ປະກາດຍົກລະດັບກອງພັນປືນໃຫຍ່ໜ້າດິນ 619 ເປັນກອງພັນໃຫຍ່ປືນໃຫຍ່ເອກະລາດ

08/08/2024 14:08
Email Print 2084
ຂປລ ຂປລ. ພິທີປະກາດການຍົກລະດັບ ກອງພັນປືນໃຫຍ່ໜ້າດິນ 619 ຂອງກອງພົນທີ 4 ຂຶ້ນເປັນ ກອງພັນ ໃຫຍ່ປືນໃຫຍ່ ໜ້າດິນ 619 ເອກະລາດ ຈັດຂຶ້ນໃນວັນທີ 7 ສິງຫາ 2024 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ມີຜູ້ຕາງໜ້າບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນ ປະເທດ, ກົມທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາກອງພົນທີ 4, ກົມກອງອ້ອມຂ້າງ ແລະ ພະນັກງານຫລັກ ແຫລ່ງເຂົ້າຮ່ວມ.

ຂປລ. ພິທີປະກາດການຍົກລະດັບ ກອງພັນປືນໃຫຍ່ໜ້າດິນ 619 ຂອງກອງພົນທີ 4 ຂຶ້ນເປັນ ກອງພັນ ໃຫຍ່ປືນໃຫຍ່ ໜ້າດິນ 619 ເອກະລາດ ຈັດຂຶ້ນໃນວັນທີ 7 ສິງຫາ 2024 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ມີຜູ້ຕາງໜ້າບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນ ປະເທດ, ກົມທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາກອງພົນທີ 4, ກົມກອງອ້ອມຂ້າງ ແລະ ພະນັກງານຫລັກ ແຫລ່ງເຂົ້າຮ່ວມ.

ໃນພິທີ, ສະຫາຍ ພົນຈັດຕະວາ ວົງແກ້ວ ວົງພິລາ ຫົວໜ້າກົມປືນໃຫຍ່ໜ້າດິນ ກົມໃຫຍ່ເສນາທິການກອງ ທັບ ໄດ້ລາຍງານຫຍໍ້ກ່ຽວກັບຕົ້ນກຳເນີດ ຂອງກອງພັນປືນໃຫຍ່ໜ້າດິນ 619 ແລະ ວຽກງານກະກຽມຄວາມພ້ອມ ດ້ານຕ່າງໆ ເພື່ອຍົກລະດັບເປັນກອງພັນໃຫຍ່ ປືນໃຫຍ່ໜ້າດິນ 619. ຈາກນັ້ນ,  ສະຫາຍ ພັນເອກ ບຸນເພັງ ເທບພະ ພອນ ຮອງຫົວໜ້າກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຍົກລະດັບ ກອງພັນນ້ອຍປືນໃຫຍ່ໜ້າດິນ 619 ກອງພົນທີ 4 ຂຶ້ນເປັນກອງພັນໃຫຍ່ ປືນໃຫຍ່ ໜ້າດິນ 619 ເອກະລາດ, ພາຍໃຕ້ການນໍາພາ-ຊີ້ນໍາ ໂດຍກົງຮອບດ້ານຈາກກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ເສນາທິ ການກອງທັບ, ລະບົບການຈັດຕັ້ງ ດ້ານວຽກງານການເມືອງແນວຄິດ, ວຽກງານພັກ-ພະນັກງານແມ່ນຂຶ້ນກັບກົມ ໃຫຍ່ການເມືອງກອງທັບ, ດ້ານວຽກງານ ເຕັກນິກວິຊາສະເພາະ, ວຽກງານປັບປຸງກໍ່ສ້າງກໍາລັງ ຂຶ້ນກັບກົມປືນໃຫຍ່ ໜ້າດິນ ກົມໃຫຍ່ເສນາທິການກອງທັບ, ດ້ານວຽກງານພະລາທິການ, ງົບປະມານ ແລະ ເງິນເດືອນຂຶ້ນກັບກົມໃຫຍ່ ພະລາທິການກອງທັບ ເປັນຫົວໜ່ວຍງົບປະມານເອກະລາດ ແລະ ດ້ານວຽກງານເຕັກນິກຂຶ້ນກັບ ກົມໃຫຍ່ເຕັກນິກ ກອງທັບ.

