ການຄ້າເອເລັກໂຕຣນິກ

08/08/2024 09:30
Email Print 677
ຂປລ ການຄ້າການຂາຍດຽວນີ້ ໄປຕາມຍຸກຕາມສະໄໝແຫ່ງຄວາມກ້າວໜ້າທາງເຕັກໂນໂລຊີ ໂດຍນໍາໃຊ້ເຄືອຂ່າຍອິນເຕີເນັດ ນໍາທາງ.

   *ການຄ້າການຂາຍດຽວນີ້ ໄປຕາມຍຸກຕາມສະໄໝແຫ່ງຄວາມກ້າວໜ້າທາງເຕັກໂນໂລຊີ ໂດຍນໍາໃຊ້ເຄືອຂ່າຍອິນເຕີເນັດນໍາທາງ. ນັບແຕ່ເກີດການລະບາດຂອງພະຍາດໂຄວິດ 19, ຢູ່ປະເທດເຮົາຄ່ອຍມີການຄ້າຂາຍຜ່ານລະບົບອອນ ລາຍຄືຫລາຍປະເທດ. ນັບແຕ່ນັ້ນມາການຄ້າຂາຍຜ່ານລະບົບເອເລັກໂຕຣນິກ ຫລື ອອນລາຍກໍ່ຄ່ອຍໆຂະຫຍາຍຕົວຕາມກະແສຟອງຂອງການພັດທະນາ.

    ໃນປີ 2021 ໄດ້ມີການວິໄຈຢູ່ພາຍໃນເຫັນວ່າປະເທດເຮົາ ໃນໄລຍະນັ້ນການຄ້າເອເລັກໂຕຣນິກ ໄດ້ເຂົ້າສູ່ໄລຍະເລີ່ມຕົ້ນ ເຊິ່ງອາດແຕກຕ່າງຈາກຫລາຍປະເທດ ທີ່ດໍາເນີນມາຫລາຍປີແລ້ວຕາມສະພາບຈຸດພິເສດ ແລະ ເງື່ອນໄຂຂອງໃຜ  ລາວບໍ່ເວົ້າກັນ. ການຄ້າຂາຍມີສ່ວນລອງຜິດລອງຖືກໃນຮູບແບບ-ວິທີ ເພາະເປັນອັນໃໝ່ສໍາລັບພວກເຮົາ. ສ່ວນວ່າເຮັດຖືກຕ້ອງຕາມລະບຽບກົດໝາຍ ຫລື ບໍ່ນັ້ນກໍ່ມີສອງດ້ານໄປພ້ອມກັນສະເໝີ, ສໍາຄັນແມ່ນໄດ້ມີການຄຸ້ມຄອງກັນໃຫ້ເຂົ້າສູ່ລະບຽບກົດໝາຍ.

   ຕົກມາໃນໄລຍະສອງປີມານ້ີ ເຫັນວ່າການຄ້າເອເລັກໂຕຣນິກ ຂະຫຍາຍຕົວຢາກວ່າແຮງພໍສົມຄວນ, ອາດຍ້ອນຄວາມຕ້ອງການພາຍໃນ ແລະ ກະແສຟອງຂອງການຄ້າໃນພາກພື້ນ ແລະ ສາກົນ ກະທົບໃສ່? ແນ່ນອນວ່າການຄ້າເອເລັກໂຕຣນິກ ກໍ່ມີທັງຂໍ້ສະດວກ ແລະ ທ້າທາຍ. ເວົ້າສະເພາະການຄຸ້ມຄອງການຄ້າເອເລັກໂຕຣນິກ ກໍ່ຈະບໍ່ແຕກຕ່າງກັນກັບການຄຸ້ມຄອງດ້ານອື່ນໆທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍ.

    ບາງບັນຫາທີ່ຖືກຕັ້ງຂຶ້ນ ກ່ຽວກັບການຄ້າເອເລັກໂຕຣນິກ, ຕາມທີ່ເກັບກໍາມາໄດ້ ອັນເປັນທັດສະນະທາງວິຊາການມາຮອດໄລຍະຊຸມປີປັດຈຸບັນ ຄື:  ພື້ນຖານໂຄງລ່າງທຸລະກິດເອເລັກໂຕຣນິກ? ການຄຸ້ມຄອງຂໍ້ມູນ? ການຊໍາລະເງິນທາງ ເອເລັກໂຕຣນິກ? ດ້ານລະບຽບການ?...ບັນດາທັດສະນະເຫັນວ່າ, ພວກເຮົາໄດ້ພື້ນຖານໂຄງລ່າງທ່ີຈໍາເປັນຮອງຮັບເປັນພື້ນຖານໃນລະດັບໜຶ່ງ; ມີບັນດານິຕິກໍາເຊັ່ນ ກົດໝາຍວ່າດ້ວຍອາຊະຍາກໍາທາງອິນເຕີເນັດ, ກົດໝາຍວ່າດ້ວຍລາຍ ເຊັນເອເລັກໂຕຣນິກ, ກົດໝາຍວ່ດ້ວຍການປົກປ້ອງຂໍ້ມູນເອເລັກໂຕຣນິກ, ກົດໝາຍວ່າດ້ວຍທຸລະກໍາທາງເອເລັກໂຕຣນິກ, ກົດໝາຍວ່າດ້ວຍເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສ່ືສານ...ບັນດານິຕິກໍາເຫລົ່ານີ້ຖືວ່າເປັນເຄື່ອງມືພື້ນ ຖານໃນການຄຸ້ມຄອງຂໍ້ມູນດີຈີຕອນ ທີ່ປິ່ນອ້ອມການຄ້າເອເລັກໂຕຣນິກ ເພື່ອຮັບປະກັນຄວາມເຊື່ອໝັ້ນລະຫວ່າງຜູ້ຊື້-ຜູ້ຂາຍ, ສ້າງສະພາບແວດລ້ອມທີ່ດີໃຫ້ແກ່ທຸລະກິດ ແລະ ຄວາມເປັນທໍາ.

   ບັນດາທັດສະນະຍັງໃຫ້ເຫັນວ່າ, ເພື່ອເຮັດໃຫ້ການປົກປ້ອງ ຄຸ້ມຄອງຂໍ້ມູນ ລະຫວ່າງຜູ້ເຮັດທຸລະກໍາການຄ້າເອເລັກໂຕຣນິກຕ່າງໆ ມີປະສິດທິຜົນນັ້ນ, ການສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ແກ່ສັງຄົມກ່ຽວກັບລະບຽບການຕ່າງໆທີ່ກ່ຽວ ຂ້ອງກັບການປົກປ້ອງຂໍ້ມູນ ແມ່ນສໍາຄັນຫລາຍໂດຍຜ່ານການຈັດຕ້ັງປະຕິບັດດ້ວຍຮູບແບບ-ວິທີການຕ່າງໆ ເຊັ່ນ ການເຜີຍແຜ່ຂໍ້ມູນດ້ານນິຕິກໍາ, ການຝຶກອົບຮົມ, ການຈັດເວທີປຶກສາຫາລື ລະຫວ່າງ ພາກທຸລະກິດ-ພາກລັດ.

   ເຖິງຢ່າງໃດກໍ່ດີ ໃນສະພາບຕົວຈິງ ຕາມບັນດາທັດສະນະເຫັນວ່າລະບຽບການສະໜັບສະໜູນບາງອັນຍັງໃໝ່, ຍັງບໍ່ທັນສາມາດເວົ້າໄດ້ວ່າບັນດາຫົວໜ່ວຍທຸລະກິດມີຄວາມເຂົ້າໃຈ ແລະ ຈັດຕັ້ງປະຕິບັດຢ່າງເປັນເອກະພາບກັນ ໂດຍສະ ເພາະດໍາລັດວ່າດ້ວຍການຄ້າເອເລັກໂຕຣນິກ ທີ່ໄດ້ປະກາດໃຊ້ແຕ່ປີ 2021 ແລະ ນິຕິກໍາອື່ນໆທີ່ປິ່ນອ້ອມ. ບາງນິຕິກໍາພັດທະນາຊ້າ? ທຽບໃສ່ບັນດາປະເທດພາກພື້ນກໍ່ຄືຄວາມຕ້ອງການຂອງການພັດທະນາຕົວຈິງຢູ່ພາຍໃນ...

    ບັນດາຄໍາເຫັນຍັງຄໍາເຫັນແລກປ່ຽນທີ່ຄວນເອົາໃຈໃສ່ :

1,ເລັ່ງຈັດຕັ້ງຜັນຂະຫຍາຍດໍາລັດວ່າດ້ວຍການຄ້າເອເລັກໂຕຣນິກ ໃຫ້ກວ້າງຂວາງ ແລະ ທົ່ວເຖິງໃນສັງຄົມ.

2,ທຸລະກິດການຄ້າຂາຍອອນລາຍຕ້ອງຫັນເຂົ້າສູ່ລະບົບຕາມລະບຽບການ ເພື່ອຮັບປະກັນການຄ້າທີ່ເປັນທໍາ ແລະ ການປະກບພັນທະໃຫ້ແກ່ພາກລັດໄດ້ຢ່າງມີປະສິດທິພາບ.

3,ສົ່ງເສີມ ແລະ ພັດທະນາພື້ນຖານໂຄງລ່າງທາງທຸລະກິດ ໃຫ້ແທດເໝາະກັບສະພາບການພັດທະນາຂອງທຸລະກິດ ພ້ອມທັງຮັບປະກັນການພັດທະນາຊັບພະຍາກອນມະນຸດໄປຄຽງຄູ່ກັນ.

4,ການກຽມຄວາມພ້ອມຂອງໜ່ວຍງານປົກປ້ອງຜູ້ບໍລິໂພກ ແລະ ຕິດຕາມກວດກາການແຂ່ງຂັນທາງດ້ານການຄ້າທີ່ເປັນທໍາ.

5,ອໍານວຍຄວາມສະດວກທາງດ້ານການຄ້າຜ່ານແດນ ຈາກກິດຈະກໍາທາງການຄ້າເອເລັກໂຕຣນິກລະຫວ່າງປະເທດ ທີ່ນັບມື້ນັບເພີ່ມຂຶ້ນ, ພ້ອມທັງຮັບປະກັນຄວາມປອດໄພທ່ີມີລະບົບກວດສອບສິນຄ້າເຂ້ົາ- ອອກທີ່ທັນສະໄໝ.

    ສະຫລຸບວ່າ ການຄ້າເອເລັກໂຕຣນິກ ຢູ່ປະເທດເຮົາເມື່ອສົມທຽບໃສ່ຫລາຍປະເທດພາກພື້ນ ຖືວ່າພວກເຮົາຍັງຢູ່ໃນໄລຍະເລີ່ມຕົ້ນເຂົ້າສູ່ລະບົບ, ເຖິງວ່າມີພື້ນຖານເຕັກນິກ, ນິຕິກໍາຄຸ້ມຄອງ, ມີເຄື່ອງມື...ອັນເປັນສິ່ງອໍານວຍຄວາມສະ ດວດແຕ່ກໍ່ຍັງມີສິ່ງທ້າທາຍຫລາຍປະການຢູ່ສໍາລັບພວກເຮົາ ໂດຍສະເພາະຕໍ່ການຄຸ້ມຄອງທີ່ມີປະສິດທິພາບ ແລະ ປະສິດທິຜົນເພື່ອໃຫ້ລັດ ໄດ້ຮັບປະໂຫຍດສູງສຸດ, ການດໍາເນີນການຄ້າທາງເອເລັກໂຕຣນິກຢູ່ພາຍໃຕ້ລະບຽບກົດໝາຍ.

ໂດຍ: ຄ້ອງໃໝ່

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top