ຍົກລະດັບຄວາມຮູ້ໃຫ້ ພະນັກງານນໍາທ່ຽວລະດັບຊາດ

09/09/2024 16:50
Email Print 2299
ຂປລ ຂປລ. ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ຈັດຝຶກອົບຮົມຍົກລະດັບຄວາມ ຮູ້ໃຫ້ ພະນັກງານນໍາທ່ຽວລະດັບຊາດ ຄັ້ງທີ 31 ​ໃນວັນທີ 9 ກັນຍາ 2024 ເຊິ່ງຈະດໍາເນີນເປັນເວລາ 55 ວັນ ນັບແຕ່ວັນທີ 9 ກັນຍາ ຫາ 29 ພະຈິກ 2024 ໂດຍເນັ້ນໃສ່ 3 ດ້ານຄື: ຄວາມຮູ້ທົ່ວໄປ ມີ 5 ວິຊາ, ຄວາມຮູ້ພື້ນຖານ 7 ວິຊາ ແລະ ຄວາມຮູ້ສະເພາະອາຊີບ ມີ 10 ວິຊາ.



ຂປລ. ສະຖາບັນສື່ມວນຊົນ
, ວັດທະນະທຳ ແລະ ທ່ອງທ່ຽວ ຈັດຝຶກອົບຮົມຍົກລະດັບຄວາມ ຮູ້ໃຫ້ ພະນັກງານນໍາທ່ຽວລະດັບຊາດ ຄັ້ງທີ 31 ​ໃນວັນທີ 9 ກັນຍາ 2024 ເຊິ່ງຈະດໍາເນີນເປັນເວລາ 55 ວັນ ນັບແຕ່ວັນທີ 9 ກັນຍາ ຫາ 29 ພະຈິກ 2024 ໂດຍເນັ້ນໃສ່ 3 ດ້ານຄື: ຄວາມຮູ້ທົ່ວໄປ ມີ 5 ວິຊາ, ຄວາມຮູ້ພື້ນຖານ 7 ວິຊາ ແລະ ຄວາມຮູ້ສະເພາະອາຊີບ ມີ 10 ວິຊາ.



ໂອກາດນີ້
, ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ​ໄດ້ໃຫ້ຮູ້ວ່າ: ການທ່ອງທ່ຽວແມ່ນອຸດສາຫະກຳທີ່ປອດຄວັນ ມີການເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ, ຕໍ່ເນື່ອງ ແລະ ໄດ້ກາຍເປັນຂະແໜງການຕົ້ນຕໍ ທີ່ປະກອບສ່ວນສໍາຄັນເຂົ້າ ໃນການພັດທະນາ ເສດຖະກິດ-ສັງຄົມ, ຫລາຍໆປະເທດໃນໂລກ ລວມທັງ ສປປ ລາວ ໄດ້ຖືເອົາວຽກງານການທ່ອງທ່ຽວ ເປັນບຸລິມະສິດໃນການພັດທະນາ, ວຽກງານທ່ອງທ່ຽວ ເປັນເສດຖະກິດປາຍແຫລມຂະແໜງການໜຶ່ງ ທີ່ກະຕຸ້ນບັນດາຂະແໜງການອື່ນ ທີ່ເປັນຕ່ອງໂສ້ ການບໍລິການໃຫ້ມີການພັດ ທະນາໄປພ້ອມໆກັນ, ຂະຫຍາຍການລົງທຶນເຂົ້າໃສ່ກິດຈະການຕ່າງໆ ເປັນຕົ້ນ ການຂົນສົ່ງນັກທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວ, ການນໍາທ່ຽວ, ການພັກແຮມ, ອາຫານ ແລະ ເຄື່ອງດື່ມ, ການສົ່ງເສີມສຸຂະພາບ, ການຜະຈົນໄພ, ເຄື່ອງທີ່ລະນຶກ ແລະ ບັນດາກິດຈະກຳປິ່ນອ້ອມການທ່ອງທ່ຽວ ທີ່ພົວພັນທາງກົງ ແລະ ທາງອ້ອມຂອງການບໍລິການ, ສົ່ງເສີມໃຫ້ເກີດການຜະລິດພາຍໃນ ຢ່າງກວ້າງຂວາງ ສາ ມາດສ້າງວຽກເຮັດງານທໍາ ແລະ ກະຈາຍລາຍຮັບຢ່າງກວ້າງຂວາງ ໃຫ້ແກ່ປະຊາຊົນທ້ອງຖິ່ນ ໂດຍສະ ເພາະໃນເຂດທີ່ການທ່ອງທ່ຽວ ມີການຂະຫຍາຍຕົວ ໃນນັ້ນກໍລວມມີອາຊີບພະນັກງານນໍາທ່ຽວ ເຊິ່ງນໍາເອົາເງິນຕາຕ່າງປະເທດມາສູ່ປະເທດຊາດ  ເປັນຈຳນວນຫລາຍພໍສົມຄວນ, ຊ່ວຍປະກອບສ່ວນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ, ຊ່ວຍຫລຸດຜ່ອນຄວາມທຸກຍາກ ຂອງປະຊາຊົນ ບັນດາ ເຜົ່າຕາມນະ ໂຍບາຍຂອງພັກ ແລະ ລັດຖະບານ ທີ່ໄດ້ວາງອອກເທື່ອລະກ້າວ.

