ຈີ 20 ຮັບຮອງຍັດຕິກ່ຽວກັບການສ້າງຕັ້ງສະຫະພັນຕ້ານໄພອຶດຫິວ-ຄວາມທຸກຍາກໂລກ

26/07/2024 14:27
Email Print 339
ຂປລ ກອງປະຊຸມ ລະດັບ ລັດຖະມົນຕີ ໜ່ວຍງານການ ເຄື່ອນໄຫວ ຂອງກຸ່ມ G20 ຈັດຂຶ້ນຢູ່ ນະຄອນ ຣີໂອເດີຈາເນໂຣ ຂອງບຣາຊິນ ໄດ້ເປັນເອກະພາບກັນ ຮັບຮອງ ຍັດຕິ ກ່ຽວກັບ ການສ້າງຕັ້ງ ສະຫະພັນ ຕ້ານໄພອຶດ ຫິວ ແລະ ຄວາມທຸກຍາກໂລກ ທີ່ສະເໜີຕໍ່ ກອງປະຊຸມ ສຸດຍອດກຸ່ມ G20 ຄັ້ງນີ້.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ກອງປະຊຸມ ລະດັບ ລັດຖະມົນຕີ ໜ່ວຍງານການ ເຄື່ອນໄຫວ ຂອງກຸ່ມ G20 ຈັດຂຶ້ນຢູ່ ນະຄອນ ຣີໂອເດີຈາເນໂຣ ຂອງບຣາຊິນ ໄດ້ເປັນເອກະພາບກັນ ຮັບຮອງ ຍັດຕິ ກ່ຽວກັບ ການສ້າງຕັ້ງ ສະຫະພັນ ຕ້ານໄພອຶດຫິວ ແລະ ຄວາມທຸກຍາກໂລກ ທີ່ສະເໜີຕໍ່ ກອງປະຊຸມ ສຸດຍອດກຸ່ມ G20 ຄັ້ງນີ້. ທ່ານ ລູອິສ ອິນາຊີໂອ ລູລາ ດາ ຊິນວາ ປະທານາທິບໍດີ ບຣາຊິນ ທີ່ເປັນປະເທດ ເຈົ້າພາບ ຈັດກອງປະຊຸມ ສຸດຍອດ ກຸ່ມ G20 ຄັ້ງນີ້ ໄດ້ເຂົ້າຮ່ວມ ພິທີກຽມ ຄວາມພ້ອມ ເພື່ອເປີດ ສະຫະພັນ ຕ້ານໄພອຶດຫິວ ແລະ ຄວາມທຸກຍາກໂລກ ທີ່ຈັດຂຶ້ນ ເມື່ອບໍ່ດນມານີ້. ອີງຕາມ ການສະເໜີຂອງ ທ່ານ ລູລາ ດາ ຊິນວາ,  ການລຶບລ້າງ ໄພອຶດຫິວ ແລະ ຄວາມທຸກຍາກ ເປັນ 1/3 ໜ້າທີ່ ໃຈກາງ ຂອງບຣາຊິນ ໃນໄລຍະຮັບໜ້າທີ່ ເປັນປະເທດ ປະທານ ໝູນວຽນ ຂອງກຸ່ມ G20. ສ່ວນອີກສອງໜ້າທີ່ ໃຈກາງນັ້ນ ແມ່ນການປຸກລະດົມ ໃຫ້ທົ່ວໂລກ ຮັບມືກັບ ການປ່ຽນແປງ ຂອງດິນຟ້າອາກາດ ແລະ ການປະຕິຮູບ ການບໍລິຫານໂລກ. ຂະນະທີ່ ອົງການອາຫານ ແລະ ການກະເສດ ຂອງສະຫະ ປະຊາຊາດ(FAO) ໄດ້ເຜີຍແຜ່ບົດລາຍງານ ສະພາບ ຄວາມໝັ້ນຄົງ ດ້ານສະບຽງອາຫານ ແລະ ໂພຊະນາການໂລກ 2024” ກ່ອນຈັດກອງປະຊຸມ ລະດັບ ລັດຖະມົນຕີ ຄັ້ງນີ້ ເຊິ່ງເປັນ ເທື່ອທໍາອິດ ທີ່ອົງການ FAO ເຜີຍແຜ່ ບົດລາຍງານ ສະບັບ ດັ່ງກ່າວ ຢູ່ນອກນະຄອນຫລວງ ໂຣມ ແລະ ນະຄອນ ນິວຢອກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top