5963

gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 18.09.2024 ປີທີ 23 ສະບັບທີ 6.019 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັຸີີັີັຸີີັີັຸີີັີ mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf okpq d]a f4t,q o8u wfh Ia []k';a o z6h oevk-Pofu gfaj o xt9exu 2024 z6h cmoot7vovk-u 8kg;a ovvdlj P'.8h muj .-h rklk/iaj ' sk]n s]kp[a oskle7a o Iv'sq ;|h k vvxl -5 dp6h ;Pd'ko 16j o; -k;r5 f Ij ;,.lj [kf [5 os+ g0Q klts]kd xu 2024 sk]n czora fmtokc[[pn opq '0v'vk-Po c]t dkoIj ;,,n fh koglf4tdy fda [rkpovd ຂປລ. ໃນວັນທີ 17 ກັນຍາ 2024 ກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 10 ລາວ ເປັນມື້ຫໍ່ເຂົ້າສະຫລາກປະຈຳປີ2024, ຊາວພຸດທະສາສະນິກະຊົນລາວ ບັນດາ ເຜົ່າ ໃນຂອບເຂດທົ່ວປະເທດ ໄດ້ຮ່ວມ ຂປລ. ກອງປະຊຸມບັນດານະຄອນ ອາຊີຕາເວັນອອກສ່ຽງໃຕ້(RVASE) ຂອງສະມາຄົມທີ່ນໍາໃຊ້ພາສາຝຣັ່ງ (AIMF) ຈັດຂຶ້ນວັນທີ 17 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ພາຍ ໃຕ້ການເປັນປະທານຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນະຄອນຫລວງວຽງຈັນ, ທ່ານ ເຟເດຣິກ ຂປລ. ໃນວັນທີ 16 ກັນຍາ 2024 ນີ້, ທ່ານ ບຸນທັນ ບຸນທະວິໄລ ຮອງຫົວ ໜ້າອົງການໄອຍະການປະຊາຊົນສູງ ສຸດ (ອອປສ) ພ້ອມຄະນະ ໄດ້ຕິດ ຕາມຊຸກຍູ້ວຽກງານຮອບດ້ານຂອງອົງ ການໄອຍະການປະຊາຊົນ ພາກກາງ, ອົງການໄອຍະການປະຊາຊົນນະຄອນ ຫລວງວຽງຈັນ (ນວ) ແລະ ເຂດ ໂດຍ ມີຫົວໜ້າຫ້ອງການ, ຫົວໜ້າກົມທີ່ມາ ຈາກອົງການໄອຍະການປະຊາຊົນສູງ ສຸດ, ຫົວໜ້າອົງການໄອຍະການປະຊາ ຊົນ ພາກກາງ, ຫົວໜ້າອົງການໄອຍະ ການປະຊາຊົນ ນວ, ຫົວໜ້າອົງການ ໄອຍະການ ປະຊາຊົນເຂດ ທັງ 4 ເຂດ ພ້ອມດ້ວຍພະນັກງານ-ລັດຖະກອນ ແລະ ພະນັກງານອົງການໄອຍະການ ປະຊາຊົນ ເຂດປະຈຳເມືອງ ເຂົ້າຮ່ວມ. ວານລິເອຜູ້ແທນຂັ້ນສູງຂອງສະມາຄົມ ບັນດາເຈົ້າຄອງນະຄອນ ທີ່ນໍາໃຊ້ພາ ສາຝຣັ່ງ, ທ່ານ ລີໂອນາດ ເນວ ຄະນະ ກັນໃສ່ບາດຖວາຍສັງຄະທານ ແລະ ນຳເອົາກວຍສະຫລາກ ໄປຖວາຍແກ່ ພະສົງ ອົງຄະເຈົ້າ ຢູ່ຕາມວັດວາອາ ລາມຕ່າງໆ. F ອ່ານຕໍ່ໜ້າ 2 g;mu xb dlksk]n dkogxa oz6h oe c]t 76j Ij ;,,n vk-Po xt9exu 2024 ຂປລ. ວັນທີ 17 ກັນຍາ 2024 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ການຕ່າງປະເທດ ໄດ້ກ່າວເປີດກອງ ປະຊຸມ ເວທີປຶກສາຫາລືການເປັນຜູ້ນໍາ ແລະຄູ່ຮ່ວມມືອາຊຽນປະຈໍາປີ2024, ຈັດໂດຍສະຖາບັນຍຸດທະສາດອາຊີ- ປາຊີຟິກ, ສະໂມສອນເສດຖະກິດອາ ຊຽນ ຮ່ວມກັບສະພາການຄ້າ ແລະ ອຸດ ສາຫະກໍາແຫ່ງຊາດລາວ ໂດຍມີການ ນໍາ ແລະ ຄະນະຜູ້ແທນຈາກພາກລັດ ແລະ ພາກທຸລະກິດຂອງບັນດາປະເທດ ສະມາຊິກອາຊຽນກໍຄືສະມາຊິກສະພາ ທຸລະກິດອາຊຽນ ເຂົ້າຮ່ວມ. ໂອກາດນີ້, ທ່ານຮອງນາຍົກລັດ ຖະມົນຕີສະເຫລີມໄຊກົມມະສິດ ໄດ້ສະ sk]n ;Pdra fmtokc[[pn opq ' c]t dkosa ogxa ofu 9y 8vo ຂປລ. ກອງປະຊຸມປຶກສາຫາລື ລະ ຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ສະພາທີ່ປຶກສາທຸລະກິດ ອາຊຽນ (22nd AEM-ASEAN BAC) ຈັດຂຶ້ນໃນວັນທີ 16 ກັນຍາ 2024 ຢູ່ ນະຄອນຫລວງວຽງຈັນ ໂດຍເນັ້ນໃສ່ ວຽກງານການພັດທະນາແບບຍືນຍົງ ແລະ ການຫັນເປັນດີຈິຕອນ ເປັນຕົ້ນ ການນໍາໃຊ້ລະບົບ QR Code ໃນອາ ຊຽນ, ການຄໍ້າປະກັນສະບຽງອາຫານ, ຄວາມເຂັ້ມແຂງດ້ານສາທາລະນະສຸກ, ການອໍານວຍຄວາມສະດວກດ້ານການ ຄ້າແລະການລົງທຶນແລະການເຂົ້າເຖິງ ແຫລ່ງທຶນ ຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະ ໜາດກາງ (MSMEs). ທ່ານມະໄລທອງກົມມະສິດລັດຖະ ມົນຕີກະຊວງອຸດສາຫະກຳ ແລະ ການ ຄ້າ (ອຄ) ແຫ່ງ ສປປ ລາວ ໄດ້ໃຫ້ຮູ້ ວ່າ: ກອງປະຊຸມໃນປີຜ່ານມາ ແລະ ປີນີ້ ພວກເຮົາໄດ້ປຶກສາຫາລືຫລາຍບັນຫາ ທີ່ຕິດພັນກັບການຮ່ວມມືລະຫວ່າງ ລັດ ຖະມົນຕີເສດຖະກິດອາຊຽນ ແລະ ສະ ພາທີ່ປຶກສາທຸລະກິດອາຊຽນ ໃນນັ້ນ, ໄດ້ເນັ້ນໃສ່ວຽກງານການພັດທະນາ ແບບຍືນຍົງ ແລະ ການຫັນເປັນດີຈິ ຕອນ. ເພື່ອສືບຕໍ່ການຮ່ວມມືດັ່ງກ່າວ, F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 okpq d]a f4t,q o8u -U oe dkoIa [,n c]t cdh w0wroE4h ;, ຂປລ. ກອງປະຊຸມລາຍງານຜົນ ກະທົບຕໍ່ສະພາບໄພນໍ້າຖ້ວມ ແລະ ແຜນການຟື້ນຟູຊ່ວຍເຫລືອຢູ່ບັນດາ ແຂວງ ແລະ ບາງແຜນຈຸດສຸມໃນຕໍ່ໜ້າ ຈັດຂຶ້ນໃນວັນທີ16ກັນຍາ2024 ໂດຍ F ອ່ານຕໍ່ໜ້າ 2 ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ,ປະທານຄະນະ dko1h P,1k, ll s;Pfok, 0v'g]0kmy dko.spj xtdv[lj ;o Ia fc|h odkoIj ;,,n lv'xtgmf ຂປລ. ໃນວັນທີ 16 ກັນຍາ 2024 ຜ່ານມາ, ທ່ານ ທອງສະຫວັນ ພົມວິ ຫານຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ ໄດ້ໃຫ້ສຳພາດຕໍ່ສື່ມວນ ຊົນກ່ຽວກັບຜົນສຳເລັດການຢ້ຽມຢາມ ລັດຖະກິດ ສສ ຫວຽດນາມ ຂອງສະ ຫາຍ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະ ເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນ ລະຍາ ແລະ ຄະນະຜູ້ແທນຂັ້ນສູງ ແຕ່ ວັນທີ 10-13 ກັນຍາ 2024 ຜ່ານມາ ປະກອບສ່ວນສຳຄັນເຮັດໃຫ້ການພົວ ພັນຮ່ວມມືຮອບດ້ານ ລະຫວ່າງ ສອງ ພັກ, ສອງລັດລາວ-ຫວຽດນາມໄດ້ຮັບ ການເສີມຂະຫຍາຍ ແລະ ແໜ້ນແຟ້ນ ຂຶ້ນກວ່າເກົ່າ. ທ່ານ ທອງສະຫວັນ ພົມວິຫານ ໄດ້ໃຫ້ຮູ້ວ່າ: ການຢ້ຽມຢາມລັດຖະກິດ ສສ ຫວຽດນາມ ໃນຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ພົບປະສອງຝ່າຍ ກັບການນຳ, ອະດີດການນຳຂັ້ນສູງສຸດ ຂອງ ສສ ຫວຽດນາມ ແລະ ພົບປະກັບ ອະດີດທະຫານອາສາສະໝັກ, ນັກສຶກ ສາລາວ ທີ່ກຳລັງສຶກສາ ຢູ່ ສສ ຫວຽດ ນາມ ແລະ ຢ້ຽມຢາມບາງພື້ນຖານເສດ ຖະກິດ, ວັດທະນະທຳ, ປະຫວັດສາດ ຢູ່ ນະຄອນໂຮ່ຈີ່ມິງ ເຊິ່ງເປັນການຢືນຢັນ ເຖິງການສືບຕໍ່ສາຍພົວພັນມິດຕະພາບ F ອ່ານຕໍ່ໜ້າ 4 ໂອກາດນີ້, ທ່ານ ບຸນທັນ ບຸນທະວິ ໄລ ໄດ້ມີຄຳເຫັນຊີ້ນຳ ໂດຍເນັ້ນໃຫ້ຄະ ນະພັກ-ຄະນະນໍາອົງການໄອຍະການ ປະຊາຊົນພາກກາງ, ອົງການໄອຍະ ການປະຊາຊົນນະຄອນຫລວງວຽງ ຈັນ ແລະ ເຂດ ຈົ່ງເພີ່ມທະວີສຶກສາອົບ ຮົມການເມືອງແນວຄິດ ໃຫ້ກັບພະນັກ ງານ ທີ່ຂຶ້ນກັບຄວາມຮັບຜິດຂອງຕົນ ໃຫ້ສູງຂຶ້ນກວ່າເກົ່າ, ພ້ອມທັງສ້າງກົນ ໄກການປະສານງານ ທັງພາຍໃນ ແລະ ພາຍນອກ ເພື່ອຮັບປະກັນການປະຕິບັດ ໜ້າທີ່ໃຫ້ມີຄວາມເປັນເອກະພາບກັນ; ຈັດຕັ້ງຜັນຂະຫຍາຍບັນດາຄໍາສັ່ງ, ຄໍາແນະນໍາຂອງຫົວໜ້າອົງການໄອຍະ ການປະຊາຊົນສູງສຸດ ທີ່ໄດ້ອອກໄປ ນັ້ນ ເພື່ອນຳໃຊ້ເຂົ້າສູ່ວຽກງານຕົວຈິງ. F ອ່ານຕໍ່ໜ້າ 2

