ມີເງິນຍ້ອນສິ່ງເສດເຫລືອ

17/09/2024 10:16
Email Print 191
ຂປລ ສິ່ງເສດເຫລືອ ທີ່ຫລາຍຄົນເບິ່ງ ຂ້າມ ແຕ່ກັບມີປະໂຫຍດ ຖ້າເຮົາຮູ້ ນໍາມາປະຍຸກໃຊ້ໃຫ້ເກີດປະໂຫຍດ ເໝືອນດັ່ງ ນາງ ດາວວະດີ ມະຫາໄຊ ເປັນອີກຄົນໜຶ່ງທີ່ມີແນວຄິດສ້າງສັນ ນໍາເອົາແພເສດ ມາປະຍຸກເປັນເຄື່ອງໃຊ້.

          *ສິ່ງເສດເຫລືອ ທີ່ຫລາຍຄົນເບິ່ງ ຂ້າມ ແຕ່ກັບມີປະໂຫຍດ ຖ້າເຮົາຮູ້ ນໍາມາປະຍຸກໃຊ້ໃຫ້ເກີດປະໂຫຍດ ເໝືອນດັ່ງ ນາງ ດາວວະດີ ມະຫາໄຊ ເປັນອີກຄົນໜຶ່ງທີ່ມີແນວຄິດສ້າງສັນ ນໍາເອົາແພເສດ ມາປະຍຸກເປັນເຄື່ອງໃຊ້ ເປັນຕົ້ນຖົງແພຝ້າຍ, ຜ້າຮອງ ຈອກ, ໂບຜັດ​​ຜົນ , ຜ້າປິດປາກ ແລະ ອື່ນໆທີ່ສວຍງາມ ແລະ ເປັນເອກະລັກຂອງຄົນລາວອອກສູ່ສັງຄົມ ອີກຢ່າງໜຶ່ງກໍເປັນການປົກຮັກສາສິ່ງແວດລ້ອມອີກດ້ວຍ.

ນາງ ດາວວະດີ ມະຫາໄຊ ເປັນຜູ້ບໍລິຫານ ລີຄາບລາວ ( RE CRAFT LAOS) ເວົ້າສູ່ຟັງວ່າ: ຈຸດເລີ່ມຕົ້ນຂອງຜະລິດ ຕະພັນ ລີ ຄາບລາວ ເກີດຂຶ້ນຍ້ອນຕົນເອງ ເບິ່ງ​​​ ເຫັນຄຸນຄ່າຈາກສິ່ງເສດເຫລືອ ກໍຄື ແພເສດທີ່ເຫລືອຈາກການຕັດຫຍີບມີຈໍານວນຫລາຍຖ້າເຮົາຖີ້ມໄປກໍ ເພີ່ມຈໍານວນຂີ້ເຫຍື້ອໃນແຕ່ລະມື້. ດັ່ງນັ້ນຈຶ່ງມີຄວາມຄິດ ຢາກເອົາສີ່ງ ເສດ​​ເຫລືອເຫລົ່ານີ້ມາສ້າງມູນຄ່າ ເພີ່ມ ຈົນກາຍມາເປັນ ຜະລິດຕະພັນ ລີຄາບລາວ, ອີກຢ່າງໜຶ່ງກໍຍ້ອນຕົນ ເອງ ເປັນຄົນພື້ນຖານຈາກແຂວງຫລວງພະບາງ ຈຶ່ງຮູ້ວ່າ ແມ່ຍິງ​​​ ແຂວງຫລວງພະບາງສ່ວນຫລາຍມີ ຄວາມຮູ້, ຄວາມສາມາດດ້ານການ ຫຍິບປັກ, ຖັກແຊວ, ຕໍ່າຫູກທໍໄໝ ຢູ່ແລ້ວ ກໍເລີຍຢາກຊຸກຍູ້ສົ່ງເສີມໃຫເຂົາເຈົ້າ ໂດຍໃຫ້ເຂົາເຈົ້າເຮັດຜະ ລິດຕະພັນຕ່າງໆ ເພື່ອສະໜອງ​​ໃຫ້ ແລ້ວຮັບຊື້ນໍາມາຈໍໜ່າຍ ເລີ່ມແຕ່ປີ 2021 ​​ເຊິ່ງໄລຍະນັ້ນ ເປັນພຽງ ໂຄງການໄລຍະສັ້ນ ແຕ່ຍ້ອນສັງຄົມໃຫ້ຄວາມສົນໃຈຜະລິດຕະພັນຫລາຍ ຈຶ່ງກາຍມາເປັນທຸລະກິດ ໃນ​​​ ປັດຈຸບັນ ໂດຍມີສິນຄ້າຫລາຍແບບ ບໍ່ວ່າຈະເປັນກະເປົາ, ຜ້າຮອງຈອກ, ໂບຜັດຜົນ, ຜ້າປິດປາກ ແລະ ໃນໄວໆ ນີ້ກໍມີຜະລິດຕະພັນໃໝ່ອອກມາກໍຄື ກະເປົາສໍາລັບໃສ່ທໍ່ດູດ, ຖົງຫີ້ວກະ ຕິກນໍ້າ, ຈອກ ໂດຍການຂາຍແມ່ນ ຂາຍອອກລາຍ ແລະ ກໍມີການຝາກຂາຍບັນດາຮ້ານຫັດຖະກໍາຕ່າງໆ ໃນນະຄອນຫລວງວຽງຈັນ.

