ຫັດຖະກໍາຈາກພູມປັນຍາຊ່ວຍສ້າງລາຍຮັບໄດ້ຫມັ້ນຄົງ

12/09/2024 07:18
Email Print 629
ຂປລ ການ​ຫຍິບ​ປັກ​ຖັກ​ແແຊ່ວເປັນມູນເຊື້ອ ແລະ ສິລະ​ປະວັດທະນະ​ທໍາ ຂອງ ​ແມ່ຍິງ​ລາວເຮົາທີ່​ສືບ​ກັນ​ມາ​ແຕ່​ດົນ​ນານ ​ເພື່ອ​ຜະລິດ​ເຄື່ອງ​ຫົ່ມ ​ແລະ ​ເຄື່ອງ​ໃຊ້​ພາຍ​ໃນ​ຄອບຄົວ ​ແຕ່​ປັດຈຸບັນນີ້.

ການ​ຫຍິບ​ປັກ​ຖັກ​ແແຊ່ວເປັນມູນເຊື້ອ ແລະ ສິລະ​ປະວັດທະນະ​ທໍາ ຂອງ ​ແມ່ຍິງ​ລາວເຮົາທີ່​ສືບ​ກັນ​ມາ​ແຕ່​ດົນ​ນານ ​ເພື່ອ​ຜະລິດ​ເຄື່ອງ​ຫົ່ມ ​ແລະ ​ເຄື່ອງ​ໃຊ້​ພາຍ​ໃນ​ຄອບຄົວ ​ແຕ່​ປັດຈຸບັນນີ້ ສິ່ງ​ເຫລົ່າ​ນີ້ ​ໄດ້​ສ້າງ​ມູນ​ຄ່າເພີ່ມ, ​ສ້າງ​ລາຍ​ຮັບ​ສ້າງ​ເສດຖະກິດ​ເຂົ້າ​ຄອບຄົວ ​ເໝືອນດັ່ງ ຄອບຄົວ​ຂອງ ນາງ ພີນ ປັນຍາທອງ ຜະລິດ​ ຫັດຖະ​ກໍາ​ປັກ​ແຊ່ວ ຂາຍ​ສາມາດ​ສ້າງ​ລາຍ​ຮັບ​ເຂົ້າ​ຄອບຄົວ ​ເຊິ່ງມັນ​ໄດ້​ສ້າງ​ຄວາມ​ພາກພູມ​ໃຈ​ໃຫ້​ຜູ້​ ​ປະ​ກອນ​ການ​ຫລາຍ​ຄົນ​ທີ່​ໄດ້​ພູມ​ປັນຍາ​ຂອງ​ແມ່ຍິງ​ລາວ​ເພື່ອ​ສ້າງ​​ເສ​ດຖະກິດ​ໃຫ້​ຄອບຄົວ.

