ໂລກ ຊຸກຍູ້ການນຳໃຊ້ພະລັງງານນິວເຄລຍ ເພື່ອຈຸດປະສົງສັນຕິພາບ

17/09/2024 21:27
Email Print 162
ຂປລ ກອງປະຊຸມສະມັດຊາໃຫຍ່ ອົງການ ພະລັງງານ ປະລະມານູສາກົນ (IAEA) ຄັ້ງທີ 68 ໄດ້ຈັດຂຶ້ນ ລະຫວ່າງ ວັນທີ 16-20 ກັນຍານີ້ ຢູ່ປະເທດໂອຕຣິດ ເນັ້ນໃສ່ ບຸລິມະສິດ ໃນການປຶກສາຫາລື ກ່ຽວກັບ ການຊຸກຍູ້ ການນຳໃຊ້ ນິວເຄລຍ ເພື່ອຈຸດປະສົງສັນຕິພາບ ແລະ ພັດທະນາ, ໃນສະພາບການ ຍັງມີບັນດາຄວາມວິຕົກ ກັງວົນຕໍ່ ບັນຫາຄວາມປອດໄພດ້ານນິວເຄລຍ ແລະ ຄວາມສ່ຽງ ແຜ່ຂະຫຍາຍ ອາວຸດນິວເຄລຍໃນໂລກ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກອງປະຊຸມສະມັດຊາໃຫຍ່ ອົງການ ພະລັງງານ ປະລະມານູສາກົນ (IAEA) ຄັ້ງທີ 68 ໄດ້ຈັດຂຶ້ນ ລະຫວ່າງ ວັນທີ 16-20 ກັນຍານີ້ ຢູ່ປະເທດໂອຕຣິດ ເນັ້ນໃສ່ ບຸລິມະສິດ ໃນການປຶກສາຫາລື ກ່ຽວກັບ ການຊຸກຍູ້ ການນຳໃຊ້ ນິວເຄລຍ ເພື່ອຈຸດປະສົງສັນຕິພາບ ແລະ ພັດທະນາ, ໃນສະພາບການ ຍັງມີບັນດາຄວາມວິຕົກ ກັງວົນຕໍ່ ບັນຫາຄວາມປອດໄພດ້ານນິວເຄລຍ ແລະ ຄວາມສ່ຽງ ແຜ່ຂະຫຍາຍ ອາວຸດນິວເຄລຍໃນໂລກ.ກອງປະຊຸມປະຈຳປີ ທີ່ສຳຄັນທີ່ສຸດ ຂອງອົງການ IAEA, ກອງປະຊຸມສະມັດຊາໃຫຍ່ IAEA ປີ 2024 ນີ້ ໄດ້ເຕົ້າໂຮມ ເຈົ້າໜ້າທີ່ຂັ້ນສູງ ທີ່ຕາງໜ້າຈາກ 178 ປະເທດ ສະມາຊິກ ຂອງອົງການນີ້, ປຶກສາຫາລື ກ່ຽວກັບບັນດາຫົວຂໍ້ ທີ່ກ່ຽວຂ້ອງເຖິງວິທະຍາສາດ, ເຕັກໂນໂລຢີ, ການໝູນໃຊ້ນິວເຄລຍ ກໍຄື ບັນດາໄພນາບຂູ່ ເຖິງຄວາມປອດໄພ ນິວເຄລຍ ໃນໂລກ.