ຂປລ . ສູນກາ ງຊ າ ວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມວິສາມັນຄົບຄະນະ ບໍລິຫານງານ ສຊປລ ສະໄໝທີ VIII ໃນລະຫວ່າງ 30 ມິຖຸນາ- 1 ກໍລະກົດ 2025 ທີ່ສູນກິດຈະ ກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ກຳມະການ ສໍາຮອງສູນກາງພັກ ເລຂາຄະນະ glA omk']q fw2 ]k;{9u o gxa omj kcI' veo;p7;k,ltf;dcdj oa dmj v'mj P; x6 dza dgIn voIq j ,.o]tf6 /q o7n |b j 'co;mk' grn j vs]5 fzj vodkooeg0Q kxtgrfly o7h kdtly de ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 01.07.2025 ປີທີ 24 ສະບັບທີ 6.216ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ dv'xt-5 ,;y lk,a o7q [7tot [= ]y sko'ko l-x] ltw\mu VIII 8A '|h kza o0tspkpco;mk'xj Pocx'.\j Iv[fh ko ,u s]a ddko0v'ra d .sh c0'cI' c]t g0Q kl6 j ];'g]y dK gxu fdkooe.-h 37']j k'rN o4ko le]a [dkox5 'c8j 'co;ra og0Q k 3I''kozt]y foEfnj ,{oE3],k7e lh k';PdgIa f'kome.sh xt-k-q os]kpIh vp7q o ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 3່ າໍ່ ໜ້າ leg]a f/b dvq [Iq ,dkoIPoI6h dko]kp'ko 0j k;lu 0P; grnj vdkora fmtokc[[pn opq ' slr gzu pczj ,t8y 10 0v'l6 odk'ra d c]t xtdkfdko9a f8A ' ]a f4t,q o8u dt-;'dko8j k'xtgmf leg]a fdko1h P,1k,ltstra oia fg-p ຂປລ. ໂດຍຕອບສະໜອງຕາມ ການເຊື້ອເຊີນຂອງ ທ່ານ ເຊີຣເກ ລາວະຣົບ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສ ຣັດເຊຍ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ຂປລ. ໃນວັນທີ 30 ມິຖຸນາ 2025 ນີ້, ຫ້ອງວ່າການສູນກາງ ພັກ (ຫສພ) ຈັດເຜີຍແຜ່, ເຊື່ອມ ຊຶມມະຕິ 10 ຂອງສູນກາງພັກ ແລະ ປະກາດແຕ່ງຕັ້ງສະຫາຍ ບຸນທັນ ກຸສົນສະໜອງ ເປັນຫົວໜ້າ ຂປລ. ເປີດການນຳໃຊ້ໂຄງລ່າງ ພື້ນຖານສຳລັບການປຸງແຕ່ງແນວ ພັນເຂົ້າຂອງໂຄງການສ້າງພື້ນຖານ ໃຫ້ແກ່ການຜະລິດເຂົ້າທັນສະໄໝ ຢູ່ ສປປ ລາວ ຈັດຂຶ້ນເມື່ອບໍ່ດົນມາ ນີ້, ທີ່ບ້ານໝາກຮຽວ ເມືອງປາກ ງື່ມ ນະຄອນຫລວງວຽງຈັນ ໂດຍ ການເປັນປະທານຮ່ວມຂອງທ່ານ ນາງ ຈັນທະຄອນ ບົວລະພັນ ຮອງ ລັດຖະມົນຕີກະຊວງກະສິກໍາ ແລະ ຂປລ. ບັນດາສື່ມວນຊົນຈາກ ແຂວງພາກກາງ ສຳເລັດການເຂົ້າ ຮ່ວມຝຶກອົບຮົມກ່ຽວກັບການລາຍ ງານຂ່າວສີຂຽວ ຢູ່ນະຄອນຫລວງ ວຽງຈັນ ໃນລະຫວ່າງວັນທີ 2327 ມິຖຸນາ 2025 ເພື່ອສົ່ງເສີມ ການພັດທະນາແບບຍືນຍົງໃນ ສປປ ລາວ ໂດຍການສະໜັບສະໜູນຈາກ ໂຄງການສ້າງຄວາມເຂັ້ມແຂງໃຫ້ ແກ່ສື່ມວນຊົນ (ແກມຊິວ). ຊຸດ ອົບຮົມຄັ້ງນີ້, ສຳມະນາກອນໄດ້ ຮຽນຮູ້ການລາຍງານຂ່າວບົດບາດ ແລະ ຄວາມສະເໝີພາບຍິງ-ຊາຍ, ການພັດທະນາສີຂຽວຍືນຍົງ ແລະ ບັນຫາສິ່ງແວດລ້ອມ, ຄວາມປອດ ໄພໃນການໃຊ້ສື່ສັງຄົມອອນລາຍ, ການຄຸ້ມຄອງສື່, ຈັນຍາບັນນັກຂ່າວ, ການນໍາໃຊ້ປັນຍາປະດິດໃນວຽກ ງານສື່ ແລະ ຜະລິດບົດເລື່ອງສັ້ນໃນ ຮູບແບບຕ່າງໆສຳລັບສື່ອອນລາຍ. ທ່ານ ສະຫວັນຄອນ ລາຊະມຸນຕີ ສະຫາຍ ເພັດ ພົມພິພັກ ອ່ານຕໍ່ໜ້າ 2່ າໍ່ ໜ້າ lko-q ,g-u pgonjj v'.o3vdkf ;a o]a f4tltrk3]d ຂປລ. ທ້າຍອາທິດຜ່ານມານີ້, ທີ່ສະພາແຫ່ງຊາດລາວ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ປະທານຄະນະ ສະມາຊິກສະຫະພັນ ລັດຖະສະພາສາກົນ ແຫ່ງ ສປປ ລາວ ໄດ້ອ່ານ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ສານຊົມເຊີຍເນື່ອງໃນໂອກາດວັນ ລັດຖະສະພາໂລກ ວັນທີ 30 ມິຖຸນາ 2025. ເນື້ອໃນສານໄດ້ລະບຸວ່າ: ເນື່ອງ ໃນໂອກາດວັນລັດຖະສະພາໂລກ ກໍຄື ວັນສ້າງຕັ້ງສະຫະພັນລັດຖະ ສະພາສາກົນ ກໍຄື ວັນສ້າງຕັ້ງສະ ຫະພັນລັດຖະສະພາສາກົນ (IPU) ຄົບຮອບ 136 ປີ (30/6/188930/6/2025), ໃນນາມປະທານສະ ພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວຂ້າພະເຈົ້າຮູ້ສຶກ ເປັນກຽດ ແລະ ປິຕິຍິນດີເປັນຢ່າງ ຍິ່ງທີ່ໄດ້ມີໂອກາດສະແດງຄວາມ ຊົມເຊີຍຕໍ່ວັນທີ່ມີຄວາມໝາຍຄວາມ ສຳຄັນລະດັບໂລກໃນຄັ້ງນີ້. ກົມ, ຄວບຕຳແໜ່ງເປັນເລຂານຸການ ປະຈຳ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ແຕ່ງຕັ້ງສະຫາຍ ພູນໄຊ ພົມມີໄຊ ເປັນຫົວໜ້າກົມ, ຄວບຕຳແໜ່ງ ເປັນເລຂານຸການປະຈຳ ສະຫາຍ ຜູ້ປະຈຳການຄະນະເລຂາທິການ ສູນກາງພັກ ໂດຍການເປັນປະທານ ຂອງສະຫາຍ ເພັດ ພົມພິພັກ ກຳມະ ການສູນກາງພັກ, ຫົວໜ້າຫ້ອງວ່າ ການສູນກາງພັກ, ມີບັນດາຄະນະ ພັກ, ຄະນະນໍາ, ພະນັກງານ-ລັດ ຖະກອນທົ່ວຫ້ອງວ່າການສູນກາງ ພັກ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ເພັດ ພົມພິພັກ ໄດ້ໃຫ້ຮູ້ວ່າ: ການເຊື່ອມ ຊຶມມະຕິກອງປະຊຸມຄົບຄະນະ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ( ຜູ້ທີສີ່ ນັບຈາກຂວາ ) ຂປລ. ເສັ້ນທາງລົດໄຟ ລາວຈີນ ເປັນໂຄງການໜຶ່ງທີ່ມີການ ເຊື່ອມໂຍງເຊື່ອມຈອດໃນພາກພື້ນ ແລະ ສາກົນ ເຊິ່ງໄລຍະຜ່ານມາ, ພາຍຫລັງທີ່ເສັ້ນທາງລົດໄຟ ລາວຈີນ ໄດ້ເປີດບໍລິການນັບແຕ່ເດືອນ ທັນວາ 2021 ເປັນຕົ້ນມາເສັ້ນທາງ ລົດໄຟ ລາວ-ຈີນ ມີບົດບາດສໍາຄັນ ໃນການຄົມມະນາຄົມຂົນສົ່ງ, ໂດຍ ສະເພາະຕິດພັນກັບອຸດສາຫະກໍາ ການທ່ອງທ່ຽວເປັນທ່າແຮງໜຶ່ງທີ່ ສໍາຄັນໃນ ສປປ ລາວ ກໍຄື ຢູ່ແຂວງ ຫລວງພະບາງ ເຊິ່ງນັກທ່ອງທ່ຽວ ເຂົ້າມານະຄອນຫວງວຽງຈັນ ແລ້ວ ຂີ່ລົດໄຟໄປທ່ຽວຢູ່ຫລວງພະບາງ ເຊິ່ງເປັນຈຸດໝາຍປາທາງຂອງນັກ ທ່ອງທ່ຽວ. ທ່ານ ອານົງເດດ ເພັດໄກສອນ ຮອງອໍານວຍການທາງລົດໄຟ ລາວ-ຈີນ ໄດ້ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ເສັ້ນທາງລົດໄຟ ລາວ-ຈີນ ໄດ້ປະ ກອບສ່ວນອັນສໍາຄັນໃນການເດີນ ທາງຈາກນະຄອນຫລວງວຽງຈັນ ຫາ ແຂວງຫລວງພະບາງ ໃຊ້ເວລາ ປະມານ 2 ຊົ່ວໂມງ ເຊິ່ງເຮັດໃຫ້ ທ່ານ ມອນໄຊ ລາວມົວຊົ່ງ
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 01/07/2025 xtgmf]k; m6 f]k; pnj olko8k8A ' 8g9Q k9a ddtra f csj ' puj x5j o ສານຊົມເຊີຍ...ົີ ຂປລ. ໃນວັນທີ 26 ມິຖຸນາ 2025 ຜ່ານມາ, ທ່ານ ອໍາໄພ ກິນດາວົງ ໄດ້ຍື່ນສານຕາຕັ້ງຕໍ່ສົມ ເດັດ ນາຣຸຮິໂຕະ (Naruhito) ເຈົ້າຈັກກະພັດແຫ່ງຍີ່ປຸ່ນ ທີ່ສໍານັກ ພະຣາຊະວັງ ເພື່ອດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳປະເທດຍີ່ປຸ່ນ ໂດຍມີຜູ້ຕາງ ໜ້າລັດຖະບານ, ກະຊວງການຕ່າງ ປະເທດ, ເຈົ້າໜ້າທີ່ຂອງສຳນັກພະ ຣາຊະວັງຂອງຍີ່ປຸ່ນ ແລະ ພະນັກ ງານການທູດຈາກສະຖານເອກອັກ ຄະລັດຖະທູດ ແຫ່ງ ສປປ ລາວ ປະ ຈໍາ ຍີ່ປຸ່ນ ເຂົ້າຮ່ວມ. ໂອກາດນີ້, ສົມເດັດ ເຈົ້າຈັກກະ ພັດ ນາຣຸຮິໂຕະ ໄດ້ໂອ້ລົມກັບທ່ານ ເອກອັກຄະລັດຖະທູດລາວ ດ້ວຍ ບັນຍາກາດແຫ່ງໄມຕີຈິດມິດຕະ ພາບອັນອົບອຸ່ນ ໂດຍສົມເດັດເຈົ້າ ຈັກກະພັດແຫ່ງຍີ່ປຸ່ນ ໄດ້ສະແດງ ຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ການມາດຳລົງຕຳແໜ່ງຂອງທ່ານ ເອກອັກຄະລັດຖະທູດລາວ ປະຈຳ ປະເທດຍີ່ປຸ່ນ ໃນຄັ້ງນີ້, ພ້ອມທັງ ສະແດງຄວາມເຊື່ອໝັ້ນວ່າການພົວ ພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ນັບມື້ນັບຈະເລີນງອກ ງາມຍິ່ງຂຶ້ນ. ພ້ອມທັງສະແດງຄວາມ ຂອບໃຈ ແລະ ຝາກຄໍາຢື້ຢາມຖາມ ຂ່າວເຖິງທ່ານປະທານປະເທດ ແລະ ກ່າວເຖິງຄວາມຊົງຈໍາອັນດີງາມ ແລະ ຄວາມປະທັບໃຈທີ່ການນໍາ ແລະ ປະຊາຊົນລາວໃຫ້ການຕ້ອນ ຮັບຢ່າງອົບອຸ່ນໃນໂອກາດສະເດັດ ຢ້ຽມຢາມ ສປປ ລາວ ໃນປີ 2012. ທ່ານທູດ ອໍາໄພ ກິນດາວົງ ໄດ້ ນຳເອົາຄວາມຍື້ຢາມຖາມຂ່າວອັນ ລັດຖະມົນຕີກະຊວງການ...ັົີ ຫສພ ເຜີຍແຜ່ມະຕິ 10...ີ່ິ ເປິດການນຳໃຊ້ໂຄງລ່າງ...ິ້່ + ອົບອຸ່ນຈາກທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ຄໍາອວຍພອນໄຊອັນປະເສີດ ໄປຍັງສົມເດັດ ເຈົ້າຈັກກະພັດ ນາຣຸຮິ ໂຕະ ໃນທ່າມກາງບັນຍາກາດທີ່ສອງ ປະເທດ ລາວ-ຍີ່ປຸ່ນ ພວມສະເຫລີມ ສະຫລອງສາຍພົວພັນທາງການທູດ ນໍາກັນ ຄົບຮອບ 70 ປີ ແລະ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາ ສະໝັກຍີ່ປຸ່ນ ມາຊ່ວຍເຫລືອ ສປປ ລາວ ຊຶ່ງທ່ານປະທານປະເທດມີ ຄວາມປິຕິຍິນດີຢ່າງຍິ່ງທີ່ໄດ້ເຂົ້າ ຢ້ຽມພົບປະກັບສົມເດັດໃນໂອກາດ ເດີນທາງເຂົ້າຮ່ວມກອງປະຊຸມສາ ກົນ ວ່າດ້ວຍອະນາຄົດຂອງອາຊີ ຄັ້ງທີ 30 ຈັດໂດຍສໍານັກໜັງສືພິມ NIKKIE ໃນທ້າຍເດືອນພຶດສະພາ ຜ່ານມາ ແລະ ປະຊາຊົນລາວ ກໍມີ ຄວາມດີໃຈຫລາຍທີ່ຊາບຂ່າວວ່າ ເຈົ້າຍິງ ໄອໂກະ ຈະສະເດັດຢ້ຽມ ຢາມ ສປປ ລາວ ໃນເດືອນພະຈິກ 2025 ນີ້, ພ້ອມທັງສະແດງຄວາມ ຫວັງວ່າຈະມີໂອກາດໄດ້ຕ້ອນຮັບ ສົມເດັດ ເຈົ້າຈັກກະພັດ ແລະ ພະຣາ ຊິນີ ສະເດັດຢ້ຽມຢາມ ສປປ ລາວ ໃນເວລາທີ່ສົມເດັດມີຄວາມສະດວກ. ທ່ານທູດ ອໍາໄພ ກິນດາວົງ ໄດ້ ໃຫ້ຄຳໝັ້ນສັນຍາຈະເຮັດສຸດຄວາມ ສາມາດໃນການປະຕິບັດໜ້າທີ່ການ ທູດຂອງຕົນ ເພື່ອເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີງາມທີ່ມີມາຍາວນານ ຕະຫລອດໄລຍະ 7 ທົດສະວັດຜ່ານ ມາ ແລະ ການຍົກລະດັບການພົວພັນ ຮ່ວມມືຂຶ້ນເປັນຄູ່ຮ່ວມຍຸດທະສາດ ຮອບດ້ານໃນປີ 2025 ໃຫ້ເກີດດອກ ອອກຜົນຍິ່ງໆຂຶ້ນ, ໃນນັ້ນລວມທັງ ການຮ່ວມມືເພື່ອສົ່ງເສີມການຄ້າ ການລົງທຶນ ແລະ ການໄປມາຫາ ສູ່ກັນຂອງປະຊາຊົນສອງຊາດໃຫ້ ຫລາຍຂຶ້ນ. ທ່ານທູດ ອໍາໄພ ກິນດາວົງ ໄດ້ ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳປະເທດຍີ່ປຸ່ນ ເປັນຄົນທີ 16 ນັບແຕ່ປີ 1956 ເປັນຕົ້ນມາ, ພາຍ ຫລັງ ສປປ ລາວ-ຍີ່ປຸ່ນ ສ້າງຕັ້ງສາຍ ພົວພັນການທູດຮ່ວມກັນໃນວັນທີ 5 ມີນາ 1955. ຂ່າວ-ພາບ: ກຕທ ສະຫະພັນລັດຖະສະພາສາກົນ ແມ່ນອົງການລັດຖະສະພາລະດັບ ໂລກທີ່ມີສະມາຊິກທັງໝົດ 181 ປະເທດ, ມີສະມາຊິກລັດຖະສະພາ ທົ່ວໂລກ 46.000 ຄົນ. ໃນນັ້ນ, ສະມາຊິກລັດຖະສະພາເພດຍິງ ກວມເອົາ 27,2% ແລະ ມີອົງການ ຈັດຕັ້ງສາກົນ ຫລາຍກວ່າ 15 ອົງ ການທີ່ເປັນພາຄີ. ສະຫະພັນລັດຖະ ສະພາສາກົນ ມີຈຸດປະສົງເພື່ອເຮັດ ວຽກຮ່ວມກັບລັດຖະສະພາ ແລະ ບັນດາສະມາຊິກລັດຖະສະພາ, ເພື່ອ ຕອບສະໜອງຄວາມຮຽກຮ້ອງ ຕ້ອງການ ແລະ ຄວາມມຸ່ງມາດປາ ຖະໜາຂອງປະຊາຊົນ ແລະ ເປັນ ເວທີສົ່ງເສີມສັນຕິພາບ, ປະຊາທິ ປະໄຕ, ສິດທິມະນຸດ ແລະ ຄວາມ ສະເໝີພາບຍິງ-ຊາຍ, ການສ້າງ ຄວາມເຂັ້ມແຂງແກ່ຊາວໜຸ່ມ, ການ ແກ້ໄຂບັນຫາການປ່ຽນແປງດິນຟ້າ ອາກາດ ແລະ ການພັດທະນາແບບ ຍືນຍົງ. ໃນກອງປະຊຸມສະຫະພັນລັດຖະ ສະພາສາກົນ ຄັ້ງທີ 129 ແລະ ກອງປະຊຸມສະມັດຊາໃຫຍ່ສະຫະ ປະຊາຊາດໃນ 2018 ໄດ້ມີການ ຮັບຮອງເອົາມະຕິ ໂດຍໄດ້ກໍານົດ ເອົາວັນທີ 30 ມິຖຸນາ ຂອງທຸກ ປີ ເປັນວັນລັດຖະສະພາໂລກຂອງ ທຸກປະເທດສະມາຊິກ IPU ເພື່ອ ເປັນໂອກາດລະລຶກ ແລະ ຫວນ ຄືນການປະຕິບັດໜ້າທີ່ໃນຖານະ ເປັນອົງການຕົວແທນແຫ່ງສິດ-ຜົນ ປະໂຫຍດ ແລະ ຄວາມມຸ່ງມາດປາ ຖະໜາຂອງປະຊາຊົນ ແລະ ປະ ກອບສ່ວນເຂົ້າໃນການສົ່ງເສີມສັນ ຕິພາບ, ສະຖຽນລະພາບ, ຄວາມ ໝັ້ນຄົງ ແລະ ການຮ່ວມມືເພື່ອການ ພັດທະນາແບບຍືນຍົງໃນທົ່ວໂລກ. ບັນດາທ່ານທີ່ຮັກແພງ, ນັບແຕ່ ສປປ ລາວ ໄດ້ເຂົ້າເປັນ ສະມາຊິກສະຫະພັນລັດຖະສະພາ ສາກົນ ໃນວັນທີ 4 ເມສາ 1990, ສະພາແຫ່ງຊາດລາວ ໄດ້ຕັ້ງໜ້າ ເຂົ້າຮ່ວມເຄື່ອນໄຫວຢ່າງຫ້າວຫັນ ໃນກອງປະຊຸມໃຫຍ່ ແລະ ກອງປະ ຊຸມລະດັບຕ່າງໆຂອງສະຫະພັນ ລັດຖະສະພາສາກົນ, ຊຶ່ງເປັນການ ເຜີຍແຜ່ນະໂຍບາຍ ແລະ ການພັດ ທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຕໍ່ເວທີລັດຖະສະພາລະ ດັບໂລກ, ເຂົ້າຮ່ວມຄົ້ນຄວ້າ, ປຶກ ສາຫາລື ແລະ ສະແດງທັດສະນະທີ່ ສ້າງສັນຕໍ່ການປົກປັກຮັກສາສັນຕິ ພາບ, ສະຖຽນລະພາບ ກໍຄື ຄວາມ ໝັ້ນຄົງໃນພາກພື້ນ ແລະ ໃນໂລກ ຢ່າງເປັນເຈົ້າການ. ພິເສດ, ໃນປີນີ້ ສະພາແຫ່ງຊາດ ລາວ ກໍໄດ້ກະກຽມເຂົ້າຮ່ວມກອງ ປະຊຸມປະທານລັດຖະສະພາໂລກ ຄັ້ງທີ 6 ແລະ ກອງປະຊຸມສຸດຍອດ ປະທານລັດຖະສະພາເພດຍິງໂລກ ຄັ້ງທີ 15 ຊຶ່ງຈະຈັດຂຶ້ນໃນທ້າຍ ເດືອນກໍລະກົດ 2025 ທີ່ເຈນີວາ, ປະເທດສະວິດ ເຊິ່ງຈະເປັນໂອກາດ ປຶກສາຫາລື ແລະ ແລກປ່ຽນຄຳຄິດ ຄຳເຫັນຮ່ວມກັບຜູ້ນຳຂັ້ນສູງຂອງ ລັດຖະສະພາທີ່ມາຈາກທຸກພາກພື້ນ ທົ່ວໂລກ. ບັນດາທ່ານທີ່ຮັກແພງ, ຂ້າພະເຈົ້າຕີລາຄາສູງຕໍ່ຄຳຂວັນ ຂອງວັນລັດຖະສະພາໂລກໃນປີນີ້ ບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ XI ແມ່ນມີຄວາມສໍາ ຄັນຫລາຍ ເພື່ອເປັນການສະຫລຸບ ຕີລາຄາກ່ຽວກັບການຈັດຕັັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ, ແຜນງົບປະມານ ແຫ່ງລັດ ແລະ ແຜນເງິນຕາ ປະ ຈໍາ 6 ເດືອນ ຕົ້ນປີ 2025 ແລະ ທິດທາງແຜນການ 6 ເດືອນ ທ້າຍ ປີ 2025 ຕິດພັນກັບ 2 ວາລະ ແຫ່ງຊາດ. ກອງປະຊຸມໄດ້ຕີລາຄາ ຢ່າງພາວະວິໄສຕໍ່ກັບບັນດາຜົນສໍາ ເລັດພື້ນຖານໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງ ລັດ ແລະ ແຜນເງິນຕາ ປະຈໍາ 6 ເດືອນຕົ້ນປີ 2025 ຊຶ່ງເຫັນວ່າ ລັດຖະບານ ແລະ ອົງການປົກຄອງ ທ້ອງຖິ່ນທຸກຂັ້ນໄດ້ມີຄວາມພະຍາ ຍາມສູງໃນການແກ້ບັນຫາເຄັ່ງ ຮ້ອນໃຫ້ຜ່ອນຄາຍລົງ, ເຮັດໃຫ້ ປະເທດເຮົາສາມາດຜ່ານຜ່າ ແລະ ແກ້ໄຂບັນຫາໄດ້ໂດຍພື້ນຖານ, ການ ພັດທະນາເສດຖະກິດ-ສັງຄົມ ຍັງ ຮັກສາໄດ້ຈັງຫວະການຂະຫຍາຍ ຕົວຕໍ່ເນື່ອງເປັນຕົ້ນການຜະລິດ ສິນຄ້າ, ການຈັດເກັບລາຍຮັບງົບປະ ມານປະຕິບັດໄດ້ຕາມຄາດໝາຍ, ຍັງຮັກສາໄດ້ຄວາມສະຖຽນລະ ພາບທາງການເມືອງ ແລະ ສັງຄົມ ມີຄວາມສະຫງົບ-ປອດໄພໂດຍ ພື້ນຖານ. ການແຕ່ງຕັ້ງຕໍາແໜ່ງບໍລິຫານ ຄັ້ງນີ້, ແມ່ນມີຄວາມໝາຍສໍາຄັນ ຫລາຍ, ຖືເປັນເລື່ອງປົກກະຕິຂອງ ການຈັດຕັ້ງຂອງພັກ-ລັດເຮົາ ແນ ໃສ່ປັບປຸງບຸກຄະລາກອນໃຫ້ສອດ ຄ່ອງສົມຄູ່ກັບຄວາມຮຽກຮ້ອງ ຕ້ອງການຂອງວຽກງານ ໃນແຕ່ລະ ໄລຍະ ແລະ ຮັບປະກັນໃນການຈັດ ຕັ້ງປະຕິບັດໜ້າທີ່ວຽກງານຕາມ ການມອບໝາຍໃຫ້ສໍາເລັດ. ສະຫາຍ ເພັດ ພົມພີພັກ ຍັງໄດ້ ເນັ້ນໃຫ້ບັນດາສະຫາຍສະມາຊິກ ພັກ, ພະນັກງານ-ລັດຖະກອນພາຍ ໃນຫ້ອງວ່າການສູນກາງພັກ ຈົ່ງ ພ້ອມກັນເຊື່ອມຊຶມ, ກໍາແໜ້ນເນື້ອ ໃນມະຕິ 10 ຂອງສູນກາງພັກ ໃຫ້ ລະອຽດເລິກເຊິ່ງ, ເພີ່ມທະວີຄວາມ ສາມັກຄີໃຫ້ເປັນປຶກແຜ່ນ, ພ້ອມກັນ ເຊີດຊູຄວາມເປັນເຈົ້າການບຸກບືນ ສູ້ຊົນໃນການຈັດຕັັ້ງປະຕິບັດບັນດາ ໜ້າທີ່ວຽກງານທີ່ກອງປະຊຸມໃຫຍ່ ຄັັ້ງທີ XI ຂອງພັກວາງອອກໃຫ້ໄດ້ ຮັບຜົນສໍາເລັດອັນຈົບງາມ. ສຳລັບ ຜູ້ທີ່ໄດ້ຮັບຕໍາແໜ່ງໃໝ່ຕ້ອງເອົາໃຈ ໃສ່ຍົກສູງລະດັບຄວາມຮູ້, ຄວາມ ສາມາດດ້ານວຽກງານຂອງຕົນຢູ່ ພັນລະຍາ ແລະ ຄະນະໄດ້ເດີນທາງ ຢ້ຽມຢາມ ສ ຣັດເຊຍ ຢ່າງເປັນ ທາງການໃນລະຫວ່າງວັນທີ 2427 ມິຖຸນາ 2025 ເພື່ອສືບຕໍ່ຮັດ ແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ. ໃນວັນທີ 26 ມິຖຸນາ 2025 ຜ່ານມານີ້, ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະໄດ້ພົບ ປະສອງຝ່າຍກັບທ່ານ ເຊີຣເກ ລາ ວະຣົບ ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສ ຣັດເຊຍ ຊຶ່ງ ເປັນການຢ້ຽມຢາມ ສ ຣັດເຊຍ ຄັ້ງທໍາອິດພາຍຫລັງໄດ້ຮັບການ ແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນລັດ ຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ. ການພົບປະຄັ້ງນີ້, ຖືເປັນ ນິມິດໝາຍອັນດີໃນການຮັດແໜ້ນ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ລາວ ແລະ ຣັດເຊຍ ໃຫ້ ສືບຕໍ່ແໜ້ນແຟ້ນຍິ່ງຂຶ້ນ ບົນພື້ນຖານ ການເປັນຄູ່ຮ່ວມມືຍຸດທະສາດດ້ານ ຄວາມໝັ້ນຄົງໃນຂົງເຂດ ອາຊີ- ປາຊີຟິກ. ສອງຝ່າຍໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສອງປະເທດ ທັງໃນ ຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍໃນໄລຍະຜ່ານມາ ເຊິ່ງ ໄດ້ເພີ່ມທະວີຮັດແໜ້ນຢ່າງຕໍ່ເນື່ອງ ບົນພື້ນຖານຄວາມເຂົ້າອົກເຂົ້າໃຈ ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ, ການພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອມາແຕ່ ດົນນານ. ບົນຈິດໃຈດັ່ງກ່າວ, ສອງ ຝ່າຍໄດ້ເຫັນດີໃຫ້ເພີ່ມທະວີການ ພົວພັນສອງຝ່າຍໃນຫລາຍຂົງເຂດ ໃນອະນາຄົດເຊັ່ນ: ການຮ່ວມມື ດ້ານເສດຖະກິດ-ການຄ້າ, ການ ລົງທຶນ, ພະລັງງານ, ການສຶກສາ, ການທະຫານ, ວັດທະນະທຳ, ການ ທ່ອງທ່ຽວ ແລະ ອື່ນໆ ທີ່ສອງຝ່າຍມີ ທ່າແຮງເພື່ອຜົນປະໂຫຍດຮ່ວມກັນ. ໃນຂອບການພົວພັນຫລາຍ ຝ່າຍ, ສປປ ລາວ ແລະ ສ ຣັດເຊຍ ໄດ້ຕີລາຄາສູງ ແລະ ສືບຕໍ່ຮ່ວມມື ກັນ, ສະໜັບສະໜູນເຊິ່ງກັນ ແລະ ສິ່ງແວດລ້ອມ, ທ່ານ ຈຸງ ຢັງ ຊູ ເອກອັກຄະລະຊະທູດ ສ ເກົາຫລີ ປະຈຳ ສປປ ລາວ ແລະ ພາກສ່ວນ ທີ່ວ່າ: “ບັນລຸຄວາມສະເໝີພາບ ຍິງ-ຊາຍ, ການຈັດຕັ້ງປະຕິບັດ ເທື່ອລະບາດກ້າວ(Achieving gender equality, action by act ion)” ຊຶ່ງມີຄວາມສໍາຄັນ ຫລາຍໃນການຍົກສູງບົດບາດຂອງ ແມ່ຍິງ ໃນການມີສ່ວນຮ່ວມຢ່າງ ເຕັມສ່ວນ, ມີປະສິດທິຜົນ ແລະ ໄດ້ ຮັບໂອກາດເທົ່າທຽມກັນສຳລັບ ການເປັນການນໍາໃນທຸກລະດັບ, ທຸກໜ້າວຽກ ແລະ ທຸກຕຳແໜ່ງໃນ ການຕົກລົງບັນຫາສໍາຄັນພື້ນຖານ ທາງດ້ານການເມືອງ, ເສດຖະກິດ ແລະ ຊີວິດການເປັນຢູ່ໃນສັງຄົມ. ສປປ ລາວ ໄດ້ໃຫ້ຄວາມສຳຄັນ ຕໍ່ຄວາມສະເໝີພາບຍິງ-ຊາຍ ດ້ວຍ ການເຊື່ອມສານເປົ້າໝາຍການ ພັດທະນາແບບຍືນຍົງ(SDGs) ໂດຍສະເພາະແມ່ນເປົ້າໝາຍທີ 5 (ບັນລຸຄວາມສະເໝີພາບລະຫວ່າງ ຍິງ-ຊາຍ, ສ້າງຄວາມເຂັ້ມແຂງ ໃຫ້ແກ່ແມ່ຍິງ ແລະ ເດັກຍິງທຸກ ຄົນ) ເຂົ້າໃນແຜນການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ແຕ່ລະໄລຍະ, ພ້ອມທັງເອົາໃຈໃສ່ ຈັດຕັ້ງປະຕິບັດແຜນດຳເນີນງານ ແຫ່ງຊາດ ເພື່ອຄວາມສະເໝີພາບ ຍິງ-ຊາຍ(2021-2025) ໂດຍມີ ຈຸດປະສົງເພື່ອຮັບປະກັນສິດ ແລະ ການພັດທະນາສິດສະເໝີພາບຍິງຊາຍ ລວມທັງຢຸດຕິທຸກຮູບການ ຈຳແນກຕໍ່ແມ່ຍິງໃນທຸກຂົງເຂດ ວຽກງານ, ຮັບປະກັນໃຫ້ແມ່ຍິງ ໄດ້ເຂົ້າຮ່ວມຢ່າງເຕັມສ່ວນໃນ ການເຄື່ອນໄຫວດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ຄອບຄົວ. ອີງຕາມຜົນການເລືອກຕັ້ງສະ ມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດ ທີ II ຜ່ານມາ, ພວກເຮົາມີສະມາຊິກ ສະພາແຫ່ງຊາດເພດຍິງ 36 ທ່ານ ເທົ່າກັບ 21,9% ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງທົ່ວປະ ເທດທີ່ເປັນເພດຍິງ 150 ທ່ານ ເທົ່າ ກັບ 30,48%, ໂດຍຖືກຈັດຢູ່ໃນ ອັນດັບ 111 ຂອງໂລກ ແລະ ເປັນ ອັນດັບ 4 ຂອງອາຊຽນ ຊຶ່ງໃນການ ເລືອກຕັ້ງທີ່ຈະມາເຖິງນີ້ ພວກເຮົາ ມີຄວາມຄາດຫວັງຢ່າງຍິ່ງວ່າຈະ ມີ ສສຊ ແລະ ສສຂ ເພີ່ມຫລາຍຂຶ້ນ ເພື່ອສະແດງໃຫ້ເຫັນເຖິງບົດບາດ ສຳຄັນໃນການປະກອບສ່ວນຕໍ່ປະ ເທດຊາດບ້ານເມືອງຂອງເອື້ອຍ ນ້ອງແມ່ຍິງລາວພວກເຮົາ. ຂ້າພະເຈົ້າຂໍຖືໂອກາດນີ້ ຮຽກ ຮ້ອງມາຍັງບັນດາທ່ານສະມາຊິກ ລັດຖະສະພາ, ອົງການຈັດຕັ້ງສາ ກົນ, ອົງການຈັດຕັ້ງທາງສັງຄົມ ແລະ ທຸກພາກສ່ວນສືບຕໍ່ຮ່ວມມື ກັນເປັນເຈົ້າການສົ່ງເສີມບົດບາດ ຍິງ-ຊາຍ ໃນຂະບວນການຕັດສິນ ບັນຫາພາຍໃນປະເທດ, ລວມທັງ ເຂົ້າຮ່ວມມີທັດສະນະຕໍ່ບັນຫາໃນ ພາກພື້ນ ແລະ ສາກົນ, ພ້ອມທັງສະ ໜັບສະໜູນດ້ານວິຊາການ ແລະ ງົບ ປະມານເຂົ້າໃນການສ້າງຄວາມ ເຂັ້ມແຂງໃຫ້ແກ່ແມ່ຍິງ ໃນທຸກດ້ານ ໃຫ້ມີຄວາມເຂັ້ມແຂງ ແລະ ມີການ ປະກອບສ່ວນທີ່ຫລາຍຂຶ້ນ, ສູ້ຊົນໃຫ້ ຈຳນວນແມ່ຍິງ ທີ່ຈະເປັນສະມາຊິກ ສະພາແຫ່ງຊາດເພດຍິງ ໃນຊຸດທີX ບັນລຸ 30%ຂອງຈໍານວນສະມາຊິກ ສະພາແຫ່ງຊາດທັງໝົດ. ສຸດທ້າຍນີ້, ຂ້າພະເຈົ້າຂໍອວຍ ພອນແດ່ບັນດາທ່ານສະມາຊິກ ສະພາແຫ່ງຊາດ, ທ່ານຍິງ ແລະ ທ່ານຊາຍ ທັງຫລາຍຈົ່ງມີສຸຂະ ພາບເຂັ້ມແຂງ, ມີຄວາມຜາສຸກໃນ ຊີວິດສ່ວນຕົວ ແລະ ປະສົບຜົນສໍາ ເລັດໃນໜ້າທີ່ວຽກງານອັນມີກຽດ ຂອງບັນດາທ່ານ. ພ້ອມກັນຍົກສູງບົດບາດຂອງ ສະພາແຫ່ງຊາດ ໃນການກຳນົດ ສະຕາກຳປະເທດ ແລະ ຂອງໂລກ ໃຫ້ມີຄວາມໝັ້ນຄົງທາງດ້ານສັນຕິ ພາບ ແລະ ມີຄວາມສີວິໄລຂຶ້ນໃນ ອະນາຄົດ. ພາບ: ອ່າຍຄໍາ ສະເໝີ ເພື່ອຮັບປະກັນໃນການເປັນ ເສນາທິການຮອບດ້ານໃນການ ປະຕິບັດລະບອບ ແລະ ແບບແຜນ ເຮັດວຽກງານໃຫ້ການນໍາຂັ້ນສູງ ໃນແຕ່ລະໄລຍະມີຜົນສໍາເລັດຕາມ ຄາດໝາຍ, ສົມທົບກັບພາກສ່ວນ ກ່ຽວຂ້ອງຄົ້ນຄວ້າ, ກໍາແໜ້ນແນວ ທາງນະໂຍບາຍ, ມະຕິ-ຄໍາສັ່ງຂອງ ພັກ-ລັດ ເພື່ອເຮັດໃຫ້ການສັງຮວມ ຮ່າງເນື້ອໃນບົດຄໍາເຫັນ, ບົດໂອ້ລົມ, ບົດສູນທອນພົດ ແລະ ອື່ນໆ ມີເນື້ອ ໃນຄົບຖ້ວນ ແລະ ປະສານສົມທົບ ພາກສ່ວນກ່ຽວຂ້ອງເພື່ອຕິດຕາມ ແລະ ອໍານວຍຄວາມສະດວກໃນ ການເຄື່ອນໄຫວວຽກງານ, ການ ເບິ່ງແຍງສຸຂະພາບ, ການດໍາລົງ ຊີວິດ, ການປະຕິບັດນະໂຍບາຍຕໍ່ ການນໍາ, ຮັກສາຄວາມປອດໄພ ໃຫ້ເປັນປົກກະຕິປະຈໍາວັນລວມທັງ ຄວາມປອດໄພໃນໄລຍະການເຄື່ອນ ໄຫວວຽກງານຢູ່ທ້ອງຖິ່ນ ແລະ ຕ່າງ ປະເທດ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ກັນ ໃນເວທີພາກພື້ນ ແລະ ສາກົນ ເພື່ອຮັບປະກັນການສົ່ງເສີມສັນຕິ ພາບ, ສະຖຽນລະພາບໃນທົ່ວໂລກ. ໃນຕອນທ້າຍ, ທ່ານລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຊົມເຊີຍຕໍ່ລັດຖະ ບານ ແລະ ປະຊາຊົນຣັດເຊຍ ທີ່ ປະສົບຜົນສໍາເລັດຢ່າງຈົບງາມໃນ ການເຫລີມສະຫລອງວັນມະຫາ ສົງຄາມ ຄົບຮອບ 80 ປີ ແຫ່ງ ໄຊ ຊະນະປົກປ້ອງປິຕຸພູມຂອງສະຫະ ພາບໂຊວຽດ ໃນວັນທີ 9 ພຶດສະພາ 2025 ຜ່ານມາ. ພ້ອມນັ້ນ, ທ່ານ ຍັງໄດ້ຢືນຢັນວ່າໃນໄລຍະທ້າຍ ປີ 2025 ນີ້, ສປປ ລາວ ແລະ ສ ຣັດເຊຍ ຈະໄດ້ສືບຕໍ່ຈັດກິດຈະກຳ ຮ່ວມກັນເພື່ອສະເຫລີມສະຫລອງ ຄົບຮອບ 65 ປີ ແຫ່ງການສ້າງ ຕັ້ງສາຍພົວພັນການທູດ ລາວ-ຣັດ ເຊຍ ແລະ ຄົບຮອບ 60 ປີ ແຫ່ງ ການສ້າງຕັ້ງສະມາຄົມມິດຕະພາບ ລາວ-ຣັດເຊຍ. ຂ່າວ-ພາບ: ກຕທ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ເພັດມະນີແສງ ຊ້າງໄຊ ຍະສານ ຮັກສາການຫົວໜ້າສະຖາ ບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດໄດ້ລາຍງານ ຄວາມຄືບໜ້າການຈັດຕັ້ງປະຕິບັດ ໂຄງການດັ່ງກ່າວ ໂດຍໄດ້ລົງມື ຈັດຕັ້ງໃນປີ 2023 ຢູ່ 3 ບ້ານ ຄື: ບ້ານນາຊາ, ໝາກຮຽວ ແລະ ບ້ານໝາກນາວເໜືອ ເມືອງປາກ ງື່ມ ນະຄອນຫລວງວຽງຈັນ ໄລຍະ ການຈັດຕັ້ງປະຕິບັດ 5 ປີ (20232027) ລວມມູນຄ່າໂຄງການ 3.850.000 ໂດລາສະຫາລັດ, ມີປະຊາຊົນໄດ້ຮັບຜົນປະໂຫຍດ 693 ຄອບຄົວ, ເນື້ອທີ່ນາຈະໄດ້ ຮັບການປັບຈາກນາໄຮ່ນ້ອຍເປັນ ນາໄຮ່ໃຫຍ່ ປະມານ 723 ເຮັກຕາ ກວມເອົາ 80% ຂອງຈໍານວນເນື້ອ ທີ່ນາປີທັງໝົດ 904 ເຮັກຕາ. ຜົນ ການຈັດຕັ້ງປະຕິບັດໂຄງການໄດ້ ສໍາເລັດການຕິດຕັ້ງໂຮງອົບເຂົ້າ ເປືອກ 3 ຫົວໜ່ວຍ, ສາມາດອົບເຂົ້າ ໄດ້ສະເລ່ຍ 45 ໂຕນ/ມື້ພ້ອມໂຮງ ເຮືອນ, ຕິດຕັ້ງເຄື່ອງສີເຂົ້າທີ່ສາມາດ ສີໄດ້ 1.5 ໂຕນ/ຊົ່ວໂມງ ແລະ ເຄື່ອງ ຄັດເມັດພັນ ທີ່ສາມາດຄັດໄດ້ 1,5 ໂຕນ/ຊົ່ວໂມງພ້ອມໂຮງເຮືອນ. ຂ່າວ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ
xtgmf]k; 3 01/07/2025 0j k; c]t gsfdko *** ອ່ານຕໍ່ສະບັບໜ້າ ***່ າໍ່ ສັ ບ້ າ ໂດຍ : ແດງສະຫວັດ ແສນພານິດັ ດິ ດ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ມາລີດດາີ rk]t[q f[kf0v' de,kmy dko ;Pd'kolt,k-y dltrkcsj '-kf ບົດສະເໜີົີ ໂດຍ: ຄຳໄຕ ຈັນນນະຄອນັ 42 xu csj 'dkodegou fg8u [.spj 0tspkp8q ;0v' dv'ra o.spj 641 * ເພື່ອຕອບສະໜອງກັບຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ ການເມືອງ ໃນໄລຍະໃໝ່ຂອງການ ປະຕິວັດ ກໍຄືການປັບປຸງກໍ່ສ້າງ ກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງ ຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນ ທາງການ ຕາມການຕົກລົງ ຂອງ ກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983 ໂດຍການປະ ກາດສ້າງຕັ້ງຂອງ ສະຫາຍ ພົນຈັດ ຕະວາ ຈັນກໍ ພິມມະສອນ ອະດີດ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ, ການສ້າງຕັ້ງກອງພັນ ໃຫຍ່ 641 ເປັນການສືບທອດພາ ລະກິດປະຕິວັດ ແລະ ມູນເຊື້ອການ ຕໍ່ສູ້ ຂອງກອງພັນນ້ອຍ 601 ວິລະ ຊົນ, ກອງພັນນ້ອຍ 602 ແລະ ກອງ ພັນນ້ອຍ 456 ທີ່ໄດ້ມີຜົນງານອັນ ໃຫຍ່ຫລວງໃນພາລະກິດ ປົດປ່ອຍ ຊາດໃນເມື່ອກ່ອນ, ກໍ່ຄືການປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດໃນປັດຈຸບັນ. ສະຫາຍ ພັນໂທ ອົດສາ ໄຊຍະ ເສນ ຫົວໜ້າພະແນກເສນາທິການ ກອງພັນໃຫຍ່ປ້ອງກັນອາກາດ 641 ໃຫ້ຮູ້ວ່າ: ການກຳເນີດເຕີບ ໃຫຍ່ຂະຫຍາຍຕົວຂອງກອງພັນ ໃຫຍ່ 641 ໄດ້ສືບທອດມູນເຊື້ອແຕ່ ໄລຍະການຕໍ່ສູ້ປົດປ່ອຍຊາດນັບແຕ່ ປີ 1962 ທີ່ມີຊື່ວ່າ ກອງພັນນ້ອຍ 601 ໄດ້ເຮັດໜ້າທີ່ສູ້ຮົບປະຈຳ ການຢູ່ເຂດທົ່ງໄຫຫີນ, ພູກູດຈອມ ເຫລັກ ແລະ ເຂດຄັງໄຂ ເມືອງແປກ ແຂວງຊຽງຂວາງ, ໄດ້ຍິງຍົນ RF 101 ຕົກຄາທີ່ 1 ລໍາ ດ້ວຍລູກປືນ 37-1 ມມ, 4 ລູກ ເປັນລໍາທໍາອິດຢູ່ ໃນປະເທດລາວ ແລະ ທົ່ວອິນດູຈີນ ຈາກຜົນງານດັ່ງກ່າວ ພັກ-ລັດຖະ ບານ ໄດ້ມອບນາມມະຍົດໃຫ້ແກ່ ກອງພັນນ້ອຍ 601 (ເປັນກອງພັນ ນ້ອຍ 601 ວິລະຊົນ), ກອງພັນ ນ້ອຍ 456 ເຮັດໜ້າທີ່ສູ້ຮົບປ້ອງ ກັນຜູ້ນຳຢູ່ທົ່ງນາໄກ ເມືອງວຽງໄຊ ແຂວງຫົວພັນ ບັ້ນຮົບທີ່ດຸເດືອດ, ໄດ້ ສູ້ຮົບ 3 ມື້ 3 ຄືນ ( ວັນທີ 4 ຫາ ວັນ 6 ເດືອນມິຖຸນາ ປີ 1965 ) ຈາກ ຜົນງານດັ່ງກ່າວ ພັກ-ລັດຖະບານ ໄດ້ມອບນາມມະຍົດໃຫ້ແກ່ ກອງ ຮ້ອຍ 27 ກອງພັນນ້ອຍ 456 (ເປັນກອງຮ້ອຍ 27 ວິລະຊົນ), ໃນ ໄລຍະປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ (ວັນທີ 3 ມັງກອນ 1977 ) ກອງຮ້ອຍ 04 ກອງພັນນ້ອຍ 601 ໄດ້ເຄື່ອນທັບ ເຂົ້າບຸກຕີພວກປະຕິການຂວາຈັດ ທີ່ ໃຊ້ກຳລັງເກາະຜິດຕາມຊາຍແດນ ແລະ ບຽດຢຶດເກາະ, ດອນຕາມ ແມ່ນໍ້າຂອງທີ່ຂຶ້ນກັບດິນຂອງລາວ ເຮົາຢ່າງບັງອາດເປີດແປນ ເຊິ່ງ ກົມກອງສາມາດຍາດໄດ້ໄຊຊະນະ ຢ່າງຈົບງາມ. ການສ້າງຕັ້ງ ກອງພັນໃຫຍ່ 641 ເປັນເຫດການ, ການເມືອງ ທີ່ມີຄວາມໝາຍສໍາຄັນໃນປະຫວັດ ສາດຂອງຊາດ ແລະ ຂອງກອງທັບ ເຮົາ ທີ່ສະແດງໃຫ້ເຫັນເຖິງ ການ ເຕີບໃຫຍ່ຂະຫຍາຍຕົວ ຂອງເຫລົ່າ ຮົບປ້ອງກັນອາກາດ ແມ່ນການ ຕອບສະໜອງກັບຄວາມຮຽກຮ້ອງ ຕ້ອງການ ຂອງປະເທດຊາດ ເພື່ອ ສ້າງກອງທັບ ໃຫ້ກາຍເປັນກຳລັງ ຫລັກແຫລ່ງໃນພາລະກິດປົກປັກ ຮັກສາ ແລະ ພັດທະນາປະເທດ ຊາດ, ປົກປັກຮັກສາ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຊາດໄວ້ໃຫ້ໝັ້ນຄົງ, ນັບແຕ່ມື້ສ້າງ ຕັ້ງເປັນຕົ້ນມາ ໂດຍໄດ້ຮັບການຊີ້ ນໍາຈາກພັກ-ລັດ ໂດຍສະເພາະ ແມ່ນຄະນະພັກກະຊວງປ້ອງກັນ ປະເທດ, ຄະນະພັກ ຄະນະບັນຊາ, ພະນັກງານ-ສະມາຊິກພັກ, ນາຍ ແລະ ພົນທະຫານ ກອງພັນໃຫຍ່ 641 ແຕ່ລະຮຸ້ນ ໄດ້ເສີມຂະຫຍາຍ ທາດແທ້ ແລະ ຮັກສາມູນເຊື້ອປະຕິ ວັດ, ພ້ອມກັນສ້າງ ກອງພັນໃຫຍ່ 641 ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ເຮັດສໍາເລັດໜ້າທີ່ການເມືອງ ຂອງຕົນດ້ວຍ ຜົນສໍາເລັດສູງສົ່ງ ເປັນກ້າວໆມາ. * ໃນບົດກ່ອນໜັງສືພິມປະເທດ ລາວໄດ້ນຳສະເໜີຜົນງານພົ້ນເດັ່ນ ຂອງກຳມາທິການວຽກງານສະມາ ຊິກສະພາແຫ່ງຊາດ ໃນໄລຍະຜ່ານ ມາ ເຊິ່ງມາໃນສະບັບນີ້ຈະນຳສະ ເໜີກ່ຽວກັບພາລະບົດບາດຂອງກຳ ມາທິການວຽກງານສະມາຊິກສະ ພາແຫ່ງຊາດ. ຕາມການໃຫ້ຮູ້ຂອງ ທ່ານ ວຽງແກ້ວ ວັນນະຈັກ ຮອງ ປະທານກຳມາທິການ ວຽກງານ ສະມາຊິກສະພາແຫ່ງຊາດ ເມື່ອບໍ່ ດົນມານີ້ ວ່າ: ພາລະບົດບາດ ຂອງ ກຳມາທິການ ວຽກງານສະມາຊິກ ສະພາແຫ່ງຊາດ ແມ່ນຄົ້ນຄວ້າ ການສ້າງ ແລະ ປັບປຸງກົງຈັກການ ຈັດຕັ້ງຂອງສະພາແຫ່ງຊາດ, ຄະ ນະປະຈຳ ແລະ ສະມາຊິກສະພາ ແຫ່ງຊາດ ປະຈຳເຂດເລືອກຕັ້ງ; ຄົ້ນຄວ້າການບັນຈຸຊັບຊ້ອນ ສະມາ ຊິກສະພາແຫ່ງຊາດ ຢູ່ແຕ່ລະກຳ ມາທິການ; ຄຸ້ມຄອງວຽກງານສະ ມາຊິກສະພາແຫ່ງຊາດ ຄື ຂຶ້ນບັນຊີ ລາຍຊື່, ເກັບກໍາ, ຮັກສາຂໍ້ມູນ ແລະ ຊີວະປະຫວັດຂອງສະມາຊິກສະພາ ແຫ່ງຊາດ ໃນແຕ່ລະຊຸດ; ພ້ອມນັ້ນ ກໍໄດ້ຄົ້ນຄວ້າ, ເກັບກຳ, ສັງລວມ ກ່ຽວກັບການແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງ ແລະ ການສິ້ນສຸດການ ເປັນສະມາຊິກສະພາແຫ່ງຊາດ; ເກັບກຳການເຂົ້າຮ່ວມກອງປະຊຸມ ສະພາແຫ່ງຊາດ ເຊັ່ນ: ການເຂົ້າ ຮ່ວມ, ຄົ້ນຄວ້າ ແລະ ກະກຽມເນື້ອ ໃນຕ່າງໆ ເພື່ອປະກອບຄຳເຫັນ, ຊັກຖາມ ແລະ ລົງຄະແນນສຽງໃນ ຄະນະປະຈຳສະພາແຫ່ງຊາດ; ການປະເມີນຜົນຂອງສະມາຊິກ ສະພາແຫ່ງຊາດ ຕໍ່ການປະຕິບັດ ໜ້າທີ່ ຂອງບຸກຄະລາກອນທີ່ສະພາ ແຫ່ງຊາດ ເລືອກຕັ້ງ ແລະ ຮັບຮອງ ເອົາການແຕ່ງຕັ້ງ; ສ້າງ ແລະ ປັບ ປຸງ ມະຕິຂອງຄະນະປະຈໍາສະພາ ແຫ່ງຊາດ ກ່ຽວກັບການປະເມີນ ຜົນການປະຕິບັດໜ້າທີ່ ຂອງບຸກ ຄະ ລາກອນ ທີ່ສະພາແຫ່ງຊາດ ເລືອກ ຕັ້ງ ແລະ ຮັບຮອງເອົາການແຕ່ງ ຕັ້ງ; ກະກຽມບັນດາເອກະສານ ເຊັ່ນ: ສ້າງແຜນການ, ຮ່າງຄໍາແນະ ນໍາ, ແຈ້ງການ, ແບບຟອມ, ບົດລາຍ ງານ, ມະຕິຂອງ ກອງປະຊຸມສະພາ ແຫ່ງຊາດ ແລະ ອື່ນໆ; ເປັນເຈົ້າ ການ ຕິດຕາມ, ເກັບກໍາ, ສະຫລຸບສັງລວມ ແລະ ລາຍງານຕໍ່ຄະນະ ປະຈໍາສະພາແຫ່ງຊາດ. ສຳລັບການກະກຽມວຽກງານ ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງໂດຍຄົ້ນຄວ້າ ແລະ ກະກຽມບັນດາເອກະສານ ເບື້ອງຕົ້ນໃຫ້ແກ່ວຽກງານການ ເລືອກຕັ້ງ ສະມາຊິກສະພາແຫ່ງ ຊາດ ແລະ ສະມາຊິກສະພາປະຊາ ຊົນຂັ້ນແຂວງ ເປັນຕົ້ນ ສ້າງແຜນ ກຳນົດເປົ້າໝາຍຜູ້ທີ່ຈະລົງສະໝັກ ຮັບເລືອກຕັ້ງເປັນສະມາຊິກສະພາ; ຮ່າງມະຕິຂອງກົມການເມືອງສູນ ກາງພັກ ວ່າດ້ວຍການເພີ່ມທະວີ ການຊີ້ນຳ-ນຳພາ ຂອງຄະນະພັກ ຕໍ່ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ; ຮ່າງບັນດາເອ ກະສານ ຂອງຄະນະປະຈໍາສະພາ ແຫ່ງຊາດ, ຮ່າງມະຕິຂອງຄະນະ ປະຈຳສະພາແຫ່ງຊາດ ວ່າດ້ວຍ ການແຕ່ງຕັ້ງຄະນະກໍາມະການ ເລືອກຕັ້ງລະດັບຊາດ, ການກຳນົດ ວັນເລືອກຕັ້ງ ແລະ ຈຳນວນຜູ້ສະ ໝັກຮັບເລືອກຕັ້ງ, ໜັງສືສະເໜີຫາ ປະທານປະເທດ ກ່ຽວກັບວຽກ ງານເລືອກຕັ້ງ; ຮ່າງເອກະສານ ຂອງຄະນະກໍາມະການເລືອກຕັ້ງ ລະດັບຊາດ, ຮ່າງແຜນການດຳ ເນີນງານຂອງຄະນະກຳມະການ ເລືອກຕັ້ງລະດັບຊາດເພື່ອການ ເລືອກຕັ້ງສະມາຊິກສະພາແຫ່ງ ຊາດ ແລະ ສະມາຊິກສະພາປະຊາ ຊົນຂັ້ນແຂວງ; ຮ່າງມະຕິຂອງຄະ ນະກຳມະການເລືອກຕັ້ງລະດັບ ຊາດວ່າດ້ວຍການແຕ່ງຕັ້ງ ແລະ ການເຄື່ອນໄຫວ ຂອງບັນດາອະນຸ ກຳມະການ ຂອງຄະນະກຳມະການ ເລືອກຕັ້ງລະດັບຊາດ; ຮ່າງເອກະ ສານຂອງປະທານປະເທດ ເປັນຕົ້ນ ຮ່າງລັດຖະດຳລັດຂອງປະທານ ປະເທດ ວ່າດ້ວຍການປະກາດລາຍ ຊື່ຄະນະກຳມະການເລືອກຕັ້ງລະ ດັບຊາດ, ກຳນົດວັນເລືອກຕັ້ງ ແລະ ກຳນົດຈຳນວນຜູ້ສະໝັກຮັບເລືອກ ຕັ້ງ; ຄົ້ນຄວ້າ ແລະ ລາຍງານຕໍ່ຄະ ນະປະຈໍາສະພາແຫ່ງຊາດ ກ່ຽວກັບ ການເລືອກຕັ້ງແທນ ໃນເມື່ອສະມາ ຊິກສະພາແຫ່ງຊາດ ໃນເຂດເລືອກ ຕັ້ງໃດໜຶ່ງ ຫາກຫລຸດລົງຕາມແຕ່ ລະກໍລະນີ; ປະຕິບັດໜ້າທີ່ອື່ນ ຕາມ ການມອບໝາຍຂອງຄະນະປະຈຳ ສະພາແຫ່ງຊາດ. * ຖ້າເວົ້າໄປແລ້ວພືດຜັກກະສິ ກໍາແມ່ນເປັນສິນຄ້າປະເພດໜຶ່ງທີ່ມີ ຄວາມສໍາຄັນຕໍ່ການບໍລິໂພກໃນຊີວິດ ປະຈໍາວັນຂອງຄົນເຮົາ ໂດຍທົ່ວໄປ ແລ້ວປະຊາຊົນລາວບັນດາເຜົ່າໄດ້ຍືດ ຖືເອົາອາຊີບກະສິກໍາເປັນພື້ນຖານປະ ກອບສ້າງເສດຖະກິດຄອບຄົວໃຫ້ມີ ຢູ່ມີກິນມີຊີວິດການເປັນຢູ່ດີຂຶ້ນຕາມ ແນວທາງນະໂຍບາຍຂອງພັກ-ລັດ. ປະຊາຊົນລາວບັນດາເຜົ່າມີມູນເຊື້ອ ດຸໝັ່ນຂະຫຍັນພຽນໃນການປູກພືດ ກະສິກໍາມາແຕ່ດົນນານ ເຮັດໃຫ້ການ x6 dza dgIn voIq j ,.o]tf6 /q o7n |b j 'co;mk' grn j vs]5 fzj vodkooeg0Q kxtgrfly o7h kdtly de ປູກພືດຜັກໄດ້ຕິດພັນກັບການດຳລົງ ຊີວິດຂອງປະຊາຊົນລາວບັນດາເຜົ່າ. ດັ່ງນັ້ນ ພັກ-ລັດ ຈຶ່ງໄດ້ສົ່ງເສີມໃຫ້ ປະຊາຊົນພາຍໃນປະເທດຜະລິດໃຫ້ ຫລາຍກາຍເປັນສິນຄ້າເພື່ອຫລຸດຜ່ອນ ການນຳເຂົ້າສິນຄ້າກະສິກຳຈາກຕ່າງ ປະເທດ. ຍ້ອນປັດຈຸບັນສະພາບການໃນ ທົ່ວໂລກໄດ້ມີການຜັນແປໄປຢ່າງສະ ລັບຊັບຊ້ອນຍາກທີ່ຈະຄາດເດົາ ເຊິ່ງ ມັນໄດ້ສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມ, ໜຶ່ງໃນບັນຫາທີ່ໜ້າເປັນ ຫ່ວງທີ່ສຸດສໍາລັບພວກເຮົາເຈົ້າຂ້ອຍ ນັ້ນກໍ່ຄືບັນຫາປາກທ້ອງ ຫລື ເວົ້າອີກ ຢ່າງໜຶ່ງແມ່ນບັນຫາຄ່າຄອງຊີບ, ລາ ຄາສິນຄ້າມີການເນັງຕີງສູງຂຶ້ນ. ສະ ນັ້ນ, ພັກ ແລະ ລັດ ຈຶ່ງມີແນວທາງນະ ໂຍບາຍ ແລະ ມາດຕະການຕ່າງໆໃນ ການຈໍາກັດປະເພດສິນຄ້າກະສິກໍາ (ພືດຜັກ) ເຊິ່ງຄົນພາຍໃນປະເທດ ລາວເຮົາສາມາດຜະລິດເອງໄດ້ທັງປູກ ເປັນສະບຽງອາຫານ ແລະ ປູກເປັນ ກອງປະຊຸມ. ນອກຈາກນັ້ນ, ຍັງໄດ້ຄົ້ນຄວ້າ, ລາຍງານ ແລະ ຂໍຄຳເຫັນ ຈາກ ຄະນະປະຈຳສະພາແຫ່ງຊາດ ໃນ ກໍລະນີ ສະມາຊິກສະພາແຫ່ງຊາດ ຈະຖືກດຳເນີນຄະດີອາຍາ ຫລື ມີ ຄວາມຈໍາເປັນຕ້ອງໄດ້ຈັບຕົວ, ກັກ ຕົວ ຫລື ກັກຂັງຕາມການລາຍງານ ຂອງພາກສ່ວນທີ່ກ່ຽວຂ້ອງ; ຄົ້ນ ຄວ້ານະໂຍບາຍຕໍ່ສະມາຊິກສະພາ ແຫ່ງຊາດ ເປັນຕົ້ນ ເງິນອຸດໜູນ, ການປິ່ນປົວສຸຂະພາບ, ການຍ້ອງຍໍ ແລະ ອື່ນໆ ໂດຍການປະສານສົມ ທົບກັບຄະນະເລຂາທິການສະພາ ແຫ່ງຊາດ; ປະສານສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງ ໃນການສ້າງ ຄວາມເຂັ້ມແຂງໃຫ້ແກ່ສະມາຊິກ ສະພາແຫ່ງຊາດ. ຄົ້ນຄວ້າກ່ຽວກັບ ບຸກຄະລາກອນ ທີ່ສະພາແຫ່ງຊາດ ເລືອກຕັ້ງ ແລະ ຮັບຮອງເອົາການ ແຕ່ງຕັ້ງ ເຊັ່ນ: ຄົ້ນຄວ້າການສະເໜີ ແຕ່ງຕັ້ງ, ຍົກຍ້າຍ ຫລື ປົດຕຳແໜ່ງ ບຸກຄະລາກອນທີ່ສະພາແຫ່ງຊາດ ເລືອກຕັ້ງ ແລະ ຮັບຮອງເອົາການ ແຕ່ງຕັ້ງ ຕາມການມອບໝາຍຂອງ ສິນຄ້າຕະຫລອດລະດູແລ້ງ ແລະ ລະດູ ຝົນ ເວົ້າລວມ, ເວົ້າສະເພາະຢູ່ແຂວງ ຄໍາມ່ວນ ແມ່ນມີພື້ນທີ່ເໝາະສົມໃນ ການປູກຝັງບວກກັບມີແຫລ່ງນໍ້າຕ່າງໆ ທີ່ອໍານວຍຄວາມສະດວກໃນການສະ ໜອງນໍ້າເພື່ອຫົດພື້ນທີ່ການຜະລິດ, ແຕ່ວ່າສິນຄ້າປະເພດກະສິກໍາ (ພືດ ຜັກ) ໃນໄລຍະຜ່ານມາແມ່ນຍັງບໍ່ທັນ ປູກເປັນລະບົບ, ບໍ່ມີການບໍລິຫານຈັດ ການທີ່ດີ, ບໍ່ທັນມີກຸ່ມການຜະລິດ, ບໍ່ມີ ການປູກນອກລະດູການ, ບໍ່ມີຕະຫລາດ ທີ່ແນ່ນອນເພື່ອຮອງຮັບຜົນຜະລິດ ແລະ ປະລິມານການຜະລິດຍັງມີຈໍາ ນວນໜ້ອຍ, ເມື່ອມີຄວາມຕ້ອງການ ຈໍານວນຫລາຍຈໍາເປັນຕ້ອງໄດ້ມີການ ນໍາເຂົ້າຈາກພາຍນອກເພື່ອສະໜອງ ຄວາມຕ້ອງການພາຍໃນ. ເພື່ອແກ້ ໄຂບັນຫາດັ່ງກ່າວນັ້ນຈິ່ງໄດ້ເກີດມີ ໂຄງການຈັດຊື້້ອຸປະກອນ ແລະ ປັດໄຈ ການຜະລິດໃຫ້ກຸ່ມປູກຜັກໃນເຮືອນຮົ່ມ ເປັນສິນຄ້າແມ່ນໄດ້ຮັບການສະໜັບ ສະໜູນງົບປະມານຈາກບ້ວງເງິນ ເກີນແຜນຂອງແຂວງປີ 2023 ເພື່ອ ສົ່ງເສີມການຜະລິດເປັນສິນຄ້າ ແລະ ແກ້ໄຂຄວາມທຸກຍາກຕາມດໍາລັດ 348/ລບ. ໂດຍພາຍໃຕ້ການຊີ້ນໍາ ຂອງທ່ານ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ອີງໃສ່ສະພາບຄວາມ ເປັນຈິງ ຂອງການຜະລິດພືດຜັກໃນ ລະດູຝົນໃນໄລຍະຜ່ານມາເຫັນວ່າ: ຍັງ ມີໜ້ອຍ (ບໍ່ພຽງພໍກັບຄວາມຕ້ອງການ ຂອງການບໍລິໂພກ) ພືດຜັກມີລາຄາ ແພງ. ດັ່ງນັ້ນທາງຂະແໜງປູກຝັງຈຶ່ງ ໄດ້ນໍາສະເໜີໂຄງການຈັດຊື້ອຸປະກອນ ແລະ ປັດໄຈການຜະລິດສະໜອງ ໃຫ້ກຸ່ມຜະລິດພືດຜັກໃນລະດູຝົນ ຊຶ່ງ ໂຄງການດັ່ງກ່າວແມ່ນໄດ້ຈັດຕັ້ງປະຕິ ບັດຢູ່ 3 ເມືອງຄື: ເມືອງໜອງບົກ, ເມືອງຍົມມະລາດ ແລະ ເມືອງນາ ກາຍ ໂດຍໄດ້ເລີ່ມລົງມືຈັດຕັ້ງປະຕິບັດ ໂຄງການນັບແຕ່ເດືອນເມສາ 2025 ເປັນຕົ້ນມາ. ໃນນັ້ນ, ເມືອງໜອງບົກມີ 1 ກຸ່ມຜະລິດ 1 ບ້ານ (ດອນປາແດກ), ມີ 4 ຄອບຄົວ, ມີເຮືອນຮົ່ມ 14 ຫລັງ ຊຶ່ງໄດ້ຮັບອຸປະກອນ ແລະ ປັດໄຈການ ຜະລິດຈໍານວນ 5 ລາຍການລວມມູນ ຄ່າທັງໝົດ 37.988.000 ກີບ, ພ້ອມນີ້ຍັງມີງົບປະມານ ສໍາລັບການ ລົງຊຸກຍູ້ຕິດຕາມຂອງວິຊາການຂັ້ນ ເມືອງຈໍານວນ 3.000.000 ກີບ; ເມືອງຍົມມະລາດມີ 4 ກຸ່ມ (4 ບ້ານ), ມີ 46 ຄອບຄົວ, ມີເຮືອນຮົ່ມ 46 ຫລັງ ມີ 18 ລາຍການ, ລວມມູນຄ່າທັງໝົດ ທີ່ມອບໃຫ້ ໃນ 4 ກຸ່ມ (4 ບ້ານ) 46 ຄອບຄົວ ຈຳນວນ 140.117.000 ກີບ ພ້ອມນີ້ ຍັງມີງົບປະມານ ສໍາລັບ ການລົງຊຸກຍູ້ ຕິດຕາມ ຂອງວິຊາການ ຂັ້ນເມືອງ ຈໍານວນ 7.200.000 ກີບ. ເມືອງນາກາຍ ມີ 1 ກຸ່ມຜະລິດ (4 ບ້ານ), ມີ 9 ຄອບຄົວ, ມີເຮືອນຮົ່ມ 20 ຫລັງ, ໄດ້ຮັບອຸປະກອນ ແລະ ປັດ ໄຈການຜະລິດ 6 ລາຍການ, ລວມມູນ ຄ່າທັງໝົດ 59.743.000 ກີບ ພ້ອມນີ້ ຍັງມີງົບປະມານສໍາລັບການລົງຊຸກຍູ້ ຕິດຕາມຂອງວິຊາການຂັ້ນເມືອງຈໍາ ນວນ 4.656.000 ກີບ. ສຳລັບການຈັດຕັ້ງປະຕິບັດໂຄງ ການປູກພືດຜັກໃນເຮືອນຮົ່ມໃນ 3 ເມືອງດັ່ງກ່າວແມ່ນມີການຈັດຕັ້ງເປັນ ກຸ່ມການຜະລິດໃຫ້ເຂົ້າສູ່ລະບົບ, ມີ ການບໍລິຫານຈັດການ, ຫລຸດຜ່ອນ ການນໍາເຂົ້າ, ປະຊາຊົນໄດ້ມີພຶດຜັກ ພຽງພໍກັບຄວາມຕ້ອງການຂອງການ ບໍລິໂພກ ແລະ ມີຕະຫລາດຮອງຮັບ ໂດຍສະເພາະບັນດາໂຄງການລົງທຶນ ຂະໜາດໃຫຍ່ພາຍໃນແຂວງ.
RkJQdWJsaXNoZXIy MTc3MTYxMQ==