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 18/09/2024 xtgmf]k; ຜູ້ແທນນະຄອນ... ຫາລືວຽກພັດທະນາ... ນາຍົກລັດຖະມົນຕີ ໄດ້ຮັບລາງວັນ... ຂປລ. ໃນຕອນຄໍ່າວັນທີ 16 ກັນຍາ 2024 ໄດ້ມີພິທີມອບລາງວັນ hຜູ້ນໍາ ອາຊຽນ ດີເດັ່ນປະຈໍາປີ 2024 ໃຫ້ແກ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໃນໂອກາດ ກອງປະຊຸມເວທີປຶກສາຫາລືກ່ຽວກັບ ການເປັນຜູ້ນໍາ ແລະ ຄູ່ຮ່ວມມືອາຊຽນ ປະຈໍາປີ2024ທີ່ຈັດຂຶ້ນ ໃນວັນທີ1617 ກັນຍາ 2024 ທີ່ນະຄອນຫລວງ ວຽງຈັນ ເຊິ່ງເປັນລາງວັນຜູ້ນຳອາ ຊຽນດີເດັ່ນ ເປັນລາງວັນ ທີ່ມີຄວາມ ໝາຍສຳຄັນຂອງສະຖາບັນຍຸດທະ ສາດອາຊີ-ປາຊີຟິກ ມອບໃຫ້ຜູ້ນໍາຂອງ ອາຊຽນ ທີ່ມີຜົນງານໃນການປະຕິບັດ ໜ້າທີ່ຂອງຕົນ. ທ່ານ ຕັນ ສຣິ ມາຈິດ ຄັນ (5Bn SSJ MBKJd ,IBn), ປະທານສະຖາ ບັນຍຸດທະສາດອາຊີ-ປາຊີຟິກ ໄດ້ຕາງ ໜ້າໃຫ້ກອງປະຊຸມປຶກສາຫາລືກ່ຽວ ກັບການເປັນຜູ້ນໍາ ແລະ ຄູ່ຮ່ວມມືອາ ຊຽນ ປະຈໍາປີ 2024 ເປັນຜູ້ມອບ ລາງວັນ ຜູ້ນໍາອາຊຽນດີເດັ່ນ ປະຈໍາປີ 2024 ໃຫ້ແກ່ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ເພື່ອຊົມເຊີຍຜົນ ງານຂອງທ່ານໃນການປະກອບສ່ວນ ສ້າງສາພັດທະນາ ສປປ ລາວ ແລະ ປະ ກອບສ່ວນເຂົ້າໃນວຽກງານອາຊຽນ ໃນໄລຍະຜ່ານມາ ລວມທັງການເປັນ ປະທານອາຊຽນຂອງ ສປປ ລາວ ໃນປີ 2024. ໃນປີ 2019, ທ່ານ ທອງລຸນ ສີສຸລິດ ໃນເວລານັ້ນເປັນນາຍົກລັດ ຖະມົນຕີແຫ່ງສປປລາວກໍໄດ້ຮັບລາງ ວັນ hຜູ້ນໍາອາຊຽນ ທີ່ມີຜົນສໍາເລັດ ດີເດັ່ນ ເຊັ່ນດຽວກັນ. ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບ ໃຈຢ່າງຈິງໃຈຕໍ່ ສະຖາບັນຍຸດທະສາດ ອາຊີ-ປາຊີຟິກ ແລະ ສະໂມສອນເສດ ຖະກິດອາຊຽນ ທີ່ໄດ້ມອບລາງວັນທີ່ ສໍາຄັນດັ່ງກ່າວ ເຊິ່ງບໍ່ພຽງແຕ່ເປັນລາງ ວັນທີ່ເປັນການຊົມເຊີຍຜົນງານຂອງ ທ່ານນາຍົກລັດຖະມົນຕີເທົ່ານັ້ນ, ແຕ່ ຍັງເປັນລາງວັນທີ່ຮັບຮູ້ ແລະ ຊົມເຊີຍ ການປະກອບສ່ວນຂອງປະຊາຊົນ ລາວ ເຂົ້າໃນການສ້າງສາພັດທະນາ ສປປ ລາວ ແລະ ການສະໜັບສະໜູນ ຈາກບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມມືພາຍນອກຂອງອາຊຽນ ຕະຫລອດໄລຍະຜ່ານມາ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ສະແດງ ຄວາມຂອບໃຈຢ່າງຈິງໃຈ ຕໍ່ສະຖາບັນ ຍຸດທະສາດອາຊີ-ປາຊີຟິກ ທີ່ໄດ້ໃຫ້ ການສະໜັບສະໜູນວຽກງານອາຊຽນ ໂດຍສະເພາະການສະໜັບສະໜູນການ ເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ hເພີ່ມ ທະວີການເຊື່ອມຈອດ ແລະ ຄວາມເຂັ້ມ ແຂງອາຊຽນi. ການຮ່ວມມືແລະການ ສະໜັບສະໜູນດັ່ງກ່າວເປັນການປະ ກອບສ່ວນທີ່ສໍາຄັນ ເພື່ອເຮັດໃຫ້ການ ເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໄດ້ຮັບຜົນສໍາເລັດຢ່າງ ຈົບງາມ. ພາບ: ຂັນໄຊ ການຢ້ຽມຢາມ... ຂປລ. ກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນ ຄັ້ງທີ 56 ໄຂຂຶ້ນ ຢ່າງເປັນທາງການໃນວັນທີ17ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະ ຊວງອຸດສສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ, ມີ ທ່ານ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ, ບັນດາ ລັດຖະມົນຕີເສດຖະກິດອາຊຽນ, ລັດ ຖະມົນຕີການຄ້າ ແລະ ອຸດສາຫະກໍາ ຕີມໍແລັດສະເຕ, ບັນດາຫົວໜ້າຄະນະ ຜູ້ແທນຂອງປະເທດສະມາຊິກອາຊຽນ ເຂົ້າຮ່ວມ. ທ່ານ ມະໄລທອງ ກົມມະສິດ ໄດ້ ມີຄຳເຫັນວ່າ: ກອງປະຊຸມໃນຄັ້ງນີ້, ຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປຶກສາ ຫາລືລົງເລິກ ໃນຫລາຍບັນຫາສຳຄັນ ແນໃສ່ເຮັດໃຫ້ພາກພື້ນອາຊຽນ ກາຍ ເປັນພາກພື້ນທີ່ດຶງດູດການລົງທຶນ ຂອງຕ່າງປະເທດ ແລະ ພ້ອມທີ່ຈະຮັບ ມືກັບສະພາບການຜັນແປໃນປັດຈຸບັນ, ພ້ອມທັງຈະໄດ້ລົງເລິກປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດບັນດາ ແຜນວຽກບຸລິມະສິດ ສໍາລັບປີ 2024, ຫາລືແຜນພັດທະນາ... ກອງປະຊຸມຄັ້ງນີ້ ຈະໄດ້ເນັ້ນໃສ່ ແລກ ປ່ຽນທັດສະນະກ່ຽວກັບບັນດາແຜນ ວຽກບຸລິມະສິດຂອງສະພາທີ່ປຶກສາທຸ ລະກິດອາຊຽນສະບັບປັບປຸງ ຄັ້ງວັນທີ 14 ກັນຍາ 2024 ພາຍໃຕ້ການເປັນ ປະທານຂອງ ສປປ ລາວ ເປັນຕົ້ນການ ສົ່ງເສີມຈຸນລະວິສາຫະກິດ, ວິສາຫະ ກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs)ໃນການຫັນເປັນດີຈິຕອນ, ການເຂົ້າເຖິງພະລັງງານສະອາດ, ການຄົ້ນຄວ້າ ແລະ ການພັດທະນາວັກ ຊິນ, ການຮັບປະກັນດ້ານສະບຽງອາ ຫານ, ການຫລຸດຜ່ອນສິ່ງກີດຂວາງ ດ້ານການຄ້າ ແລະ ການຫັນປ່ຽນຈາກ ປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ມາເປັນປະເທດເຊື່ອມຕໍ່ທາງບົກ. ກອງປະຊຸມຄັ້ງນີ້, ເປັນຄັ້ງທີສອງ ພາຍຫລັງກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນແບບວົງແຄບ ຄັ້ງທີ 30 ທີ່ຫລວງພະບາງ ໃນເດືອນມີນາ 2024 ເຊິ່ງກອງປະຊຸມຄັ້ງຜ່ານມາ, ສະພາທີ່ປຶກ ສາທຸລະກິດອາຊຽນ ກໍໄດ້ ໃຫ້ຄໍາຄິດເຫັນ ແລະ ຄໍາແນະນໍາທີ່ເປັນ ປະໂຫຍດແກ່ກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນ ໃນການສືບຕໍ່ສົ່ງ ເສີມການເຊື່ອມໂຍງທາງດ້ານເສດຖະ ກິດ ກໍຄື ການຈັດຕັ້ງປະຕິບັດ ແຜນແມ່ ບົດປະຊາຄົມເສດຖະກິດອາຊຽນ ປິ 2025 ໃຫ້ບັນລຸຜົນສໍາເລັດ. ຂ່າວ: ສົມຫວັງ; ພາບ: ເກດສະໜາ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດແລະ ການຮ່ວມມືຮອບດ້ານ ລາວ-ຫວຽດ ນາມ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໂດຍປະ ທານ ໂຮ່ຈີ່ມິນ ຜູ້ຍິ່ງໃຫຍ່ ຮ່ວມກັບປະ ທານໄກສອນພົມວິຫານແລະປະທານ ສຸພານຸວົງທີ່ເຄົາລົບຮັກໃຫ້ນັບມື້ໄດ້ຮັບ ການເສີມຂະຫຍາຍຂຶ້ນສູ່ລະດັບໃໝ່. ການຢ້ຽມຢາມຄັ້ງນີ້, ມີຄວາມໝາຍ ສຳຄັນເປັນຢ່າງຍິ່ງ ເພາະຢູ່ໃນບັນຍາ ກາດທີ່ ສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດ ລາວ-ຫວຽດນາມ ກຳ ລັງດຳເນີນມະຕິກອງປະຊຸມໃຫຍ່ຂອງ ແຕ່ລະພັກ ໃນໄລຍະທ້າຍສະໄໝທີ່ມີ ຜົນສຳເລັດຫລາຍດ້ານ ແລະ ມີບັນຍາ ກາດທີ່ເບິກບານມ່ວນຊື່ນ. ພ້ອມກັນ ນັ້ນ, ກໍຢູ່ໃນບັນຍາກາດທີ່ພັກ, ລັດ ຫວຽດນາມ ໄດ້ມີການນຳໃໝ່, ທັງເປັນ ການຢືນຢັນວ່າ: ລາວ ແລະ ຫວຽດ ນາມ ບໍ່ພຽງແຕ່ແມ່ນສອງປະເທດ ບ້ານໃກ້ເຮືອນຄຽງເທົ່ານັ້ນ, ແຕ່ແມ່ນ ສອງປະເທດສະຫາຍອ້າຍນ້ອງ ທີ່ມີ ຕົ້ນກຳເນີດມາຈາກພັກກອມມູນິດອິນ ດູຈີນ, ຍຶດໝັ້ນເອກະລາດແຫ່ງຊາດ ແລະ ລັດທິສັງຄົມນິຍົມ, ສືບຕໍ່ໃຫ້ບູລິ ມະສິດການປະຕິບັດນະໂຍບາຍການ ຕ່າງປະເທດຂອງຕົນ, ຄຽງບ່າຄຽງ ໄຫລ່ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນພາລະກິດປ່ຽນແປງໃໝ່, ສ້າງ ສາພັດທະນາ ແລະ ປົກປັກຮັກສາປະ ເທດຊາດ ໃນປັດຈຸບັນ ແລະ ອະນາຄົດ. ສອງພັກ, ສອງລັດ ແລະ ປະຊາຊົນ ສອງປະເທດ ຕ້ອງມີໜ້າທີ່ຮ່ວມກັນໃນ ການປົກປັກຮັກສາ, ເພີ່ມພູນຄຸນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ ແລະ ຄວາມສາມັກຄີພິເສດ ລະຫວ່າງ ລາວ ແລະ ຫວຽດນາມ ໃຫ້ນັບມື້ນັບ ເພີ່ມທະວີຂຶ້ນສູ່ລະດັບໃໝ່, ກ້າວເຂົ້າສູ່ ລວງເລິກ, ແທດເໝາະກັບຕົວຈິງ, ມີ ປະສິດທິຜົນໃນທຸກຂົງເຂດ, ບົນພື້ນ ຖານເສີມຂະຫຍາຍນໍ້າໃຈເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ຮ່ວມມືກັນດ້ວຍຄວາມ ສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບ ຜົນປະໂຫຍດ. ສ່ວນການພົວພັນທາງ ດ້ານການເມືອງຂອງສອງປະເທດ ຖື ເປັນພື້ນຖານຫລັກ ໃນການກຳນົດແນວ ທາງການພົວພັນຮ່ວມມືລວມລະຫວ່າງ ສອງປະເທດ, ສອງຝ່າຍໄດ້ເອົາໃຈໃສ່ ຮ່ວມມືກັນຢ່າງແໜ້ນແຟ້ນໃນບັນດາ ບັນຫາຍຸດທະສາດ, ແນວທາງ ແລະ ນະໂຍບາຍທີ່ກ່ຽວຂ້ອງເຖິງຄວາມໝັ້ນ ຄົງແລະການພັດທະນາຂອງແຕ່ລະປະ ເທດ, ຮັກສາການຢ້ຽມຢາມ ແລະ ການ ພົບປະລະຫວ່າງການນຳຂັ້ນສູງຂອງ ສອງພັກ ແລະ ສອງລັດ ໃນຫລາຍຮູບ ຫລາຍແບບ ທັງໝົດນີ້ເປັນແກ່ນສານ ໃນການກຳນົດທິດໃຫ້ແກ່ການພົວພັນ ຮ່ວມມືຂອງສອງປະເທດ. ສຳລັບ ການຮ່ວມມືດ້ານເສດຖະ ກິດ ສອງຝ່າຍເຫັນດີພະຍາຍາມຊຸກຍູ້ ແລະ ສ້າງບາດກ້າວບຸກທະລຸໃນການ ຍົກສູງລະດັບການຮ່ວມມືທາງດ້ານ ເສດຖະກິດ, ວັດທະນະທຳ, ການສຶກສາ ວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ ສົມຄູ່ກັບການພົວພັນທາງດ້ານການ ເມືອງບົນພື້ນຖານການເສີມຂະຫຍາຍ ຄວາມສາມາດ ແລະ ທ່າແຮງບົ່ມຊ້ອນ ຂອງແຕ່ລະປະເທດ. ເພື່ອບັນລຸເປົ້າ ໝາຍດັ່ງກ່າວ, ສອງຝ່າຍຈະຕ້ອງໄດ້ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍບັນດາ ຂໍ້ຕົກລົງ ແລະ ສັນຍາຮ່ວມມືລະຫວ່າງ ສອງລັດຖະບານ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາ ຫະກິດຂອງສອງປະເທດ; ສືບຕໍ່ເຈລະ ຈາ, ປັບປຸງ ຫລື ເຊັນບັນດາສັນຍາໃໝ່, ຂໍ້ຕົກລົງ ເພື່ອໃຫ້ແທດເໝາະກັບສະ ພາບຕົວຈິງ, ສ້າງລະບົບກົດໝາຍທີ່ສະ ດວກສະບາຍ ໃຫ້ແກ່ການຮ່ວມມືຂອງ ສອງປະເທດ; ສອງຝ່າຍ ຕ້ອງມີບັນດາ ມາດຕະການຢ່າງລະອຽດ ເພື່ອເພີ່ມ ທະວີການເຊື່ອມຈອດ ແລະ ຊ່ວຍເຫລືອ ລະຫວ່າງສອງ ພື້ນຖານເສດຖະກິດ ລາວ-ຫວຽດນາມ ແລະ ລະຫວ່າງ ສາມພື້ນຖານເສດຖະກິດ ລາວ-ຫວຽດ ນາມ-ກໍາປູເຈຍ ໂດຍສະເພາະແມ່ນ ການເຊື່ອມຈອດທາງດ້ານກົດໝາຍ, ການເງິນ, ພື້ນຖານໂຄງລ່າງຄົມມະ ນາຄົມ, ພະລັງງານໄຟຟ້າ, ໂທລະຄົມ, ການທ່ອງທ່ຽວ, ຊຸກຍູ້ການລະດົມໃຫ້ ບັນດາຄູ່ຮ່ວມມືສາກົນທີ່ເໝາະສົມ ໃຫ້ເຂົ້າມາຮ່ວມມື ແລະ ສະໜັບສະໜູນ ບັນດາໂຄງການເຊື່ອມຕໍ່ຍຸດທະສາດ ລະຫວ່າງສອງປະເທດ; ຕ້ອງໄດ້ສຸມ ໃສ່ຍົກສູງຄຸນນະພາບ, ປະສິດທິຜົນ ໃນ ການຮ່ວມມືລົງທຶນ, ເອົາໃຈໃສ່ຜັນຂະ ຫຍາຍບັນດາໂຄງການສໍາຄັນ ເພື່ອ ຮັບປະກັນຄວາມຄືບໜ້າ ແລະ ຄຸນນະ ພາບ; ເພີ່ມທະວີການແລກປ່ຽນປະສົບ ການໃນການຄຸ້ມຄອງເສດຖະກິດມະ ຫາພາກລະຫວ່າງສອງປະເທດ; ຕ້ອງ ມີບັນດານະໂຍບາຍບຸລິມະສິດ ເພື່ອ ຊຸກຍູ້ບັນດາວິສາຫະກິດຂອງທັງສອງ ປະເທດ ໃຫ້ມາລົງທຶນໃນບັນດາຂົງ ເຂດ ທີ່ທັງສອງຝ່າຍມີທ່າແຮງ ແລະ ເຂັ້ມແຂງທີ່ສຸດ ໂດຍສະເພາະແມ່ນຂະ ແໜງພະລັງງານ(ພະລັງງານສະອາດ, ພະລັງງານທົດແທນ), ການຫັນເປັນ ດີຈິຕອນ, ເຕັກໂນໂລຊີ, ກະສິກຳ, ບໍ່ແຮ່, ການທ່ອງທ່ຽວ ແລະ ຊຸກຍູ້ການປະຕິ ບັດຮູບແບບເຂດເສດຖະກິດ ດ່ານຊາຍ ແດນຕາມແລວທາງເສດຖະກິດຕາ ເວັນອອກ-ຕາເວັນຕົກແລະຕ້ອງໄດ້ພະ ຍາຍາມຈັດຕັ້ງປະຕິບັດບັນດາມາດຕະ ການແກ້ໄຂ ເພື່ອຮັກສາການເພີ່ມຂຶ້ນ ຂອງມູນຄ່າການຄ້າສອງສົ້ນສະເລ່ຍ 10-15 ປີ; ຍູ້ແຮງບັນດາກິດຈະກຳ ສົ່ງເສີມທາງດ້ານການຄ້າ, ການສ້າງ ເຄື່ອງໝາຍການຄ້າ, ຊ່ອງທາງການ ຈໍາໜ່າຍສິນຄ້າຫວຽດນາມ ແລະ ລາວ ຢູ່ແຕ່ລະປະເທດ ເພື່ອເຮັດໃຫ້ມີການ ສົ່ງອອກ ທີ່ຍືນຍົງໃຫ້ແກ່ບັນດາຜະລິດ ຕະພັນ ແລະ ສິນຄ້າ. ພ້ອມທັງຊຸກຍູ້ ການນຳໃຊ້ເງິນຕາທ້ອງຖິ່ນ ລະຫວ່າງ ສອງປະເທດໃນການເຄື່ອນໄຫວທຸລະ ກຳດ້ານການຄ້າແລະການລົງທຶນ ເຊິ່ງ ຫວຽດນາມສ້າງທຸກເງື່ອນໄຂອຳນວຍ ສະດວກໃຫ້ລາວໃນການສົ່ງອອກແລະ ນຳເຂົ້າສິນຄ້າ ໂດຍຜ່ານທ່າເຮືອກຳ ປັ່ນທາງທະເລ ຂອງຫວຽດນາມ. ຂ່າວ-ພາບ: ທະນູທອງ ກຳມະການຄຸ້ມຄອງໄພພິບັດຂັ້ນສູນ ກາງ, ບັນດາທ່ານລັດຖະມົນຕີ, ຮອງ ລັດຖະມົນຕີ, ຮອງເຈົ້າຄອງນະຄອນ ຫລວງວຽງຈັນ ແລະ ຄະນະກຳມະ ການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ໂດຍທ່ານນາຍົກລັດຖະມົນຕີໄດ້ຊີ້ນໍາ ຫລາຍບັນຫາ ເພື່ອຮັບມື ແລະ ແກ້ໄຂ ສະພາບໄພນໍ້າຖ້ວມ. ໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄວາມ ເອົາໃຈໃສ່ຂອງຄະນະຄຸ້ມຄອງໄພພິ ບັດທຸກຂັ້ນ (ສູນກາງ, ຂັ້ນແຂວງ, ຂັ້ນ ເມືອງ); ອົງການປົກຄອງທ້ອງຖິ່ນ ລວມທັງ ພາກສ່ວນຕ່າງໆ ທີ່ໄດ້ໃຫ້ ການຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ ໄດ້ຢ່າງທັນການ. ພ້ອມນີ້ ທ່ານກໍໄດ້ ເນັ້ນໃຫ້ໃຫ້ຄະນະຄຸ້ມຄອງໄພພິບັດທຸກ ຂັ້ນ ສືບຕໍ່ຈັດຕັ້ງປະຕິບັດຕາມກົນໄກ ການເຮັດວຽກຂອງຄະນະຄຸ້ມຄອງໄພ ພິບັດ; ເອົາໃຈໃສ່ໃຫ້ການຊ່ວຍເຫລືອ ຜູ້ປະສົບໄພ ກໍຄື ຜູ້ໄດ້ຮັບຜົນກະທົບ, ຕິດຕາມ ໃຫ້ການຊ່ວຍເຫລືອເບິ່ງແຍງ ສຸຂະພາບ, ສຸຂະອະນາໄມ ຂອງຜູ້ປະ ສົບໄພໃຫ້ດີ; ຮີບຮ້ອນປັບປຸງພື້ນຖານ ໂຄງລ່າງຕ່າງໆ ທີ່ໄດ້ຮັບຜົນກະທົບ ເສຍຫາຍໃຫ້ນໍາໃຊ້ໂດຍໄວ ເພື່ອເປັນ ເງື່ອນໄຂອໍານວຍຄວາມສະດວກ ໃຫ້ ແກ່ການດໍາລົງຊີວິດຂອງປະຊາຊົນ; ສືບຕໍ່ຕິດຕາມສະພາບດິນຟ້າອາກາດ ເພື່ອສືບຕໍ່ຮັບມືກັບໄພພິບັດທີ່ອາດຈະ ເກີດຂຶ້້ນອີກໃນຕໍ່ໜ້າໃຫ້ກໍານົດແຜນ ລະອຽດ ເພື່ອກະກຽມຄວາມພ້ອມ ການຊ່ວຍເຫລືອທາງດ້ານກໍາລັງ, ອຸ ປະກອນຊ່ວຍເຫລືອ ແລະ ເຄື່ອງອຸປະ ໂພກ-ບໍລິໂພກຕ່າງໆ ຕ້ອງຮອດເປົ້າ ໝາຍຜູ້ປະສົບໄພ ຢ່າງວ່ອງໄວທັນ ການ; ເອົາໃຈໃສ່ຍົກຍ້າຍປະຊາຊົນທີ່ ມີຄວາມສ່ຽງ ແລະ ວັດຖຸສິ່ງຂອງທີ່ ຈຳເປັນໄປຢູ່ບ່ອນທີ່ປອດໄພ; ການແກ້ ໄຂໄພພິບັດ ຕ້ອງເຝົ້າຕິດຕາມລະວັງ ໂດຍມີການຈັດຕັ້ງບັນຊາ, ແບ່ງຄວາມ ຮັບຜິດຊອບລະອຽດຈະແຈ້ງ, ລົງເລີກ ຊີ້ນໍາໃຫ້ແທດຕົວຈິງ, ມີລະບົບການ ປະສານງານທີ່ສະດວກ, ວ່ອງໄວ, ມີ ແຜນການແກ້ໄຂທີ່ດີ, ມີການຕິດຕາມກວດກາຢ່າງເປັນປົກກະຕິ, ເມື່ອພົບບັນ ຫາຍຸ້ງຍາກ ໃຫ້ມີການປຶກສາຫາລືກັນ ຫລື ຂໍທິດຊີ້ນຳຈາກຂັ້ນເທິງຢ່າງທັນ ການ, ເດັດຂາດບໍ່ໃຫ້ຊັກຊ້າແກ່ຍາວ; ເອົາໃຈໃສ່ໂຄສະນາປະຊາສຳພັນ ແຈ້ງ ເຕືອນໃຫ້ພໍ່ແມ່ປະຊາຊົນ ຈົ່ງມີສະຕິ ລະມັດລະວັງ, ຕິດຕາມຂ່າວສານຢ່າງ ທົ່ວເຖິງ ກ່ຽວກັບການປ່ຽນແປງຂອງ ສະພາບອາກາດ ຜ່ານທາງສື່ອອນລາຍ ແລະ ເຝົ້າລະວັງລະດັບນ້ຳຢ່າງໃກ້ຊິດ ເປັນແຕ່ລະໄລຍະ, ການໂຄສະນາເຜີຍ ແຜ່ກະຈາຍຂ່າວຢ່າງກວ້າງຂວາງໂດຍ ສະເພາະການສະໜັບສະໜູນປະກອບ ສ່ວນ ຂອງທຸກພາກສ່ວນໃນສັງຄົມ ລວມທັງການລົງຕິດຕາມບັນຊາແກ້ ໄຂບັນຫາຢູ່ພື້ນທີ່ຕົວຈິງ ຂອງການນໍາ ທຸກຂັ້ນ ເພື່ອອອກຂ່າວໃຫ້ຖືກຕ້ອງກັບ ຄວາມຈິງ, ທັງເປັນການຕ້ານຫາງ ສຽງບໍ່ດີ ທີ່ເປັນການໃສ່ຮ້າຍປ້າຍສີ, ການໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງ ກໍຄືການ ສ້າງຄວາມປັ່ນປ່ວນຕ່າງໆ; ການບໍລິ ຫານຈັດການນໍ້າຂອງເຂື່ອນຕ່າງໆ ຕ້ອງຮັບປະກັນຄວາມປອດໄພ ແລະ ລະບາຍນໍ້າອອກ ຕ້ອງມີການປະສານ ງານກັນຄັກແນ່; ເອົາໃຈໃສ່ຕໍ່ວຽກງານ ການປ້ອງກັນຄວາມສະຫງົບ, ປົກປັກ ຮັກສາວັດຖຸສິ່ງຂອງຂອງປະຊາຊົນ ໃຫ້ດີ, ບໍ່ໃຫ້ມີການສວຍໂອກາດ ໂດຍ ສະເພາະບັນຫາຂີ້ລັກ ແລະ ການຂຶ້ນ ລາຄາສິນຄ້າ ທີ່ອາດເກີດຂຶ້ນ; ມອບໃຫ້ ຄະນະກໍາມະການຄະນະຄຸ້ມຄອງໄພ ພິບັດຂັ້ນສູນກາງຕິດຕາມ, ກວດກາ, ເກັບກໍາສັງລວມບັນດາຂໍ້ມູນຜູ້ທີ່ໄດ້ຮັບ ຜົນກະທົບທັງໝົດ ໂດຍສະເພາະແຜນ ຄວາມຕ້ອງການຕົວຈິງຕ່າງໆ ໃນສະ ເພາະໜ້າ ແລະ ຍາວນານ ສິ່ງສໍາຄັນ ແມ່ນຫລີກລ່ຽງການຂຶ້ນແຜນທີ່ຊໍ້າ ຊ້ອນ ເພື່ອເປັນການສວຍໂອກາດ. ໃນກອງປະຊຸມ, ທ່ານ ນາງ ໃບຄໍາ ຂັດຕິຍະລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະ ທານ ຜູ້ປະຈໍາການຄະນະກຳມະການ ຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ໃຫ້ຮູ້ ວ່າ:ນັບແຕ່ວັນທີ 18 ກໍລະກົດ 2024 ຮອດປັດຈຸບັນ, ສປປ ລາວ ໄດ້ຮັບຜົນ ກະທົບ ແລະ ຜົນເສຍຫາຍຈາກພາຍຸ ດີເປຣຊັນ (%eQSessJon), ພາຍຸໝູນ ເຂດຮ້ອນ ພຣະພິຣູນ (1SBQJSoon) ແລະ ລົມພາຍຸໄຕ້ຝຸ່ນຢາກິ (:A,I) ຕາມການເກັບກຳຂໍ້ມູນ ແລະ ປະເມີນ ເບື້ອງຕົ້ນມີທັງໝົດ 15 ແຂວງ, ກວມ ເອົາ100ເມືອງ,1.144ບ້ານ,45.661 ຄອບຄົວ, ຈໍານວນພົນ 176 ພັນກວ່າ ຄົນ, ຍິງ 75.054 ຄົນ, ເສຍຊີວິດ 5 ຄົນ ແລະ ສູນຫາຍ 1 ຄົນ, ຄອບຄົວ ຖືກ ນາຍົກລັດຖະມົນຕີ ຊີ້ນຳ... ຍົກຍ້າຍຊົ່ວຄາວ182ຄອບຄົວ, ເຮືອນ ເປ່ເພ 169 ຫລັງ, ເນື້້ອທີ່ທໍາການຜະ ລິດເສຍຫາຍr 13 ພັນກວ່າເຮັກຕາ, ເສັ້ນທາງ 262 ເສັ້ນ, ຂົວ 12 ແຫ່ງ, ຊົນລະປະທານ 87 ແຫ່ງ, ສຸກສາລາ 5 ແຫ່ງ, ນໍ້າລິນ 30 ແຫ່ງ, ໜອງປາ 334 ໜອງ, ສັດໃຫຍ່ ແລະ ສັດປີກ ລວມຈໍານວນ 13 ພັນກວ່າໂຕ. ປັດຈຸ ບັນ, ພາກສ່ວນກ່ຽວຂ້ອງຍັງສືບຕໍ່ເກັບ ຂໍ້ມູນຄວາມເສຍຫາຍໃຫ້ລະອຽດ ເພື່ອ ເປັນຂໍ້ມູນໃນການກຳນົດແຜນຊ່ວຍ ເຫລືອ ແລະ ຟື້ນຟູ. ສະເພາະຜົນກະທົບ ຈາກພາຍຸຢາກິ (:A,I) ມາຮອດປັດ ຈຸບັນ, ມີທັງໝົດ 8 ແຂວງເຊິ່ງແຂວງ ທີ່ໄດ້ຮັບຜົນກະທົບຫລາຍກວ່າໝູ່ ແມ່ນ ແຂວງຫລວງນໍ້າທາ ແລະ ນະຄອນ ຫລວງວຽງຈັນ. ນອກຈາກນັ້ນ, ຍັງຮັບຟັງລາຍງານ ກ່ຽວກັບແຜນການຮັບມື, ການແກ້ໄຂ ໄພພິບັດນໍ້າຖ້ວມຢູ່ບັນດາແຂວງ ແລະ ບາງແຜນຈຸດສຸມໃນຕໍ່ໜ້າ ເປັນຕົ້ນ ສະ ພາບຜົນກະທົບໄພນໍ້າຖ້ວມທີ່ເກີດຂຶ້ນ ໂດຍສະເພາະຢູ່ແຂວງຫລວງນໍ້າທາ ແລະ ນະຄອນຫລວງວຽງຈັນ; ການ ຊ່ວຍເຫລືອຕອບໂຕ້ສຸກເສີນ; ການລະ ດົມການຊ່ວຍເຫລືອ; ແຜນການຈຸດສຸມ ໃນຕໍ່ໜ້າ ແລະ ຄວາມພ້ອມດ້ານຕ່າງໆ ທີ່ຈະສາມາດຮອງຮັບການແກ້ໄຂສຸກ ເສີນ ໃຫ້ບັນດາຜູ້ປະສົບໄພນໍ້າຖ້ວມ. ຄຽງຄູ່ກັນນີ້, ກອງປະຊຸມຍັງໄດ້ຮັບຟັງ ການລາຍງານ ສະພາບຜົນກະທົບໄພ ນໍ້າຖ້ວມຕົວຈິງ ຈາກຂະແໜງການ ກ່ຽວຂ້ອງຕື່ມອີກ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ ຄວາມຄືບໜ້າຂອງການສ້າງປະຊາ ຄົມເສດຖະກິດອາຊຽນ 2025 ແລະ ວິໄສທັດຮອດປີ 2045, ແຜນການ ພັດທະນາແບບຍືນຍົງຂອງອາຊຽນ ແລະ ການຮ່ວມມືດ້ານເສດຖະກິດກັບ ພາຍນອກ ເຊິ່ງກອງປະຊຸມໃນຄັ້ງນີ້, ຈັດຂຶ້ນໃນທ່າມກາງທີ່ສະພາບການ ຂອງໂລກ ແລະ ພາກພື້ນກໍາລັງຜັນແປ ໄປຢ່າງສະຫລັບສັບຊ້ອນ ໂດຍສະ ເພາະສະພາບເສດຖະກິດ ແລະ ການ ເງິນຂອງພາກພື້ນ ແລະ ສາກົນ ຍັງສືບ ຕໍ່ຜະເຊີນກັບຄວາມບໍ່ໝັ້ນທ່ຽງທີ່ໄດ້ ຮັບຜົນກະທົບຈາກການແພ່ລະບາດ ຂອງພະຍາດ ໂຄວິດ-19, ການປ່ຽນ ແປງຂອງສະພາບດິນຟ້າອາກາດ ແລະ ຄວາມຂັດແຍ້ງທາງດ້ານພູມສາດ ການເມືອງ ໃນພາກພື້ນ ແລະ ສາກົນ ເຊິ່ງຮຽກຮ້ອງໃຫ້ພວກເຮົາຕ້ອງເພີ່ມ ທະວີຄວາມສາມັກຄີເປັນໜຶ່ງດຽວ ແລະ ຮ່ວມມືກັນຢ່າງສະໜິດແໜ້ນ ເພື່ອ ຊອກຫາມາດຕະການທີ່ເໝາະສົມ ໃນ ການແກ້ໄຂບັນ ດາສິ່ງທ້າທາຍເຫລົ່າ ນັ້ນ ແລະ ພ້ອມກັນປະຕິບັດຄໍາຂວັນ ຂອງອາຊຽນສໍາລັບປີ2024ຄື: hເພີ່ມ ທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງອາຊຽນi. ບັນດາເຫດການທີ່ກ່າວມານັ້ນ, ໄດ້ ສ້າງໂອກາດ ແລະ ສິ່ງທ້າທາຍ ຕໍ່ກັບ ພາກພື້ນອາຊຽນຂອງພວກເຮົາເຊິ່ງ ສະແດງອອກຕົວເລກການຂະຫຍາຍ ຕົວທາງດ້ານເສດຖະກິດ ຂອງອາຊຽນ ສະເລ່ຍ ແມ່ນ 4,1 ໃນປີ 2023 ແລະ ຄາດວ່າ ຈະເພີ່ມຂຶ້ນເປັນ 4,6 ໃນປີ 2024. ການລົງທຶນໃນອາ ຊຽນ ໄດ້ເພີ່ມຂຶ້ນ 0,3 ຈາກ 229 ຕື້ໂດ ລາສະຫະລັດ ໃນປີ 2022 ມາເປັນ 230 ຕື້ ໂດລາສະຫະລັດ ໃນປີ 2023; ມູນຄ່າການຄ້າດ້ານສິນຄ້າຂອງອາ ຊຽນ ໄດ້ຫລຸດລົງ 1,2 ຈາກ 3.846 ຕື້ໂດລາສະຫະລັດ ໃນປີ 2022 ມາເປັນ 3.525 ຕື້ໂດລາສະຫະລັດ ໃນປີ 2023 ແລະຄາດວ່າຈະເພີ່ມຂຶ້ນມາເປັນ3.617 ຕື້ໂດລາສະຫະລັດ ໃນປີ 2024. ຂ່າວ: ສົມຫວັງ; ພາບ: ເກດສະໜາ ພ້ອມນີ້, ຄະນະນໍາແຕ່ລະຂັ້ນຕ້ອງຜັດ ປ່ຽນກັນຫັນລົງສູ່ຮາກຖານ ເພື່ອຊຸກຍູ້ ວຽກງານໃຫ້ກັບພະນັກງານ ທີ່ຂຶ້ນກັບ ຄວາມຮັບຜິດຊອບຂອງຕົນ ຢ່າງເປັນ ປົກກະຕິ. ໃນໂອກາດດຽວກັນ, ຜູ້ເຂົ້າຮ່ວມ ຍັງໄດ້ປະກອບຄໍາຄິດຄຳເຫັນ, ແລກ ປ່ຽນບົດຮຽນ ເຊິ່ງກັນ ແລະ ກັນກ່ຽວ ກັບວຽກງານຫ້ອງການ, ວຽກງານຕິດ ຕາມກວດກາການດຳເນີນຄະດີອາຍາ, ວຽກງານຕິດຕາມກວດກາທົ່ວໄປແລະ ວຽກງານການຕິດຕາມກວດກາຄ້າຍ ຄຸມຂັງ-ດັດສ້າງ ເພື່ອນຳໄປຈັດຕັ້ງປະ ຕິບັດໃຫ້ໄດ້ຮັບຜົນດີຕາມແຜນການທີ່ ວາງໄວ້ໃນຕໍ່ໜ້າ. ຂ່າວ-ພາບ: ອອປສ ຮອງຫົວໜ້າ ອອປສ... ຜູ້ແທນສະຫະພາບເອີຣົບ, ມີເອກອັກ ຄະລັດຖະທູດແຫ່ງສະຫະພາບເອີຣົບ, ພ້ອມດ້ວຍຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດນີ້, ທ່ານ ອາດສະພັງທອງ ສີພັນດອນ ໄດ້ມີຄຳເຫັນວ່າ: ກອງປະ ຊຸມເຄືອຂ່າຍ ບັນດານະຄອນອາຊີຕາ ເວັນອອກສ່ຽງໃຕ້ ຂອງສະມາຄົມບັນ ດາເຈົ້າຄອງນະຄອນ ທີ່ນໍາໃຊ້ພາສາ ຝຣັ່ງ ໄດ້ຈັດຂຶ້ນຄັ້ງທໍາອິດໃນປີ 2017 ໂດຍບັນດາອຳນາດການປົກຄອງທ້ອງ ຖິ່ນ ໃນພາກພື້ນອາຊີຕາເວັນອອກສ່ຽງ ໃຕ້ ໄດ້ມີການຈັດກອງປະຊຸມຮ່ວມກັນ ໃນກອບຂອງຄູ່ຮ່ວມຍຸດທະສາດ ລະ ຫວ່າງ ສະມາຄົມສາກົນເຈົ້າຄອງນະ ຄອນ ທີ່ນຳໃຊ້ພາສາຝຣັ່ງ (AIMF) ຮ່ວມກັບສະຫະພາບເອີຣົບ (E6) ໃນ ກອງປະຊຸມດັ່ງກ່າວ, ໄດ້ຍົກໃຫ້ເຫັນ ເຖິງຄວາມສຳຄັນ ແລະ ຄວາມຈຳເປັນ ຂອງການສ້າງຕັ້ງ ເຄື່ອຂ່າຍບັນດານະ ຄອນໃນພາກພື້ນອາຊີຕາເວັນອອກ ສຽງໃຕ້(RVASE)ໂດຍມີຈຸດປະສົງ ເພື່ອການເສີມຂະຫຍາຍການຮ່ວມມື ແລະ ການແລກປ່ຽນແນວທາງການ ຈັດຕັ້ງປະຕີບັດ ທີ່ແທດເໝາະໃນການ ຮັບມືກັບວິກິດການ, ການເຊື່ອມໂຍງ ພົນລະເມືອງ ແລະ ການສົ່ງເສີມທາງ ດ້ານການພັດທະນາຕົວເມືອງ ແຜນຈັດ ຕັ້ງປະຕິບັດງານ ໄດ້ມີການຮັບຮອງ ໂດຍລະບຸຊັດເຈນດ້ານກອບຂອງການ ຮ່ວມມືເພື່ອໃຫ້ບັນລຸເປົ້າໝາຍຮ່ວມ ກັນເຊັ່ນ: ການຄຸ້ມຄອງຂໍ້ມູນດ້ານເຕັກ ໂນໂລຊີ, ການຫັນເປັນນະຄອນອັດສະ ລິຍະ, ການຫັນເປັນຕົວເມືອງຕົວແບບ ມາດຖານ ແລະ ມີຄວາມເຂັ້ມແຂງໃນ ການຕ້ານກັບການປ່ຽນແປງທາງ ດ້ານດິນຟ້າອາກາດ. ກອງປະຊຸມຄັ້ງນີ້, ຈະກາຍເປັນຂີດ ໝາຍສໍາຄັນ ໃຫ້ຄະນະຜູ້ແທນທັງໝົດ ໄດ້ປະກອບຄໍາເຫັນ, ປຶກສາຫາລື, ແລກ ປ່ຽນທັດສະນະຢ່າງເປັນຮູບປະທໍາ ດ້ວຍເຫດຜົນຢ່າງເໝາະສົມແນໃສ່ ເສີມສ້າງການພົວພັນ ແລະ ການຮ່ວມ ມືຂອງຂົງເຂດ. ພ້ອມນັ້ນ, ນະຄອນ ຫລວງວຽງຈັນ ໄດ້ປະກອບສ່ວນສໍາ ຄັນ ເຂົ້າໃນການເສີມສ້າງຄວາມສາ ມັກຄີ, ການພົວພັນຮ່ວມມືຈະສືບຕໍ່ຊຸກ ຍູ້ນະໂຍບາຍ ແລະ ການຈັດຕັ້ງປະຕິບັດ ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງເພື່ອການພັດທະນາແບບ ຍືນຍົງ. ພ້ອມນີ້, ສປປ ລາວ ຍັງໄດ້ກຳ ນົດເອົາປີນີ້ເປັນ hປີທ່ອງທ່ຽວລາວ 2024i ເພື່ອສົ່ງເສີມການທ່ອງທ່ຽວ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ການ ຮ່ວມມືທາງດ້ານເສດຖະກິດ-ສັງຄົມ ຮ່ວມກັບບັນດາປະເທດອາຊຽນໃນ ພາກພື້ນ ແລະ ໃນໂລກ ເຊິ່ງຈະນໍາເອົາ ຜົນປະໂຫຍດ ທາງດ້ານເສດຖະກິດ ໃນ ທາງກົງ ແລະ ທາງອ້ອມເຊື່ອມຈອດ ກັບພາກພື້ນ ແລະ ສາກົນ. ຂ່າວ: ກິດຕາ; ພາບ: ອ່າຍຄຳ

RkJQdWJsaXNoZXIy MTc3MTYxMQ==