ສປ ຈີນ ສົ່ງດາວທຽມນຳທາງເປີຍໂຕໜ່ວຍທີ 59-60 ຂຶ້ນສູ່ອະວະກາດສຳເລັດ

19/09/2024 19:04
ຂປລ ຖານຍິງສົ່ງ ດາວທຽມ ຊີ່ຊ່າງ ຂອງ ສປ ຈີນ ໄດ້ສົ່ງດາວທຽມ ນຳທາງ ເປີຍໂຕ ໜ່ວຍທີ 59 ແລະ 60 ຂຶ້ນສູ່ ອະວະກາດ ສຳເລັດຜົນ ດ້ວຍຈະຫລວດ ສົ່ງຍານ CZ 3B ແລະ ເຄື່ອງສົ່ງຍານ YZ-1.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 19 ກັນຍານີ້, ຖານຍິງສົ່ງ ດາວທຽມ ຊີ່ຊ່າງ ຂອງ ສປ ຈີນ ໄດ້ສົ່ງດາວທຽມ ນຳທາງ ເປີຍໂຕ ໜ່ວຍທີ 59 ແລະ 60 ຂຶ້ນສູ່ ອະວະກາດ ສຳເລັດຜົນ ດ້ວຍຈະຫລວດ ສົ່ງຍານ CZ 3B ແລະ ເຄື່ອງສົ່ງຍານ YZ-1. ດາວທຽມ ດັ່ງກ່າວ ເປັນດາວທຽມ MEO, ເປັນດາວທຽມ ຊຸດທີ 2 ທີ່ຖືກສົ່ງ ຂຶ້ນສູ່ອະວະກາດ ຫລັງຈາກ ລະບົບ ນຳທາງດາວທຽມ ທົ່ວໂລກ ເປີຍໂຕ 3 ສ້າງສຳເລັດ ແລະ ເປີດນຳໃຊ້ເປັນຕົ້ນມາ. ຫລັງຈາກ ດາວທຽມ ດັ່ງກ່າວ ເຂົ້າສູ່ ວົງໂຄຈອນ ແລະ ສຳເລັດ ການທົດລອງ ຕາມວົງໂຄຈອນແລ້ວ ຈະເຊື່ອມຕໍ່ ເຂົ້າກັບ ລະບົບ ນຳທາງ ດາວທຽມເປີຍໂຕ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top