ຜູ້ຊີ້ນໍາແຂວງຫລວງນໍ້າທ ລົງຕິດຕາມ- ມອບເຄື່ອງຊ່ວຍເຫລືອຜູ້ປະສົບໄພນໍ້່າຖ້ວມ

16/09/2024 15:36
Email Print 161
ຂປລ ຂປລ. ວັນທີ 14-15 ກັນຍາ 2024 ຜ່ານ​ມາ, ທ່ານ ຄໍາພັນ ພົມມະທັດ ປະທານຄະນະກວດ ກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ, ຜູ້ ຊີ້ນໍາ ແຂວງຫລວງນໍ້າທາ ພ້ອມຄະນະ ໄດ້ລົງຕິດຕາມສະພາບໄພພິບັດ ນໍ້່າຖ້ວມຢູ່ເມືອງຫລວງນໍ້າທາ ແລະ ມອບເຄື່ອງຊ່ວຍເຫລືອບັນເທົາທຸກໃຫ້ປະຊາຊົນ ຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມຢູ່ ບ້ານ ນາເຕີຍ ແລະ ບ້ານ ນໍ້າແດງໃຕ້.



ຂປລ. ວັນທີ
14-15 ກັນຍາ 2024 ຜ່ານ​ມາ, ທ່ານ ຄໍາພັນ ພົມມະທັດ ປະທານຄະນະກວດ ກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ, ຜູ້ ຊີ້ນໍາ ແຂວງຫລວງນໍ້າທາ ພ້ອມຄະນະ ໄດ້ລົງຕິດຕາມສະພາບໄພພິບັດ ນໍ້່າຖ້ວມຢູ່ເມືອງຫລວງນໍ້າທາ ແລະ ມອບເຄື່ອງຊ່ວຍເຫລືອບັນເທົາທຸກໃຫ້ປະຊາຊົນ ຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມຢູ່ ບ້ານ ນາເຕີຍ ແລະ ບ້ານ ນໍ້າແດງໃຕ້. ​ໃນ​ນັ້ນ​ປະ​ກອບ​ມີ: ເຄື່ອງນຸ່ງຫົ່ມ, ເຂົ້່າສານ, ອາຫານແຫ້ງ ແລະ ນໍ້າດື່ມ ມອບໃຫ້ອົງການປົກຄອງບ້ານ, ນາຍບ້ານ ເພື່ອແຈກຢາຍ ໃຫ້ປະຊາຊົນ ຜູ້ທີ່ຖືກຜົນກະທົບຈາກ ໄພນໍ້າຖ້ວມຢູ່ພາຍໃນບ້ານໃຫ້ທົ່ວເຖິງ.



ຈາກ​ນັ້ນ,
ທ່ານ ຄໍາພັນ ພົມມະທັດ ກໍໄດ້ພົບປະກັບ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫລວງນໍ້າທາ ​ເພື່ອ​ຮັບ​ຟັງລາຍງານສະພາບນໍ້າຖ້ວມ ​ເຊິ່ງວັນທີ 9 -13 ກັນຍາ 2024 ເກີດນໍ້າຖ້ວມຢູ່ເມືອງຫລວງນໍ້າທາ ເຮັດໃຫ້ປະຊາຊົນໄດ້ຮັບຜົນກະທົບທັງຊີວິດ ແລະ ສັບສີນ, ເຮືອນຊານ ບ້ານຊ່ອງ ດິນທັບຖົມ, ໄຮ່ນາ, ຮົ້ວສວນ, ຍານພາຫະນະ, ເຄື່ອງໃຊ້ຂອງສອຍເສຍຫາຍຢ່າງໜັກໜ່ວງ ແລະ ຕ້ອງການຄວາມຊ່ວຍເຫລືອ ໃນນີ້, ທຸກພາກສ່ວນກໍໄດ້ສຸມໃສ່ຊ່ວຍເຫລືອປະຊາຊົນ ໄປຢູ່ບ່ອນປອດໄພ. ປັດຈຸບັນ, ນໍ້າ​ໄດ້​ບົກແຫ້ງແລ້ວ, ປະຊາຊົນກໍໄດ້ເຂົ້າ​ໄປອະນາໄມເຮືອນຊານ.



ໂອກາດນີ້, ທ່ານ ຄໍາພັນ ພົມມະທັດ ກໍໄດ້ສະແດງຄວາມເປັນຫ່ວງ ເປັນໄຍມາຍັງປະຊາຊົນພາຍໃນ ເມືອງຫລວງນໍ້າທາ, ພ້ອມ​ທັງ​ເນັ້ນໃຫ້ມີຄວາມສາມັກຄີ ແລະ ເຂັ້ມແຂງ, ພ້ອມກັນຜ່ານຜ່າສະພາບໄພນໍ້າຖ້ວມໃນຄັ້ງນີ້ໃຫ້ໄດ້; ໃຫ້ສືບຕໍ່ໃນການພັດທະນາຄອບຄົວ ແລະ ການທໍາມາຫາກິນ ໃຫ້ມີການຊ່ວຍເຫລືອ​ເຊິ່ງກັນ ແລະ ກັນ. ພ້ອມນີ້, ທ່ານ ຍັງໄດ້ລະດົມທຶນຮອນ ຈາກຫລາຍພາກສ່ວນ ເປັນຕົ້ນແມ່ນ​ເຄື່ອງ​ອຸປະ​ໂພ​ກ-ບໍລິ​ໂພ​ກ ແລະ ເງິນສົດຈໍໍານວນ
820 ລ້ານກີບ ມອບໃຫ້ແຂວງຫລວງນໍ້າທາ ຕື່ມ​ອີກ.