ພ້ອມກັນນີ້, ຍັງໄດ້ປະກາດການແຕ່ງຕັ້ງ ຄະນະບັນຊາກອງພັນໃຫຍ່ປືນໃຫຍ່ໜ້າດິນ 619, ເຊິ່ງປະກອບມີ ສະຫາຍ  ພັນເອກ ແສງຟອງ ທິບທິລາດ ເປັນຫົວໜ້າການເມືອງ, ສະຫາຍ ພັນໂທ ແສງວັນ ເກີດທະບູລີ ເປັນ ຫົວໜ້າການທະຫານ, ສະຫາຍ ພັນໂທ ບຸນມາ ແກ້ວເກີດມີ ເປັນຮອງຫົວ ໜ້າການເມືອງທັງເປັນຫົວໜ້າພະແນກ ການເມືອງ, ສະຫາຍ ພັນໂທ ພູສອນ ໄຊຍະບົວສີ  ເປັນຮອງຫົວ ໜ້າການທະຫານ ທັງເປັນຫົວໜ້າພະແນກເສນາ ທິການ, ສະຫາຍ ພັນໂທ ດວງປີດາ ເລົາແສງດາວ ເປັນຮອງຫົວໜ້າກອງພັນໃຫຍ່ ທັງເປັນຫົວໜ້າພະແນກພະລາ ທິການ, ສະຫາຍ ພັນໂທ ແສງສຸລິນ ໄຊສົມບູນ ເປັນຮອງຫົວໜ້າກອງພັນໃຫຍ່ ທັງເປັນຫົວໜ້າພະແນກເຕັກນິກ ແລະ ປະກາດການແຕ່ງຕັ້ງຂັ້ນຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຂະແໜງ, ພະນັກງານຊ່ວຍວຽກ, ກອງພັນ ແລະ ກອງຮ້ອຍເອກະລາດ ທີ່ຂຶ້ນກັບກອງພັນໃຫຍ່ປືນໃຫຍ່ໜ້າດິນ 619. ພ້ອມທັງ ໄດ້ປະກາດການສ້າງຕັ້ງ ຄະນະພັກກອງພັນໃຫຍ່ ແລະ ບົ່ງຕົວແຕ່ງຕັ້ງຄະນະບໍລິຫານງານພັກ ກອງພັນໃຫຍ່ປະກອບມີ 9 ສະຫາຍ ຕື່ມອີກ.

ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາເຫັນໂອ້ລົມໂດຍເນັ້ນໃຫ້ ຄະນະພັກ-ຄະ ນະບັນຊາກອງພັນໃຫຍ່ ກໍາແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ໜ້າທີ່ການເມືອງຂອງກອງທັບ, ພາລະບົດ ບາດ, ໜ້າທີ່ຄວາມຮັບຜິດຊອບຂອງຕົນ ແລະ ເຄື່ອນໄຫວໃຫ້ ຖືກຕ້ອງ, ເພີ່ມທະວີຄວາມສາມັກຄີເປັນເອກະພາບ ຢູ່ພາຍໃນ, ຕັ້ງໜ້າປັບປຸງກໍ່ສ້າງກົມກອງໃຫ້ໜັກແໜ້ນເຂັ້ມແຂງໃນທຸກດ້ານ, ເອົາໃຈໃສ່ວຽກງານກໍ່ສ້າງພັກ-ກໍ່ສ້າງ ພະນັກງານ ໃຫ້ຖືກກັບທິດນໍາ ແລະ ຫລັກການຂອງພັກ, ຕັ້ງໜ້າປະຕິບັດຕາມທິດນໍາເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຕາມເງື່ອນໄຂ ແລະ ຄວາມສາມາດຂອງກົມກອງ ພ້ອມທັງເອົາໃຈໃສ່ປະຕິບັດ ແນວທາງ ການຕ່າງປະເທດຂອງພັກ ໂດຍສະເພາະ ເພີ່ມທະວີການພົວພັນຮ່ວມມືກັບ ບັນດາປະເທດເພື່ອນມິດຍຸດ ທະສາດ ແລະ ສາກົນ ເພື່ອຍາດແຍ່ງເອົາການສະໜັບສະໜູນ, ບົດຮຽນ ແລະ ປະສົບການຕ່າງໆ ຕາມການຕົກລົງ ຂອງຂັ້ນເທິງ. ພ້ອມນັ້ນ, ກໍຮຽກຮ້ອງໃຫ້ອໍານາດການປົກຄອງທ້ອງຖິ່ນ, ກົມກອງກໍາລັງຫລວງ-ກຳລັງທ້ອງຖິ່ນຈົ່ງຊ່ວຍເຫລືອ ແລະ ອໍານວຍຄວາມສະດວກໃຫ້ກອງພັນໃຫຍ່ 619 ໄດ້ພັດທະນາກົມກອງ ໃຫ້ມີ ຄວາມເຕີບໃຫຍ່ເຂັ້ມແຂງ ແລະ ເຮັດສຳເລັດໜ້າທີ່ທີ່ຂັ້ນເທິງມອບໝາຍໃຫ້.

