ຣັດເຊຍ ຈັດເວທີປາໄສ ແມ່ຍິງ ອາຊີ - ເອີຣົບ ຄັ້ງທີ IV

19/09/2024 19:21
ຂປລ ເວທີປາໄສ ແມ່ຍິງ ອາຊີ - ເອີຣົບ ຄັ້ງທີ IV ຈັດຂຶ້ນ ໃນວັນທີ19 ກັນຍານີ້ ຢູ່ຣັດເຊຍ ຈາກນັ້ນ ທ່ານ ນາງ ຫວໍທິແອງຊວນ, ຮອງປະທານປະເທດ ຫວຽດນາມ ໄດ້ຕີລາຄາສູງ ບົດບາດ ແລະ ການປະກອບສ່ວນ ຢ່າງຕັ້ງໜ້າ ຂອງເວທີ ປາໄສ ແມ່ຍິງ ອາຊີ -ເອີຣົບ ແລະ ນີ້ແມ່ນ ບ່ອນແລກປ່ຽນ, ແບ່ງປັນ ກ່ຽວກັບ ບັນດາ ກົນໄກ, ສິ່ງທ້າທາຍ ແລະ ມາດຕະການ ເພື່ອແນໃສ່ ຍົກສູງບົດບາດ ຂອງແມ່ຍິງ ໃນທຸກຂົງເຂດ ຂອງຊີວິດສັງຄົມ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເວທີປາໄສ ແມ່ຍິງ ອາຊີ - ເອີຣົບ ຄັ້ງທີ IV ຈັດຂຶ້ນ ໃນວັນທີ19 ກັນຍານີ້ ຢູ່ຣັດເຊຍ ຈາກນັ້ນ ທ່ານ ນາງ ຫວໍທິແອງຊວນ, ຮອງປະທານປະເທດ ຫວຽດນາມ ໄດ້ຕີລາຄາສູງ ບົດບາດ ແລະ ການປະກອບສ່ວນ ຢ່າງຕັ້ງໜ້າ ຂອງເວທີ ປາໄສ ແມ່ຍິງ ອາຊີ -ເອີຣົບ ແລະ ນີ້ແມ່ນ ບ່ອນແລກປ່ຽນ, ແບ່ງປັນ ກ່ຽວກັບ ບັນດາກົນໄກ, ສິ່ງທ້າທາຍ ແລະ ມາດຕະການ ເພື່ອແນໃສ່ ຍົກສູງບົດບາດ ຂອງແມ່ຍິງ ໃນທຸກຂົງເຂດ ຂອງຊີວິດສັງຄົມ. ໄລຍະຜ່ານມາ ສສ ຫວຽດນາມ ບັນລຸໄດ້ຫລາຍຜົນງານ ກ່ຽວກັບ ການພັດທະນາ ເສດຖະກິດ - ສັງຄົມ, ຖານະບົດບາດ ຂອງ ສສ ຫວຽດນາມ ໃນເວທີສາກົນ ນັບມື້ ນັບໄດ້ຮັບ ການຍົກສູງຂຶ້ນ, ໃນນັ້ນ ມີຜົນງານກ່ຽວກັບ ການຮັບປະກັນ ແລະ ປະຕິບັດຄວາມສະເໝີພາບ ລະຫວ່າງ ຍິງ - ຊາຍແລະ ມອບສິດ ໃຫ້ແກ່ ແມ່ຍິງ; ບົດບາດ ແລະ ຖານະຕຳແໜ່ງ ຂອງແມ່ຍິງ ຫວຽດນາມ ໄດ້ຮັບການຍົກສູງ ຢ່າງເຫັນໄດ້ຊັດ ຢູ່ທຸກຂົງເຂດ ຂອງຊີວິດສັງຄົມ ເປັນຕົ້ນແມ່ນ ຂົງເຂດການເມືອງ, ເສດຖະກິດ. ສສ ຫວຽດນາມ ໃຫ້ຄຳໝັ້ນສັນຍາ ສືບຕໍ່ສະໜັບສະໜູນ ການພັດທະນາ ຂອງແມ່ຍິງ, ສ້າງກາລະໂອກາດ ໃຫ້ແກ່ ແມ່ຍິງ ໄດ້ເຂົ້າເຖິງທ່າອ່ຽງຕັ້ງໜ້າຂອງຍຸກສະໄໝ ແລະປະກອບສ່ວນນັບມື້ນັບຫລາຍກວ່າໃຫ້ແກ່ບັນດາເປົ້າໝາຍອັນສູງສົ່ງ ຊື່ງ ສປຊ ໄດ້ວາງອອກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top