ພິໄອເອັມ ມອບທຶນໃຫ້ນັກສຶກສາລາວ 60 ທຶນຕໍ່ປີ ເພື່ອຮຽນຕໍ່ໃນປະເທດໄທ

18/09/2024 08:35
Email Print 178
ຂປລ ສະຖາບັນການສຶກສາປັນຍາພິວັດ (PIM) ເປັນໜຶ່ງໃນສະຖາບັນການສຶກສາທີ່ໄດ້ຮັບຄວາມນິຍົມ ແລະ ມີຊື່ສຽງໂດ່ງດັງ ອັນດັບແຖວໜ້າໃນພາກພື້ນອາຊຽນ ແລະ ສາກົນ.

*ສະຖາບັນການສຶກສາປັນຍາພິວັດ (PIM) ເປັນໜຶ່ງໃນສະຖາບັນການສຶກສາທີ່ໄດ້ຮັບຄວາມນິຍົມ ແລະ ມີຊື່ສຽງໂດ່ງດັງ ອັນດັບແຖວໜ້າໃນພາກພື້ນອາຊຽນ ແລະ ສາກົນ ພາຍໃຕ້ຫລັກສູດມາດຕະຖານສາກົນທີ່ມີຄຸນນະພາບສູງໂດຍຢັ້ງຢືນໃຫ້ເຫັນວ່າ ມີນັກສຶກສາລາວຈໍານວນບໍ່ໜ້ອຍສໍາເລັດຈາກສະຖາບັນແຫ່ງນີ້ ມີຄຸນນະພາບຈິງ, ໄດ້ອາຊີບວ່ອງໄວ ແລະ ມີເງິນເດືອນດີ ຂະນະທີ່ສະຖາບັນປັນຍາພິວັດດັ່ງກ່າວ ໄດ້ປະກາດວ່າຕົນເອງໄດ້ໃຫ້ທຶນການສຶກສາແກ່ປະຊາຊົນລາວ 60 ທຶນຕໍ່ປີ. ໃນນັ້ນ, ເລີ່ມແຕ່ປີ 2019 ມີນັກ ສຶກສາລາວໄດ້ສໍາເລັດການສຶກສາຈາກສະຖາບັນດັ່ງກ່າວປະກອບມີປະລິນຍາຕີ 176 ຄົນ, ປະລິນຍາໂທ 10 ຄົນ, ຖ້າທ່ານໃດມີຄວາມສົນໃຈ ຢາກສະໝັກຂໍທຶນໄປຮຽນຕໍ່ຢູ່ສະຖາບັນແຫ່ງນີ້ ເຊີນເຂົ້າໄປເບິ່ງລາຍລະອຽດຕາມເວັບໄຊ ( www.pim. ac.th).

