ລັດຖະມົນຕີ ຮສສ ລົງຕິດຕາມ-ມອບເງິນ ຕອບໂຕ້ສຸກເສີນ ຢູ່ເມືອງຫາດຊາຍຟອງ

02/09/2024 15:01
Email Print 431
ຂປລ ຂປລ. ວັນທີ 30 ສິງຫາ 2024 ຜ່ານນີ້, ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ), ຮອງປະທານຄະນະຄຸ້ມຄອງແຫ່ງຊາດ ຂັ້ນສູນກາງ, ພ້ອມຄະນະ ໄດ້ລົງພື້ນທີ່ຕົວຈິງທີ່ຖືກຜົນກະທົບຈາກ​ນໍ້າຖ້ວມ ຢູ່ເມືອງຫາດຊາຍຟອງ ນະຄອນຫລວງ​ວຽງ​ຈັນ, ພ້ອມທັງໄດ້ມອບ​ເງິນ ເພື່ອຕອບໂຕ້ສຸກເສີນເບື້ອງຕົ້ນ ໃຫ້ບ້ານທີ່ຖືກກະທົບ ບ້ານລະ 10 ລ້ານກີບ, ພ້ອມ​ດ້ວຍນໍ້າດື່ມ ແລະ ເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງ.



ຂປລ. ວັນທີ
30 ສິງຫາ 2024 ຜ່ານນີ້, ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ), ຮອງປະທານຄະນະຄຸ້ມຄອງແຫ່ງຊາດ ຂັ້ນສູນກາງ, ພ້ອມຄະນະ ໄດ້ລົງພື້ນທີ່ຕົວຈິງທີ່ຖືກຜົນກະທົບຈາກ​ນໍ້າຖ້ວມ ຢູ່ເມືອງຫາດຊາຍຟອງ ນະຄອນຫລວງ​ວຽງ​ຈັນ, ພ້ອມທັງໄດ້ມອບ​ເງິນ ເພື່ອຕອບໂຕ້ສຸກເສີນເບື້ອງຕົ້ນ ໃຫ້ບ້ານທີ່ຖືກກະທົບ ບ້ານລະ 10 ລ້ານກີບ, ພ້ອມ​ດ້ວຍນໍ້າດື່ມ ແລະ ເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງ.



ມາຮອດວັນທີ
28 ສິງຫາ 2024, ໄດ້ເກີດມີນໍ້າຖ້ວມເຮືອນ, ຖ້ວມຜົນລະປູກ ແລະ ເນື້ອທີ່ການຜະລິດຂອງປະຊາຊົນ ຈຳນວນ 9 ບ້ານຄື: ບ້ານນາລ້ອງ, ສີມມະໂນໃຕ້, ຄວາຍແດງ, ໜອງພົງ, ຖິ່ນແທ່ນ, ທ່າພະ, ຫາດກັນຊາ, ດອນເກີດ ແລະ ບ້ານສະຫວ່າງ. ໃນນີ້, ຖ້ວມເຮືອນ, ຖ້ວມຜົນ ລະປູກ ແລະ ເນື້ອທີ່ການຜະລິດ 3 ບ້ານ 25 ຄອບຄົວ, ມີສະມາຊິກຄອບຄົວໄດ້ຮັບຜົນກະທົບ 125 ຄົນ, ຍິງ 75 ຄົນ ຄື: ບ້ານຫາດກັນຊາ 10 ຄອບຄົວ, ບ້ານດອນເກີດ 10 ຄອບຄົວ ແລະ ບ້ານທ່າພະ 5 ຄອບຄົວ; ນໍ້າຖວ້ມຜົນລະປູກ ແລະ ເນື້ອທີ່ການຜະລິດຂອງປະຊາຊົນ 9 ບ້ານ, ສ້າງຄວາມເສຍຫາຍຕໍ່ເນື້ອທີ່ນາ 313,56 ເຮັກຕາ, ເນື້ອທີ່ສວນເສຍຫາຍ 59,04 ເຮັກຕາ, ເນື້ອທີ່ໄມ້ໃຫ້ໝາກເສຍຫາຍ 6,64 ເຮັກຕາ (ສຳລັບການປະເມີນມູນຄ່າເສຍຫາຍ ພາກສ່ວນກະສິກຳ ແລະ ປ່າໄມ້ຍັງສືບຕໍ່ເກັບກຳຂໍ້ມູນ).



ນອກຈາກນີ້, ຍັງເຮັດໃຫ້ເກີດດິນເຊາະເຈື່ອນ ແລະ ຍຸບໂຕລົງຢູ່ເສັ້ນທາງລະຫວ່າງ ຫ້ອງການບ້ານທ່າເດື່ອ ຫາຄ້າຍທະຫານເມືອງຫາດຊາຍຟອງ
1 ຈຸດ, ປັດຈຸບັນແມ່ນໄດ້ນຳກຳລັງ, ເຄື່ອງມື, ອຸປະ ກອນ ເຂົ້າແກ້ໄຂສຸກເສີນແລ້ວ.

ຂໍ້​ມູນ-ພາບ: ຂ່າວສານ ຮສສ

KPL

ຂ່າວອື່ນໆ

ads
ads

Top