ເປຣູ ຢຶດຫູສະລາມທີ່ລັກລອບສົ່ງອອກໄປຍັງ ອາຊີ ຈຳນວນ 1,3 ໂຕນ

17/09/2024 14:34
Email Print 146
ຂປລ ໜ່ວຍງານພາສີ ແຫ່ງຊາດ ຂອງເປຣູ ຢຶດຫູສະລາມ ທີ່ລັກລອບລ່າ ໄດ້ປະມານ 1,3 ໂຕນ ຈາກໂກດັງຂອງບໍລິສັດ ສົ່ງອອກແຫ່ງໜຶ່ງ ທີ່ກຽມສົ່ງອອກ ສິນຄ້າດັ່ງກ່າວ ໄປຍັງທະວີບ ອາຊີ

ຂປລ.ສຳນັກຂ່າວ ເອເອຟພີ, ວັນທີ 17 ກັນຍາ, ໜ່ວຍງານພາສີ ແຫ່ງຊາດ ຂອງເປຣູ ຢຶດຫູສະລາມ ທີ່ລັກລອບລ່າ ໄດ້ປະມານ 1,3 ໂຕນ ຈາກໂກດັງຂອງບໍລິສັດ ສົ່ງອອກແຫ່ງໜຶ່ງ ທີ່ກຽມສົ່ງອອກ ສິນຄ້າດັ່ງກ່າວ ໄປຍັງທະວີບ ອາຊີ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ເຈົ້າໜ້າທີ່ ພວມຢູ່ລະຫວ່າງ ການສືບສວນສອບສວນ ຂະຫຍາຍຜົນ ເພື່ອຕິດຕາມນໍາໂຕ ຜູ້ກ່ຽວຂ້ອງ ມາຮັບໂທດ ຕາມກົດໝາຍ.

ໃນວາລະສານ ໄຊແອນສ ເມື່ອເດືອນມັງກອນ ລະບຸວ່າ: ປະຊາກອນ ສະລາມທົ່ວໂລກ ຫລຸດລົງຢ່າງວອງໄວ ເຖິງວ່າຈະມີຄວາມພະຍາຍາມ ຫລາຍຂຶ້ນ ໃນການປາບປາມ ການລ່າ ເພື່ອນໍາຫູສະລາມ ມາບໍລິໂພກ , ໂດຍບາງວັດທະນາທຳ ຖືເປັນອາຫານ ເຊັ່ນ ສປຈີນ ແລະ ຍີ່ປຸ່ນ , ຊຶ່ງເຊື່ອກັນວ່າ ເມນູ ຫູສະລາມຈະຊ່ວຍ ໃຫ້ນານແກ່ ເຖົ້າ ເພີ່ມຄວາມຢາກອາຫານ, ຊ່ວຍຄວາມຈຳ ແລະ ກະຕຸ້ນ ຄວາມຕ້ອງການ ທາງເພດ.

KPL

ຂ່າວອື່ນໆ

ads
ads

Top