ຄວາມຮັບຜິດຊອບຂອງຈີນ ໃນການຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງໂລກ

08/10/2024 07:32
Email Print 2289
ຂປລ ນັບຕັ້ງແຕ່ການສະຖາປະນາ ສປ ຈີນ 75 ປີມານີ້, ພາຍໃຕ້ການຊີ້ນຳ-ນຳພາຂອງພັກກອມມູນິດຈີນ, ສປ ຈີນໄດ້ຍຶດໝັ້ນນະໂຍບາຍການຕ່າງປະເທດທີ່ມີສັນຕິພາບ.

          *ນັບຕັ້ງແຕ່ການສະຖາປະນາ ສປ ຈີນ 75 ປີມານີ້, ພາຍໃຕ້ການຊີ້ນຳ-ນຳພາຂອງພັກກອມມູນິດຈີນ, ສປ ຈີນໄດ້ຍຶດໝັ້ນນະໂຍບາຍການຕ່າງປະເທດທີ່ມີສັນຕິພາບ, ເອກະລາດ ແລະ ເປັນເຈົ້າຕົນເອງ, ປົກປັກຮັກສາອະທິປະໄຕ ແລະ ຄວາມໝັ້ນຄົງຂອງຊາດຢ່າງໜັກແໜ້ນ, ປົກປັກຮັກສາຄວາມຍຸຕິທຳຂອງໂລກ, ຈີນນັບມື້ນັບກ້າວເຂົ້າໃກ້ຈຸດໃຈກາງຂອງເວທີສາກົນ, ສືບຕໍ່ປະກອບສ່ວນອັນໃໝ່ ແລະ ໃຫຍ່ຫລວງກວ່າເກົ່າເຂົ້າໃນພາລະກິດອັນສູງສົ່ງຂອງສັນຕິພາບ ແລະ ການພັດທະນາຂອງມະນຸດ.

            ຊຸກຍູ້ການກໍ່ສ້າງປະຊາຄົມຮ່ວມຊະຕາກຳຂອງມວນມະນຸດ ແລະ ປະກອບສ່ວນເຂົ້າໃນຄວາມກ້າວໜ້າຂອງໂລກດ້ວຍການຕອບສະໜອງແບບແຜນທີ່ສອດຄ່ອງເຫມາະສົມຂອງຈີນ. ເມື່ອ 70 ປີກ່ອນ, 5 ຫລັກການຢູ່ຮ່ວມກັນໂດຍສັນຕິໄດ້ຖືກປະ ກາດໃຊ້ຢ່າງເປັນທາງການ, ກາຍເປັນຂໍ້ລິເລີ່ມອັນໃຫຍ່ຫລວງໃນປະຫວັດສາດຂອງການພົວພັນສາກົນກ້າວເຂົ້າສູ່ຍຸກໃໝ່, ຈີນໄດ້ ສະເໜີແບບແຜນຂອງຈີນ ໃນການສ້າງປະຊາຄົມ​​ຮ່ວມຊະຕາກຳຂອງ​​ມວນມະນຸດ, ໄດ້ຊຸກຍູ້ໃຫ້ໂລກກ້າວໄປສູ່ອະນາຄົດທີ່ສົດໃສແຫ່ງສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ, ແລະ ໄດ້ຮັບການຍອມຮັບ ແລະ ການສະໜັບສະໜູນຈາກປະຊາຄົມໂລກຢ່າງ ກວ້າງຂວາງ. ສືບຕໍ່ຊູກຍູ້ການກໍ່ ສ້າງປະຊາຄົມຮ່ວມຊະຕາກຳຈີນ-ອາຊຽນ​​, ທ່າທີລວມຂອງການພົວພັນລະຫວ່າງຈີນ-ອາຟຣິກ ກາ ໄດ້ຮັບການຍົກລະດັບເປັນປະຊາຄົມຮ່ວມຊະຕາກຳຈີນ-ອາຟຣິກກາໃນຍຸກໃໝ່.

            ບັນດາຄູ່ຮ່ວມຊະຕາກຳ ຈີນ-ອາຟການິສຖານ, ຈີນ-ປະເທດໝູ່ເກາະປາຊີຟິກ ແລະ ອື່ນໆໄດ້ ມີການກ້າວໜ້າຢ່າງວ່ອງໄວ. ປັດຈຸບັນ, ການສ້າງປະຊາຄົມຮ່ວມຊະຕາກຳຂອງມວນມະນຸດນັບມື້ນັບມີຄວາມສຳຄັນຫລາຍຂຶ້ນ ດ້ວຍການປະຕິບັດຮ່ວມກັນຂອງຫລາຍປະເທດ ແລະ ພາກພື້ນ, ກຳລັງແຮງການປະຕິບັດຂໍ້ລິເລີ່ມຂອງຈີນ ໃນຂອບເຂດທົ່ວໂລກນັບມື້ນັບປະກົດຜົນຢ່າງຕັ້ງໜ້າພ້ອມດຽວກັນນີ້ ຊຸກຍູ້ການກໍ່ສ້າງສາຍພົວພັນສາກົນແບບໃໝ່ ແລະ ຂະຫຍາຍການພົວພັນຄູ່ຮ່ວມມືທີ່ສະເໝີພາບໃນທົ່ວໂລກ. ການກ້າວເຂົ້າສູ່ຍຸກໃໝ່, ຈີນພວມຊຸກຍູ້ການສ້າງການພົວພັນລະຫວ່າງປະເທດແບບໃໝ່ທີ່ມີຄວາມເຄົາລົບເຊິ່ງກັນ ແລະ ກັນ, ຄວາມຍຸຕິທຳ, ແລະ ໄດ້ຜົນປະໂຫຍດຮ່ວມກັນ. ໃນໄລຍະໃໝ່, ຈີນສືບຕໍ່ປັບປຸງຮູບແບບການທູດໂດຍລວມ, ຊຸກຍູ້ການປະສານງານ ແລະ ການພົວພັນທາງບວກລະຫວ່າງບັນດາປະເທດມະຫາອຳນາດ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອແລະມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນກັບບັນດາປະເທດອ້ອມຂ້າງ, ປົກປັກຮັກສາຜົນປະໂຫຍດຮ່ວມກັນຂອງປະເທດທີ່ກຳລັງພັດທະນາ, ອິດທິພົນ ແລະ ຂອບເຂດປະເທດເພື່ອນມິດກໍນັບມື້ນັບກວ້າງອອກ.

            ຕະຫລອດ 75 ປີທີ່ຜ່ານມາ, ນັບແຕ່ກອງປະຊຸມເຈນີວາ ແລະ ກອງປະຊຸມບັນດຸງໄດ້ກ້າວຂື້ນສູ່ເວທີສາກົນ, ຈົນເຖິງການໄດ້ ຮັບບ່ອນນັ່ງ ທີ່ຖືກຕ້ອງຕາມກົດໝາຍຂອງສະຫະປະຊາຊາດ; ນັບແຕ່ການຊຸກຍູ້ການສ້າງຕັ້ງອົງການຮ່ວມມືຊຽງໄຮ, ຈົນເປັນເຈົ້າພາບທາງການທູດທີ່ ສຳຄັນເຊັ່ນ: ກອງປະຊຸມສຸດຍອດຂອງກຸ່ມຈີ 20 (G20) ທີ່ນະຄອນຫາງໂຈ່ວ ແລະ ເວທີປຶກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ”, ສິດທິການສົນທະນາສາກົນຂອງຈີນ ໄດ້ຮັບການຍົກລະດັບຢ່າງ ຮອບດ້ານ, ການທູດຂອງຈີນໄດ້ສ້າງຜົນງານໃໝ່ໃຫ້ແກ່ຍຸກສະໄໝຢ່າງບໍ່ຢຸດຢັ້ງ.

