັບ ຫລາຍກວ່າ 100 ນະຄອນ, ນະຄອນຫລວງ ຂອງບັນດາປະເທດ, ມີການພົວພັນດ້ານເສດຖະກິດ ການຄ້າກັບເກືອບ 200 ປະເທດ ແລະ ເຂດແຄ້ວນ; ຮ່າໂນ້ຍ ເຂົ້າຮ່ວມ ແລະ ຮັບດຳລົງຕຳແໜ່ງ ສຳຄັນຢູ່ຫລາຍເວທີປາໄສ ສາກົນໃຫຍ່, ປະກອບສ່ວນ ຍົກສູງບົດບາດ, ທີ່ຕັ້ງ, ອິດທິພົນຊື່ສຽງ ຂອງນະຄອນຫລວງ, ຂອງປະເທດຊາດ ບົນເວທີສາກົນ”. ທ່ານ ໂຕເລິມ ເນັ້ນໜັກຕື່ມວ່າ: ດ້ວຍທ່າແຮງ ພາຍຫລັງ ໄລຍະ 40 ປີແຫ່ງການປ່ຽນແປງໃໝ່, ສສ ຫວຽດນາມ ພວມຢືນຕໍ່ໜ້າກາລະໂອກາດ ຄັ້ງປະຫວັດສາດ ເພື່ອນຳປະເທດຊາດ ກ້າວເຂົ້າສູ່ສັງກາດໃໝ່, ສັງກາດບືນຕົວຂຶ້ນຂອງຊາດ. ພາຍຫລັງ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານແຫ່ງ ສສ.ຫວຽດນາມ, ຄະນະກຳມະການ ສູນກາງແນວໂຮມ ປະເທດຊາດ ຫວຽດນາມ ແລະ ນະຄອນ ຮ່າໂນ້ຍ ໄດ້ຈັດພິທີສະເຫລີມ ສະຫລອງ ລະດັບຊາດ 70 ປີແຫ່ງວັນ ປົດປ່ອຍ ນະຄອນຫລວງ (10 ຕຸລາ 1954 – 10 ຕຸລາ 2024) ຂຶ້ນຢ່າງສົມກຽດ ວັນທີ 10 ຕຸລາ ຢູ່ສູນປະຊຸມແຫ່ງຊາດ. ນີ້ແມ່ນເຫດການ ມີຄວາມໝາຍສຳຄັນທີ່ສຸດ ໃນບັນດາການເຄື່ອນໄຫວ ສະເຫລີມ ສະຫລອງ 70 ປີແຫ່ງວັນປົດປ່ອຍ ນະຄອນຫລວງ ຮ່າໂນ້ຍ. ໂດຍມີ ທ່ານໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ທ່ານ ເຈິນແທັງເໝິນ, ປະທານ ສະພາແຫ່ງຊາດ, ການນຳນະຄອນ ຮ່າໂນ້ຍ, ພ້ອມກັບຜູ້ຕາງໜ້ານັກຮຽນຮູ້, ປັນຍາຊົນ, ສາສະໜາ, ປະຊາຊົນ ທຸກຊັ້ນວັນນະ ແລະ ກຳລັງປະກອບອາວຸດນະຄອນຫລວງ ເຂົ້າຮ່ວມ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top