ສ.ອາເມລິກາ ເປີດເຜີຍຍອດການຂາຍເຮືອນໃໝ່ ເພີ່ມຂຶ້ນ 14,2%

27/11/2026 13:06
ຂປລ ກະຊວງ ການຄ້າ ສ.ອາເມລິກາ ລາຍງານວ່າ ຍອດການຂາຍເຮືອນໃໝ່ ລວມມີ 701.000 ຫລັງ ເພີ່ມຂຶ້ນ 14,2% ໃນເດືອນຕຸລາ ເປັນລະດັບສູງສຸດ ຂອງ ປີນີ້ ແລະ ສູງກວ່າທີ່ ນັກວິເຄາະກຳນົດໄວ້ ທີ່ ລະດັບ 650.000 ຫລັງ ເມື່ອທຽບໃສ່ ຈຳນວນ 614.000 ຫລັງ ໃນເດືອນກັນຍາ ຜ່ານມາ.

ຂປລ. ສຳນັກຂ່າວ ອິນໂຟເຄວສ, ເມື່ອບໍ່ດົນມານີ້, ກະຊວງ ການຄ້າ ສ.ອາເມລິກາ ລາຍງານວ່າ ຍອດການຂາຍເຮືອນໃໝ່ ລວມມີ 701.000 ຫລັງ ເພີ່ມຂຶ້ນ 14,2% ໃນເດືອນຕຸລາ ເປັນລະດັບສູງສຸດ ຂອງ ປີນີ້ ແລະ ສູງກວ່າທີ່ ນັກວິເຄາະກຳນົດໄວ້ ທີ່ ລະດັບ 650.000 ຫລັງ ເມື່ອທຽບໃສ່ ຈຳນວນ 614.000 ຫລັງ ໃນເດືອນກັນຍາ ຜ່ານມາ.ເນື່ອງຈາກ ໄດ້ຮັບແຮງໜູນ ຈາກ ການທີ່ຜູ້ຂາຍເຮືອນ ສະເໜີ ມາດຕະການ ດຶງດູດໃຈ ໃຫ້ແກ່ ຜູ້ຊື້ເຮືອນ ເຊັ່ນ: ການຫລຸດລາຄາເຮືອນ ເພື່ອຊົດເຊີຍ ກັບ ການປັບຕົວຂຶ້ນ ຂອງ ອັດຕາດອກເບ້ຍ ເງິນກູ້ຈຳນອງ.

ນອກຈາກນັ້ນ, ລາຄາສະເລ່ຍ ຂອງ ເຮືອນໃໝ່ ລວມມີ 391.300 ໂດລາ ສະຫະລັດ, ຫລຸດລົງ 3,2% ໃນເດືອນຕຸລາ ໃນຂະນະທີ່ ຈຳນວນເຮືອນ ຄ້າງສາງ ກໍຫລຸດລົງ 4,1% ສູ່ ລະດັບ 470.000 ຫລັງ./

KPL

ຂ່າວອື່ນໆ

ads
ads

Top