            ການປະຕິບັດຫລາຍຂໍ້ລິເລີ່ມໃນທົ່ວໂລກ ແລະ ປະກອບສ່ວນ ກຳລັງແຮງຂອງຈີນເຂົ້າໃນການພັດທະນາສັນຕິພາບຂອງມວນມະນຸດ. ນັບແຕ່ທ່ານ ສີ ຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ ໄດ້ສະເໜີຂໍ້ລິເລີ່ມໃຫຍ່ກ່ຽວກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃນປີ 2013 ເປັນຕົ້ນມາ, ມີ 150 ກວ່າປະເທດ ແລະ ຫລາຍກວ່າ 30 ອົງການຈັດຕັ້ງສາກົນໄດ້ລົງນາມຮ່ວມກັນ ກັບ ສປ ຈີນ ໃນເອກະສານການຮ່ວມມືໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” 230 ກວ່າເອກະສານ ເຊິ່ງໄດ້ນຳ​​ມາເຊິ່ງຜົນປະໂຫຍດລວມອັນໃຫຍ່ຫລວງທີ່ສຸດໃນການພັດທະນາຂອງບັນດາປະເທດໃນໂລກ. ການພັດທະນາແມ່ນຫົວຂໍ້ອັນຖາວອນຂອງສັງຄົມມະນຸດ, ຄວາມປອດໄພແມ່ນພື້ນຖານ ແລະ ເງື່ອນໄຂເບື້ອງຕົ້ນສໍາລັບການພັດທະນາ.

            ເປັນເວລາ 70 ກວ່າປີມານີ້ ຈີນໄດ້ເປັນຜູ້ປົກປ້ອງສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກຕະຫລອດມາ, ໃນປີ 2022, ຈີນໄດ້ສະເໜີຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ເພື່ອຕອບໂຕ້ສິ່ງທ້າ ທາຍດ້ານຄວາມໝັ້ນຄົງສາກົນທີ່ເກີດຂື້ນ. “ການໄກເກ່ຍການຈັບມືກັນເພື່ອສັນຕິພາບ” ລະຫວ່າງປະເທດຊາອູດິອາຣະເບີຍ ແລະ ອີຣ່ານ, ຊຸກຍູ້ການປອງດອງກັນດ້ານປະຫວັດສາຂອງກຸ່ມຕ່າງໆພາຍໃນປະແລັດສະຕີນ, ແລະ ສົ່ງເສີມການແກ້ໄຂວິກິດທາງດ້ານການເມືອງຂອງອູແກຣນ ແລະ ອື່ນໆ, ໄດ້ສະແດງ ໃຫ້ເຫັນເຖິງຄວາມຮັບຜິດຊອບຂອງຈີນທີ່ເປັນປະເທດຮ່ວມມືໃນວົງຄະນະຍາດກົນໂດຍມີຄວາມຮັບຜິດຊອບຕໍ່ການຟື້ນຟູປະເທດຊາດ ແລະ ການພັດທະນາຂອງມວນມະນຸດ. ພາຍໃຕ້ການຊີ້ນຳ-ນຳພາຂອງແນວຄິດການທູດຂອງ ທ່ານ ສີ ຈິ້ນຜິງ ປະທານປະເທດ ສປ ຈີນ ແລະ ໂລກຈະເຊື່ອມຈອດເຊື່ອມໂຍງເຂົ້າກັນ ແລະ ບັນລຸຜົນສຳເລັດຂອງກັນ ແລະ ກັນ, ແລະ ຈະມີການປະກອບສ່ວນອັນໃໝ່ ແລະ ໃຫຍ່ຫລວງກວ່າເກົ່າເຂົ້າໃນການຊຸກຍູ້​​ພາລະກິດການພັດທະນາສັນຕິພາບຂອງມວນມະນຸດ ແລະ ຊຸກຍູ້ການສ້າງປະຊາຄົມຮ່ວມຊະຕາກຳຂອງມວນມະນຸດ.

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top