ແຂວງວຽງຈັນ ຕັ້ງເປົ້າດຶງດູດນັກທ່ອງທ່ຽວໃຫ້ໄດ້ 8 ແສນຄົນປີນີ້

05/08/2024 20:15
Email Print 1337
ຂປລ ເພື່ອຕ້ອນຮັບການເປີດປີທ່ອງທ່ຽວ ແລະ ການເປັນປະທານອາຊຽນປີນີ້, ແຂວງວຽງຈັນ ຕັ້ງເປົ້າຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ຢ່າງໜ້ອຍ 7-8 ແສນຄົນພາຍໃນປີ 2024.

   *ເພື່ອຕ້ອນຮັບການເປີດປີທ່ອງທ່ຽວ ແລະ ການເປັນປະທານອາຊຽນປີນີ້, ແຂວງວຽງຈັນ ຕັ້ງເປົ້າຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ຢ່າງໜ້ອຍ 7-8 ແສນຄົນພາຍໃນປີ 2024. ຫວ່າງບໍ່ດົນມານີ້, ພະແນກຖະແຫລງຂ່າວວັດທະນະທໍາ ແລະ ທ່ອງທ່ຽວໄດ້ລາຍງານວ່າ: ແຂວງວຽງຈັນ ໄດ້ສໍາເລັດການເປີດປີທ່ອງທ່ຽວລາວແລ້ວ ໃນນັ້ນໄດ້ມີຫລາຍກິດຈະກໍາທີ່ໜ້າສົນໃຈເຊັ່ນ: ການວາງສະແດງພາບຈໍາລອງວິຖີຊີວິດ, ສິລະປະວັດທະນະທໍາ ແລະ ກິດຈະກໍາການທ່ອງທ່ຽວຂອງແຕ່ລະທ້ອງຖິ່ນ; ມີງານຕະຫລາດ ນັດວາງສະແດງຜະລິດຕະພັນໜາກກ້ຽງຫວານ, ພຶດພັນຜົນຜະລິດທາງດ້ານກະສິກໍາ, ຫັດຖະກໍາ, ສິນຄ້າໂອດັອບ, ການຕັ້ງຮ້ານໂຄສະນາສິນຄ້າ ແລະ ການບໍລິການອື່ນໆ, ມີຮ້ານວາງສະແດງຂອງບັນດາເມືອງ, ລວມທັງພາກລັດ-ພາກທຸລະກິດຫລາຍ ກວ່າ 150 ຮ້ານ.  ທ່ົວແຂວງວຽງຈັນ ມີສະຖານທ່ີພັກແຮມທັງໝົດ 412 ແຫ່ງ, ຮ້ານອາຫານ-ກິນດື່ມ 362 ແຫ່ງ, ສະຖານທີ່ບັນເທີງ 31 ແຫ່ງ, ມີສະຖານທີ່ທ່ອງທ່ຽວທໍາມະຊາດ 238 ແຫ່ງ, ປະຫວັດສາດ 9 ແຫ່ງ ແລະ ວັດທະນະທໍາ 22 ແຫ່ງ, ມີບໍລິສັດທ່ອງທ່ຽວ 38 ບໍລິສັດ, ໜ່ວຍບໍລິການນໍາທ່ຽວ 64 ຫົວໜ່ວຍ ແລະ ຍັງມີທຸລະກິດບໍລິການທີ່ປິ່ນອ້ອມອີກຈໍານວນໜຶ່ງ ຄາດວ່າໃນປີ 2024 ນີ້ ຈະສາມາດຕ້ອນຮັບນັກທ່ອງທ່ຽວໃຫ້ໄດ້ 7-8 ລ້ານກວ່າຄົນ.

