ຫລັກການກ່ຽວກັບການຄຸ້ມຄອງ ເງິນຕາຕ່າງປະເທດ

17/09/2024 00:35
Email Print 206
ຂປລ ໃນກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບປັບປຸງປີ 2022 ໄດ້ກໍານົດການຄຸ້ມຄອງເງິນຕາຕ່າງປະເທດ ໃນມາດຕາທີ 5 ຂອງກົດໝາຍວ່າ: ການຄຸ້ມຄອງເງິນຕາຕ່າງປະເທດ

*ໃນກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບປັບປຸງປີ 2022 ໄດ້ກໍານົດການຄຸ້ມຄອງເງິນຕາຕ່າງປະເທດ ໃນມາດຕາທີ 5 ຂອງກົດໝາຍວ່າ: ການຄຸ້ມຄອງເງິນຕາຕ່າງປະເທດໃຫ້ປະຕິບັດຕາມຫລັກການດັ່ງນີ້: ສອດຄ່ອງກັບແນວທາງ, ນະໂຍບາຍ, ກົດໝາຍ, ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ; ລວມສູນເປັນເອກະພາບ ແລະ ມີການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໃນຂອບເຂດທົ່ວປະເທດ; ມີວິທະຍາສາດ, ເດັດຂາດ, ໂປ່ງໄສ, ຍຸຕິທໍາ ແລະ ສາມາດກວດສອບໄດ້; ຮັບປະກັນຄວາມເປັນເອກະລາດ ແລະ ສະຖຽນລະພາບ ທາງດ້ານເງິນຕາ; ທຸກພາກສ່ວນໃນສັງຄົມ ມີພັນທະປະກອບສ່ວນໃນການຈັດຕັ້ງປະຕິບັດ, ໃຫ້ການຮ່ວມມື ແລະ ມີສ່ວນຮ່ວມໃນການຄຸ້ມຄອງເງິນຕາຕ່າງປະເທດ.

ກົດໝາຍສະບັບນີ້ ໃຊ້ສໍາລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ມີ ແລະ ບໍ່ມີພູມລໍາເນົາ ຢູ່ ສປປ ລາວ ທີ່ເຄື່ອນໄຫວທຸລະກໍາກ່ຽວກັບເງິນຕາຕ່າງປະເທດ. ໂດຍແມ່ນລັດເປັນຜູ້ສົ່ງເສີມ, ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານຄຸ້ມຄອງເງິນຕາຕ່າງປະເທດ ດ້ວຍການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ປະສົບການ, ເຕັກນິກວິຊາການ, ເຕັກໂນໂລຊີ, ການພັດທະນາຊັບພະຍາກອນມະນຸ ແລະ ປະຕິບັດຕາມສົນທິສັນຍາທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນທີ່ກ່ຽວຂ້ອງ.

ສໍາລັບການຄອບຄອງເງິນຕາຕ່າງປະເທດຢູ່ ສປປ ລາວ ຜູ້ມີແລະບໍ່ມີພູມລໍາເນົາຢູ່ ສປປ ລາວ ສາມາດຄອບຄອງເງິນຕາຕ່າງປະເທດທີ່ໄດ້ມາຢ່າງຖືກຕ້ອງຕາມກົດໝາຍ ດ້ວຍການເປີດບັນຊີເງິນຝາກໄວ້ນໍາທະນາຄານທຸລະກິດຢູ່ ສປປ ລາວ ຫລື ຖືຄອງເປັນເງິນສົດຕາມລະບຽບການ. ສ່ວນລາຍຮັບງົບປະມານແຫ່ງລັດ ທີ່ເປັນເງິນຕາຕ່າງປະ ເທດ ແລະ ເຄື່ອນໄຫວຜ່ານກະຊວງການເງິນໃຫ້ຝາກໄວ້ນໍາທະນາຄານແຫ່ງ ສປປ ລາວ. ພ້ອມນີ້, ທະນາຄານແຫ່ງ ສ ປປ ລາວ ເປັນຜູ້ກໍານົດຫລັກການ, ລະບຽບການກ່ຽວກັບການເປີດບັນຊີເງິນຝາກຂອງຜູ້ມີ ແລະ ບໍ່ມີພູມລໍາເນົາຢູ່ສປປ ລາວ.
          
KPL

ຂ່າວອື່ນໆ

ads
ads

Top