ປະທານປະເທດ ໂອ້ລົມພະນັກງານສະຖານທູດ ແລະ ຄົນເຊື້ອຊາດລາວ ທີ່ດໍາລົງຊີວິດຢູ່ ຝຣັ່ງ

08/10/2024 19:16
Email Print 591
ຂປລ ຂປລ. ໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດຝຣັ່ງໂກໂຟນີ ຄັ້ງທີ 19 ລະຫວ່າງວັນທີ 4 ຕຸລາ 2024, ທີ່ນະຄອນຫລວງປາຣີ ສ ຝຣັ່ງ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໂອ້ລົມພະນັກງານສະຖານທູດ ແລະ ຄົນເຊື້ອຊາດລາວ ທີ່ດໍາລົງຊີວິດຢູ່ ຝຣັ່ງ.



ຂປລ. ໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດຝຣັ່ງໂກໂຟນີ ຄັ້ງທີ 19 ລະຫວ່າງວັນທີ 4 ຕຸລາ 2024, ທີ່ນະຄອນຫລວງປາຣີ ສ ຝຣັ່ງ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໂອ້ລົມພະນັກງານສະຖານທູດ ແລະ ຄົນເຊື້ອຊາດລາວ ທີ່ດໍາລົງຊີວິດຢູ່ ຝຣັ່ງ.

ໃນການໂອ້ລົມຄັ້ງນີ້, ທ່ານປະທານປະເທດ ທອງລຸນ ສີສຸລິດ ໄດ້ແຈ້ງຈຸດປະສົງຂອງການເດີນ ທາງມາເຂົ້າຮ່ວມກອງປະຊຸມສຸດຍອດຝຣັ່ງໂກໂຟນີ ຄັ້ງທີ 19 ເພື່ອສະແດງໃຫ້ເຫັນວ່າ ສປປ ລາວ ຍຶດໝັ້ນຕາມຈຸດປະສົງຂອງອົງການຝຣັ່ງໂກໂຟນີ ຄື: ເພື່ອສົ່ງເສີມຄວາມຫລາກຫລາຍ ດ້ານວັດທະນະທຳ ແລະ ພາສາຝຣັ່ງ, ເພື່ອສົ່ງເສີມສັນຕິພາບ, ປະຊາທິປະໄຕ ແລະ ສິທິມະນຸດ, ເພື່ອສະໜັບສະໜູນການສຶກສາ, ການຄົ້ນຄວ້າ ແລະ ການພັດທະນາໃນຖານະທີ່ ສປປ ລາວ ເປັນ 1 ໃນ 4 ປະເທດຂອງທະວີບອາຊີ ທີ່ເປັນສະມາຊິກສົມບູນ ຂອງອົງການຝຣັ່ງໂກໂຟນີສາກົນ. ພ້ອມນີ້, ທ່ານປະທານປະເທດ ຍັງໄດ້ເລົ່າສະພາບບ້ານເມືອງຂອງລາວ ສູ່ຄົນເຊື້ອຊາດລາວຟັງ ເຊິ່ງໂດຍລວມປະເທດລາວ ຍັງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ຢ່າງໃດກໍຕາມ, ຍ້ອນສະພາບການລະບາດ ຂອງເຊື້ອພະຍາດ ໂຄວິດ-19, ສະພາບເສດຖະກິດໂລກ ມີຄວາມຫຍຸ້ງຍາກ ແລະ ເກີດຄວາມເຄັ່ງຕຶງໃນໂລກ ສົ່ງຜົນກະທົບໜັກໜ່ວງຕໍ່ ສປປ ລາວ ເປັນຕົ້ນເງິນເຟີ້, ເງິນກີບອ່ອນຄ່າ, ຄ່າຄອງຊີບສູງ ແລະ ອື່ນໆ ເຊິ່ງສະພາບດັ່ງກ່າວ ເປັນຄວາມຫຍຸ້ງຍາກຊົ່ວຄາວ, ລັດຖະບານກໍາລັງພະຍາຍາມ ອອກມາດຕະການ, ຫາວິທີແກ້ໄຂ ແລະ ການສະໜັບສະໜູນ ຂອງເພື່ອນມິດສາກົນ, ສປປ ລາວ ຈະສາມາດຜ່ານຜ່າໄປໄດ້ ເພື່ອກ້າວໄປສູ່ການສ້າງພື້ນຖານ ເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຢ່າງແທ້ຈິງ.