     ເຖິງແນວໃດກໍດີ, ປັດຈຸບັນນີ້ ທ່ານ ສີສະຫວາດ ແສງພະຈັນ ຫົວໜ້າພະແນກຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງ ໄດ້ນຳສະເໜີຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການຄຸ້ມຄອງກິດຈະການທ່ອງທ່ຽວທາງນ້ຳ ຢູ່ແຂວງວຽງຈັນ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງ ສພຂ ແຂວງວຽງຈັນ ຊຸດທີ II ທີ່ໄດ້ຈັດຂຶ້ນ ລະຫວ່າງ ວັນທີ 31/7 ຫາ 2/8/2024 ຊ່ຶງບັນດາຜູ້ແທນ ໄດ້ພ້ອມກັນຄ້ົນຄວ້າ, ປະກອບຄຳຄິດຄຳເຫັນພິຈາລະນາ ແລະ ຮັບຮອງເອົາຂໍ້ຕົກລົງດັ່ງກ່າວເປັນທີ່ຮຽບຮ້ອຍແລ້ວ.

   ຂໍ້ຕົກລົງສະບັບນີ້ ປະກອບມີ 9 ໝວດ 32 ມາດຕາ ໄດ້ກຳນົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງກິດຈະການທ່ອງທ່ຽວ ທາງນ້ຳຢູ່ແຂວງວຽງຈັນ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນແນໃສ່ ຊຸກຍູ້, ສົ່ງເສີມ ແລະ ພັດທະນາວຽກງານການທ່ອງທ່ຽວໃຫ້ຂະຫຍາຍຕົວ, ຍືນຍົງກາຍເປັນອຸດສາຫະກຳທ່ອງທ່ຽວ ທີ່ທັນສະໄໝ. ກິດຈະການທ່ອງທ່ຽວທາງນໍ້າ ຢູ່ແຂວງວຽງຈັນ ແມ່ນການເຄື່ອນໄຫວວຽກງານກ່ຽວກັບການບໍລິການທ່ອງທ່ຽວຕາມແມ່ນໍ້າ, ແຄມນໍ້າ, ເກາະ, ອ່າງນໍ້າ, ດອນ ແລະ ຫາດ...ຢູ່ພາຍໃນແຂວງ; ການຄຸ້ມຄອງກິດຈະການທ່ອງທ່ຽວທາງນ້ຳ ແມ່ນການຈັດຕັ້ງປະຕິບັດບັນດາຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງກິດຈະການທ່ອງທ່ຽວຕາມແມ່ນໍ້າຢູ່ພາຍ ໃນແຂວງວຽງຈັນ ໃຫ້ຖືກຕ້ອງຕາມກົດໝາຍ, ລະບຽບການ, ສອດຄ່ອງກັບສະພາບຄວາມເປັນຈິງ, ໂປ່ງໃສ, ປອດໄພ, ເປັນເອກະພາບມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.