ດັ່ງທີ່ຮູ້ນໍາກັນ, ສະຖາບັນ ປັນຍາພິວັດ (PIM) ແມ່ນນອນໃນເຄືອບໍລິສັດ ຊີພີ ອໍລ໌ ຈໍາກັດ ມະຫາຊົນ (CP ALL) ແຫ່ງຣາຊອານາຈັກໄທ ໂດຍທຶນການສຶກສາຂອງບໍລິສັດ ຊີພີ ອໍລ໌ ນີ້ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ຕອບແທນສັງຄົມ, ຊ່ວຍເຫລືອສົ່ງເສີມການພັດທະນາການສຶກສາລາວ, ສ້າງບຸກຄະລາກອນລາວໃຫ້ມີຄຸນນະພາບເທົ່າທຽມສາກົນ ແລະ ສາມາດແຂ່ງຂັນກັບນາໆຊາດໄດ້ຢ່າງແທ້ຈິງ. ດັ່ງທີ່ທ່ານ ນາງ ກີຕ້າ ສິລິປັນຍາ(KITAR SILIPANYA HR OFFICER) ບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດໄດ້ໃຫ້ສໍາພາດວ່າຊີວິດ ເລີ່ມຈາກເດັກນ້ອຍທີ່ມີໂອກາດການສຶກສາຂ້ອນຂ້າງໜ້ອຍຢູ່ເຂດນອກເມືອງ ໃນເມືອງນາຊາຍທອງ, ນະຄອນຫລວງວຽງຈັນ, ເມື່ອຈົບການສຶກສາມັດທະຍາຍົມຕອນປາຍ ແລະ ໄດ້ຮັບທຶນການສຶກສາຈາກບໍລິສັດ ຊີພີ ອໍລ໌ ໄປຮຽນຕໍ່ລະດັບປະລິນຍາຕີ, ຄະນະບໍລິຫານທຸລະກິດ, ສາຂາຈັດການທຸລະກິດ-ການຄ້າສະໄໝໃໝ່ໃນປະເທດໄທ ເຊິ່ງເປັນຜູ້ໜຶ່ງທີ່ໄດ້ສໍາເລັດການສຶກສາ ແລະ ໄດ້ຮັບກຽດນິຍົມອັນດັບທີ 1 ໄດ້ເຊິ່ງກ່ອນໜ້ານັ້ນ ບໍ່ຄິດບໍ່ຝັນວ່າຈະໄດ້ຮັບທຶນ ແລະ ໄດ້ໄປຮຽນຢູ່ຕ່າງປະເທດ ເບື້ອງຕົ້ນກໍໄດ້ຮຽນຢູ່ບ້ານເຮົາ ຕາມພາສາຊາວບ້ານ, ຕໍ່ມາໄດ້ເຫັນເພີ່ນປະກາດສະໝັກທຶນຮຽນຕໍ່ຢູ່ໄທເລີຍຕັດສິນໃຈລອງສະໝັກ ແລະ ບັງເອີນໄດ້ຮັບທຶນມາຮຽນຢູ່ສະຖາບັນປັນຍາພິວັດ (PIM) ນີ້ ແລະ ຍອມຮັບວ່າລະບົບການສຶກສາມີຄວາມແຕກຕ່າງຫລາຍ ໂດຍສະເພາະຫລັກສູດການສຶກສາເປັນສາກົນ, ສະຖານທີ່ຮຽນເປັນອາຄານຮຽນໃຫຍ່ ຫລາຍ, ອຸປະກອນການຮຽນ - ການ ສອນຄົບຊຸດທັນສະໄໝ, ຄູອາຈານ ທັງພາຍໃນ - ຕ່າງປະເທດລ້ວນ ແຕ່ມີຄົນເກັ່ງໆ, ມີວິໄນ-ມີລະບຽບ ແບບແຜນສໍາລັບການຮຽນ-ການສອນຄົບຊຸດ, ຮຽນໄປນໍາເຮັດວຽກຕົວຈິງໄປນໍາ. ພ້ອມດຽວກັນນັ້ນ, ໃນໄລຍະເວລາສຶກສາຮໍ່າຮຽນຢູ່ ທີ່ນີ້ກໍໄດ້ຮັບເງິນເດືອນທຸກເດືອນບໍ່ຕໍ່າກວ່າ 5 ພັນບາດຕໍ່ເດືອນ ຫລື ຫລາຍກວ່ານັ້ນຂຶ້ນກັບລະດັບການ ສຶກສາ, ໃນໄລຍະການລົງໄປຝຶກ ງານຕາມຮ້ານສະດວກຊື້ຕ່າງໆກໍ ໄດ້ຮັບເງິນເດືອນອີກເປັນປົກກະຕິ ເຊິ່ງເປັນແຮງດຶງດູດ ແລະ ຈູງໃຈ ຫລາຍເຮັດໃຫ້ເຮົາມີຄວາມກະຕື ລືລົ້ນຢາກເຮັດແຕ່ວຽກ ແລະ ມີ ຄວາມຮັບຜິດຊອບສູງ. ນາງ ນິຊາ ຂັນຕິສຸກ, ອາຍຸ 21 ປີ ນັກສຶກສາປີທີ 3, ຄະນະບໍລິຫານທຸລະກິດ ສາຂາ ຈັດການທຸລະກິດຄ້າປີກ (ຍ່ອຍ) ສະໄໝໃໝ່, ລະດັບປະລິນຍາຕີບອກ ວ່າສິ່ງທໍາອິດຂໍສະແດງຄວາມຂອບ ໃຈ ແລະ ຮູ້ບຸນຄຸນຕໍ່ຄະນະນໍາຂອງ ບໍລິສັດ ຊີພີ ອໍລ໌ ຈໍາກັດມະຫາຊົນ (CP ALL) ແຫ່ງຣາຊອານາຈັກ ໄທໄດ້ມອບໂອກາດດີໆ ແລະ ທຶນ ການສຶກສາໃຫ້ຕົນເອງ ເຊິ່ງເຮັດໃຫ້ ຂ້າພະເຈົ້າເອງຈາກເດັກບ້ານນອກ ໄດ້ກ້າວຂາເຂົ້າມາສຶກສາຮໍ່າຮຽນຢູ່ສະຖາບັນປັນຍາພິວັດ (PIM) ນີ້.

ຖ້າເວົ້າຢ້ອນເວລາກັບຄືນອະດີດ ຜ່ານມາເປັນ ຄົນບໍ່ກ້າປາກເວົ້າ ແລະ ບໍ່ກ້າສະແດງອອກຕໍ່ໜ້າມວນຊົນແຕ່ ໄດ້ມາຮຽນທີ່ນີ້ແລ້ວຍອມຮັບຈາກ ໃຈວ່າເພີ່ນໄດ້ຫລໍ່ຫລອມຄົນໃຫ້ເກັ່ງ ແທ້ໆດ້ວຍຄວາມຮູ້, ຄວາມສາມາດ ແລະ ທັກສະການສ້າງອາຊີບແນ່ ນອນ ເຊິ່ງກຸ້ມຄ່າທີ່ໄດ້ຮຽນນອກ ຈາກນັ້ນເລື່ອງການໃຫ້ສະຫວັດດີ ການ ແລະ ການເບິ່ງແຍງຊີວິດການ ເປັນຢູ່ຂອງນັກຮຽນກໍດີຫລາຍບໍ່ມີທີ່ ຕິເລີຍ ຕົວຢ່າງ ຄ່າອຸປະກອນການ ຮຽນ, ເງິນເດືອນກໍໄດ້ 5 ພັນບາດຕໍ່ ເດືອນ, ລົງໄປຝຶກງານຕາມສາຂາ ຮ້ານສະດວກຊື້ 7-Eleven ຕ່າງໆ ເພີ່ນກໍຄິດໄລ່ເງິນເດືອນໃຫ້ອີກ 10 ພັນບາດຕໍ່ເດືອນ. ສະຫລຸບແລ້ວມີແຕ່ ສິ່ງດຶງດູດ ແລະ ເຮັດໃຫ້ເຮົາມີກໍາລັງ ໃຈຮຽນ, ມີກໍາລັງເຮັດວຽກຢ່າງບໍ່ ຮູ້ອິດບໍ່ເມື່ອຍ. ຖ້າຫາກວ່າເຮົາຮຽນ ຈົບຈາກສະຖາບັນດັ່ງກ່າວແລ້ວ ເພີ່ນກໍບໍ່ໄດ້ບັງຄັບວ່າຈະຕ້ອງເຮັດ ວຽກໃຫ້ໃນເຄືອຊີພີຢ່າງດຽວ ແຕ່ ຂຶ້ນກັບນັກສຶກສາເອງເປັນຜູ້ເລືອກ ເນື່ອງຈາກວ່າສະຖາບັນປັນຍາພິ ວັດ(PIM) ເປັນບ່ອນຝຶກຜົນຫລໍ່ ຫລອມ ແລະ ພັດທະນາບຸກຄະລາ ກອນໃຫ້ມີຄຸນນະພາບຮັບໃຊ້ສັງຄົມ ແລະ ເກີດຜົນປະໂຫຍດສູງສຸດຕໍ່ ສ່ວນລວມ. ສະເພາະນ້ອງເອງຖ້າ ຈົບຢູ່ນີ້ແລ້ວຖ້າບໍ່ມີທຶນເຮັດທຸລະກິດ ເປັນຂອງຕົນເອງຈະສືບຕໍ່ສະໝັກ ເຮັດວຽກນໍາເພີ່ນເລີຍໂດຍສະເພາະ ຢູ່ຮ້ານສະດວກ 7-Eleven ຫລື ເຄືອຂ່າຍທຸລະກິດປິ່ນອ້ອມຂອງເພິ່ນ ໂດຍເຊື່ອໝັ້ນວ່າໃນເຄືອບໍລິສັດຂອງ ເພິ່ນໄດ້ຮັບເງິນເດືອນດີ, ສະຫວັດດີ ການດີ ແລະ ມີການຍົກລະດັບຄວາມ ຮູ້ໃຫ້ພະນັກງານຕະຫລອດເວລາ. ສ່ວນ ທ້າວ ຄໍາປັນ ສີລາເພັດ, ອາຍຸ 20 ປີ, ເດີນທາງມາຈາກພາກໃຕ້ ຂອງ ສປປ ລາວ, ເມືອງໂຂງ ແຂວງ ຈໍາປາສັກ ບອກວ່າເຖິງແມ່ນນ້ອງ ຫາກໍມາຮຽນຢູ່ສະຖານບັນນີ້ພຽງ 1 ປີກວ່າກໍຮູ້ສຶກໄດ້ເຖິງການຕ້ອນ ຮັບທີ່ມີຄວາມອົບອຸ່ນ, ເປັນກັນເອງ ແລະ ເບິ່ງແຍງໄດ້ດີຫລາຍ.

