ກະສິກຳເປັນທ່າແຮງຕົ້ນຕໍໃນການສ້າງເສດຖະກິດຂອງແຂວງອັດຕະປື

06/08/2024 05:53
Email Print 2464
ຂປລ ເພື່ອຈັດຕັ້ງຜັນຂະຫຍາຍມະຕຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍເສດ ຖະກິດ ເອກະລາດ ເປັນເຈົ້າຕົນເອງ (ສອຈ) ເຂົ້າສູ່ຊີວິດຕົວຈິງ ແລະ ນໍາໄປຈັດຕັ້ງປະຕິບັດໃນແຕ່ລະຂະແໜງການເພື່ອໃຫ້ປະກົດຜົນເປັນຈິງ ສ້າງໃຫ້ປະຊາຊົນມີວຽກເຮັດງານທໍາ, ມີອາຊີບທີ່ແນ່ນອນ ແລະ ມີລາຍຮັບທີ່ໝັ້ນຄົງຍາວນານ.

    *ເພື່ອຈັດຕັ້ງຜັນຂະຫຍາຍມະຕຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ (ສອຈ) ເຂົ້າສູ່ຊີວິດຕົວຈິງ ແລະ ນໍາໄປຈັດຕັ້ງປະຕິບັດໃນແຕ່ລະຂະແໜງການເພື່ອໃຫ້ປະກົດຜົນເປັນຈິງ ສ້າງໃຫ້ປະຊາຊົນມີວຽກເຮັດງານທໍາ, ມີອາຊີບທີ່ແນ່ນອນ ແລະ ມີລາຍຮັບທີ່ໝັ້ນຄົງຍາວນານ; ແນໃສ່ສ້າງຄວາມເຂັ້ມແຂງຮອບດ້ານໃຫ້ເສດຖະກິດຂອງແຂວງ; ແຂວງອັດຕະປືໄດ້ຈັດຕັ້ງເຊື່ອມຊຶມມມະຕິດັ່ງກ່າວ ໃຫ້ພະນັກ ງານຫລັກແຫລ່ງທົ່ວແຂວງ ປຸກລະດົບປະຊາຊົນບັນດາເຜ່ົາຫັນເອົາການຜະລິດກະສິກໍາ ເປັນປາຍແຫລມສໍາຄັນກາຍເປັນອາຊີບທີ່ໝັ້ນຄົງ, ຜະລິດເປັນສິນຄ້າໃຫ້ຫລາຍຂຶ້ນສະໜອງໃຫ້ພາຍໃນ ຫລຸດຜ່ອນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ, ສ້າງລາຍຮັບໃຫ້ປະຊາຊົນສາມາດຫລຸດຜ່ອນອອກ ຈາກຄວາມທຸກຍາກ. ການນໍາແຂວງອັດຕະປື ຈຶ່ງຕົກລົງຫັນເອົາການປູກ, ການລ້ຽງສັດງົວ-ຄວາຍເປັນຟາມ, ຜະລິດພືດພັກ ແລະ ຜະລິດເຂົ້ານາເປັນລະບົບທັນສະໄໝປະສົມປະສານກັບແບບພື້ນບ້ານເພື່ອໃຫ້ໄດ້ຮັບຜົນຜະລິດຫລາຍຂຶ້ນກວ່າເກົ່າ, ໃນນັ້ນໄດ້ກໍານົດເອົາການປູກຖົ່ວລຽນ, ປູກໝາກຈອງ, ປູກກາເຟ ແລະ ປູກຫຍ້າລ້ຽງງົວ ເປັນປາຍແຫລມເສດຖະກິດຂອງແຂວງໃນຕໍ່ໜ້າ.

    ທ່ານ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ໄດ້ກ່າວຕໍ່ກອງປະ ຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງອັດຕະປື ຊຸດທີ II ໃນທ້າຍເດືອນກໍລະກົດ 2024 ນີ້ວ່າ: ພາຍຫລັງມີມະຕິຂອງກົມການ ເມືອງສູນກາງພັກສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024. ແຂວງອັດຕະປື ຮີບຮ້ອນຈັັັັັດຕັ້ງເຜີຍແຜ່ຢ່າງກວ້າງຂວາງລົງເລິກສູ່ກຸ່ມເປົ້າໝາຍ ພ້ອມລົງປຸກລະດົມຜູ້ປະກອບການເພື່ອເປັນສ່ວນໜຶ່ງ ໃນການພັດທະນາເສດຖະກິດ- ສັງຄົມພາຍໃນແຂວງ ຂໍການຮ່ວມມືຈາກ ບໍລິສັດ ລາວອາຊຽນພັດທະນາກະສິກໍາ ຈໍາກັດ ມອບເຄື່ອງຈັກລົດໃຫຍ່ໃຫ້ໂຮງຮຽນວິຊາຊີບແຂວງ ອັດຕະປື ຈໍານວນ 5 ເຄື່ອງ, ຊຸດກະແຈສ້ອມແປງກົນຈັກໜັກ 10 ຊຸດ ເພື່ອຝຶກອົບຮົມສີມືແຮງງານໃຫ້ນັກຮຽນມີຄວາມຊຳນິຊໍານານ, ມອບໂຮງສີເຂ້ົາຂັດແຍກແບບທັນສະໄໝ 9 ເຄື່ອງ, ມອບເບ້ຍຖ່ົວລຽນ ຈໍານວນ 4.944 ເບ້ຍ ແລະ ມອບແນວພັນຫຍ້າລ້ຽງງົວອີກຈໍານວນໜຶ່ງ; ບໍລິສັດເອບີ ຈໍາກັດຜູ້ດຽວ ມອບເບ້ຍໝາກຈອງໃຫ້ແຂວງ ຈໍານວນ 1 ພັນ ກວ່າເບ້ຍ, ບໍລິສັດ ຮືກລອກ ກະສິກໍາມອບເຄື່ອງຈັກດໍານາຈໍານວນ 5 ເຄື່ອງ; ບໍລິສັດ ເພັດສະຫວ່າງ ຮ່ວມພັດທະນາກາເຟ ມອບເບ້ຍກາເຟ ຈໍານວນ 6 ພັນກວ່າເບ້ຍ, ສະໜອງແນວພັນຫຍ້າລ້ຽງງົວໃຫ້ແຂວງ ຈໍານວນ 5 ຊະນິດມູນຄ່າຫລາຍຕື້ກີບ ເປັນການປະກອບກະຕຸກຊຸກຍູ້ໃຫ້ວຽກງານກະສິກໍາພາຍໃນແຂວງມີບາດກ້າວໃໝ່.

