ປ່ຽນພຶດຕິກຳ ມັກງ່າຍ ເພື່ອຫລຸດຜ່ອນບັນຫານ້ຳຖ້ວມຂັງຫົນທາງ

13/09/2024 07:17
Email Print 635
ຂປລ ບັນຫານ້ຳຖ້ວມຂັງຖະໜົນຫົນທາງ ບໍ່ແມ່ນຫາກໍ່ເກີດຂຶ້ນມື້ນີ້ ມື້ວານ, ແຕ່ມັນແມ່ນບັນຫາທີ່ເກີດຂຶ້ນມາຍາວນາມທີ່ຍັງແກ້ໄຂບໍ່ທັນຕົກ.

*ບັນຫານ້ຳຖ້ວມຂັງຖະໜົນຫົນທາງ ບໍ່ແມ່ນຫາກໍ່ເກີດຂຶ້ນມື້ນີ້ ມື້ວານ, ແຕ່ມັນແມ່ນບັນຫາທີ່ເກີດຂຶ້ນມາຍາວນາມທີ່ຍັງແກ້ໄຂບໍ່ທັນຕົກ. ພໍແຕ່ຝົນຕົກລົງມາຫລາຍຊົ່ວໂມງຕິດຕໍ່ກັນ, ເຮືອນຊານໃຜທີ່ຢູ່ພື້ນທີ່ຕ່ຳແຄມຖະໜົນຫລວງ ຫລື ສີ່ແຍກໍທຳໃຈໄດ້ເລີຍວ່າ ນ້ຳຕ້ອງຍຶ່ງຖ້ວມເຂົ້າມາໃນເຮືອນ, ໃນຫ້ອງ,​ ຮ້ານຄ້າຢ່າງແນ່ນອນ. ນອກຈາກນີ້, ຍັງສ້າງຄວາມຫຍຸ້ງຍາກໃຫ້ແກ່ການສັນຈອນໄປມາ ແລະ ກາຍເປັນອຳມະພາໄປໃນຕົວ ອັນໄດ້ເກີດຄຳຖາມເຖິງສາເຫດ ແລະ ວິທີແກ້ໄຂຈາກທຸກພາກສ່ວນ.

          ປັດຈຸບັນນີ້, ເຫັນວ່າຝົນຍັງສືບຕໍ່ຕົກຢ່າງຕໍ່ເນື່ອງໃນຂອບເຂດທົ່ວປະເທດ. ໃນນັ້ນ, ບາງທ້ອງຖິ່ນກໍ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢ່າງໜັກໜ່ວງ ໂດຍສະເພາະແມ່ນບັນດາແຂວງພາກເໜືອຂອງລາວເຮົາ ອັນໄດ້ສ້າງຄວາມເສຍຫາຍບໍ່ໜ້ອຍຕໍ່ຊັບສິນ, ເຮືອນຊານບ້ານຊ່ອງຂອງປະຊາຊົນບັນດາເຜົ່າ. ແນວໃດກໍ່ຕາມ ກັບມາເວົ້າເຖິງບັນຫານ້ຳຖ້ວມຂັງຖະໜົນຫົນທາງນັ້ນ, ຖ້າເວົ້າຕາມເປັນຈິງແລ້ວ ບັນຫາຂອງມັນທຸກໆຄົນຕ່າງກໍ່ຮູ້ ແລະ ມັນບໍ່ໄດ້ເກີດມື້ໜຶ່ງມື້ດຽວ ແຕ່ມັນໄດ້ສະສົມເທື່ອລະໜ້ອຍ ແລະ ຈາກບັນຫາໜ້ອຍກໍ່ກາຍເປັນບັນຫາໃຫຍ່ ເຊິ່ງສ່ວນຫລາຍ ພວກເຮົາທຸກຄົນມີສ່ວນ ເຮັດໃຫ້ບັນຫານັ້ນເກີດຂຶ້ນ ໂດຍສະເພາະແມ່ນການຖິ້ມເສດຂີ້ເຫຍື້ອລົງສູ່ຖະໜົນຫົນທາງ, ປັດກວາດຝຸ່ນ ດິນ ອັດຕັນຮ່ອງລະບາຍນ້ຳ, ທາງຮ່ອມໃນແຕ່ລະບ້ານຍັງເປັນທາງດິນແດງ, ລົດລາງພາຫະນະແກ່ດິນ, ຖົມດິນ ທຽວເຂົ້າ-ອອກ ມີຕົມຕິດເປື້ອນທາງ ຫລື ອາດເກີດຂຶ້ນຈາກຄົນບາງຄົນແກ່ດິນ, ຖົມດິນບໍ່ຜ່ານການກວດກາ ຫລື ຄິິດເຖິງສະ ພາບພື້ນທີ່ ທີ່ເປັນໜອງ, ບຶງທີ່ເປັນອັນຮອງຮັບນ້ຳໃນຍາມຝົນ ຖືກຖົມເປັນພື້ນທີ່ປູກສ້າງ, ບາງບ່ອນບໍ່ໄດ້ເຮັດຮ່ອງລະບາຍນ້ຳ ຈຶ່ງພາໃຫ້ເກີດຜົນກະທົບໂດຍສ່ວນລວມ. ແຕ່ການແກ້ໄຂໃນປັດຈຸບັນກໍ່ຄືຜ່ານມາເປັນພຽງການແກ້ໄຂໃນສະເພາະໜ້າ, ເປັນການແກ້ໄຂປາຍເຫດເທົ່ານັ້ນ, ຍັງບໍ່ທັນໄດ້ລົງເລິກເຖິງຕົ້ນເຫດ ເມື່ອຝົນເຊົາ ນ້ຳກໍ່ລົດລົງ, ມື້ໜ້າຝົນຕົກມາ ກໍ່ຍຶ່ງຖ້ວມໃໝ່ໝູນວຽນກັນໄປຢູ່ແນວນັ້ນ. 

          ແນວໃດກໍ່ດີ ສິ່ງສຳຄັນຄືສ້າງຈິດສຳນຶກຕໍ່ການປົກປັກຮັກສາສະພາບແວດລ້ອມໃນຊຸມຊົນ, ຢຸດຕິການກະທຳທີ່ມັກງ່າຍໃນການຖິ້ມຂີ້ເຫຍື້ອຊະຊາຍ ຫັນມາຖິ້ມຂີ້ເຫຍື້ອໃຫ້ຖືກທີ່ ຖືກບ່ອນ ເພື່ອຫລຸດຜ່ອນການອັດຕັນຮ່ອງລະບາຍນ້ຳ ແລະ ກ່ອນຈະຖົມ, ຈະສ້າງຫຍັງໃນຕົວເມືອງ ກໍ່ຕ້ອງໄດ້ຮັບອະນຸຍາດຈາກພາກສ່ວນກ່ຽວຂ້ອງກ່ອນ ວ່າຈະບໍ່ມີຜົນກະທົບແນວໃດຕາມມາ. ຂະນະທີ່ພາກສ່ວນທີ່ມີໜ້າທີ່ຮັບຜິດຊອບວຽກງານບໍລິການຕົວເມືອງ ຕ້ອງເອົາໃຈໃສ່ເກັບກຳສະພາບບັນຫາ, ສະຖິຕິແຕ່ລະຈຸດນ້ຳຖ້ວມຂັງໃນໄລຍະຜ່ານມາ ແລ້ວລົງມືກະກຽມລ່ວງໜ້າ ຕັ້ງແຕ່ຕອນບໍ່ທັນຮອດລະດູຝົນ, ບໍ່ແມ່ນຝົນຕົກລົງມາ ນ້ຳອ່າງຂັງແລ້ວ ຈຶ່ງງົນໆທາວເທົາ ພໍເປັນພິທີເທົ່ານັ້ນ. ຫວັງວ່າແຕ່ນີ້ຕໍ່ໄປ ທຸກໆຄົນ ທຸກໆພາກສ່ວນໃນສັງຄົມ ແລະ ພາກສ່ວນກ່ຽວຂ້ອງຈະເປັນເຈົ້າການໃນການປັບປຸງ ປ່ຽນແປງ ເພື່ອການແກ້ໄຂທີ່ດີຂຶ້ນ ແລະ ຫວັງຢ່າງຍິ່ງວ່າ ນ້ຳຖ້ວມກະທັນຫັນເຫລົ່ານັ້ນ ຈະໝົດໄປໃນສັງຄົມພວກເຮົາ.

          ໂດຍ: ຢ່າຕົ່ງ.  

KPL

ຂ່າວອື່ນໆ

    • ຄວາມສຳຄັນການປັບປຸງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນບົດ-ສາລະຄະດີ

      ຄວາມສຳຄັນການປັບປຸງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ

      3/19/2025 8:29:41 PM

      ທ່ານ ວິໄລວົງ ບຸດດາຄຳ ລັດຖະມົນຕີກະຊວງພາຍໃນ ໄດ້ສະເໜີປັບປຸງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດ ທີ IX ເຊິ່ງຜ່ານການຕີລາຄາການຈັດຕ້ັງປະຕິບັດກົດໝາຍເຫັນວ່າ: ມີບາງບັນຫາທີ່ຄ້າງຄາ ແລະ ບໍ່ສາມາດຈັດຕັ້ງປະຕິບັດໄດ້ດີເທົ່າທີ່ຄວນ.

    • ຄຳ: ຫລາບ-ລາບ-ຫລິດ-ລິດ ໃນພາສາລາວບົດ-ສາລະຄະດີ

      ຄຳ: ຫລາບ-ລາບ-ຫລິດ-ລິດ ໃນພາສາລາວ

      3/19/2025 8:19:45 PM

      ໃນບັນດາຄໍາສັບທີ່ມີຕົວແກນເປັນອັກສອນສູງ ແລະ ຕໍ່າ ທີ່ມີສະຫລະຕົວດຽວກັນ, ປະກອບຕົວສະກົດຕາຍ (ກດບ) ແນ່ນອນແລ້ວວ່າການອ່ານອອກສຽງບາງຄໍາໃກ້ຄຽງກັນທີ່ສຸດ, ສະນັ້ນ ການຂຽນຈຶ່ງຕ້ອງເອົາໃຈໃສ່ເປັນພິເສດ ໂດຍອາໄສຄວາມຈື່ຈໍາດ້ານຫລັກໄວຍາກອນເປັນສໍາຄັນ.

    • ການແກ້ໄຂບັນຫາຄວາມອຶດຫີວແບບເຊຶ່ອງຊ້ອນ ຈະສ້າງຄວາມເຂັ້ມແຂງດ້ານຊັບພະຍາກ່ອນມະນຸດບົດ-ສາລະຄະດີ

      ການແກ້ໄຂບັນຫາຄວາມອຶດຫີວແບບເຊຶ່ອງຊ້ອນ ຈະສ້າງຄວາມເຂັ້ມແຂງດ້ານຊັບພະຍາກ່ອນມະນຸດ

      3/19/2025 8:07:58 PM

      ຄວາມອຶດຫິວແບບເຊື່ອງຊ້ອນບ່ໍແມ່ນບັນຫາຂອງປະຊາຊົນຜູ້ທຸກຍາກເທົ່ານັ້ນ.

    • ລະນຶກເຫດການບັ້ນຮົບເມືອງທ່າແຂກ 21 ມີນາບົດ-ສາລະຄະດີ

      ລະນຶກເຫດການບັ້ນຮົບເມືອງທ່າແຂກ 21 ມີນາ

      3/19/2025 6:37:01 AM

      ວັນທີ 21 ມີນາ ແມ່ນວັນໜ່ງທີ່ສຳຄັນໃນປະຫວັດສາດຂອງຊາດລາວເຮົາ, ເປັນວັນທີ່ພວກຈັກກະພັດລ່າເມືອງຂຶ້ນໄດ້ສ້າງໂສກນາດຕະກຳໃຫ້ປະຊາຊົນລາວ ເມືອງທ່າແຂກ ແລະ ພະນັກງານນັກຮົບຂອງພວກເຮົາ, ແມ່ນວັນທ່ີປວງຊົນລາວທັງຊາດ, ເວ້ົາລວມ, ເວົ້າສະເພາະແມ່ນປະຊາຊົນເມືອງ ທ່າແຂກ ກໍຄືປະຊາຊົນພາຍໃນ ແຂວງຄໍາມ່ວນ ຈົດຈໍາໄດ້ຢ່າງບໍ່ມີມື້ຫລົງລືມເພາະກ່ອນໜ້ານີ້ ຄືວັນທີ 21 ມີນາ ປີ 1946 ພວກລ່າເມືອງຂຶ້ນຝຣັ່ງທີ່ເຄີຍປະລາໄຊຢູ່ລາວ ໄດ້ກັບຄືນມາຮຸກຮານລາວອີກຄັ້ງໃໝ່.

    • ວິທີກ້າຖົ່ວງອກທີ່ໄດ້ຮັບຜົນດີບົດ-ສາລະຄະດີ

      ວິທີກ້າຖົ່ວງອກທີ່ໄດ້ຮັບຜົນດີ

      3/19/2025 5:58:29 AM

      ປັດຈຸບັນ ຖົ່ວງອກກຳລັງເປັນທ່ີນິຍົມບໍລິໂພກຢ່າງຫລວງຫລາຍ ບ່ໍວ່າຈະໃສ່ເຂົ້າປຽກ, ໃສ່ລາບ ແລະ ອ່ືນໆ, ແຕ່ທ່ານຮູ້ບ່ໍວ່າຖ່ົວງອກຍັງມີສານອາຫານທ່ີມີປະໂຫຍດຕ່ຮ່າງກາຍມີທາດໂປຣຕີນ, ວິຕາມິນ ແລະ ເກືອແຮ່ ເຊິ່ງເປັນທາດທີ່ດີຕ່ໍສຸຂະພາບຂອງຄົນເຮົາ.

ads
ads

Top