ການນຳພັກ-ລັດ ຫວຽດນາມ ເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

01/07/2025 14:15
Email Print 132
ຂປລ ໃນທົ່ວປະເທດ ຫວຽດນາມ ໄດ້ຈັດພິທີ ປະກາດ ມະຕິ, ຂໍ້ຕົກລົງ ສະບັບຕ່າງໆ ຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບ ການໂຮມ ຫົວໜ່ວຍ ບໍລິຫານ ຂັ້ນແຂວງ, ຕາແສງ, ສ້າງຕັ້ງ ອົງການຈັດຕັ້ງພັກ, ສະພາ ປະຊາຊົນ, ຄະນະ ກຳມະການ ປະຊາຊົນ, ແນວໂຮມ ປະເທດຊາດ ແຂວງ, ນະຄອນ, ຕາແສງ, ເຂດພິເສດ.

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ,ວັນທີ 30 ມິຖຸນາ, ໃນທົ່ວປະເທດ ຫວຽດນາມ ໄດ້ຈັດພິທີ ປະກາດ ມະຕິ, ຂໍ້ຕົກລົງ ສະບັບຕ່າງໆ ຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບ ການໂຮມ ຫົວໜ່ວຍ ບໍລິຫານ ຂັ້ນແຂວງ, ຕາແສງ, ສ້າງຕັ້ງ ອົງການຈັດຕັ້ງພັກ, ສະພາ ປະຊາຊົນ, ຄະນະ ກຳມະການ ປະຊາຊົນ, ແນວໂຮມ ປະເທດຊາດ ແຂວງ, ນະຄອນ, ຕາແສງ, ເຂດພິເສດ.ໃນໂກາດນີ້ ທ່ານ ໂຕເລິມ, ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຢືນຢັນວ່າ ການເຄື່ອນໄຫວ ຮູບແບບ ອຳນາດ ການປົກຄອງ 2 ຂັ້ນ ໃຫ້ແກ່ ນະຄອນ ໂຮ່ຈີມິນ ເປີດກວ້າງ, ບໍ່ພຽງແຕ່ ແມ່ນເຫດການ ດ້ານການບໍລິຫານ ເທົ່ານັ້ນ, ຫາກຍັງ ແມ່ນບາດກ້າວ ຫັນປ່ຽນ ຍຸດທະສາດ, ແມ່ນຄວາມຮຽກຮ້ອງ ຢ່າງພາວະວິໄສ ຂອງປະຊາຊົນ ແລະ ປະເທດຊາດ ໃນການເຄື່ອນໄຫວ ສ້າງເຂດ ກຳລັງໜູນ ພັດທະນາຂອງ ສສ ຫວຽດນາມ ແລະ ພາກພື້ນ.ສຳລັບ ເຂດພັດທະນາ ໃໝ່ນີ້ ໄດ້ສ້າງຂຶ້ນ ບົນວິໄສທັດ ຍາວໄກ, ມຸ່ງໄປເຖິງ ການພັດທະນາ ຢ່າງຄົບຊຸດ, ຍືນຍົງ ແລະ ມີວິທະຍາສາດ. ນີ້ແມ່ນບາດກ້າວ ນຳໜ້າ, ມີລັກສະນະ ບຸກທະລຸ ໃນການປັບປຸງ ກົງຈັກອຳນາດການປົກຄອງ ເຂດຕົວເມືອງ, ສ້າງເງື່ອນໄຂສະດວກ ໃຫ້ແກ່ ການພັດທະນາ ຢ່າງໄວ, ແຂງແຮງ, ມີປະສິດທິຜົນ ຂອງເຂດ ຫັນເປັນ ຕົວເມືອງ ສູງທີ່ສຸດ ໃນທົ່ວປະເທດ”.