ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ພ້ອມການນຳຂັ້ນສູງ ເຂົ້າວາງພວງມາລາໄວ້ອາໄລ ເລຂາທິການໃຫຍ່ພັກຄອມມູນິດຫວຽດນາມ

25/07/2024 21:48
Email Print 645
ຂປລ ຂປລ. ໃນຕອນບ່າຍວັນທີ 25 ກໍລະກົດ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ພ້ອມການນຳຂັ້ນສູງ ເຂົ້າວາງພວງມາລາໄວ້ອາ ໄລ ສະຫາຍ ຫງວຽນ ຝູ໋ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ທີ່ນະຄອນ ຫລວງຮາໂນຍ ສສ ຫວຽດນາມ.





ຂປລ. ໃນຕອນບ່າຍວັນທີ
25 ກໍລະກົດ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ພ້ອມການນຳຂັ້ນສູງ ເຂົ້າວາງພວງມາລາໄວ້ອາໄລ ສະຫາຍ ຫງວຽນ ຝູ໋ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ທີ່ນະຄອນ ຫລວງຮາໂນຍ ສສ ຫວຽດນາມ.

  ຄະນະເດີນທາງມາເຖິງສະຖານທີ່ ຈັດງານຊາປະນະກິດລະດັບຊາດ ເລກທີ 5 ເຈິນ ແທັ່ງຕົງ ກໍໄດ້ຖືກ ຕ້ອນຮັບຈາກຄະນະຈັດຕັ້ງພິທີຊາປະນະກິດ ເພື່ອນຳພາ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານ ປະເທດ ແຫ່ງ ສປປ ລາວ ແລະ ຄະນະ ເຂົ້າສູ່ພິທີວາງພວງມາລາ ໂດຍມີທະຫານກອງກຽດຕິຍົດກອງທັບປະຊາ ຊົນຫວຽດນາມ ນຳໜ້າຂະບວນ, ສະຫາຍ  ທອງລຸນ ສີສຸລິດ ໄດ້ຈູດທູບສະແດງຄວາມເຄົາລົບ ແລ້ວເຂົ້າສູ່ພິທີໄວ້ ອາໄລຕໍ່ການຈາກໄປຢ່າງບໍ່ມີວັນກັບຄືນມາຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ.

ຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ນຳພາຄະນະຢ່າງອ້ອມເມມ  ແລ້ວຢ່າງໄປທັກທາຍເພື່ອສະແດງ ຄວາມເສຍໃຈກັບ ຄອບຄົວຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ ແລະ ຄະນະຈັດຕັ້ງພິທີຊາປະນະກິດຕາມລຳດັບ ແລະ ໃນໂອກາດອັນໂສກ ເສົ້າເສຍດາຍນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຕາງໜ້າໃຫ້ແກ່ ພັກ, ລັດຖະບານ, ສະພາແຫ່ງ ຊາດ, ອົງການຈັດຕັ້ງ ແລະ ປະຊາຊົນລາວບັນດາເຜົ່າ ຂຽນປຶ້ມໄວ້ອາໄລ ເພື່ອສະແດງຄວາມໂສກເສົ້າເສຍດາຍ ແລະ  ອາໄລອາວອນ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ ເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ.

   ສະຫາຍ ຫງວຽນ ຝູ໋ ຈ້ອງ ເປັນຄົນທີ່ມີຄວາມຮູ້ເລິກເຊິ່ງທາງດ້ານທິດສະດີ ແລະ ບົດຮຽນອັນໃຫຍ່ຫລວງທາງດ້ານພຶດຕິກຳ ໃນການພັດທະນາເສດຖະກິດ-ສັງຄົມຂອງ ຫວຽດນາມ, ສະຫາຍ ໄດ້ສຶກສາຢ່າງເລິກເຊິ່ງ ລັດທິມາກ-ເລນິນ, ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ ແລະ ສໍາຄັນທີ່ສຸດ ສະຫາຍ ຫງວຽນ ຝູ໋ ຈ້ອງ ໄດ້ນໍາເອົາແນວ ຄິດໂຮ່ຈີ່ມິນ ມາຈັດຕັ້ງນໍາພາສ້າງສາປະເທດຊາດຫວຽດນາມ ນັບມື້ນັບກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ການຈາກໄປຂອງ ຫງວຽນ ຝູ໋ ຈ້ອງ ເປັນການສູນເສຍຜູ້ນໍາປະຕິວັດ ທີ່ອົງອາດກ້າແກ່ນຂອງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍ ນ້ອງ, ຕະຫລອດຊີວິດແຫ່ງການເຄື່ອນໄຫວປະຕິວັດ ສະຫາຍ ໄດ້ອຸທິດຊີວິດ ເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນ ວຽກງານ ພາລະກິດປົດປ່ອຍຊາດ ພາລະກິດທ້ອນໂຮມປະເທດຊາດເປັນເອກະພາບ ແລະ ພາລະກິດປ່ຽນແປງໃໝ່ ຂອງພັກກອມມູນິດຫວຽດນາມ ໂດຍສະເພາະ ແມ່ນວຽກງານປັບປຸງກໍ່ສ້າງພັກ ໃຫ້ເຂັ້ມແຂງ ປອດໃສ ກໍຄື ວຽກງານການປ້ອງກັນ ຕ້ານການສໍ້ລາດບັງຫລວງ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ອັນໄດ້ເຮັດໃຫ້ປະເທດຫວຽດ ນາມ ມີການພັດທະນາຢ່າງບໍ່ຢຸດຢັ້ງ, ຖານະບົດບາດຂອງຫວຽດນາມ ກໍໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງໃນເວທີ ພາກພື້ນ ແລະ ສາກົນ.

ພ້ອມນີ້, ສະຫາຍ ຍັງໄດ້ປະກອບສ່ວນອັນໃຫຍ່ຫລວງ, ລໍ້າຄ່າ ແລະ ສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກສອງ ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ມາໂດຍຕະຫລອດ. ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ ເປັນການສູນເສຍ ເພື່ອນສະຫາຍທີ່ໃກ້ຊິດ ສະໜິດສະໝົມທີ່ສຸດຂອງ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າພວກເຮົາ.

ຂ່າວ: ຄຕພ

ພາບ: ຕຸໄລເພັດ ພິມເມືອງ

KPL

ຂ່າວອື່ນໆ

ads
ads

Top