ຈາກນັ້ນ, ສະຫາຍ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ກໍໄດ້ຢ້ຽມຊົມໂຮງງານຜະລິດນໍ້າດື່ມ ກອງພົນທີ 4 ແລະ ຢ້ຽມຊົມ ເຂດເຕັກນິກ ຂອງກອງພັນໃຫຍ່ 619 ຕື່ມອີກ.
KPL

ຂ່າວອື່ນໆ

    • ເປີດຊຸດອົບຮົມບຳລຸງ-ກໍ່ສ້າງນາຍທະຫານການເມືອງການເມືອງ

      ເປີດຊຸດອົບຮົມບຳລຸງ-ກໍ່ສ້າງນາຍທະຫານການເມືອງ

      9/25/2026 12:00:20 PM

      ວັນທີ 24 ກັນຍາ 2026 ນີ້, ຢູ່ໂຮງຮຽນທິດສະດີການເມືອງກອງທັບ ເປີດຊຸດອົບຮົມບຳລຸງ-ກໍ່ສ້າງນາຍທະຫານການເມືອງ ປະຈໍາສົກຮຽນ 2026-2027 ໂດຍການເປັນປະທານຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ ເສນາທິການກອງທັບ, ມີຄະນະພັກ-ຄະນະອໍານວຍການ, ຄະນະຊ່ຽວຊານ ສສ ຫວຽດນາມ, ພະນັກງານ,ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝ່ທີ 81ການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝ່ທີ 81

      9/24/2026 2:27:35 PM

      ວັນທີ 22 ກັນຍາ 2026, ທີ່ນະຄອນນິວຢອກ, ສ ອາເມລິກາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 81 ພາຍໃຕ້ຫົວຂໍ້: “ຟື້ນຟູຄວາມເຊື່ອໝັ້ນ, ບໍລິຫານການຫັນປ່ຽນໃຫ້ກາຍເປັນອົງການສະຫະປະຊາຊາດ ທີ່ໃຫ້ຜົນປະໂຫຍດແກ່ທຸກຄົນ”. ພ້ອມທັງ ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປ, ບັນດາກອງປະຊຸມປິ່ນອ້ອມ ແລະ ກິດຈະກໍາຕ່າງໆ ໃນໄລຍະກອງປະຊຸມດັ່ງກ່າວ.

    • ຄະນະປະຈຳສະພາແຫ່ງຊາດ ພິຈາລະນາບັນຫາສຳຄັນປະຈຳເດືອນກັນຍາການເມືອງ

      ຄະນະປະຈຳສະພາແຫ່ງຊາດ ພິຈາລະນາບັນຫາສຳຄັນປະຈຳເດືອນກັນຍາ

      9/24/2026 2:20:14 PM

      ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນກັນຍາ 2026 ຈັດຂຶ້ນໃນວັນທີ 21-22 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮັກສາການແທນປະທານຄະນະປະຈໍາສະພາແຫ່ງຊາດ, ມີກຳມະການຄະນະປະຈໍາສະພາແຫ່ງຊາດ, ຮອງປະທານກໍາມາທິການ-ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ລັດຖະມົນຕີ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ຖືເອົາວຽກງານກວດກາເປັນເຄື່ອງມືໃນການນຳພາຂອງພັກ ແລະ ການບໍລິຫານລັດການເມືອງ

      ຖືເອົາວຽກງານກວດກາເປັນເຄື່ອງມືໃນການນຳພາຂອງພັກ ແລະ ການບໍລິຫານລັດ

      9/24/2026 1:10:24 PM

      ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງສູນກາງ ໄດ້ມີຄໍາເຫັນຊີ້ນໍາຄະນະພັກ, ຄະນະນຳ ກໍຄື ຄະນະກວດກາແຂວງ ເຊກອງ ໃນໂອກາດດໍາເນີນກອງ ປະຊຸມສະຫລຸບຕີລາຄາວຽກງານກວດກາທົ່ວແຂວງ 5 ປີ (2021- 2025) ແລະ ທິດທາງແຜນການ 5 ປີ (2026-2030) ໃນວັນທີ 21-22 ກັນຍາ 2026 .

    • ສະຫລອງບຸນໄຫວ້ພະຈັນ ຕິດພັນກັບການສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນການເມືອງ

      ສະຫລອງບຸນໄຫວ້ພະຈັນ ຕິດພັນກັບການສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ

      9/24/2026 1:02:26 PM

      ສະພາການຄ້າຊາວຈີນຕ່າງດ້າວ ປະຈໍາ ສປປ ລາວ ຮ່ວມກັບສະຖານທູດຈີນປະຈຳລາວ ຈັດງານສະເຫລີມສະຫລອງບຸນໄຫວພະຈັນ ປະຈຳປີ 2026 ຢູ່ນະຄອນຫລວງວຽງຈັນ (ນວ).

ads
ads

Top