ຕິດຕາມກວດກາ ການໂຄສະນາ ເຜີຍແຜ່ລັດຖະທໍາມະນູນ ແລະ ກົດໝາຍ

12/09/2024 19:43
Email Print 1240
ຂປລ ຂປລ. ກອງປະຊຸມຕິດຕາມກວດກາການຈັດຕັ້ງປະຕິບັດ ການໂຄສະນາເຜີຍແຜ່ລັດຖະທໍາມະນູນ ແລະ ກົດໝາຍ ຈັດຂຶ້ນໃນວັນທີ 12 ກັນຍາ 2024 ຢູ່ແຂວງໄຊຍະບູລີ ພາຍໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ມີບັນດາຮອງປະທານສະພາປະຊາຊົນແຂວງ, ກໍາມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ​ແລະ ພະນັກງານຫລັກແຫລ່ງຂອງແຂວງເຂົ້າຮ່ວມ.



ຂປລ. ກອງປະຊຸມຕິດຕາມກວດກາການຈັດຕັ້ງປະຕິບັດ ການໂຄສະນາເຜີຍແຜ່ລັດຖະທໍາມະນູນ ແລະ ກົດໝາຍ ຈັດຂຶ້ນໃນວັນທີ
12 ກັນຍາ 2024  ຢູ່ແຂວງໄຊຍະບູລີ ພາຍໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ມີບັນດາຮອງປະທານສະພາປະຊາຊົນແຂວງ, ກໍາມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ​ແລະ ພະນັກງານຫລັກແຫລ່ງຂອງແຂວງເຂົ້າຮ່ວມ.



ໃນ​ກອງ​ປະຊຸມ, ທ່ານ ຈະເລີນ ເຍຍປາວເຮີ ​ໄດ້​ໃຫ້​ຮູ້ວ່າ: ການໂຄສະນາ ເຜີຍແຜ່ລັດຖະທຳມະນູນ ແລະ ກົດໝາຍ ແມ່ນວຽກງານສຳຄັນອັນໜຶ່ງ ໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍ ຊຶ່ງນັບແຕ່ໄດ້ສະຖາປະນາ ສປປ ລາວ ເປັນຕົ້ນມາ ລັດເຮົາໄດ້ປະກາດໃຊ້ລັດຖະທຳມະນູນ ແລະ ຜັນຂະຫຍາຍອອກມາເປັນກົດໝາຍ ຈຳນວນຫລາຍກວ່າ
169 ສະບັບ ແລະ ນິຕິກຳໃຕ້ກົດໝາຍ ເປັນຈຳນວນຫລວງຫລາຍ, ແຕ່ເຫັນວ່າ ວຽກງານການໂຄສະນາເຜີຍແຜ່ ລັດຖະທຳມະນູນ ແລະ ກົດໝາຍ ຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດ ຢ່າງແຂງແຮງ, ກວ້າງຂວາງ, ທົ່ວເຖິງທຸກເປົ້າໝາຍ ແລະ ເລິກເຊິ່ງ, ປະກົດການຫຍໍ້ທໍ້ລະເມີດກົດໝາຍ ມີລັກສະນະແຜ່ຫລາຍໃນສັງຄົມ ແລະ ອີກປະການໜຶ່ງ ລັດເຮົາຍັງບໍ່ທັນໄດ້ສະຫລຸບ ຕີລາຄາທົ່ວປະເທດຕໍ່ວຽກງານດັ່ງກ່າວ. ສະນັ້ນ ຄະນະປະຈຳສະພາແຫ່ງຊາດ ຈຶ່ງໄດ້ອອກຄຳແນະນຳ ສະບັບເລກທີ 01/ຄປຈ, ລົງວັນທີ 3 ມັງກອນ 2024 ວ່າດ້ວຍການສະຫລຸບຕີລາຄາ ການໂຄສະນາເຜີຍແຜ່ກົດໝາຍ ເພື່ອໃຫ້ບັນດາກະຊວງ, ອົງ ການ ແລະ ອົງການປົກຄອງທ້ອງຖິ່ນ ເອົາໃຈໃສ່ຕໍ່ວຽກງານການໂຄສະນາ ເຜີຍແຜ່ລັດຖະທຳມະນູນ ແລະ ກົດໝາຍ ໃນຂອບເຂດຄວາມ ຮັບຜິດຊອບຂອງຕົນ ເພື່ອເຮັດໃຫ້ປະຊາຊົນລາວບັນດາເຜົ່າ ມີຄວາມຮັບຮູ້ເຂົ້າໃຈ ແລະ ສາມາດເຂົ້າເຖິງກົດໝາຍຫລາຍຂຶ້ນ.