    ທ່ານ ວັນທອງ ກອງມະນີ ກ່າວຕື່ມວ່າ: ສໍາລັບເບ້ຍຖົ່ວລຽນທີ່ໄດ້ຮັບມາແມ່ນມອບໃຫ້ຫ້ອງການກະສິກໍາ ເມືອງສະໜາມໄຊ ນໍາໄປແຈກຍາຍໃຫ້ປະຊາຊົນພາຍໃນເມືອງປູກຕາມສວນຂອງປະຊາຊົນ, ເບ້ຍໝາກຈອງ ແມ່ນແຈກຍາຍໃຫ້ປະຊາຊົນ ເມືອງຊານໄຊ ແລະ ເມືອງສະໜາມໄຊ ໂດຍສະເພາະເຂດແຊພະ-ແຊປ່ອງໄລ ປູກຟື້ນຟູໃຫ້ເປັນປ່າ ເພື່ອຕອບຮັບກິດຈະກໍາທ່ອງທ່ຽວໃນຕໍ່ໜ້າ, ສ່ວນເບ້ຍກາເຟແມ່ນມອບໃຫ້ປະຊາຊົນເມືອງຊານໄຊ ຊຶ່ງເປັນເຂດເນີນສູງສະພາບພື້ນທີ່ດີ ແລະ ອາກາດຄ້າຍຄືກັນກັບເຂດເມືອງປາກຊ່ອງ ແຂວງຈໍາປາສັກ. ສໍາລັບເຄື່ອງຈັກປູກເຂົ້າແມ່ນມອບໃຫ້ ປະຊາຊົນທີ່ຈັດຕັ້ງເປັນກຸ່ມປູກເຂົ້າ ໂດຍສະເພາະກຸ່ມປູກເຂົ້າຈ້າວກໍ່າ, ເຂົ້າຈ້າວແດງ, ເຂົ້າຈ້າວລະຄອນ ແລະ ເຂົ້າປະເພດອື່ນໆທີ່ເປັນເອກະລັກສະເພາະ ຂອງແຂວງອັດຕະປື.  ພ້ອມນັ້ນ, ແຂວງຍັງໄດ້ກໍານົດເອົາເຂົ້າກ່ອງ ເພື່ອສຸຂະພາບເປັນຜະລິດຕະພັນເອກະລັກຂອງແຂວງ ຊ່ຶງເປັນສິນຄ້າທ່ີມີຄວາມຕ້ອງການຂອງຕະຫລາດໃນປັດຈຸບັນ, ກໍານົດແຜນຜະລິດສິນຄ້າພາຍໃນໃຫ້ມີຫລາກຫລາຍຊະນິດ.

    ນອກຈາກຖືເອົາວຽກງານກະສິກໍາເປັນເສດຖະກິດປາຍແຫລມແລ້ວ, ແຂວງອັດຕະປື ຍັງໄດ້ຄົ້ນຄວ້າຈັດສັນປັບປຸງສະຖານທີ່ທ່ອງທ່ຽວໃຫ້ມີຄວາມພ້ອມໃນແຕ່ລະໄລຍະ, ການທ່ອງທ່ຽວຕິດພັນກໍາວຽກງານກະສິກໍາ. ແນໃສ່ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການ ກໍຄືປະຊາຊົນບັນດາເຜົ່າ ໃຫ້ມີລາຍຮັບມີອາຊີບໝັ້ນຄົງຍາວນານ ແລະ ທັງເປັນການສ້າງຄວາມເຂັ້ມແຂງດ້ານເສດຖະກິດຂອງແຂວງກ້າວໄປສູ່ຄວາມເປັນເຈົ້າຕົນເອງໃນໃນອະນາຄົດ.

ແຫລ່ງຂໍ້ມູນຈາກ: ແຂວງອັດຕະປື

KPL

ຂ່າວອື່ນໆ

    • ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າເສດຖະກິດ

      ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າ

      7/10/2025 11:27:52 AM

      ຊຳຊຸງ ອີເລັກໂທຣນິກ ໄດ້ນຳສະເໜີ Galaxy ຊຸດໃໝ່ ໃນວັນທີ 09 ກໍລະກົດ 2025 ທີ່ອອກແບບ ເພື່ອໃຫ້ຜູ້ຊົມໃຊ້ປ່ຽນວິທີການເຊື່ອມຕໍ່, ເຮັດວຽກ ແລະ ເບິ່ງແຍງສຸຂະພາບ ໃຫ້ດີຍິ່ງຂຶ້ນ.

    • ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ Vເສດຖະກິດ

      ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ V

      7/9/2025 3:44:20 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ)

    • ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນເສດຖະກິດ

      ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນ

      7/8/2025 12:16:42 PM

      ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ads
ads

Top