ປະຊາກອນໂລກ ພວມຜະເຊີນກັບ ໄພອຶດຫີວ ປະມານ 733 ລ້ານຄົນ

26/07/2024 20:08
Email Print 304
ຂປລ , ໜ່ວຍງານ ຂອງ ສະຫະປະຊາຊາດ (ຢູເອັນ) ລາຍງານວ່າ ສົງຄາມ, ບັນຫາ ເສດຖະກິດ ແລະ ສະພາບ ອາກາດ ປ່ຽນແປງ ໄດ້ສົ່ງຜົນກະທົບ ຕໍ່ ຄວາມພະພຍາຍາມ ໃນການ ແກ້ໄຂ ບັນຫາ

ຂປລ. ສຳນັກຂ່າວເອເອຟພີ ລາຍງານ ຈາກ ນະຄອນຫລວງ ປາຣີ ປະເທດຝຣ່ັງເມື່ອວັນທີ 25 ກໍລະກົດ,  ໜ່ວຍງານ ຂອງ ສະຫະປະຊາຊາດ (ຢູເອັນ)  ລາຍງານວ່າ  ສົງຄາມ, ບັນຫາ ເສດຖະກິດແລະ ສະພາບ ອາກາດ ປ່ຽນແປງ ໄດ້ສົ່ງຜົນກະທົບ ຕໍ່ ຄວາມພະພຍາຍາມໃນການ ແກ້ໄຂບັນຫາ ຄວາມທຸກຍາກ ອຶດຫີເມື່ອປີ 2023 ຜ່ານມາ, ຊື່ງ ສ້າງຄວາມເດືອນຮ້ອນ ຕໍ່ ປະຊາກອນປະມານ 733 ລ້ານຄົນ ກວມເອົາ 9% ຂອງ ປະຊາກອນທີ່ ໄດ້ຮັບຜົນກະທົບ.

ຍ້ອນຄວາມ ຂັດແຍ້, ຄວາມຫຍຸ້ງຍາກທາງດ້ານ ເສດຖະກິດແລະ ສະພາບອາກາດປ່ຽນແປງ ໄດ້ທຳລາຍຄວາມພະຍາຍາມໃນການ ຄວບຄຸມໄພອຶດຫີ ໃນໄລຍະ ເວລາ 3 ປີ ຜ່ານມາ ຫລັງຈາກ ການແພ່ລະບາດຂອງ ພະຍາດໂຄວິດ-19, ຄວາມອຶດຫີໄດ້ສົ່ງຜົນກະທົບຕໍ່ປະຊາກອນ 1 ​ໃນ 5 ​ຂອງປະເທດ ອາຟຣິກາ, ​ໃນຂະນະທີ່ ຄ່າສະເລ່ຍ ທົ່ວໂລກ ຢູ່ທີ 1 ​ໃນ 11 ​ໃນພື້ນທີ່ ອາເມລິກາແລະ ກາຣາອິບ. ນອກນີ້ ເປົ້າໝາຍ ການການຊຸກຍູ້ ເຂົ້າເຖິງອາຫານ ໃຫ້ພຽງພໍ ສຳລັບ ທຸກຄົນ ກໍ່ຢຸດຈຶ້ງເຊັ່ນກັນ. ໃນຂະນະທີ່ ຄວາມບໍ່ໝັ້ນຄົງ ດ້ານອາຫານໃນລະດັບ ປານກາງ ຫລື ຮຸນແຮງ ໄດ້ສົ່ງຜົນກະທົບ ຕໍ່ຜູ້ຄົນ ປະມານ 2.330 ລ້ານຄົນ ໃນປີກາຍ ຫລືເກືອບ 29% ຂອງ ປະຊາກອນໂລກ. /

KPL

ຂ່າວອື່ນໆ

ads
ads

Top