ອາຊຽນ ເນັ້ນສ້າງຄວາມເຂັ້ມແຂງດ້ວຍຕົນເອງ-ການເຊື່ອມຈອດໃນພາກພື້ນ

26/07/2024 14:57
Email Print 369
ຂປລ ກອງປະຊຸມ ລັດຖະມົນຕີ ການຕ່າງປະເທດ ອາຊຽນ ຄັ້ງທີ 57 ດ້ວຍຫົວຂໍ້ “ອາຊຽນ: ເພີ່ມທະວີ ການເຊື່ອມຈອດ ແລະ ຄວາມເຂັ້ມແຂງຂອງ ອາຊຽນ”

       ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ໂດຍສືບຕໍ່ ການເຄື່ອນໄຫວ ຂອງບັນດາ ລັດຖະມົນຕີ ການຕ່າງປະເທດ ອາຊຽນ, ວັນທີ 25 ກໍລະກົດ, ຢູ່ຫໍປະຊຸມ ແຫ່ງຊາດ, ທີ່ນະຄອນຫລວງ ວຽງຈັນ ຂອງ ສປປ  ລາວ ໄດ້ຈັດກອງປະຊຸມ ລັດຖະມົນຕີ ການຕ່າງປະເທດ ອາຊຽນ ຄັ້ງທີ 57 ດ້ວຍຫົວຂໍ້ ອາຊຽນ: ເພີ່ມທະວີ ການເຊື່ອມຈອດ ແລະ ຄວາມເຂັ້ມແຂງຂອງ ອາຊຽນ”. ໃນໂອກາດນີ້ ທ່ານ ໂດ້ຮຸ່ງຫວຽດ, ຮອງນາຍົກ ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ, ຫົວໜ້າ SOM ASEAN ຂອງ ສສ ຫວຽດນາມ ໄດ້ກ່າວເນັ້ນໜັກເຖິງ ຄວາມສຳຄັນ ຂອງລັກສະນະ ເຂັ້ມແຂງ ດ້ວຍຕົນເອງ ແລະ ເຊື່ອມຈອດ ອາຊຽນ. ພ້ອມທັງ ຢືນຢັນ ຄືນໃໝ່ ຫລັກໝັ້ນ, ຫລັກການຂອງ ອາຊຽນ ໃນບັນດາ ບັນຫາ ຢູ່ພາກພື້ນ ແລະ ສາກົນ, ນອກນີ້ ໄດ້ເນັ້ນໜັກເຖິງ ຄວາມສຳຄັນ ຂອງການເຄົາລົບ ແລະ ປະຕິບັດ ທຸກຂໍ້ມາດຕາ ຂອງຖະແຫລງການ ວ່າດ້ວຍ ການປະພຶດ ຂອງບັນດາຝ່າຍ ຢູ່ທະເລ ຈີນໃຕ້ (DOC)ໃຫ້ມີຄຸນນະພາບ, ແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບ ກົດໝາຍສາກົນ ແລະ ສົນທິສັນຍາ ສະຫະ ປະຊາຊາດ (ສປຊ) ກ່ຽວກັບກົດໝາຍ ວ່າດ້ວຍ ທະເລ (UNCLOS) ປີ 1982./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top