ຫລັງຈາກນັ້ນ, ທ່ານ ຄໍາພັນ ພົມມະທັດ ​ແລະ
ທ່ານ ວຽງສະຫວັດ ສີພັນດອນ ພ້ອມດ້ວຍຄະນະ ແລະ ຄອບຄົວ ໄດ້ລົງມອບເຄື່ອງຊ່ວຍເຫລືອບັນເທົາທຸກ ໃຫ້ປະຊາຊົນຜູ້ທີ່ຖືກຜົນກະທົບ ຈາກໄພນໍ້າຖ້ວມຢູ່ ບ້ານໃໝ່, ບ້ານປ່າສັກ, ບ້ານປຸງ ແລະ ບ້ານດອນຄຸນ ​ເຊິ່ງປະກອບມີ: ເຄື່ອງນຸ່ງຫົ່ມ, ເຂົ້່າສານ, ອາຫານແຫ້ງ ແລະ ນໍ້າດື່ມ ​ໂດຍມອບໃຫ້ອົງການປົກຄອງບ້ານ ນໍາແຈກຢາຍໃຫ້ປະຊາຊົນຜູ້ທີ່ຖືກ ຜົນກະທົບຈາກໄພນໍ້າຖ້ວມໃຫ້ທົ່ວເຖີງ. ທັງນີ້, ກໍເພື່ອເປັນການໃຫ້ກຳລັງໃຈ ແລະ ເປັນການບັນ ເທົາທຸກເບື້ອງຕົ້ນໃຫ້ແກ່ປະຊາຊົນ ຜູ້ທີ່ຖືກຜົນກະທົບ ແລະ ຍັງຈະໄດ້ສືບຕໍ່ໃຫ້ ການຊ່ວຍເຫລືອຕື່ມອີກ ໃນຫລາຍບ້ານ ທີ່ໄດ້ຮັບຜົນເສຍຫາຍ ໃນຄັ້ງນີ້ໃຫ້ທົ່ວເຖິງ.

ຂ່າວ: ມຸນຕີ

KPL

ຂ່າວອື່ນໆ

    • ບໍລິສັດ ຊີພີ ອໍ ລາວ ຈໍາກັດ ມອບນໍ້າດື່ມຊ່ວຍຜູ້ປະສົບໄພນໍ້າຖ້ວມວັດທະນະທຳ-ສັງຄົມ

      ບໍລິສັດ ຊີພີ ອໍ ລາວ ຈໍາກັດ ມອບນໍ້າດື່ມຊ່ວຍຜູ້ປະສົບໄພນໍ້າຖ້ວມ

      9/18/2024 5:00:51 PM

      ຂປລ. ບໍລິສັດ ຊີພີ ອໍ ລາວ ຈໍາກັດ ໄດ້ມອບນໍ້າດື່ມໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເພື່ອນໍາໄປມອບຕໍ່ໃຫ້ປະຊາຊົນຜູ້ປະສົບໄພພິບັດ ໄພນໍ້າຖ້ວມ ມູນຄ່າ 10 ລ້ານກີບ ໃນວັນທີ 18 ກັນຍາ 2024 ທີ່ກະຊວງ ຮສສ, ກ່າວມອບ ໂດຍ ທ່ານ ທາຕີ ຈິຣະບັນຈົງຈິດ ຜູ້ອໍານວຍການບໍລິສັດ ຊີພີ ອໍ ລາວ ຈໍາກັດ ປະຈໍາ ສປປ ລາວ ​ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະ ມົນຕີ ກະຊວງ ຮສສ, ປະທານສະພາບໍລິຫານ ກອງທຶນຄຸ້ມຄອງໄພພິບັດ ຂັ້ນສູນກາງ, ມີບັນດາພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

    • ສູນວັດທະນະທໍາຈີນ ປະຈໍາລາວ ສະເຫລີມສະຫລອງບຸນໄຫວ້ພະຈັນວັດທະນະທຳ-ສັງຄົມ

      ສູນວັດທະນະທໍາຈີນ ປະຈໍາລາວ ສະເຫລີມສະຫລອງບຸນໄຫວ້ພະຈັນ

      9/18/2024 3:57:53 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ສູນວັດທະນະທໍາຈີນ ປະຈໍາລາວ ແລະ ພະແນກວັດທະນະທໍາ ແລະ ທ່ອງທ່ຽວແຂວງເຫີເປີຍ ໄດ້ຈັດກິດຈະກຳ ສະເຫລີມສະຫລອງບຸນໄຫວພະຈັນ ປະຈຳປີ 2024 “ຮ່ວມກັນຊົມພະຈັນດວງດຽວກັນ” ຄວາມງົດງາມແຂວງເຫີເປີຍ, ພາຍໃນງານ ໄດ້ຮັບຊົມການສະແດງ ສິລະປະວັດທະນະທໍາ ຈາກແຂວງເຫີເປີຍ