    

ທ່ານ ນາງ ດາລານີ ພົມມະວົງສາ ໃຫ້ຮູ້ເຖິງທ່າອ່ຽງການທ່ອງທ່ຽວ ໃນປີ
2024 ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ, ບັນດາທຸລະກິດໃນ ຂະແໜງການທ່ອງທ່ຽວ ມີຄວາມໝັ້ນໃຈຫລາຍຂຶ້ນ ຕໍ່ຄວາມໝັ້ນຄົງຂອງອຸດສະຫະກຳການທ່ອງທ່ຽວ ແລະ ພວມເລັ່ງຂະຫຍາຍຕະຫລາດໃໝ່ ເພີ່ມຂຶ້ນໂດຍມີເປົ້າໝາຍການທ່ອງທ່ຽວ ທີ່ມີຄວາມຮັບຜິດຊອບ ແລະ ຍືນຍົງ ເນັ້ນໃສ່ການທ່ອງທ່ຽວສີຂຽວ ເປັນມິດກັບສິ່ງແວດລ້ອມ ແລະ ການມີສ່ວນຮ່ວມຂອງປະຊາຊົນທ້ອງຖິ່ນ. ອົງການທ່ອງທ່ຽວໂລກຄາດຄະເນວ່າ ອຸດສາຫະກຳການທ່ອງທ່ຽວ ຈະກັບມາສູ່ສະພາບເປັນປົກກະຕິ ໃນປີ 2024-2025 ນີ້. ປັດຈຸບັນ, ຫລາຍປະເທດ ກຳລັງເລັ່ງການເປີດສາຍການບິນ ລະຫວ່າງ ຈຸດໝາຍປາຍທາງການທ່ອງທ່ຽວສໍາຄັນໆເພີ່ມຂຶ້ນ, ສຸມໃສ່ການຂະຫຍາຍຕະຫລາດໃໝ່ ໂດຍຖືເອົານະໂຍບາຍດ້ານວິຊາ ເປັນຈຸດກະຕຸ້ນ ແລະ ດຶງດູດນັກທ່ອງທ່ຽວ; ນັກທ່ອງທ່ຽວໃຫ້ຄວາມສົນໃຈ ຕໍ່ກິດຈະກຳການທ່ອງທ່ຽວ ໃນເຂດທຳມະຊາດ ແລະ ວັດທະນະທຳ ທີ່ເນັ້ນໃສ່ປະສົບການໃໝ່ ໃນການເດີນທາງຫລາຍຂຶ້ນ, ຕ້ອງການອອກຈາກຕົວເມືອງໃຫຍ່ ທີ່ມີສະພາບແວດລ້ອມແອອັດທັນສະໄໝ ເພື່ອໄປສຳພັດກັບວິຖີການດໍາລົງຊີວິດຢູ່ທ້ອງ ຖິ່ນທີ່ແຕກຕ່າງ. ພ້ອມກັນນີ້, ການຫັນເປັນທັນສະໄໝ ທາງດ້ານຂໍ້ມູນຂ່າວ ສານການທ່ອງທ່ຽວ ແລະ ການປັບຕົວເຂົ້າກັບສະພາບວິກິດຕ່າງໆ ຍັງຖືເປັນບຸລິມະສິດຕົ້ນຕໍໃນປີ 2024- 2025.

ໃນປີ 2023 ນັກທ່ອງທ່ຽວທີ່ເຂົ້າມາທ່ອງທ່ຽວລາວ ອັນດັບ 1 ແມ່ນນັກທ່ອງທ່ຽວໄທ  1.326.705 ເທື່ອຄົນ ກວມເອົາ 38,8% ຂອງຈໍານວນນັກທ່ອງທ່ຽວ, ຮອງລົງມາແມ່ນນັກທ່ອງທ່ຽວ ຈາກ ສສ ຫວຽດນາມ 837.632 ເທື່ອຄົນ, ອັນດັບທີ 3 ແມ່ນ ສປ ຈີນ ມີຈໍານວນ 641.314 ເທື່ອຄົນ.

ຂ່າວ: ວິທະຍຸແຫ່ງຊາດ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top