ຄະດີກ່ຽວກັບຄຸນສົມບັດໃນການດໍາລົງຕໍາແໜ່ງ ນາຍົກລັດຖະມົນຕີໄທ ຈະຖືກຕັດສິນໃນວັນທີ 14 ສິງຫານີ້

26/07/2024 14:05
Email Print 371
ຂປລ ອີງຕາມ ແຫລ່ງຂ່າວ ຈາກສານ ລັດຖະທຳມະນູນໄທ ແຈ້ງໃຫ້ຮູ້ ເມື່ອບໍ່ດົນມານີ້ວ່າ: ຈະແຈ້ງຜົນ ການຕັດສິນ ຄະດີ ກ່ຽວກັບ ຄຸນສົມບັດ ໃນການດໍາ ລົງຕໍາແໜ່ງຂອງ ທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີໄທ ໃນວັນທີ 14 ສິງຫານີ້.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ອີງຕາມ ແຫລ່ງຂ່າວ ຈາກສານ ລັດຖະທຳມະນູນໄທ ແຈ້ງໃຫ້ຮູ້ ເມື່ອບໍ່ດົນມານີ້ວ່າ: ຈະແຈ້ງຜົນ ການຕັດສິນ ຄະດີ ກ່ຽວກັບ ຄຸນສົມບັດ ໃນການດໍາ ລົງຕໍາແໜ່ງຂອງ ທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີໄທ ໃນວັນທີ 14 ສິງຫານີ້.ຫລັງຈາກ ສະມາຊິກ ວຸດທິສະພາ ຂອງໄທ 40 ຄົນ ໃນຈໍານວນສະມາຊິກ ທັງໝົດ 250 ຄົນນັ້ນ ໄດ້ຮ່ວມກັນຍື່ນ ໃບສະເໜີ ສະບັບໜຶ່ງ ຕໍ່ສານລັດຖະທຳມະນູນໄທ ເພື່ອຮຽກຮ້ອງ ໃຫ້ຍຸດຕິ ການດໍາລົງຕໍາແໜ່ງ ນາຍົກລັດຖະມົນຕີຂອງ ທ່ານ ເສດຖາ ທະວີສິນ ແລະ ຍຸດຕິການດໍາລົງຕໍາແໜ່ງ ລັດຖະມົນຕີປະຈໍາ ສໍານັກງານ ນາຍົກລັດຖະມົນຕີໄທ ໃນເວລານັ້ນຂອງ ທ່ານ ພິຈິດ ຊື່ນບານ. ສະມາຊິກ ວຸດທິສະພາ ທີ່ໄດ້ລົງນາມ ໃນໃບສະເໜີ ສະບັບ ດັ່ງກ່າວ ເຫັນວ່າ: ໃນເວລາປະກອບ ຄະນະ ລັດຖະບານ ຄືນໃໝ່, ການທີ່ທ່ານ ພິຈິດ ຊື່ນບານ ຖືກແຕ່ງຕັ້ງ ເປັນລັດຖະມົນຕີ ປະຈໍາ ສໍານັກງານ ນາຍົກນັ້ນ ແມ່ນຜິດຕໍ່ ກົດໝາຍ, ສະນັັ້ນ, ທ່ານ ເສດຖາ ທະວີສິນ ໃນນາມເປັນ ນາຍົກໄທ ທີ່ມີຄວາມຮັບຜິດຊອບ ໂດຍກົງ ຕໍ່ເລື່ອງນີ້ ຕ້ອງໄດ້ຍຸດຕິ ການດໍາລົງ ຕໍາແໜ່ງ, ດ້ວຍເຫດຜົນນີ້ ຈຶ່ງສະເໜີຕໍ່ ສານລັດຖະທຳມະນູນ ພິຈາລະນາຕັດສິນ. ໃນວັນທີ 21 ພຶດສະພາປີນີ້, ທ່ານ ພິຈິດ ຊື່ນບານ ໄດ້ລາອອກ ຈາກຕໍາແໜ່ງ ລັດຖະມົນຕີ ປະຈໍາ ສໍານັກງານ ນາຍົກໄທ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top