ການຈັດກອງປະຊຸມຄັ້ງນີ້, ແມ່ນເພື່ອຕິດຕາມກວດກາຕໍ່ວຽກງານດັ່ງກ່າວ ດ້ວຍການຮັບຟັງການລາຍງານ ຂອງຂະແໜງການ ແລະ ອົງການກ່ຽວຂ້ອງ ພ້ອມທັງປຶກສາຫາລືແລກປ່ຽນ ຄວາມເຫັນກ່ຽວກັບວຽກງານ ການໂຄສະນາ ເຜີຍແຜ່ລັດຖະທຳມະນູນ ແລະ ກົດໝາຍ ທີ່ໄດ້ປະກາດໃຊ້ ໄປແລ້ວນັ້ນ ເພື່ອໃຫ້ເຫັນເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ດ້ານດີ, ດ້ານຄົງຄ້າງ, ສາເຫດຕົ້ນຕໍທີ່ພາໃຫ້ມີດ້ານດີ, ດ້ານອ່ອນ, ບາງບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແກ້ໄຂໃນຕໍ່ໜ້າ ແນໃສ່ ສ້າງຄວາມເປັນເອກະພາບສູງ ໃນການຈັດຕັ້ງປະຕິບັດ ເຮັດໃຫ້ທົ່ວສັງຄົມມີສະຕິ ເຄົາລົບປະຕິບັດ ລັດຖະທຳມະນູນ ແລະ ກົດໝາຍໃຫ້ສູງຂຶ້ນ.

ຂ່າວ-ພາບ: ຄໍາໝັ້ນ

KPL

ຂ່າວອື່ນໆ

    • ເລຂາທິການໃຫຍ່ ພັກ ປປ ລາວ ຕ້ອນຮັບຜູ້ຕ່າງໜ້າພິເສດ ເລຂາທິການໃຫຍ່ ພັກກອມມູນິດຈີນການເມືອງ

      ເລຂາທິການໃຫຍ່ ພັກ ປປ ລາວ ຕ້ອນຮັບຜູ້ຕ່າງໜ້າພິເສດ ເລຂາທິການໃຫຍ່ ພັກກອມມູນິດຈີນ

      1/14/2026 11:36:01 AM

      ໃນວັນທີ 13 ມັງກອນ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫລິວ ຮາຍຊິງ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ.

    • ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ ການເມືອງ

      ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ

      1/7/2026 2:39:08 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.

    • ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດການເມືອງ

      ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດ

      1/7/2026 2:33:02 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 6 ມັງກອນ 2026 ນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ໃນຂອບເຂດທົ່ວປະເທດ ກໍຄື ເປັນຕົວແທນສະມາຊິກພັກກະ ຊວງ ຍທຂ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຖືເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫລາຍ ທີ່ໄດ້ຮັບຮູ້ກ່ຽວກັບການສະຫລຸບຕີລາຄາການນໍາພາຂອງພັກ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງແຜນ ການ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.

    • ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ  ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝການເມືອງ

      ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝ

      1/7/2026 2:26:55 PM

      ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກ ປປ ລາວ ກໍຄື ຄະນະບໍລິຫານງານສູນກາງພັກ ຊຸດທີ XII ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃຫ້ໂປ່ງໃສຍິ່ງຂຶ້ນ, ຫລຸດຜ່ອນຂອດຂັ້ນ ແລະ ຍົກສູງປະສິດທິພາບ ແລະ ຄວາມສາມາດ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ການຫັນເປັນທັນສະໄໝ-ຫັນເປັນດີຈິຕອນ, ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະແຈ້ງ, ຂາດຕົວ ແລະ ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນການຜະ ລິດ-ທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມສາມາດສູງຂຶ້ນໃນການແຂ່ງຂັນ.

    • ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນການເມືອງ

      ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ

      1/7/2026 2:06:59 PM

      ໄລຍະ 5 ປີ (2026-2030) ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທັງເປັນແຜນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍຸດທະສາດການພັດທະນາ ໄລຍະ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2055, ສືບຕໍ່ປະຕິບັດ 4 ບຸກທະລຸ ໃຫ້ແຂງແຮງ, ເລິກເຊິ່ງ.

ads
ads

Top