ນອກຈາກນີ້, ກໍຍັງມີລູກຄ້າຕ່າງ ປະເທດເຂົ້າສັ່ງ​​ຈອງທາງອອນລາຍ ອີກດ້ວຍ. ສິ່ງນີ້ ສ້າງຄວາມພູມໃຈ ຫລາຍທີ່ຜະລິດຕະພັນເຮົາໄດ້ຮັບ ຄວາມນິຍົມທັງພາຍໃນ ແລະ ຕ່າງປະເທດ ເນຶ່ອງຈາກວ່າ ກ່ອນຈະ ອອກແບບຕ້ອງໄດ້ຄິດ, ວິເຄາະເຖິງ ຄວາມຕ້ອງການຂອງຜູ້ບໍລິໂພກ ເຮັດແນວໃດຈຶ່ງເຮັດໃຫ້ຜະລິດຕະ ພັນອອກມາທັນສະໄໝ ຕອບໂຈດ ກັບຫລາຍໆໄວ, ຫລາຍໆກຸ່ມຄົນ ເຊິ່ງວ່າ​​ແພທີ່ນໍາມາຜະລິດເປັນກະ ເປົານັ້ນ ແມ່ນແພຈາກແຂວງຫລວງ ພະບາງ, ສ່ວນແພເສດ ແມ່ນມາ ຈາກຮ້ານຫັດຖະກໍາ ແລະ ຮ້ານຕັດຫຍິບໃນນະຄອນຫລວງວຽງຈັນ ແລ້ວນໍາມາປະສົມປະສານກັນ ຈຶ່ງ ໄດ້ຜະລິດຕະພັນທີ່ສວຍງາມ.

ນາງ ດາວວະດີ ເວົ້າຕື່ມວ່າ: ສໍາ ລັບເປົ້າໝາຍຫລັກໆ ກໍຢາກຂະ ຫຍາຍຜະລິດຕະພັນໃຫ້ທົ່ວເຖິງພາຍ ໃນປະເທດ ແລະ ຢາກຂະຫຍາຍຖານ ລູກຄ້າຕ່າງປະເທດໃຫ້ຫລາຍຂຶ້ນ. ຂະຫຍາຍການຜະລິດ ​​ໃຫ້ແຕ່ລະ ບ້ານໃນແຂວງຫລວງພະບາງມີ ລາຍຮັບຫລາຍຂຶ້ນ ເນື່ອງຈາກວ່າ ຄວາມຕ້ອງການຂອງລູກຄ້າມີ ຫລາຍແຕ່ຜູ້ຜະລິດບໍ່ສາມາດຜະ ລິດໄດ້ຕາມຄວາມຕ້ອງການ ແລະ ຍັງໃຊ້ເວລາໃນການຜະລິດຫລາຍ ດັ່ງນັ້ນ, ສິ່ງນີ້ ຈຶ່ງເປັນສິ່ງສໍາຄັນ ແລະ ເປົ້າໝາຍໃນອະນາຄົດທີ່ຫວັງ ວ່າຈະເຮັດໃຫ້ປະສົບຜົນສໍາເລັດໄດ້.

ໂດຍ: ມາລິດາ

KPL

ຂ່າວອື່ນໆ

ads
ads

Top