ຂປລ
ໝາກຜົນ ການເຕີບໂຕ ເສດຖະກິດຂອງ ສສ ຫວຽດນາມ ໃນປີ 2025 ມາຮອດ ປັດຈຸບັນ ໄດ້ລື່ນກາຍ ຄາດຫວັງ, ໂດຍບໍ່ຫົວຊາ ຕໍ່ຄວາມສ່ຽງ ຈາກນະໂຍບາຍ ພາສີ ຂອງ ສ.ອາເມລິກາ. ດ້ວຍລະດັບເຕີບໂຕ 7,85% ໃນ 3 ໄຕມາດ ທຳອິດ ຂອງປີ 2025, ແງ່ຫວັງ ຂອງທັງປີ ຍັງຕັ້ງໜ້າຢູ່.
ຂປລ.ວິທະຍຸ ກະຈາຍສຽງງ ຫວຽດນາມ, ຕາມບົດລາຍງານຂອງ UOB, ໝາກຜົນ ການເຕີບໂຕ ເສດຖະກິດຂອງ ສສ ຫວຽດນາມ ໃນປີ 2025 ມາຮອດ ປັດຈຸບັນ ໄດ້ລື່ນກາຍ ຄາດຫວັງ, ໂດຍບໍ່ຫົວຊາ ຕໍ່ຄວາມສ່ຽງ ຈາກນະໂຍບາຍ ພາສີ ຂອງ ສ.ອາເມລິກາ. ດ້ວຍລະດັບເຕີບໂຕ 7,85% ໃນ 3 ໄຕມາດທຳອິດ ຂອງປີ 2025, ແງ່ຫວັງ ຂອງທັງປີ ຍັງຕັ້ງໜ້າຢູ່. ສະນັ້ນ, UOB ໄດ້ດັດປັບ ການຄາດຄະເນ ການເຕີບໂຕຂອງ ສສ ຫວຽດນາມ ຈາກລະດັບ 7,5% ກ່ອນໜ້ານັ້ນ ຂຶ້ນເປັນ 7,7%. ດ້ານອື່ນ,UOB ກໍ່ຄາດຄະເນວ່າ ທ້າຍປີ, ສສ ຫວຽດນາມ ຈະປະສົບກັບ ສິ່ງທ້າທາຍ ຫລາຍຢ່າງ ໃນສະພາບ ຄວາມເຄັ່ງຕຶງ ດ້ານການຄ້າ ແລະ ພາສີອາກອນ, ສະນັ້ນ, UOB ຍັງຮັກສາລະດັບ ການຄາດຄະເນ ການເຕີບໂຕ ໃນໄຕມາດທີ 4 ປີ 2025 ຂອງ ສສ ຫວຽດນາມ ຢູ່ລະດັບ 7,2%./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL