ຂປລ
ທ່ານ ໂຕເລີມ,ເລຂາ ທິການໃຫຍ່, ປະທານ ປະເທດ ຫວຽດນາມ ແລະ ທ່ານ Ukhnaagiin Khurelsukh ປະທານາທິບໍດີ ມົງໂກນ ໄດ້ດຳເນີນ ການເຈລະຈາ ແລະ ໄດ້ອອກ ຖະແຫລງການ ຍົກລະດັບ ການພົວພັນ ຫວຽດນາມ-ມົງໂກນ ຂຶ້ນເປັນການພົວພັນ ຄູ່ຮ່ວມມື ຮອບດ້ານ
![](https://cms.kpl.gov.la/Media/Upload/News/Hot/2024/10/01/27-tongbithuchutichnuoctolam_anh1_zoek.jpg)
ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ໃນຂອບເຂດ ການຢ້ຽມຢາມ ມົງໂກນ, ເມື່ອບໍ່ດົນມານີ້ ທ່ານ ໂຕເລີມ,ເລຂາ ທິການໃຫຍ່, ປະທານ ປະເທດ ຫວຽດນາມ ແລະ ທ່ານ Ukhnaagiin Khurelsukh ປະທານາທິບໍດີ ມົງໂກນ ໄດ້ດຳເນີນ ການເຈລະຈາ ແລະ ໄດ້ອອກ ຖະແຫລງການ ຍົກລະດັບ ການພົວພັນ ຫວຽດນາມ-ມົງໂກນ ຂຶ້ນເປັນການພົວພັນ ຄູ່ຮ່ວມມື ຮອບດ້ານ.ຫລັງຈາກ ການນຳສອງປະເທດ ມີຄວາມພໍໃຈຕໍ່ ການພັດທະນາ ຢ່າງແທດຈິງ ແລະ ມີປະສິດທິຜົນ ຂອງສາຍພົວພັນ ມິດຕະພາບ ທີ່ເປັນມູນເຊື້ອ ລະຫວ່າງ ສສ ຫວຽດນາມ ແລະ ມົງໂກນ. ບົນພື້ນຖານ ບັນດາຜົນງານ ທີ່ບັນລຸໄດ້ ໃນການພົວພັນ 2 ຝ່າຍ ແລະ ຄວາມເຊື່ອໝັ້ນ ໃນອະນາຄົດ, ການນຳສອງປະເທດ ໄດ້ພ້ອມກັນ ຖະແຫລງ ປະກາດ ສ້າງຕັ້ງ ການພົວພັນ ຄູ່ຮ່ວມມື ຮອບດ້ານ ຫວຽດນາມ - ມົງໂກນ, ເປີດໄລຍະໃໝ່ ໃນການພົວພັນ ລະຫວ່າງ ສອງປະເທດ ໃນໄລຍະຈະມາເຖິງ.ນອກນີ້ ຍັງໄດ້ປຶກສາຫາລື ແລະ ບັນລຸໄດ້ ລະດັບ ຄວາມຮັບຮູ້ ກ່ຽວກັບ ທິດທາງສະເພາະ ເພື່ອຜັນຂະຫຍາຍ ປະຕິບັດບັນດາ ຂໍ້ຕົກລົງ ຮ່ວມມືຂອງ ການນຳ ຂັ້ນສູງ, ໃນນັ້ນ ການຮ່ວມມືດ້ານ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແມ່ນເສົາຄ້ຳ; ເຫັນດີ ເພີ່ມທະວີ ການພົບປະແລກປ່ຽນ ແລະ ການພົວພັນກັບ ຄະນະຜູ້ແທນ ຂັ້ນສູງ ແລະ ທຸກຂັ້ນ; ຜັນຂະຫຍາຍ ບັນດາກົນໄກຮ່ວມມື ແລະ ການສົນທະນາ ທີ່ມີຢູ່ແລ້ວ; ຊຸກຍູ້ ການຮ່ວມມື ທາງການທູດ, ຄວາມໝັ້ນຄົງ ແລະ ຕຸລາການ; ສືບຕໍ່ຮ່ວມມື ແລະ ເຂົ້າຮ່ວມ ບັນດາການເຄື່ອນໄຫວ ຮັກສາ ສັນຕິພາບຂອງ ສະຫະ ປະຊາຊາດ ແລະ ການຮ່ວມມື ດ້ານອື່ນໆອີກ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL