ສະຫະກອນຜະລິດກະສິກຳອິນຊີບ້ານທ່າຊ້າງຍັງຕ້ອງການຊ່ວຍເຫລືອຫລາຍດ້ານ ເພື່ອຍົກລະດັບກ້າວສູ່ອຸດສາຫະກຳ

17/09/2024 10:12
Email Print 212
ຂປລ ຄໍລໍາ ພັດທະນາອາຊີບບົດຜ່ານມາ ໄດ້ສະເໜີຫົວຂໍ້ກ່ຽວກັບ“ ກຸ່ມສະຫະກອນບ້ານທ່າຊ້າງ ມີການຂະຫຍາຍ ຕົວຂຶ້ນ”

        *ຄໍລໍາ ພັດທະນາອາຊີບບົດຜ່ານມາ ໄດ້ສະເໜີຫົວຂໍ້ກ່ຽວກັບ“ ກຸ່ມສະຫະກອນບ້ານທ່າຊ້າງ ມີການຂະຫຍາຍ ຕົວຂຶ້ນ” ໃຫ້ທ່ານຜູ້ອ່ານແລ້ວ ແລະ ມາຄໍລໍາມື້ນີ້ ຂໍຍົກເອົາບາງຂໍ້ຫຍຸ້ງຍາກ ທີ່ຍັງມີຄວາມຕ້ອງການຢາກໃຫ້ລັດກໍ່ຄືພາກສ່ວນກ່ຽວຂ້ອງຊ່ວຍເຫລືອ ເພື່ອຍົກລະດັບການຜະລິດພືດຜັກອິນຊີ ທີ່ສາມາດແຂ່ງຂັນການສົ່ງອອກໄປຕ່າງປະ ເທດໄດ້ ແລະ ກ້າວໄປສູ່ການຜະລິດອຸດສາຫະກໍາທັນສະໄໝ.

ທ່ານ ສົມບູນ ສີລິພອນ ປະທານກຸ່ມສະຫະກອນບ້ານທ່າຊ້າງ ເມືອງປາກງື່ມ ເລົ່າສູ່ທີມຂ່າວສໍານັກຂ່າວສານປະເທດລາວຟັງວ່າ: ຈາກການປ່ຽນແປງດ້ານຊີວິດການເປັນຢູ່ ໃນການຜະລິດພືດຜັກເປັນສິນຄ້າໃນໄລຍະຜ່ານມານັ້ນ, ສະຫະກອນບ້ານທ່າຊ້າງ ຍັງພົບບັນຫາຫລາຍດ້ານ ໂດຍສະເພາະແມ່ນດ້ານທຶນຮອນ ໂດຍຢາກໃຫ້ລັດມີທຶນໜຶ່ງໃຫ້ສະຫະກອນກູ້ຢືມດອກເບ້ຍຕ່ໍາບວກໃສ່ໄລຍະກູ້ຢືມອ່າວຍາວ ເພື່ອຈະໄດ້ນໍາມາພັດທະນາສະຫະກອນໃຫ້ດີຂຶ້ນ ເປັນ ຕົ້ນແມ່ນພື້ນຖານໂຄງລ່າງ, ເຮືອນຮົ່ມ, ລະບົບນ້ໍາທີ່ທັນສະໄໝທີ່ຕອບສະໜອງພຽງພໍແກ່ການຜະລິດຂອງສະຫະກອນທັງລະດູຝົນແລະ ລະດູແລ້ງ ເພື່ອສາມາດຕອບໜອງພືດຜັກແກ່ສັງຄົມໄດ້. ສິ່ງນີ້ ແມ່ນມີຄວາມຈໍາເປັນຕ້ອງໄດ້ລົງທຶນເຮັດເຮືອນຮົ່ມໃຫ້ຂະຫຍາຍອອກຕື່ມ. ນອກຈາກນີ້, ຢາກສະເໜີດ້ານເຕັກນິກໃໝ່ໆ ເພື່ອສ້າງຂີດຄວາມສາມາດໃນການແຂ່ງຂັນເພາະວ່າໃນອະນາຄົດກໍ່ໄດ້ວາງເປົ້າໝາຍວ່າ ດ້ານການຈໍາໜ່າຍບໍ່ຢາກຂາຍພຽງແຕ່ໃນຕະຫລາດນັດເທົ່ານັ້ນ,ຢາກເວົ້າເລື່ອງການແຂ່ງຂັນການສົ່ງອອກພືດຜັກ ແລະການສົ່ງອອກນັ້ນ ພືດຜັກກໍ່ຕ້ອງໄດ້ມາດຕະຖານ(ເກດຂອງຜັກ).

          ສໍາລັບດ້ານວິຊາການໃນໄລຍະຜ່ານມາ ພາກສ່ວນກ່ຽວຂ້ອງກໍ່ໄດ້ເອົາໃຈໃສ່ຊຸກຍູ້, ແຕ່ສ່ວນໃຫຍ່ກໍ່ຍັງແມ່ນເຕັກນິກອັນເກົ່າ ຍົກຕົວຢ່າງ:ນ້ຳໝັກ, ເຕັກນິກການຜະລິດ, ໃສ່ຝຸ່ນ ແລະ ອື່ນໆ, ແຕ່ສະມາຊິກສະຫະກອນກໍ່ມີຄວາມຝັນຢາກຍົກລະດັບທີ່ມີຜ່ານນີ້ ໃຫ້ກາຍເປັນສະຫະກອນອຸດສາຫະກໍາທັນສະໄໝໃນອະນາຄົດອັນໃກ້ນີ້, ໂດຍຢາກສະ   ເໜີໃຫ້ພາກສ່ວນກ່ຽວຂ້ອງຊ່ວຍຄົ້ນຄວ້າເຕັກນິກໃໝ່ໆ ເປັນນະວະຕະກໍາດ້ານກະສິກໍາອັນໃໝ່, ເຕັກໂນໂລຊີທັນສະ   ໄໝ ເພື່ອໃຫ້ຫລຸດຜ່ອນແຮງງານຄົນ ອັນຈະຫລຸດຕົ້ນທຶນການຜະລິດຕ່ໍາລົງ. ສິ່ງເຫລົ່ານີ້ ແມ່ນຄວາມຕ້ອງການຂອງສະຫະກອນບ້ານທ່າຊ້າງກໍ່ຄືສະຫະກອນໃນຂອບເຂດທົ່ວປະເທດກໍ່ເຊັ່ນດຽວກັນ.

          ການປູກພືດຜັກຂອງສະຫະກອນບ້ານທ່າຊ້າງ ໃນປັດຈຸບັນແມ່ນຜະລິດແບບປະສົມປະສານຫລາກຫລາຍຊະ ນິດເຊັ່ນວ່າ: ຜັກກາດຂາວ, ຜັກກາດຊອນ, ຜັກກະລໍາ, ຜັກສະຫລັດ, ຜັກບົ້ງ, ຜັກຫົມ ແລະ ຫອມອື່ນໆ. ປັດຈຸບັນມີຕະຫລາດຂາຍຈຸດດຽວຢູ່ໄອເຕັກ ໂດຍເປີດຂາຍວັນພຸດ ແລະ ວັນເສົາ ເຊິ່ງໃນແຕ່ລະທິດ ຕອບສະໜອງພືດຜັກໃຫ້ແກ່ສັງຄົມ 5-6 ໂຕນ. ຜ່ານການຈັດຕັ້ງເປັນສະຫະກອນຜະລິດພືດຜັກເປັນສິນຄ້າມາຮອດປັດຈຸບັນນີ້, ເຫັນວ່າບັນດາສະມາຊິກພາຍໃນສະຫະກອນ ໄດ້ມີການປັບປຸງດ້ານຊີວິດການເປັນຢູ່ດີຂຶ້ນ ເມື່ອທຽບໃສ່ກ່ອນສ້າງຕັ້ງເປັນສະຫະກອນ.ອັນພົ້ນເດັ່ນເຫັນຢ່າງປະຈັກຕາດ້ານການພັດທະນາຊີວິດການເປັນຢູ່ ເຊິ່ງເມື່ອກ່ອນບໍ່ມີເຮືອນຢູ່ຖາວອນ ກໍ່ເລີ່ມມີເຮືອນຢູ່ແບບຖາວອນຫລາຍຂຶ້ນ, ບໍ່ມີລົດຂີ່ ກໍ່ມີລົດຈັກ, ມີລົດໃຫຍ່ຮັບໃຊ້ຄອບຄົວ, ມີເງິນສົ່ງເສີມໃຫ້ລູກຫລານໄດ້ຮ່ໍາໄດ້ຮຽນ, ມີເງິນໃຊ້ຈ່າຍປະຈໍາວັນບໍ່ຂາດ ທັງເຮັດໃຫ້ຄວາມທຸກຍາກໄດ້ຫລຸດລົງເທື່ອລະກ້າວ. ທ່ານ ສົມບູນ ສີລິ ພອນກ່າວ.

          ສໍາລັບເນື້ອທີ່ການຜະລິດກະສິກໍາອິນຊີບ້ານທ່າຊ້າງທີ່ມາສະຊິກໄດ້ຂຶ້ນທະບຽນມີເກືອບ 140 ເຮັກຕາ, ມີເຮືອນຮົ່ມທີ່ສົມບູນ ແລະ ເຄິ່ງສົມບູນມີຫລາຍກວ່າ 200 ເຮືອນຮົ່ມ. ຂະນະທີ່ໃນຕໍ່ໜ້າສະຫະກອນກໍ່ມີແຜນຈະພັດ ທະນາເຮືອນຮົ່ມໃຫ້ໄດ້ປະມານ 300 ຫລັງ, ພັດທະນາສວນຂອງສະມາຊິກໃຫ້ທັນສະໄໝທັງກາຍເປັນບ່ອນສຶກສາ, ເປັນຕົວແບບໃຫ້ແກ່ສະຫະກອນບ້ານອື່ນໆໄດ້ມາສຶກສາໃນອະນາຄົດ. ທ່ານສົມບູນ ສີລິພອນ ກ່າວຢ້ຳທ້າຍ.

          ໂດຍ: ເຂົ້າຈານນ້ຳ.

KPL

ຂ່າວອື່ນໆ

ads
ads

Top