ຍອດຜູ້ເສຍຊີວິດຈາກນໍ້າຖ້ວມໃນ ມຽນມາ ເພີ່ມຂຶ້ນເປັນ 200 ກວ່າຄົນ

17/09/2024 14:34
Email Print 135
ຂປລ ສະຖານີໂທລະພາບ ແຫ່ງຊາດ ມຽນມາ (ເອັມອາຣທີວາ) ລາຍງານວ່າ: ຍອດຜູ້ເສຍຊີວິດ ຈາກອຸທົກກະໄພ ຄັ້ງໃຫຍ່ ໃນປະເທດ ທີ່ເປັນຜົນມາຈາກ ອິດທິພົນ ພາຍຸ ຢາກິ ເພີ່ມຂຶ້ນຢ່າງໜ້ອຍ 226 ຄົນ ແລະ ສູນຫາຍຢ່າງໜ້ອຍ 77 ຄົນ.

ຂປລ.ສຳນັກຂ່າວ ຕ່າງປະເທດ, ວັນທີ 17 ກັນຍາ, ສະຖານີໂທລະພາບ ແຫ່ງຊາດ ມຽນມາ (ເອັມອາຣທີວາ) ລາຍງານວ່າ: ຍອດຜູ້ເສຍຊີວິດ ຈາກອຸທົກກະໄພ ຄັ້ງໃຫຍ່ ໃນປະເທດ ທີ່ເປັນຜົນມາຈາກ ອິດທິພົນ ພາຍຸ ຢາກິ ເພີ່ມຂຶ້ນຢ່າງໜ້ອຍ 226 ຄົນ ແລະ ສູນຫາຍຢ່າງໜ້ອຍ 77 ຄົນ. ຂະນະດຽວກັນ ພື້ນທີ່ເຮັດການກະສິກຳ ເກືອບ 260.000 ເຮັກຕາ ໄດ້ຮັບຄວາມເສຍຫາຍ ຈາກນໍ້າຖ້ວມໃນຄັ້ງນີ້.

ຂໍ້ມູນໂດຍສຳນກັງານ ເພື່ອການປະສານງານ ດ້ານມະນຸດສະທຳ ແຫ່ງສະຫະ ປະຊາຊາດ (ໂອຊີເອຊເອ) ຄາດວ່າ ຈຳນວນປະຊາກອນ ປະມານ 631.000 ຄົນ ໃນປະເທດ ພວມປະເຊີນກັບ ຄວາມເດືອນຮ້ອນ ຈາກອຸທົກກະໄພໃນຄັ້ງນີ້ ແລະ ຕ້ອງການຄວາມ ຊ່ວຍເຫລືອ ດ້ານມະນຸດສະທຳ ຢ່າງເລັ່ງດ່ວນ.

KPL

ຂ່າວອື່ນໆ

ads
ads

Top