ປະທານສະພາແຫ່ງຊາດ ແລະ ອາດີດຮອງປະທານປະເທດ ຮ່ວມໃສ່ຍາດໂອກາດບຸນອອກພັນສາທີ່ນະຄອນປາກເຊ

27/10/2026 09:02
ຂປລ ໃນວັນທີ 26 ຕຸລາ 2026, ກົງກັບຂຶ້ນ 15 ຄໍ່າ ເດືອນ 11 ລາວ ພສ 2569, ເປັນບຸນອອກພັນສາປະ ວໍຣະນາ, ທ່ານ ສອນໄຊ ສີພັນດອນ ກຳມະ ການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ທ່ານ ນາງ ປານີ ຢາທ່ໍຕູ້ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງປະທານປະເທດ, ອະດີດຜູ້ຊີ້ນຳວຽກງານຮອບດ້ານ ແຂວງຈຳປາສັກ, ພ້ອມດ້ວຍທ່ານ ອາລຸນໄຊ ສູນນະລາດ ກໍາມະການ ສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຈໍາປາສັກ ພ້ອມດ້ວຍການນໍາແຂວງ, ການນໍາພະແນກການກົມກອງອ້ອມຂ້າງແຂວງ, ການນໍານະຄອນປາກເຊ ໄດ້ຮ່ວມໃສ່ບາດນໍາພໍ່ແມ່ປະຊາຊົນຄົນລາວ ຊາວພຸດຢູ່ວັດຫລວງປາກເຊ.

    ຂປລ.ໃນພິທີເຂົ້າຮ່ວມເປັນປະທານຝ່າຍສົງມີພະອາຈານ ມະຫາ ສຸວັນ ຈັນທະຣາຊ ປະທານອົງການພຸດທະສາສະໜາສຳພັນລາວ ແຂວງ ຈຳປາສັກ ພ້ອມດ້ວຍພະເຖລານຸເຖລະ ເຂົ້າຮ່ວມ. ການທຳບຸນໃສ່ບາດຄັ້ງນີ້, ເປັນການສືບທອດຮີດຄອງປະເພນີບຸນອອກພັນສາປະວໍຣະນາ ກໍຄືວັດທະນະທຳອັນດີງາມຂອງຊາດທ່ີຄົນລາວຊາວພຸດສືບທອດຈັດຕັ້ງ ປະຕິບັດມາແຕ່ບູຮານນະການໃຫ້ຍືນຍົງຄົງຢູ່ຄຽງຄູ່ກັບຄົນລາວຕະຫລອດໄປ ໂດຍໄດ້ມີການໃສ່ບາດ, ຖວາຍທານ ແລະ ຢາດນ້ໍາເພ່ືອອຸທິດສ່ວນບຸນກຸສົນໃຫ້ແກ່ບັນພະບູລຸດ ຜູ້ທີ່ລ່ວງລັບໄປແລ້ວ ແລະ ເປັນສີລິມຸງຄຸນໃຫ້ແກ່ຕົນເອງ-ຄອບຄົວໃຫ້ຢູ່ເຢັນເປັນສຸກ, ທັງເປັນການເຜີຍແຜ່ວັດທະນະທຳອັນດີງາມຂອງຊາດອີກດ້ວຍ.

    ຕອນທ້າຍພິທີ, ພະອາຈານມະຫາ ສຸວັນ ຈັນທະຣາຊ ປະທານອົງການພຸດທະສາສະໜາສຳພັນລາວແຂວງ ກໍໄດ້ເທສະໜາໃຫ້ອອກຕົນຍາດໂຍມໃຫ້ຍຶດໝັ້ນໃນການທຳຄວາມດີ, ມີຄວາມສາມັກຄີເປັນປຶກແຜ່ນ, ພ້ອມກັນຮັກສາສິນ, ຮັກສາກາຍວາຈາ ແລະ ເຮືອນຊານບ້ານຊ່ອງຂອງຕົນໃຫ້ມີຄວາມສະອາດສວຍງາມ ໂດຍສະເພາະແມ່ນໃຫ້ເອົາໃຈໃສ່ຮັກສາອະນາໃນໄລຍະບຸນອອກພັນສາ ແລະ ຊ່ວງເຮືອປະເພນີປະຈໍາ 2026 ຢູ່ນະຄອນປາກເຊ. ນອກນີ້, ກໍໃຫ້ປະພຶດປະຕິບັດຕົນໃຫ້ສອດຄ່ອງຕາມທຳນອງຄອງທຳ ແລະ ລະບຽບກົດໝາຍບ້ານເມືອງ.

      ຂ່າວ-ພາບ: ທູນທອງໃຈ

KPL

ຂ່າວອື່ນໆ

    • ສປປ ລາວ ກຽມຄວາມພ້ອມເຂົ້າຮ່ວມງານພືດສວນໂລກອຸດອນທານີ ລາຊະອານາຈັກໄທວັດທະນະທຳ-ສັງຄົມ

      ສປປ ລາວ ກຽມຄວາມພ້ອມເຂົ້າຮ່ວມງານພືດສວນໂລກອຸດອນທານີ ລາຊະອານາຈັກໄທ

      10/27/2026 9:50:15 AM

      ເມ່ືອບ່ໍດົນມານ້ີ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ກໍຄື ລັດຖະບານ ສປປ ລາວ ນໍາ ໂດຍທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ນໍາພາຄະນະລົງ ຕິດຕາມຊຸກຍູ້ການກະກຽມຄວາມພ້ອມຮອບດ້ານ ເພື່ອເຂົ້າຮ່ວມມະຫະກໍາພືດສວນໂລກອຸດອນທານີ,

    • ພະນັກງານນຳພາ-ຄຸ້ມຄອງສື່ມວນຊົນລາວແລກປ່ຽນບົດຮຽນກັບວາລະສານກອມມູນິດຫວຽດນາມວັດທະນະທຳ-ສັງຄົມ

      ພະນັກງານນຳພາ-ຄຸ້ມຄອງສື່ມວນຊົນລາວແລກປ່ຽນບົດຮຽນກັບວາລະສານກອມມູນິດຫວຽດນາມ

      10/26/2026 11:57:59 AM

      ພະນັກງານນຳພາ-ຄຸ້ມຄອງສື່ມວນຊົນ ສປປ ລາວ ນຳໂດຍ ທ່ານ ນາງ ບຸນກອງ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນດ້ານວຽກງານສື່ມວນຊົນກັບວາລະສານກອມມູນິດຫວຽດນາມ ໃນອາທິດຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ ໃນໂອກາດເຂົ້າຮ່ວມຝຶກອົບຮົມວຽກງານສື່ມວນຊົນ ໄລຍະ 2 ເດືອນ ຢູ່ ສສ ຫວຽດນາມ.

    • ເປີດເທດສະການວິຖີຊີວິດສ ເກົາຫຼີ ຢູ່ນະຄອນຫຼວງວຽງຈັນວັດທະນະທຳ-ສັງຄົມ

      ເປີດເທດສະການວິຖີຊີວິດສ ເກົາຫຼີ ຢູ່ນະຄອນຫຼວງວຽງຈັນ

      10/26/2026 11:49:16 AM

      ເທສະການວິຖີຊີວິດ ສ ເກົາຫຼີ ປີ 2026 ຫຼື (Korea Lifestyle Festival 2026) ຈັດຂຶ້ນໃນວັນທີ 23-24 ຕຸລາ 2026 ທີ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ລີຈອງຮອບ (H.E. Lee Jeong Hyop) ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ສ ເກົາຫຼີ ປະຈຳ ສປປ ລາວ, ທ່ານ ຈຸນກິວ ປັກ (Mr. Jungwe Park) ຫົວໜ້າຕາງໜ້າອົງການໂຄຕຣາ (KOTRA) ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດວັດທະນະທຳ-ສັງຄົມ

      ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ

      10/21/2026 9:53:28 AM

      ສປປ ລາວ ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ ຊຶ່ງກຸ່ມອາຊະຍາກຳໄດ້ມີການເຄື່ອນໄຫວທີ່ເລິກແລບ ແລະ ສັບຊ້ອນຫຼາຍຂຶ້ນ ເນື່ອງຈາກ ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດ ໂດຍສະເພາະທີ່ຕັ້ງພູມສັນຖານຂອງປະເທດ, ສາເຫດຫຼັກແມ່ນການໄປອອກແຮງງານຢູ່ຕ່າງປະເທດແບບບໍ່ຖືກຕ້ອງ, ຄວາມບໍ່ເຂົ້າໃຈລະບຽບກົດໝາຍ ແລະ ປັດໄຈຊຸກຍູ້ຈາກເຕັກໂນໂລຊີ-ສື່ສັງຄົມອອນລາຍ.

    • ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງວັດທະນະທຳ-ສັງຄົມ

      ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງ

      10/21/2026 9:14:19 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ໃນອາທິດຜ່ານມາ, ພາຍໃຕ້ການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ນຳສະເໜີຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ (ສະບັບປັບປຸງ) ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳຄິດຄຳເຫັນໃຫ້ມີເນື້ອໃນກະທັດຮັດ, ຄົບຖ້ວນ, ສົມບູນ ເພື່ອກ້າວໄປສູ່ການຮັບຮອງ ແລະ ປະກາດໃຊ້.

ads
ads

Top