          ໂອກາດນີ້, ທ່ານປະທານປະເທດ ຍັງໄດ້ອວຍພອນໃຫ້ຄົນເຊື້ອຊາດລາວ ທີ່ດໍາລົງຊີວິດຢູ່ຝຣັ່ງ ເກືອບ 4 ແສນຄົນ ມີສຸຂະພາບເຂັ້ມແຂງ, ມີຄວາມສາມັກຄີ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ດໍາລົງຊີວິດໃຫ້ຖືກຕ້ອງຕາມລະບຽບກົດໝາຍ ຂອງປະເທດທີ່ຕົນອາໄສຢູ່, ຮັກສາມູນເຊື້ອ ຂອງບັນພະບູລຸດລາວ, ສຶກສາອົບຮົມລູກຫລານ ຄົນຮຸ່ນໃໝ່ໃຫ້ມີຄວາມຮູ້, ຄວາມສາມາດ, ເປັນແບບຢ່າງ ແລະ ມີຊື່ສຽງເດັ່ນຂຶ້ນ ເຊິ່ງຜ່ານມາ, ລູກຫລານຂອງຄົນເຊື້ອຊາດລາວ ທີ່ອາໄສຢູ່ປະເທດຕ່າງໆ ກໍໄດ້ເປັນຕົວແທນທີມຊາດລາວ ເຂົ້າຮ່ວມແຂ່ງຂັນກິລາ ໃນລະດັບຕ່າງໆ ທັງພາກພື້ນ ແລະ ສາກົນ ອັນໄດ້ນໍາເອົາຜົນງານ ແລະ ຊື່ສຽງມາສູ່ປະເທດລາວ. ພ້ອມນີ້, ທ່ານປະທານປະເທດ ຍັງໄດ້ຮຽກຮ້ອງໃຫ້ຄົນເຊື້ອຊາດລາວ ທີ່ອາໄສຢູ່ຝຣັ່ງ ຖ້າມີໂອກາດໃຫ້ກັບໄປຊ່ວຍ ພັດທະນາປະເທດຂອງຕົນເອງ ໃຫ້ຫລາຍເທົ່າທີ່ຈະຫລາຍໄດ້ ແລະ ຫັນໄປລົງທຶນຢູ່ລາວຕື່ມອີກ ເພາະປັດຈຸບັນ, ລັດຖະບານລາວ ກໍາລັງແກ້ໄຂນະໂຍບາຍ ໃຫ້ແກ່ການລົງທຶນ ສໍາລັບຄົນລາວທີ່ອາໄສຢູ່ຕ່າງປະເທດ.

 

ຂ່າວ-ພາບ: ພອນໄຊ

KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນໍາແຂວງເຊກອງການເມືອງ

      ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນໍາແຂວງເຊກອງ

      7/2/2025 12:13:13 PM

      ຂປລ. ​ໃນ​ໂອກາດ​ລົງ​ເຄື່ອນ​ໄຫວ​ ວຽກ​ງານ​ຢູ່​ແຂວງ​ເຊ​ກອງ ​ໃນຕອນບ່າຍວັນທີ 1 ກໍລະກົດ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມ ພະນັກງານການນໍາຫລັກແຫລ່ງ ແຂວງເຊກອງ ແລະ ຊຸກຍູ້ການກະກຽມດຳເນີນ ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ.

    • ເປີດງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນການເມືອງ

      ເປີດງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນ

      7/2/2025 12:05:08 PM

      ຂປລ. ງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນ ປະຈຳປີ 2025 ຈັດຂຶ້ນໃນລະຫວ່າງວັນທີ 1-3 ກໍລະກົດ 2025 ຢູ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ ໂດຍມີຕົວແທນວິສາຫະກິດ ຈາກແຂວງຢຸນນານ ສປ ຈີນ 20 ກວ່າບໍລິສັດ ແລະ ຜູ້ປະກອບການຈາກ ສປປ ລາວ ຈຳນວນໜຶ່ງ ໄດ້ນຳເອົາຜະລິດຕະພັນ ມາຮ່ວມວາງສະແດງ.

    • ຫສນຍ ມອບ-ຮັບ ໜ້າທີ່ຫົວໜ້າກົມ ພາຍຫລັງສຳເລັດການປັບປຸງກົງຈັກການຈັດຕັ້ງການເມືອງ

      ຫສນຍ ມອບ-ຮັບ ໜ້າທີ່ຫົວໜ້າກົມ ພາຍຫລັງສຳເລັດການປັບປຸງກົງຈັກການຈັດຕັ້ງ

      7/2/2025 11:54:47 AM

      ຂປລ. ໃນວັນທີ 30 ມິຖຸນາ 2025 ຜ່ານມານີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ຈັນທະ​ພອນ ແກ້ວ​ມາລາ​ວົງ ຫົວໜ້າບໍລິຫານ, ພິທີການ ແລະ ການເງິນ ຫສນຍ (ຜູ້ເກົ່າ) ແລະ ທ່ານ ນາງ ວິລະ​ສະຕີ ສົມບູນ​ຂັນ ຫົວໜ້າບໍລິຫານງານ, ພິທີການ ແລະ ການເງິນ (ຜູ້ໃໝ່); ທ່ານ ຄົມສັນ ໄຊຍະສານ ຫົວໜ້າກົມນິຕິກໍາ (ຜູ້ເກົ່າ) ແລະ ທ່ານ ປາດຖະໜາ ສຸກອາລຸນ ຮັກສາການຫົວໜ້າກົມນິຕິກໍາ ແລະ ທ່ານ ນາງ ວິລະສະຕີ ສົມບູນຂັນ ຫົວໜ້າກົມປະຊາສໍາພັນ (ຜູ້ເກົ່າ) ແລະ ທ່ານ ຄົມ​ສັນ ໄຊ​ຍະ​ສານ ຫົວໜ້າກົມປະຊາສຳພັນ (ຜູ້ໃໝ່)

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ

      7/2/2025 11:45:14 AM

      ຂປລ. ໃນລະຫວ່າງວັນທີ 30 ມິຖຸນາ ຫາ 03 ກໍລະກົດ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງ ເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍ ການສະໜອງທຶນເພື່ອການພັດທະນາ ຄັ້ງທີ 4 ຢູ່ເມືອງເຊີວີລ, ປະເທດເເອັດສະປາຍ.​

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ads
ads

Top