ນາງ ພີນ ປັນຍາທອງ ອາຍຸ 40 ປີ ປະຈຸບັນຢູ່ບ້ານໃໝ່ໜອງຊາງ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ເພິ່ນໄດ້ເລົ່າສູ່ທີມຂ່າວ ແຂວງໄຊຍະບູລີ ຟັງວ່າ: ຄອບຄົວຂອງເພິ່ນມີນໍາກັນ 4 ຄົນ ມີແຮງງານຕົ້ນຕໍ 1 ຄົນ ກ່ອນຈະມາເຖິງຈຸດນີ້ໄດ້ນັ້ນ ໃນເມື່ອກ່ອນຄອບຄົວຂອງເພິ່ນກໍ່ໄດ້ເຮັດໄຮ່ໄຖນາ ປົກກະຕິຕາມຄົນທົ່ວໆໄປ ຊີວິດການເປັນຢູ່ໃນໄລຍະນັ້ນ ກໍ່ພໍກຸ້ມຢູ່ກຸ້ມກິນໄປແຕ່ລະວັນ ເພື່ອເປັນການຊອກຫາລາຍໄດ້ຊ່ວຍຜູ້ເປັນສາມີ ສາມີເປັນຄູສອນຢູ່ເມືອງຊຽງຮ່ອນ ຕົນເອງກໍ່ເລີຍປຶກສາກັບຄອບຄົວ ແລະ ຜູ້ເປັນແມ່ເຖົ້າ ໃນເວລານັ້ນແມ່ເຖົ້າເພິ່ນຕໍ່າຫູກທໍໄໝຫາລາຍໄດ້ເຂົ້າຄອບຄົວໄດ້ດີ. ຮອດປີ 2018 ຕົນເອງກໍ່ເລີຍເລີ່ມຕົ້ນຕໍ່າຫູກທໍໄໝ ສືບທອດຂອງຜູ້ເປັນແມ່ຕໍ່ສິ້ນ, ຕໍ່າແຜ່ນແພເສື້ອ, ຜ້າບ່ຽງ, ຖົງ, ຍ້ອມສີເປືອກດູ່ລາຍລື້ ເຮັດເປັນແບບຄອບຄົວ ເຫັນວ່າມີລາຍໄດ້ເຂົ້າໃນຄອບຄົວດີ ແລະ ເປັນສິ່ງຕ້ອງການຂອງສັງຄົມຫລາຍຂຶ້ນ ບາງຊ່ວງກໍ່ບໍ່ພຽງພໍກັບຄວາມຕ້ອງການຂອງລູກຄ້າ ເມື່ອເປັນເຊັ່ນນັ້ນຕົນເອງເລີຍເພີ່ມກີ່ຕໍ່ຫູກຂຶ້ນໃນແຕ່ລະປີ ໂດຍສ້າງໃຫ້ເປັນສາຂາ ເຮົາເປັນຜູ້ສະ ໜອງກີ່, ເຄືອຫູກ, ຝ້າຍ ແລະ ລວດລາຍຕ່າງໆ ເປັນຜູ້ກໍານົດໃນຄາລາຕໍ່າຜືນໜຶ່ງ ຈະຕົກຢູ່ 2 ແສນ ຫາ 2 ແສນ 50 ພັນກີບ ຂຶ້ນກັບຢູ່ວ່າລວດລາຍຍາກ ຫລື  ງ່າຍ, ຂະໜາດຜືນຜ້າ 180 ແລະ 110 ເຊັນ. ມາຮອດປັດຈຸບັນນີ້ ມີກີ່ຕໍ່າຫູກທັງໝົດ 100 ກີ່ ຢູ່ພາຍໃນເມືອງ ແລະ ແຂວງອຸດົມໄຊ ແຕ່ລະເດືອນແມ່ນຈະໄດ້ຜ້າທີ່ສັ່ງມາ 50 ຜືນ ຖ້າວ່າການຂາຍຜະລິດຕະພັນຂອງເຮົາແມ່ນຂຶ້ນກັບ ລວດລາຍ ຖ້າລວດລາຍທີ່ຍາກ ແມ່ນລາຄາຈະຢູ່ໃນ 5 ແສນກີບ ຖ້າລວດລາຍທໍາມະດາຈະຢູ່ໃນລະດັບ 4 ແສນກີບຕໍ່ຜືນ. ການຂາຍແມ່ນລູກຄ້າຈະມາເລືອກຊື້ຢູ່ກັບທີ່ຮ້ານບາງຄັ້ງລູກຄ້າເອົາຫລາຍຢູ່ຕ່າງເມືອງຕ່າງແຂວງ ແມ່ນພວກເຮົາຈະໄປສົ່ງໃຫ້ລູກຄ້າກັບທີ່, ບາງຄັ້ງກໍ່ຂາຍທາງອອນລາຍໄລສົດ ແຕ່ລະເດືອນສົ່ງອອກ 30 ຜືນ ສັງລວມແລ້ວການຂາຍເຄື່ອງບໍ່ຫລຸດ 30 ຜືນ ເມື່ອສັງລວມລາຍຮັບປີໜຶ່ງຈະໄດ້ 150 ລ້ານກີບ. ສິ່ງດັ່ງກ່າວໄດ້ຢັ້ງຢືນວ່າປັດຈຸບັນຄອບຄົວຂອງຂ້າພະເຈົ້າດີຂຶ້ນກວ່າແຕ່ກ່ອນ ມີເງິນຊື້ພາຫະນະຮັບໃຊ້ຄອບຄົວ, ມີເງິນແຮ່ໄວ້ໃຊ້ຍາມຈໍາເປັນ ແຕ່ສິ່ງສໍາຄັນ ແລະ ພາກພູມໃຈທີ່ສຸດຄື ໄດ້ຖືກຮັບຮອງໃຊ້ກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ກຸ່ມຫັດຖະກໍາຕໍ່າແຜ່ນແພຜ້າຝ້າຍທໍາມະຊາດຍ້ອມສີເປືອກດູ່ລາຍລື້ ບ້ານໃໝ່ໜອງຊາງ ເມືອງຊຽງຮ່ອນ.

ໂດຍ: ມາລີດາ; ກວດແກ້ໂດຍ: ເກີດຂວັນໃຈ

KPL

ຂ່າວອື່ນໆ

    • ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກບົດ-ສາລະຄະດີ

      ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

      5/7/2025 9:55:02 AM

      ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ວິທີປ້ອງກັນພະຍາດໄຂ້ເລືອດດຳບົດ-ສາລະຄະດີ

      ວິທີປ້ອງກັນພະຍາດໄຂ້ເລືອດດຳ

      5/7/2025 9:43:13 AM

      ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    • ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວບົດ-ສາລະຄະດີ

      ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

      5/6/2025 9:45:37 AM

      ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

ads
ads

Top