ສະນັ້ນ, ການຮຽນຢູ່ທີ່ນີ້ບໍ່ໜ້າ ເບື່ອແລະ ຕື່ນເຕັ້ນຕະຫລອດເພາະຄູ ອາຈານເປັນມືອາຊີບລະດັບສາກົນ ແທ້ໆເພາະການຮຽນ-ການສອນ ເພິ່ນເນັ້ນທິດສະດີ ແລະ ຕົວຈິງຄວບ ຄູ່ກັນ ຖ້າເຮົາຂັດຂ້ອງໃນການຮຽນ ຈະມີອາຈານມານັ່ງຄຽງຂ້າງໃຫ້ ຄໍາແນະນໍາ ແລະ ບອກສອນຢ່າງ ໃກ້ຊິດ ດັ່ງທີ່ຮູ້ປະເທດໄທເປັນບ້ານ ໃກ້ເຮືອນຄຽງມີພາສາປາກເວົ້າ ແລະ ຮີດຄອງປະເພນີວັດທະນະທໍາ ຄ້າຍຄືກັນ ເຊິ່ງການດໍາລົງຊີວິດຂອງຄົນລາວກໍຄ້າຍກັບຄົນໄທຄື ກັນບໍ່ແຕກຕ່າງຫຍັງ ນອກຈາກນັ້ນ ຄົນໄທກໍຮັກນັກສຶກສາລາວ ແລະ ຊ່ວຍເຫລືອກັນຢ່າງໃກ້ຊິດ. ໃນອະ ນາຄົດ ຖ້າມີພີ່ນ້ອງຖາມເລື່ອງໄປ ຮຽນຕໍ່ຢູ່ຕ່າງປະເທດນັ້ນນ້ອງຈະ ແນະນໍາໃຫ້ມາຮຽນທີ່ນີ້ ເພາະສະ ຖາບັນປັນຍາພິວັດ (PIM) ດີທີ່ສຸດ ນ້ອງເວົ້າແບບນີ້ກໍບໍ່ໝາຍວ່າຍົກ ຍ້ອງບ່ອນຮຽນ ແຕ່ເປັນຄວາມຈິງ ສໍາຜັດໄດ້ຕົວຈິງ. ທ່ານ ໄຊໂຣດ ທິວັດໝັ້ນຈະເລີນ ຮອງກໍາມະການ ຜູ້ຈັດການອາວຸໂສຂອງບໍລິສັດ ຊີ ພີອໍລ໌ ຈໍາກັດ (ມະຫາຊົນ) ໃຫ້ສໍາ ພາດວ່າ: ການເຂົ້າມາດໍາເນີນທຸລະ ກິດໃນ ສປປ ລາວ ເປັນການຕັດສິນ ໃຈທີ່ຖືກຕ້ອງແລ້ວ ແລະ ສອດຄ່ອງ ກັບແນວທາງນະໂຍບາຍຂອງພັກ[1]ລັດຖະບານລາວ, ສອງລັດຖະບານ ລະຫວ່າງລາວ-ໄທຢ່າງແທ້ຈິງຄື, ພວກເຮົາເຂົ້າມາດໍາເນີນທຸລະກິດ ຮ້ານສະດວກຊື້ 7-Eleven ແລະ ທຸລະກິດປິ່ນອອ້ມຢູ່ ສປປ ລາວ ນັ້ນ ໄດ້ຖືເອົາຜົນປະໂຫຍດ 3 ຢ່າງຄວບ ຄູ່ກັນຄື: ລັດໄດ້, ບໍລິສັດໄດ້ ແລະ ປະຊາຊົນໄດ້. ພວກເຮົາຈະບໍ່ຖິ້ມໃຜ ໄວ້ຢູ່ເບື້ອງຫລັງ. ອ່ານຕໍ່ສະບັບໜ້າ...