ໃນຂະນະນັ້ນ, ເຂົ້າຮ່ວມ ແລະ ຊີ້ນຳ ທີ່ພິທີປະກາດຢູ່ ຮ່າໂນ້ຍ, ທ່ານ ເລືອງເກື່ອງ, ປະທານ ປະເທດ ຫວຽດນາມ ສະເໜີໃຫ້ ນະຄອນຫລວງ ຮ່າໂນ້ຍ ຕ້ອງສຸມໃສ່ ຊີ້ນຳ ຂັ້ນຄະນະພັກ, ອຳນາດ ການປົກຄອງ ທຸກຂັ້ນ; ພິເສດ ແມ່ນນຳພາ ຄະນະພັກ, ອຳນາດ ການປົກຄອງ 126 ຕາແສງໃໝ່ ນັບແຕ່ ເມື່ອເຂົ້າສູ່ການເຄື່ອນໄຫວ ຢ່າງເປັນທາງການ ຕ້ອງເຄື່ອນໄຫວ ຢ່າງລຸລ່ວງ, ຄົບຊຸດ, ມີປະສິດທິຜົນ; ບໍ່ໃຫ້ສົ່ງຜົນສະທ້ອນເຖິງ ການເຄື່ອນໄຫວ ທີ່ເປັນປົກກະຕິ ຂອງສັງຄົມ, ພິເສດ ແມ່ນບັນດາ ວຽກງານ ກ່ຽວຂ້ອງ ເຖິງປະຊາຊົນ, ວິສາຫະກິດ. ເມື່ອເຂົ້າຮ່ວມ ແລະ ຊີ້ນຳ ທີ່ພິທີປະກາດ ຢູ່ນະຄອນ ຫາຍຟ່ອງ, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ ສະເໜີວ່າ:ສ້າງຮູບແບບ ນະຄອນ ສັງຄົມນິຍົມ, ພັດທະນາຢ່າງວ່ອງໄວ, ຍືນຍົງ, ທັນສະໄໝ, ສີວິໄລ; ສ້າງບັນດາເສົາຄ້ຳ ເສດຖະກິດ ຫລາຍຂະແໜງ, ທັນສະໄໝ, ແກ່ງແຍ້ງທົ່ວໂລກ, ຮູບແບບ ຂອງອຸດສາຫະກຳ ເຕັກໂນໂລຊີສູງ, ນະວັດຕະກຳ, ການບໍລິການ logistics ລະດັບ ສາກົນ; ສ້າງພື້ນຖານໂຄງລ່າງ ຍຸດທະສາດ, ຄົບຊຸດ, ທັນສະໄໝ ແລະ ອັດສະລິຍະ, ສ້າງກຳລັງໜູນ ເຊື່ອມຕໍ່ເຂດ, ເຊື່ອມຕໍ່ພາກພື້ນ ແລະ ສາກົນ”.ຂະນະທີ່ ຢູ່ນະຄອນ ເກິນເທີ, ທ່ານ ເຈິ່ນແທັງເໝີ້ນ, ປະທານ ສະພາແຫ່ງຊາດ ຫວຽດນາມ ໄດ້ຕີລາຄາສູງ 3 ທ້ອງຖິ່ນແມ່ນ ເກິນເທີ, ເຮົາຢາງ, ຊອກຈັງ ໄດ້ສົມທົບກັນຢ່າງຮີບເຮັ່ງ, ດຳເນີນໄປ ຢ່າງມິແບບ ມີແຜນ, ມີວິທະຍາສາດ ຕາມການແນະນຳ ຂອງສູນກາງ. ທ່ານ ປະທານ ສະພາ ແຫ່ງຊາດ ເຈິ່ນແທັງເໝີ້ນ ສະເໜີວ່າ:ຕ້ອງຈັດຕັ້ງ, ສັບຊ້ອນພະນັກງານ, ພາລະກອນ, ລັດຖະກອນ ຢູ່ບັນດາຫົວໜ່ວຍບໍລິຫານໃໝ່ ເປັນປົກກະຕິ ໂດຍໄວ, ຮັບປະກັນ ການເຊື່ອມຕໍ່ ໃຫ້ລຸລ່ວງ, ບໍ່ຖືກຂາດວັກ ຂາດຕອນ ໃນການສະໜອງ ການບໍລິການ ສາທາລະນະ, ຮັບໃຊ້ ປະຊາຊົນ ແລະ ວິສາຫະກິດ ຢ່າງສຸດຈິດ ສຸດໃຈ. ປະຕິບັດ ການຈັດສຳນັກງານ, ຕິດຕັ້ງ ເຄື່ອງອຸປະກອນ ເຮັດວຽກ ເພື່ອຮັບໃຊ້ ບັນດາອົງການ, ຫົວໜ່ວຍ ໂດຍໄວ ແລະ ມີປະສິດທິຜົນ”./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top