ຮອງປະທານປະເທດ ຕ້ອນຮັບ ຄະນະຜູ້ແທນສູນກາງພັກກອມມູນິດຈີນ

16/09/2024 15:03
Email Print 202
ຂປລ ຂປລ. ໃນວັນທີ 13 ກັນຍາ 2024 ຜ່ານ​ມາ, ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງ, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ຈ້າວ ຊື້ທົງ ຜູ້ຊ່ວຍ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຈີນ ພ້ອມຄະນະ ​ໃນ​ໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 13-14 ກັນຍາ 2024.



ຂປລ. ໃນວັນທີ
13 ກັນຍາ 2024 ຜ່ານ​ມາ, ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງ, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ຈ້າວ ຊື້ທົງ ຜູ້ຊ່ວຍ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຈີນ ພ້ອມຄະນະ ​ໃນ​ໂອກາດເດີນທາງມາຢ້ຽມຢາມ ແລະ  ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 13-14 ກັນຍາ 2024.

ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຊົມເຊີຍຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງຄະນະ, ຕີລາຄາສູງຜົນສຳເລັດການສ້າງສາ ພັດທະນາປະເທດຊາດ ທີ່ປະຊາຊົນຈີນອ້າຍນ້ອງຍາດມາໄດ້ ໃນໄລຍະຜ່ານມາ ໂດຍພາຍໃຕ້ການນຳພາ ຂອງພັກກອມມູນິດຈີນ ທີ່ມີ ສະຫາຍ ສີຈິ້ນຜິງ ເປັນແກນກາງ, ຊົມເຊີຍ ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ສະໄໝທີ 20 ຂອງພັກກອມມູນິດຈີນ ທີ່ໄຂຂຶ້ນໃນກາງເດືອນກໍລະກົດ ຜ່ານມາ. ພ້ອມ​ທັງໄດ້ແຈ້ງສະພາບພົ້ນເດັ່ນຂອງພັກ, ລັດ ໃນໄລຍະຜ່ານມາ ໂດຍສະເພາະ ຜົນສຳເລັດ ໃນການສ້າງສາພັດທະນາ ເສດຖະກິດ-ສັງ ຄົມ, ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ໄລຍະທ້າຍສະໄໝ, ການກະກຽມກອງປະຊຸມ 3 ຂັ້ນ ເພື່ອກ້າວໄປສູ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ການຮັບມືກັບສະພາບຄວາມຫຍຸ້ງຍາກ ດ້ານເສດຖະກິດ, ການເງີນ ແລະ ການເປັນເຈົ້າພາບ ກອງປະຊຸມອາຊຽນຂອງລາວ; ຕີລາຄາສູງການພົວພັນຮ່ວມມື ລະຫວ່າງ ສອງພັກ ລາວ-ຈີນ ກໍຄື ໝາກຜົນຂອງການຈັດຕັ້ງ ປະຕິບັດແຜນການຮ່ວມມື 2 ພັກ ໃນໄລຍະຜ່ານມາ. ພ້ອມ​ນີ້, ສະຫາຍ​ຍັງຊີ້ນຳໃຫ້ຄະນະ ພົວພັນຕ່າງປະເທດ ຂອງ 2 ສູນກາງພັກ ສືບຕໍ່ປະສານສົມທົບ ກັນຢ່າງໃກ້ຊິດ ໃນການຈັດຕັ້ງຜັນຂະຫຍາຍ ເນື້ອໃນຈິດໃຈທີ່ການນຳສູງສຸດ 2 ພັກ, 2 ປະເທດໄດ້ຕົກລົງ ເປັນເອກະພາບນຳກັນໃນຜ່ານມາ, ສືບຕໍ່ການຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ບົດສະບັບໃໝ່ (2024-2028) ໃຫ້ມີຄຸນນະພາບສູງ, ມາດຕະຖານສູງ ແລະ ລະດັບສູງກວ່າເກົ່າ, ສືບຕໍ່ເຮັດໜ້າທີ່ເປັນ ເສນາທິການໃຫ້ແກ່ 2 ພັກ ໃນການເພີ່ມພູນຄູນສ້າງສາຍພົວພັນ ລາວ-ຈີນ ໃຫ້ສືບຕໍ່ເຂົ້າສູ່ລວງເລິກ ໃນທຸກຂົງເຂດ ແລະ ກ້າວສູ່ລະດັບ ໃໝ່ ຢ່າງບໍ່ຢຸດຢັ້ງ.



ສະຫາຍ ຈ້າວ ຊື້ທົງ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ບຸນທອງ ຈິດມະນີ ທີ່ໃຫ້ກຽດຕ້ອນຮັບ ແລະ ໄດ້ແຈ້ງສະພາບພົ້ນເດັ່ນຂອງ ສປ ຈີນ ໃຫ້ຊາບ
, ຕີລາຄາສູງ ການພົວພັນຮ່ວມມື ສອງຝ່າຍໃນໄລຍະຜ່ານມາ, ພ້ອມທັງໄດ້ສະເໜີບາງທິດທາງ ແຜນການໃນຕໍ່ໜ້າ ໃນການສືບຕໍ່ຈັດຕັ້ງປະຕິ ບັດ ບັນດາເນຶ້ອໃນຈິດໃຈ ທີ່ການນຳຂັ້ນສູງສອງພັກ, ສອງລັດ ໄດ້ຕົກລົງເປັນເອກະພາບກັນ ໃນຜ່ານມາ ກໍຄື ການຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍການ ສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ແຜນການຮ່ວມມື ລະຫວ່າງ ສອງພັກ ໃຫ້ມີປະສິດທິຜົນສູງກວ່າເກົ່າ ແລະ ໄດ້ສະແດງຄວາມຊົມເຊີຍຜົນສໍາເລັດດ້ານຕ່າງໆ ໃນການສ້າງສາພັດທະນາປະເທດຊາດ ທີ່ປະຊາຊົນລາວ ຍາດມາໄດ້ພາຍໃຕ້ການນໍາພາອັນຖືກ ຕ້ອງຂອງພັກປະຊາຊົນ ປະຕິວັດລາວ ໂດຍສະເພາະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ສະໄໝທີ XI ໄລຍະທ້າຍວາລະ, ການປະຕິບັດ 2 ວາລະແຫ່ງຊາດ, ການຮັບມືກັບສະພາບຄວາມຫຍຸ້ງຍາກ ດ້ານເສດຖະກິດ, ການ​ເງິນ ແລະ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປັດຈຸບັນ.



ໃນວັນດຽວກັນ
, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກໍໄດ້ໃຫ້ການຕ້ອນຮັບເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຈ້າວ ຊື້ທົງ ພ້ອມດ້ວຍຄະນະ ເຊິ່ງ 2 ຝ່າຍ ໄດ້ຢືນຢັນໃນການສືບຕໍ່ປະສານສົມທົບ ແລະ ຮ່ວມມືກັນ ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ບັນດາໂຄງການຮ່ວມມື ສອງຝ່າຍ ໃຫ້ເກີດດອກອອກຜົນ, ເອກະພາບກັນ ກ່ຽວກັບທິດທາງແຜນການຮ່ວມມື 2 ພັກ, 2 ຄະນະພົວພັນຕ່າງປະເທດສູນກາງພັກ ໃນຕໍ່ໜ້າ ເພື່ອຊຸກຍູ້ ການຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ສະບັບໃໝ່, ແລກປ່ຽນຄຳຄິດເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ທັງ 2 ຝ່າຍມີໃຫ້ຄວາມສົນໃຈຮ່ວມກັນ.

ໃນໄລຍະການເຄື່ອນໄຫວຢູ່ ສປປ ລາວ, ຄະນະຍັງໄດ້ຢ້ຽມຢາມເມືອງວັງວຽງ ແຂວງວຽງຈັນ ແລະ ໄດ້ສຳຜັດຕົວຈິງ ກັບການນັ່ງລົດໄຟ ລາວ-ຈີນ ທີ່ເປັນສັນຍາລັກສຳຄັນ ຂອງໝາກຜົນ ການພົວພັນ ລາວ-ຈີນ.

KPL

ຂ່າວອື່ນໆ

    • ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງການເມືອງ

      ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ

      9/18/2024 5:20:19 PM

      ຂປລ. ກອງປະຊຸມຄົບຄະນະເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງນະຄອນອາຊຽນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ (ນວ), ມີທ່ານ ນາງ ເບີນາເດຍ ອີຣາວາຕີ ຈັນດຣາເດວີ ເລຂາທິການອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນອາຊີ-ປາຊີຟິກ, ບັນດາເຈົ້າຄອງ-ຮອງເຈົ້າຄອງນະຄອນຫລວງອາຊຽນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມືການເມືອງ

      ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມື

      9/18/2024 5:14:01 PM

      ຂປລ. ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ນະຄອນຫລວງວຽງຈັນ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 17 ກັນຍາ 2024 ເຊິ່ງຝ່າຍລາວນຳໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ຝ່າຍຫວຽນາມ ນຳໂດຍ ສະຫາຍ ເຈີ່ນ ສີ ແທ່ງ ປະທານຄະນະກຳມະ ການປະຊາຊົນ ນະຄອນຫລວງຮ່າໂນ້ຍ ພ້ອມດ້ວຍຂະແໜງການກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    • ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາການເມືອງ

      ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາ

      9/18/2024 5:07:20 PM

      ຂປລ. ໃນວັນທີ 17 ກັນຍາ 2024, ທີ່ນະຄອນຫລວງວຽງຈັນ ໄດ້ມີການພົບປະລະຫວ່າງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ສປປ ລາວ ແລະ ທ່ານ ດາເຣັນຕັງ ຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ (WIPO) ເພື່ອຜັນຂະຫຍາຍວຽກງານການຮ່ວມມື ທາງດ້ານຊັບສິນທາງປັນ ຍາ ແລະ ການຮ່ວມມືໃນຂອບອາຊຽນ.

    • ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນການເມືອງ

      ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

      9/18/2024 4:50:27 PM

      ຂປລ. ແຫລ່ງຂ່າວ ຈາກແຂວງສາລະວັນ ໃຫ້ຮູ້ວ່າ: ພິທີປະກາດການແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງແຂວງ ສາລະວັນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ແລະ ພະນັກງານຫລັກແຫລ່ງ ເຂົ້າຮ່ວມ.

    • ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາການເມືອງ

      ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ

      9/18/2024 4:44:04 PM

      ຂປລ. ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລົງນາມສັນຍາການຮ່ວມມື ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ອົງການຊັບສິນທາງປັນຍາໂລກ ກ່ຽວກັບການພັດທະນາການ ໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ ໃນວັນທີ 18 ກັນຍາ 2024

ads
ads

Top