    ອົງການປົກຄອງແຂວງວຽງຈັນ ເປັນອົງການຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບໃນທົ່ວແຂວງວຽງຈັນ ກ່ຽວກັບການຄຸ້ມຄອງກິດຈະການທ່ອງທ່ຽວທາງນໍ້າ ໂດຍມອບໃຫ້ພະແນກ ຖວທ ແຂວງວຽງຈັນ, ຫ້ອງການ ຖວທ ເມືອງເປັນເຈົ້າການ, ເປັນໃຈກາງ ແລະ ຮັບຜິດຊອບໂດຍກົງໃນການພົວພັນ ປະສານສົມທົບກັບພະແນກການ, ອົງການລັດທຽບເທ່ົາພະແນກຂ້ັນແຂວງ, ອົງການປົກຄອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງກັບວຽກງານຄຸ້ມຄອງກິດຈະການທ່ອງທ່ຽວທາງນໍ້າ. ສຳລັບສິດ ແລະ ໜ້າທີ່ຂອງພະແນກ ຖວທ ແຂວງ ເປັນເຈົ້າການຄົ້ນຄວ້າ, ສ້າງແຜນການ, ໂຄງການກ່ຽວກັບການພັດທະນາວຽກງານການຄຸ້ມຄອງກິດຈະການທ່ອງທ່ຽວທາງນໍ້າ, ພົວພັນປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງກ່ຽວກັບການຄຸ້ມຄອງກິດຈະການທ່ອງທ່ຽວທາງນໍ້າ, ຄົ້ນຄວ້າ, ພິຈາລະນາອອກອະນຸຍາດ, ຍົກເລີກການດໍາເນີນກິດຈະການທ່ອງທ່ຽວທາງນໍ້າ ຕາມທີ່ໄດ້ກຳ ນົດໄວ້ໃນກົດໝາຍ, ລະບຽບການ; ບຳລຸງ, ສ້າງ, ຈັດຕັ້ງການຝຶກອົບຮົມບຸກຄະລາກອນກ່ຽວກັບວຽກງານການທ່ອງທ່ຽວທາງນໍ້າ; ສຶກສາອົບຮົມ, ກ່າວເຕືອນ, ໂຈະ ຫລື ນໍາໃຊ້ມາດຕະການໃດໜຶ່ງ ຕໍ່ຜູ້ດຳເນີນກິດຈະການທ່ອງທ່ຽວທາງນໍ້າ ຕາມທີ່ກຳນົດໄວ້ໃນກົດໝາຍ, ລະບຽບການ; ສະເໜີຂັ້ນເທິງສ້າງຕັ້ງໜ່ວຍຄຸ້ມຄອງການບໍລິການທ່ອງທ່ຽວທາງນໍ້າ, ກອງທຶນບູລະນະວຽກງານຄຸ້ມຄອງກິດຈະການທ່ອງທ່ຽວທາງນໍ້າ; ສະຫລຸບ, ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກ ງານຄຸ້ມຄອງກິດຈະການທ່ອງທ່ຽວທາງນໍ້າ ຕໍ່ການຈັດຕັ້ງຂັ້ນເທິງຂອງຕົນຢ່າງເປັນປົກກະຕິ; ປະຕິບັດສິດ ແລະ ໜ້າທີ່ອື່ນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ. ຂໍ້ຕົກລົງສະບັບນີ້ ກໍໄດ້ມີການແບ່ງຂັ້ນຄຸ້ມຄອງຢ່າງລະອຽດຈະແຈ້ງ ລະຫວ່າງພະແນກ ຖວທ  ແຂວງ ກັບຫ້ອງການ ຖວທ ເມືອງ.

ໂດຍ:ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ພຽງ 3 ເດືອນ ຫລວງພະບາງເກັບລາຍໄດ້  584 ລ້ານໂດລາ ຈາກການທ່ອງທ່ຽວທ່ອງທ່ຽວ

      ພຽງ 3 ເດືອນ ຫລວງພະບາງເກັບລາຍໄດ້ 584 ລ້ານໂດລາ ຈາກການທ່ອງທ່ຽວ

      4/25/2025 9:29:12 AM

      ດັ່ງທີ່ຮູ້ນຳກັນວ່າ ຫລວງພະບາງ ແມ່ນເມືອງແຫ່ງມົນສະເໜ່, ມີຮີດຄອງປະເພນີ, ມີວັດທະນະທຳສວຍງາມ ແລະ ມີສະຖານທີ່ທ່ອງທ່ອງທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳເປັນຕົ້ນ ພະທາດພູສີ, ວັດຊຽງທອງ, ຫໍພິພິທະພັນຫລວງພະບາງ (ພະຣາຊະວັງເກົ່າ), ຕາດກວາງຊີ, ຕະຫລາດກາງຄືນ, ຖ້ຳຕິ່ງ....

    • ໂຮງແຮມ ແລນມາກ ປະກອບສ່ວນດຶງດູດ ນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວລາວທ່ອງທ່ຽວ

      ໂຮງແຮມ ແລນມາກ ປະກອບສ່ວນດຶງດູດ ນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວລາວ

      4/24/2025 12:25:14 PM

      ຂປລ. ໂຮງແຮມ ແລນມາກ ແມ່ຂອງລີເວີໄຊ ເປັນໂຮງແຮມໜຶ່ງ ສົ່ງເສີມການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວ ຕ່າງປະເທດເຂົ້າມາທ່ຽວ ສປປ ລາວ ໃຫ້ນັບມື້ນັບຫລາຍຂຶ້ນ ເຊິ່ງໄລຍະຜ່ານມາ​ໄດ້ຮ່ວມມືກັບພາກລັດ ໄດ້ສົ່ງຜູ້ບໍລິຫານການຂາຍຂອງໂຮງແຮມ ເຂົ້າຮ່ວມງານວາງສະແດງ ຜະລິດ​ຕະພັນການທ່ອງທ່ຽວຕ່າງປະເທດ ຢຸ່ພາຍໃນ ແລະ ຕ່າງປະເທດ ໂດຍສະເພາະປະເທດອາຊຽນ ແລະ ສປ ຈີນ ໂດຍຮ່ວມກັບກະຊວງ ຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໂຄສະນາເຜີຍແຜ່ການບໍລິການການທ່ອງທ່ຽວຂອງລາວ.

    • ມົນສະເໜ່ຂອງຕາດກວາງຊີທ່ອງທ່ຽວ

      ມົນສະເໜ່ຂອງຕາດກວາງຊີ

      4/21/2025 10:17:07 AM

      ຫລວງພະບາງ ເປັນເມືອງໜຶ່ງໃນບັນດາແຂວງທີ່ຕັ້ງຢູ່ທາງພາກເໜືອຂອງ ສປປ ລາວ ທີ່ເຕັມໄປດ້ວຍມົນສະເໜ່ ບໍ່ວ່າໃຜໆທີ່ໄດ້ມີໂອກາດໄປຢ້ຽມຢາມຕ່າງກໍພາກັນຫລົງໄຫລ, ຕິດອົກຕິດໃຈ ແລະ ຢາກຫວນຄືນໄປອີກ.

    • ແຫລ່ງທ່ອງທ່ຽດຕາດເລາະ-ຕາດຮັງ ເນັ້ນການ ທ່ຽວ ສະຫງົບ, ປອດໄພ ແລະ ສະອາດຈົບງາມທ່ອງທ່ຽວ

      ແຫລ່ງທ່ອງທ່ຽດຕາດເລາະ-ຕາດຮັງ ເນັ້ນການ ທ່ຽວ ສະຫງົບ, ປອດໄພ ແລະ ສະອາດຈົບງາມ

      4/17/2025 11:28:35 AM

      ຂປລ. ​​ແຫ​ລ່ງຂ່າວ​ຈາກ ​ແຂວງ​ສາລະ​ວັນ ​ໃຫ້​ຮູ້​ວ່າ: ການສະເຫລີມສະຫລອງບຸນປີໃໝ່ລາວ ພສ 2568, ໃນວັນທີ 15 ເມສາ 2025 ຢູ່ແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງ ແຂວງສາລະວັນ ມີບັນຍາກາດຄືກຄື້ນດີ, ຊຶ່ງເປັນມື້ທີສອງຂອງການ ສະເຫລີມສະຫລອງບຸນປີໃໝ່ລາວ.

    • ແຫລ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ພ້ອມໃຫ້ ບໍລິການ ແກ່ນັກທ່ອງທ່ຽວ ໄລຍະປີໃໜ່ລາວທ່ອງທ່ຽວ

      ແຫລ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ພ້ອມໃຫ້ ບໍລິການ ແກ່ນັກທ່ອງທ່ຽວ ໄລຍະປີໃໜ່ລາວ

      4/10/2025 11:32:50 AM

      ຂປລ. ແຫລ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ເປັນແຫ່ງທ່ອງທ່ຽວ ທາງທໍາມະຊາດ ທີ່ສວຍງາມອີີກແຫ່ງໜຶ່ງ ຕັ້ງຢູ່ບ້ານຫົວຂົວເສັດ ເມືອງເລົ່າງາມ ແຂວງສາລະວັນ, ຫ່າງຈາກເທສະບານ ເມືອງສາລະວັນ 30 ກວ່າກິໂລແມັດ, ເປັນສະຖານທີ່ທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມຊົມຊອບ ຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ

ads
ads

Top