ຍອດຜູ້ເສຍຊີວິດ ຈາກເຫດດິນເຈື່ອນຢູ່ ເອທີໂອປີ ເພີ່ມຂຶ້ນຫລາຍກວ່າ 500 ຄົນ

26/07/2024 20:08
Email Print 279
ຂປລ ເຈົ້າໜ້າທີ່ ເອທີໂອປີ ລາຍງານ ຄວາມຄືບໜ້າ ກ່ຽວກັບ ເຫດດິນເຈື່ອນ ໃນເຂດ ໂກຟາ ທາງພາກພື້ນ ເຊົາເອທິໂອປີ ຫລື ເອທີໂອປີໃຕ້ ທາງຕອນໃຕ້ ຂອງ ເອທິໂອປີ ວ່າ ຍອດຈໍານວນ ຜູ້ເສຍຊີວິດ ໄດ້ເພີ່ມຂຶ້ນເປັນ 500 ກວ່າຄົນ

ຂປລ. ສຳນັກ​ຂ່າວ ​ຕ່າງປະ​ເທດ ລາຍ​ງານ​ ຈາກ ນະຄອນຫລວງ ອັດ​ດິດ-ອາ​ເບ​ຢາ ປະ​ເ​ທດ ​ເອທິ​ໂອ​ປິີ​ເມື່ອ​ວັນ​ທີ 26 ກໍລະກົດ​ ເຈົ້າໜ້າທີ່ ເອທີ​ໂອ​ປີລາຍງານ ຄວາມ​ຄືບ​ໜ້າ ກ່ຽວກັບ ເຫດ​ດິນ​ເຈື່ອນ ໃນເຂດ ​ໂກ​ຟາ ​ທາງພາກ​ພື້ນ ​ເຊົາ​ເອທິ​ໂອ​ປີ ຫລື ​ເອທີ​ໂອ​ປີ​ໃຕ້ ທາງ​ຕອນໃຕ້​ ຂອງ ​ເອທິ​ໂອ​ປີ ວ່າ​ ຍອດຈໍານວນ​ ຜູ້​ເສຍ​ຊີວິ​ດ ໄດ້ເພີ່ມ​ຂຶ້ນ​ເປັນ  500 ກວ່າ​ຄົນ, ສູນຫາຍອີກ ​ຢ່າງຫລວງ​ຫລາຍ ແລະ ​ສົ່ງ​ຜົນ​ກະທົບ​ຕໍ່ ​ປະຊາຊົນ ​ຫລາຍ​ກວ່າ 15.000 ຄົນ , ​ໃນ​ຂະນະ​ທີ່ ການ​ສົ່ງ​ມອບ ​ຄວາມ​ຊ່ວຍ​ເຫລືອ ຍັງ​ມີ​ຄວາມ​ຫຍຸ້ງລຳບາກ ​ແລະ ຊັກ​ຊ້າ ​ເນື່ອງ​ຈາກ ພື້ນ​ທີ່ ​ເກີດ​ເຫດ ​ເປັນ​ເຂດ​ ທຸລະ​ກັນດານ, ຫ່າງ​ຈາກ ນະຄອນຫລວງ ອັດ​ດິດ-ອາ​ເບ​ຢາ ປະມານ 450 ກິ​ໂລ​ແມັດ ​ແລະ ຕ້ອງ​ໃຊ້​ ເວລາ​ເດີນທາງ ​ປະມານ 10 ຊົ່ວ​ໂມງ .

ນອກນັ້ນ, ທ່ານ ອາ​ບີ ອາ​ເໝັດ ອາລີ ນາຍົກລັດ ຖະມົນຕີ ​ເອທີ​ໂອ​ປີ ໄດ້ສະ​ແດງ​ ຄວາມ​ເສຍ​ໃຈ ຢ່າງ​ສູງ​ໄປ​ຍັງ ຄອບຄົວ ​ຂອງ ຜູ້​ເສຍ​ຊີວິດ ພ້ອມທັງ ກ່າວເນັ້ນ​ ໃຫ້​ໜ່ວຍ​ງານ​ ທຸກ​ແຫ່ງ ​ທີ່​ກ່ຽວຂ້ອງ ​ເລັ່ງ​ໃຫ້​ຄວາມ​ຊ່ວຍ​ເຫລື​ອ ປະຊາຊົນ ທຸກ​ຄົນ ທີ່​ໄດ້​ຮັບ​ຜົນ​ກະທົບ​ ໃນ​ຄັ້ງ​ນີ້ດ້ວຍ. /

 

KPL

ຂ່າວອື່ນໆ

ads
ads

Top