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ກອງປະຊຸມເຈົ້າຄອງນະຄອນຫລວງ ອາຊຽນ ປິດລົງດ້ວຍຜົນສຳເລັດຢ່າງຈົບງາມອາຊຽນ ASEAN

      ກອງປະຊຸມເຈົ້າຄອງນະຄອນຫລວງ ອາຊຽນ ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

      9/19/2024 3:09:26 PM

      ຂປລ. ກອງປະຊຸມເຈົ້າຄອງນະຄອນຫລວງອາຊຽນ (MGMAC), ກອງປະຊຸມເວທີເຈົ້ານະ ຄອນ ອາຊຽນ (AMF) ແລະ ກອງປະຊຸມເຄືອຂ່າຍບັນດາ ນະຄອນອາຊີຕາເວັນອອກສ່ຽງໃຕ້ ຂອງສະມາຄົມບັນດາເຈົ້າຄອງນະຄອນທີ່ນໍາໃຊ້ພາສາຝຣັ່ງ ທີ່ໄດ້ດຳເນີນມາແຕ່ວັນທີ 17-19 ກັນຍາ 2024 ໄດ້ປິດລົງດ້ວຍຜົນ ສຳເລັດຢ່າງຈົບງາມ ໃນວັນທີ 19 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ມີຄະນະແທນນະຄອນຫລວງອາຊຽນ ແລະ ນະຄອນອາຊຽນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ລາວ-ຣັດເຊຍ ທົບທວນຄືນຜົນການຮ່ວມມືດ້ານເສດຖະກິດອາຊຽນ ASEAN

      ລາວ-ຣັດເຊຍ ທົບທວນຄືນຜົນການຮ່ວມມືດ້ານເສດຖະກິດ

      9/19/2024 2:47:45 PM

      ຂປລ. ໃນວັນທີ 19 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພ້ອມຄະນະ ໄດ້ພົບປະກັບ ທ່ານ ວາດີເມຍ ຣີເຊບ ຮອງລັດຖະມົນຕີ ກະຊວງພັດທະນາເສດຖະກິດ, ສະຫະພັນຣັດເຊຍ ພ້ອມຄະນະ ໃນໂອກາດເດີນທາງ ມາຮ່ວມກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ-ສ ຣັດເຊຍ ຄັ້ງທີ 13 ກໍຄື ກອງປະຊຸມປິ່ນອ້ອມຂອງ ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 56 ທີ່ ສປປ ລາວ ເປັນເຈົ້າພາບ.

