ປະລິມານຂົນສົ່ງສິນຄ້າສາກົນຜ່ານລົດໄຟຈີນ-ລາວ ບຸກທະລຸ 10 ລ້ານໂຕນ

17/09/2024 21:29
Email Print 169
ຂປລ ລົດໄຟແຊ່ເຢັນສາກົນ ທີ່ບັນທຸກຜັກສົດ ແລະ ໝາກໄມ້ສົດ ເປັນຕົ້ນ ຂະບວນໜຶ່ງ ໄດ້ອອກເດີນທາງຈາກສະຖານີ ບໍ່ຫານຂອງເສັ້ນທາງລົດໄຟຈີນ-ລາວ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ປະລິມານຂົນສົ່ງສິນຄ້າ ສາກົນ ຜ່ານລົດໄຟຈີນ-ລາວ ໄດ້ບຸກທະລຸ 10 ລ້ານໂຕນແລ້ວ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 16 ກັນຍານີ້,  ລົດໄຟແຊ່ເຢັນສາກົນ ທີ່ບັນທຸກຜັກສົດ ແລະ ໝາກໄມ້ສົດ ເປັນຕົ້ນ ຂະບວນໜຶ່ງ ໄດ້ອອກເດີນທາງຈາກສະຖານີ ບໍ່ຫານຂອງເສັ້ນທາງລົດໄຟຈີນ-ລາວ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ປະລິມານຂົນສົ່ງສິນຄ້າ ສາກົນ ຜ່ານລົດໄຟຈີນ-ລາວ ໄດ້ບຸກທະລຸ 10 ລ້ານໂຕນແລ້ວ.ນັບມາຮອດປັດຈຸບັນນີ້, ການຂົນສົ່ງສິນຄ້າຂ້າມຊາດ ຜ່ານລົດໄຟຈີນ-ລາວ ໄດ້ປົກຄຸມ 12 ປະເທດ ທີ່ຮ່ວມກັນສ້າງໜຶ່ງແລວ ໜຶ່ງເສັ້ນທາງ” ເຊັ່ນ: ສປປ ລາວ, ໄທ, ສສ ຫວຽດນາມ, ມຽນມາ ແລະ ປະເທດອື່ນໆ  ພ້ອມດ້ວຍ ຕົວເມືອງຕົ້ນຕໍ ພາຍໃນຈີນ,  ສິນຄ້າທີ່ຂົນສົ່ງຂ້າມຊາດ ເພີ່ມຂຶ້ນຮອດ 2900 ກວ່າປະເພດ, ລົດໄຟ ທີ່ເປີດບໍລິການ ສະເລ່ຍຕໍ່ວັນ ໄດ້ເພີ່ມຂຶ້ນຮອດ 17 ຖ້ຽວ. ເວລາຂົນສົ່ງສິນຄ້າຈາກ ສປປ ລາວ ແລະ ໄທ ເປັນຕົ້ນ ໄປຮອດ ເອີຣົບ ຜ່ານລົດໄຟໂດຍກົງ ໄດ້ຫຍໍ້ເປັນ 15 ວັນ, ຖານະບົດບາດ ຂອງຊ່ອງທາງໃຫຍ່ ສາກົນ ໄດ້ນັບມື້ ນັບຊັດເຈນຂຶ້ນຕື່ມ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top