ບຸລິມະສິດຊຸກຍູ້ ການໝູນໃຊ້ ພະລັງງານນິວເຄລຍ ຂອງອົງການ IAEA ເພື່ອຈຸດປະສົງສັນຕິພາບ. ຈາກນັ້ນ ທ່ານ ຣາເຟລ ກຣໍຊີ(Rafael Grossi) ຜູ້ອຳນວຍການໃຫຍ່ ອົງການ IAEA ປະກາດ ແຜນການເຄື່ອນໄຫວໃໝ່ ສຳລັບ ຂໍ້ລິເລີ່ມ Atoms4Food (ນິວເຄລຍ ສຳລັບ ສະບຽງ ອາຫານ), ໂດຍອົງການ IAEA ແລະ ອົງການອາຫານ ແລະ ການກະເສດ ສປຊ FAO  ສົມທົບກັນຜັນຂະຫຍາຍແຕ່ປີ 2023. ຕາມຂໍ້ລິເລີ່ມນີ້, ອົງການ IAEA ໄດ້ໜູນຊ່ວຍອົງການ FAO ແລະ ບັນດາຄູ່ຮ່ວມມືໃນວຽກງານພະລັງງານນຳໃຊ້ນິວເຄລຍ ເຂົ້າໃນການໃຊ້ລັງສີອາຫານ, ຂ້າສັດຕູພືດ, ເກັບຮັກສາອາຫານ, ຄົ້ນຄວ້າບັນດາເຕັກໂນໂລຊີ ປັບປຸງຄຸນນະພາບ ຂອງດິນປູກຝັງ ແລະ ປັບປຸງລະດູການ. ຈາກນັ້ນ ກໍ່ຍົກສູງປະລິມານ ອາຫານ ໃນທົ່ວໂລກ, ຕອບສະໜອງ ໄດ້ບັນດາສິ່ງທ້າທາຍ ເຊິ່ງການປ່ຽນແປງ ຂອງດິນຟ້າ ອາກາດ ກໍ່ຂຶ້ນສຳລັບ ຂົງເຂດກະສິກຳນີ້ ໄດ້ເປັນຢ່າງດີ. ບຸລິມະສິດໃຫຍ່ຕໍ່ ໄປຂອງອົງການ IAEA ແມ່ນເພີ່ມການນຳໃຊ້ນິວເຄລຍ ໃນການບົ່ງມະຕິພະຍາດ ແລະ ປິ່ນປົວໂລກມະເຮັງ. ຢູ່ນອກ ກອງປະຊຸມສຸດຍອດ ສະຫະພັນ ອາຟຣິກາ ເດືອນ ກຸມພາ 2022, ອົງການ IAEA ພ້ອມກັບອົງການອະນາໄມໂລກ (WHO) ປະກາດຂໍ້ລິເລີ່ມທີ່ມີຊື່ວ່າບັນດາແຫລ່ງຄວາມຫວັງ”, ສຸມໃສ່ ການຊ່ວຍເຫລືອ ບັນດາປະເທດ ທີ່ພວມກໍ່ສ້າງສູນປິ່ນປົວ ພະຍາດມະເຮັງ ດ້ວຍການໃຊ້ລັງສີ. ນັບແຕ່ເມື່ອຂໍ້ລິເລີ່ມດັ່ງກ່າວ ໄດ້ຮັບການຜັນຂະຫຍາຍ, ມີ 86 ປະເທດ ຕິດຕໍ່ຫາຄວາມຊ່ວຍເຫລືອ ນຳອົງການ IAEA ແລະ ບັນດາໂຄງການໜູນຊ່ວຍ ເຫລົ່ານັ້ນ ໄດ້ດຳເນີນຢູ່ 30 ປະເທດແລ້ວ. ຍ້ອນບັນດາຄວາມມານະພະຍາຍາມນີ້, ປະຊາຊົນນັບລ້ານຄົນໃນໂລກ ໄດ້ຮັບການບົ່ງມະຕິພະຍາດ ແລະ ປິ່ນປົວມະເຮັງ ໂດຍໄວ, ໃນນັ້ນ, ພາຍໃນພຽງ 5 ວັນ ດຳເນີນກອງປະຊຸມສະມັດຊາໃຫຍ່ IAEA ຊຸດທີ 68, ຄາດວ່າ ໃນທົ່ວໂລກ ຈະມີປະຊາຊົນ 200.000 ຄົນ ໄດ້ຮັບການກວດພົບ ພະຍາດມະເຮັງ ໃນໄລຍະໄວ. ທ່ານ ຜູ້ອຳນວຍການໃຫຍ່ອົງການ IAEA ໃຫ້ຮູ້ວ່າ:ຂໍ້ລິເລີ່ມບັນດາແຫລ່ງຄວາມຫວັງ” ເຊິ່ງອົງການ IAEA ໄດ້ສົມທົບກັບອົງການ WHO ຜັນຂະຫຍາຍ, ພວມໜູນຊ່ວຍບັນດາປະເທດໃນທົ່ວໂລກ, ພິເສດແມ່ນບັນດາປະເທດມີລາຍຮັບປານກາງ ແລະ ລາຍຮັບຕ່ຳ. ການໜູນຊ່ວຍຂອງອົງການ IAEA ໄດ້ດຳເນີນຜ່ານການສະໜອງເຄື່ອງອຸປະກອນ, ບຳລຸງສ້າງ ແລະ ບາງເທື່ອຍັງສ້າງສູນປິ່ນປົວມະເຮັງ ອີກດ້ວຍ.”ໄປຄຽງຄູ່ຂົງເຂດສະບຽງອາຫານ ແລະ ສາທາລະນະສຸກແລ້ວ, ພະລັງງານ ກໍແມ່ນບຸລິມະສິດໜຶ່ງອີກຂອງອົງການ IAEA. ໃນບົດລາຍງານທີ່ມີຊື່ວ່າ “ຄາດຄະເນພະລັງງານ, ໄຟຟ້າ ແລະ ພະລັງງານນິວເຄຼຍ ໃນໄລຍະຮອດປີ 2050”, ທີ່ໄດ້ປະກາດໃນມື້ ໄຂກອງປະຊຸມ ສະມັດຊາໃຫຍ່ ຄັ້ງທີ 68, ອົງການ IAEA ຄາດຄະເນວ່າ ຮອດປີ 2050, ພະລັງງານນິວເຄລຍ ຈະເຕີບໂຕຢ່າງແຮງໃນທົ່ວໂລກ ແລະ ກຳລັງແຮງຂອງໄຟຟ້ານິວເຄລຍ ໃນທົ່ວໂລກ ອາດຈະບັນລຸ 950 ກິກາວັດ (GW) ໃນປີ 2050, ສູງກວ່າທົບ 2,5 ເທົ່າເມືີ່ອທຽບໃສ່ປີກາຍ. ຂະນະທີ່ ພະລັງງານນິວເຄລຍ ໄດ້ຮັບການຮັບຮອງວ່າ ເປັນແຫລ່ງພະລັງງານສະອາດ, ປອດໄພ ແລະ ນັບມື້ນັບມີຫລາຍປະເທດ ມີແຜນການກໍ່ສ້າງບັນດາ SMRs ເພື່ອພັດທະນາເສດຖຖະກິດ, ພ້ອມທັງຫລຸດຜ່ອນ ການປ່ອຍອາຍພິດ ກາກບອນ ອີກດ້ວຍ.ໄປຄຽງຄູ່ກັບ ບັນດາການປຶກສາຫາລື ກ່ຽວກັບ ການຊຸກຍູ້ ການໝູນໃຊ້ ນິວເຄລຍ ເພື່ອຈຸດປະສົງສັນຕິພາບ ແລະ ພັດທະນາ, ມີອີກຫົວຂໍ້ໜຶ່ງກໍດຶງດູດ ຄວາມສົນໃຈ ຈາກບັນດາຜູ້ແທນ ໃນກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 68 ຂອງ ອົງການ IAEA ນັ້ນແມ່ນ ບັນດາຄວາມສ່ຽງດ້ານຄວາມປອດໄພນິວເຄລຍໃນໂລກ, ໃນສະພາບການ ທີ່ການປະທະກັນ ແລະ ຄວາມເຄັ່ງຕຶງພູມີສາດ ການເມືອງ ເພີ່ມຂຶ້ນຢູ່ຫລາຍພາກພື້ນ. ຜູ້ນຳໜ້າອົງການ IAEA ຢັ້ງຢືນວ່າ ບໍ່ວ່າໃນກໍລະນີໃດ, ບັນດາໂຮງງານໄຟຟ້ານິວເຄລຍ ກໍຕ້ອງໄດ້ຮັບການປ້ອງກັນ ຈາກບັນດາບັ້ນບຸກໂຈມຕີ, ພ້ອມທັງ ຮຽກຮ້ອງປະຊາຄົມສາກົນ ໜູນຊ່ວຍ ອົງການ IAEA ປະຕິບັດໜ້າທີ່ ຮັບປະກັນ ຄວາມປອດໄພ ໃຫ້ແກ່ບັນດາຮາກຖານດັ່ງກ່າວ.ກ່ຽວຂ້ອງເຖິງໂຄງການນິວເຄລຍ ອີຣານ, ຜູ້ນຳໜ້າອົງການ IAEA ໃຫ້ຮູ້ວ່າ ຢາກເຊື່ອມຕໍ່ການປຶກສາຫາລືກັບ ທ່ານ Masoud Pezeshkian ປະທານາທິບໍດີຄົນໃໝ່ ຂອງ ອີຣານ, ຄືນໃໝ່, ກ່ອນເດືອນພະຈິກປີ 2024 ນີ້, ດ້ວຍຄວາມຫວັງ ສາມາດດຳເນີນ ການປຶກສາຫາລືນິວເຄລຍ P5+1 ຄືນໃໝ່ ກ່ອນທີ່ ຈະມີບັນດາການປ່ຽນແປງ ໃນເວທີການເມືອງ ອາເມລິກາ.ສຳລັບ ໂຄງການນິວເຄລຍຂອງ ອີຣານ ແມ່ນເພື່ອຈຸດປະສົງ ສັນຕິພາບ. ຍັງມີບັນດາສິ່ງທ້າທາຍຢູ່ຕໍ່ໜ້າ ແຕ່ບໍ່ແມ່ນສິ່ງທີ່ບໍ່ສາມາດຜ່ານຜ່າໄດ້”.ໃນເຫດການໜຶ່ງທີ່ກ່ຽວຂ້ອງເຖິງ ບັນຫາຈຳກັດ ການແຜ່ຂະຫຍາຍ ອາວຸດນິວເຄລຍ ແລະ ຫລຸດຜ່ອນ ຄວາມເຄັ່ງຕຶງ ດ້ານພູມີສາດການເມືອງ ຢູ່ພາກພື້ນ ຕາເວັນອອກກາງ, ອົງການ IAEA ກໍໃກ້ຈະສຳເລັດ ການປຶກສາຫາລືກັບ ອາຣັບບີ ຊະອຸດິ ກ່ຽວກັບເລື່ອງ ຈະປະຕິບັດກົນໄກ ຕິດຕາມ ກວດກາ ບັນດາຮາກຖານນິວເຄລຍ ຢູ່ປະເທດນີ້ ເປັນປະຈຳ ແລະ ຮອບດ້ານ ນັບແຕ່ທ້າຍປີນີ້. ນີ້ໄດ້ຮັບຖືວ່າ ແມ່ນບາດກ້າວເດີນທີ່ຕັ້ງໜ້າ ໃນສະພາບການ ມີບາງຄວາມວິຕົກກັງວົນ ກ່ຽວກັບເລື່ອງ ບັນດາປະເທດ ເປັນປໍລະປັກ ຢູ່ຕາເວັນອອກກາງ ເດີນຕາມບັນດາ ໂຄງການນິວເຄລຍສະເພາະຕ່າງຫາກ ເພື່ອຈຸດປະສົງ ປອດສັນຕິພາບ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top