    • ບັນດາເຈົ້ານະຄອງອາຊຽນ ຫາລື ແລກປ່ຽນບົດຮຽນຫລາຍບັນຫາສຳຄັນອາຊຽນ ASEAN

      ບັນດາເຈົ້ານະຄອງອາຊຽນ ຫາລື ແລກປ່ຽນບົດຮຽນຫລາຍບັນຫາສຳຄັນ

      9/19/2024 2:32:40 PM

      ຂປລ. ກອງປະຊຸມເວທີ ເຈົ້ານະຄອງອາຊຽນ ຈັດຂຶ້ນໃນຕອນເຊົ້າວັນທີ 19 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ເພື່ອພ້ອມກັນປະຕິບັດ ນະໂຍບາຍການເຊື້ອມໂຍງອາຊຽນ ໃນພາກທ້ອງຖິ່ນຂອງອາຊຽນ, ປຶກສາຫາລື, ແລກປ່ຽນບົດຮຽນ ລະຫວ່າງນະຄອນນຳກັນ. ທັງນີ້, ກໍເພື່ອນຳເອົາຜົນປະໂຫຍດ ໂດຍກົງໃຫ້ບັນດາ ນະຄອນອາຊຽນ

    • ອາຊຽນ-ອີຢູ ແລກປ່ຽນທັດສະນະ ການ ພັດທະນາເສດຖະກິດໃນພາກພື້ນ-ສາກົນອາຊຽນ ASEAN

      ອາຊຽນ-ອີຢູ ແລກປ່ຽນທັດສະນະ ການ ພັດທະນາເສດຖະກິດໃນພາກພື້ນ-ສາກົນ

      9/19/2024 2:25:59 PM

      ຂປລ. ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຄະນະກໍາມາທິການການຄ້າ ແຫ່ງສະຫະພາບເອີຣົບ (EU) ຄັ້ງທີ 20 ຈັດຂຶ້ນໃນວັນທີ 19 ກັນຍາ 2024, ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ນາງ ມາເລຍ ມາຕິນ ພຣັດ (Maria Martin-Prat) ຮອງປະທານຜູ້ບໍລິຫານ ຂອງຄະນະກໍາມາທິການການຄ້າ ແຫ່ງສະຫະພາບເອີຣົບ, ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍ​ແລັດສະເຕ ແລະ ຫົວໜ້າຄະນະຜູ້ແທນປະເທດສະມາຊິກອາຊຽນ ເຂົ້າຮ່ວມ.

    • ສືບຕໍ່ຮ່ວມກັນເຮັດໃຫ້ພາກພື້ນ  CLMV ເປັນສູນກາງດ້ານເສດຖະກິດທີ່ຍືນຍົງ ໃນປີ 2030ອາຊຽນ ASEAN

      ສືບຕໍ່ຮ່ວມກັນເຮັດໃຫ້ພາກພື້ນ CLMV ເປັນສູນກາງດ້ານເສດຖະກິດທີ່ຍືນຍົງ ໃນປີ 2030

      9/19/2024 1:56:37 PM

      ຂປລ. ກອງປະຊຸມລັດຖະມົນຕີເສດຖະກິດປະເທດ ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 16 ຈັດຂຶ້ນໃນວັນທີ 18 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ, ມີທ່ານ ຈາມ ນິມຸນ (Cham Nimul) ລັດຖະມົນຕີ ກະຊວງການຄ້າ ປະເທດ ກໍາປູເຈຍ, ທ່ານ ກັນ ຊໍ (Kan Zaw) ລັດຖະມົນຕີກະຊວງລົງທຶນ ແລະ ຮ່ວມມືເສດຖະກິດສາກົນ ປະເທດ ມຽນມາ, ທ່ານ ຫງວຽນ ຊິນ ເຍິດ ເຕິນ (Nguyen Sinh Nhat Tan), ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສສ ຫວຽດນາມ ແລະ ທ່ານ ກາວ ກິມ ຮຸນ (Kao Kim Hourn) ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະຜູ້ແທນເຂົ້າຮ່ວມ.

ads
ads

Top