    • ພະນັກງານຫລັກແຫລ່ງສື່ມວນຊົນລາວ ຍົກລະດັບວຽກຄຸ້ມຄອງສື່ ຢູ່ ສສ ຫວຽດນາມວັດທະນະທຳ-ສັງຄົມ

      ພະນັກງານຫລັກແຫລ່ງສື່ມວນຊົນລາວ ຍົກລະດັບວຽກຄຸ້ມຄອງສື່ ຢູ່ ສສ ຫວຽດນາມ

      9/18/2024 1:09:25 PM

      ຂປລ. ສະຖາບັນສື່ມວນຊົນ ແລະ ໂຄສະນາ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີ່ມິງ ສສ ຫວຽດນາມ ຈັດຝຶກອົບຮົມບໍາລຸງວຽກງານຄຸ້ມຄອງສື່ ໃຫ້ພະນັກງານຫລັກແຫລ່ງຄຸ້ມຄອງສື່ມວນລາວ ທີ່ມາຈາກກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ສໍານັກຂ່າວສານປະເທດລາວ, ວິທະຍຸກະຈາຍສຽງແຫ່ງຊາດລາວ, ໂທລະພາບແຫ່ງຊາດລາວ, ໜັງສືພິມພາສາຕ່າງປະເທດ, ໜັງສືພິມປະຊາຊົນ, ສູນກາງສະຫະພັນກໍາມະບານລາວ, ກົມໂຄສະນາອົບຮົມ ກະຊວງປ້ອງກັນປະເທດ, ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ, ບໍລິຄໍາໄຊ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື.

    • ລະດົມຄວາມເຫັນ ປັບປຸງເນື້ອໃນປຶ້ມ 49 ຊົນເຜົ່າ ເປັນ 50 ຊົນເຜົ່າວັດທະນະທຳ-ສັງຄົມ

      ລະດົມຄວາມເຫັນ ປັບປຸງເນື້ອໃນປຶ້ມ 49 ຊົນເຜົ່າ ເປັນ 50 ຊົນເຜົ່າ

      9/18/2024 1:02:25 PM

      ຂປລ. ກໍາມາທິການບັນດາເຜົ່າ (ກບຜ) ສະພາ​ແຫ່ງ​ຊາດ ຈັດສຳມະນາລະດົມຄວາມຄິດເຫັນກ່ຽວ ກັບການນຳໃຊ້ປຶ້ມ 49 ຊົນເຜົ່າ ເພື່ອຈັດພິມປຶ້ມ 50 ຊົນເຜົ່າ ໃນວົງຄະນະຍາດແຫ່ງຊາດລາວ ​ໃນວັນທີ 16-17 ກັນຍາ 2024 ທີ່ເມືອງວັງວຽງ ແຂວງວຽງຈັນ ​ໂດຍມີຮອງປະທານສູນກາງແນວລາວສ້າງຊາດ, ຮອງຫົວໜ້າສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ, ບັນດາຮອງປະທານກຳມາທິການ ແລະ ຄະນະກຳມະການຂອງ ກບຜ ຈາກ 18 ເຂດເລືອກຕັ້ງທົ່ວປະເທດ ​ແລະ ພາກສ່ວນທີ່ກ່ຽວຂ້ອງ​ເຂົ້າ​ຮ່ວມ.

    • ຮອງປະທານປະເທດ ລົງຕິດຕາມສະພາບນ້ຳຖ້ວມວັດທະນະທຳ-ສັງຄົມ

      ຮອງປະທານປະເທດ ລົງຕິດຕາມສະພາບນ້ຳຖ້ວມ

      9/18/2024 12:58:56 PM

      ຂປລ.ໃນວັນທີ 14-15 ກັນຍາ 2024 ຜ່ານ​ມາ, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການ ເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ລົງຕິດຕາມສະພາບນ້ຳຖ້ວມຢູ່ນະຄອນຫລວງວຽງຈັນ. ​ໃນ​ນັ້ນ, ສະ​ເພາະ​ວັນ​ທີ 14 ກັນຍາ 2024 ໄດ້ຕິດຕາມຢູ່ເຂດ ເມືອງສີສັດຕະນາກ ໂດຍມີ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ ແລະ ຄະນະນຳຂອງເມືອງ ເຂົ້າຮ່ວມຕິດຕາມ, ໄດ້ຕິດຕາມເຂດບ້ານວັດຈັນ, ບ້ານທາດຂາວ, ບ້ານທ່າພະລານໄຊ(ທ່າເຮືອຫລັກ4), ບ້ານຈອມແຈ້ງ ແລະ ບ້ານໄຊສະຖານ.

ads
ads

Top