ພິທີວາງພວງມາລາ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ໄດ້ຈັດຂຶ້ນຢ່າງສົມກຽດຕາມພິທີລະດັບຊາດ

25/07/2024 18:22
Email Print 639
ຂປລ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານ ປະເທດ, ລັດຖະບານ ແລະ ຄະນະກຳມະການ ສູນກາງແນວໂຮມ ປະເທດຊາດ ຫວຽດນາມ ໄດ້ຈັດພິທີງານສົບ ສະຫາຍ ເລຂາ ທິການໃຫຍ່ ຫງວຽນ ຝູ໋ຈ້ອງ ຕາມພິທີ ລະດັບຊາດ. ຄະນະງານສົບ ລວມມີ 35 ສະຫາຍ ນຳໂດຍ ສະຫາຍ ໂຕເລິມ ກຳມະການ ກົມການເມືອງ, ປະທານ ປະເທດ ແຫ່ງ ສສ. ຫວຽດນາມ ເປັນຫົວໜ້າຄະນະ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານ ປະເທດ, ລັດຖະບານ ແລະ ຄະນະກຳມະກນ ສູນກາງແນວໂຮມ ປະເທດຊາດ ຫວຽດນາມ ໄດ້ຈັດພິທີງານສົບ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ຕາມພິທີ ລະດັບຊາດ. ຄະນະງານສົບ ລວມມີ 35 ສະຫາຍ ນຳໂດຍ ສະຫາຍ ໂຕເລິມ ກຳມະການ ກົມການເມືອງ, ປະທານ ປະເທດ ແຫ່ງ ສສ. ຫວຽດນາມ ເປັນຫົວໜ້າຄະນະ. ຄະນະຈັດຕັ້ງງານສົບ ລວມມີ 27 ສະຫາຍ, ໂດຍມີ ສະຫາຍ ເລືອງເກື່ອງ ກຳມະການກົມການເມືອງ, ຜູ້ປະຈຳການ ຄະນະເລຂາທິການ ສູນກາງ ເປັນຫົວໜ້າຄະນະ. ພິທີວາງພວງມາລາ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ໄດ້ຈັດຂຶ້ນ ຢູ່ຫໍຈັດງານສົບແຫ່ງຊາດ, ເຮືອນເລກທີ 5 ຖະໜົນ ເຈິ່ນແທັງຕົງ, ນະຄອນ ຮ່າໂນ້ຍ, ເລີ່ມແຕ່ເວລາ 7 ໂມງ ຫາ 22 ໂມງ ຂອງວັນທີ 25 ກໍລະກົດ ແລະ ແຕ່ 7 ໂມງ ຫາເວລາ 13 ໂມງ ຂອງວັນທີ 26 ກໍລະກົດ 2024. ກໍໃນເວລາດຽວກັນພິທີວາງພວງມາລາ ກໍໄດ້ດຳເນີນ ຢູ່ຫໍປະຊຸມ ທົງເຍິດ (ນະຄອນ ໂຮ່ຈີມິນ) ແລະ ຢູ່ບ້ານເກີດຂອງ ສະຫາຍ ເລຂາທິການໃຫຍ່ ທີ່ຕາແສງ ດົງໂຮ້ຍ, ເມືອງ ດົງແອັງ, ນະຄອນ ຮ່າໂນ້ຍ.ເລີ່ມຕົ້ນ ພິທີວາງພວງມາລາ ຢູ່ຫໍຈັດງານສົບ ແຫ່ງຊາດ, ຄອບຄົວ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ນຳໂດຍ ສະຫາຍ ນາງ ໂງທິເມີ້ນ, ພັນລະຍາ ຂອງ ສະຫາຍ ເລຂາທິການໃຫຍ່ ເຂົ້າວາງພວງມາລາ. ເມື່ອກ່າວປາໄສ ດຳເນີນພິທີ ວາງພວງມາລາ ສະຫາຍ  ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ຢ່າງເປັນທາງການ, ສະຫາຍ ເລືອງເກື່ອງ ກຳມະການ ກົມການເມືອງ, ຜູ້ປະຈຳການ ຄະນະເລຂາທິການ, ຫົວໜ້າ ຄະນະຈັດຕັ້ງງານສົບ, ເນັ້ນໜັກວ່າ:ເກືອບ 60 ປີ ແຫ່ງການເຄື່ອນໄຫວປະຕິວັດ, ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ມີຄຸນງາມຄວາມດີ ແລະ ອຸທິດສ່ວນ ຢ່າງໃຫຍ່ຫລວງ, ດີເລີດພິເສດ ຕໍ່ພາລະກິດ ແຫ່ງການປະຕິວັດ ທີ່ສະຫງ່າ ອົງອາດຂອງພັກ ແລະ ຂອງຊາດ ຫວຽດນາມ. ສະຫາຍ ເລຂາທິການໃຫຍ່ ໄດ້ຮັບຫລຽນໄຊ ດາວເຫລືອງ, ຫລຽນກາ ອາຍຸພັກ 55 ປີ ຈາກ ພັກ, ລັດ ຫວຽດນາມ ແລະ ຫລາຍຫລຽນໄຊ, ຫລຽນກາ ອັນສູງສົ່ງອື່ນໆ ຈາກສາກົນ. ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ຈາກໄປ ແມ່ນການສູນເສຍ ຢ່າງໃຫຍ່ຫລວງ ສຳລັບ ພັກ, ລັດ, ປະຊາຊົນ ຫວຽດນາມ ພ້ອມດ້ວຍຄອບຄົວ ໂດຍບໍ່ມີສິ່ງໃດ ສາມາດ ທົດແທນໄດ້. ໂດຍສະແດງ ຄວາມໂສກເສົ້າ ເສຍດາຍ ແລະ ຄວາມອາໄລອາວອນ ຢ່າງສຸດຊື້ງຕໍ່ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ, ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ, ສະພາແຫ່ງຊາດ ຫວຽດນາມ, ປະທານປະເທດ ຫວຽດນາມ,ລັດຖະບານ, ຄະນະກຳມະການ ສູນກາງ ແນວໂຮມປະເທດຊາດ ຫວຽດນາມ ຕົກລົງຈັດພິທີ ງານສົບຂອງ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ດ້ວຍພິທີ ລະດັບຊາດ”.ພາຍຫລັງ ຄຳກ່າວປາໄສຂອງ ສະຫາຍ  ເລືອງເກື່ອງ, ກຳມະການກົມການເມືອງ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະ ຈັດຕັ້ງງານສົບ, ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ ໂດຍ ສະຫາຍ  ໂຕເລິມ ກຳມະການ ກົມການເມືອງ, ປະທານ ປະເທດ ຫວຽດນາມ  ເປັນຫົວໜ້າຄະນະ ໄດ້ເຂົ້າວາງພວງມາລາ. ແຖວໜັງສື ໃນພວງມາລາ ໄດ້ຂຽນໄວ້ວ່າ:ຂໍສະແດງ ຄວາມໂສກເສົ້າ ເສຍດາຍ ຢ່າງສຸດຊື້ງ ຕໍ່ການຈາກໄປຂອງ ທ່ານເລຂາ ທິການໃຫຍ່ ຫງວຽນ ຝູ໋ຈ້ອງ”. ຖັດຈາກນັ້ນ, ຄະນະລັດຖະບານແຫ່ງ ສສ. ຫວຽດນາມ ໂດຍທ່ານ ຟ້າມມິງຈິງ  ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ເປັນຫົວໜ້າຄະນະ; ຄະນະປະທານປະເທດ ແຫ່ງ ສສ ຫວຽດນາມ ໂດຍ ສະຫາຍ  ໂຕເລິມ, ກຳມະການ ກົມການເມືອງ, ປະທານປະເທດ ເປັນຫົວໜ້າຄະນະ; ຄະນະສະພາແຫ່ງຊາດ ຫວຽດນາມ ໂດຍ ສະຫາຍ  ເຈິ່ນແທັງເໝິນ, ກຳມະການ ກົມການເມືອງ, ປະທານ ສະພາແຫ່ງຊາດ ເປັນຫົວໜ້າຄະນະ; ຄະນະ ຄະນະກຳມະການ ສູນກາງແນວໂຮມ ປະເທດຊາດ ຫວຽດນາມ ໂດຍທ່ານ ໂດ໊ວັນຈຽນ, ກຳມະການກົມການເມືອງ, ປະທານ ຄະນະກຳມະການ ສູນກາງ ແນວໂຮມ ປະເທດຊາດ ຫວຽດນາມ ເປັນຫົວໜ້າຄະນະ ເຂົ້າວາງພວງມາລາ. ເມື່ອຂຽນປຶ້ມໄວ້ອາໄລ, ທ່ານ ປະທານປະເທດ ໂຕເລິມ ຂຽນວ່າ:ຂ້າພະເຈົ້າ ຮູ້ສຶກອາໄລອາວອນ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ - ລູກຮັກຂອງຊາດ ຫວຽດນາມ, ການນຳ ປີຊາສາມາດ, ນັກການເມືອງກອມມູນິດ ຈົ່ງຮັກພັກດີ, ເປັນແບບຢ່າງ ທີ່ດີເດັ່ນ, ມີການຮ່ຳຮຽນ ຢ່າງບໍ່ຢຸດຢັ້ງ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນ ການດຳລົງຊີວິດ ຂອງປະທານ ໂຮ່ຈີມິນ, ຜູ້ມີອິດທິພົນ ຊື່ສຽງໃຫຍ່ ຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ເພື່ອນມິດທີ່ຍິ່ງໃຫຍ່ ຂອງປະຊາຊົນໂລກ; ຜູ້ທີ່ໄດ້ອຸທິດສ່ວນ ຕະຫລອດຊີວິດ, ສຸດຈິດສຸດໃຈ ເພື່ອປະເທດຊາດ, ເພື່ອພັກ, ເພື່ອປະຊາຊົນ, ມີຄຸນງາມຄວາມດີ ຢ່າງຫລວງຫລາຍ  ແລະ ການອຸທິດ ສ່ວນອັນໃຫຍ່ຫລວງ ໃຫ້ແກ່ພາລະກິດ ແຫ່ງການປະຕິວັດຂອງພັກ ແລະ ປະຊາຊົນ, ໃຫ້ຂະບວນການ ກອມມູນິດສາກົນ ແລະ ການຮັກສາສັນຕິພາບ, ສະຖຽນລະພາບ, ພັດທະນາ ໃນພາກພື້ນ ແລະ ໂລກ”. ສະຫາຍ ປະທານ ປະເທດ ໂຕເລິມ ໄດ້ຢັ້ງຢືນວ່າ: ພາລະກິດ, ບຸກຄະລິກກະພາບ ແລະ ບັນດາການອຸທິດສ່ວນ ອັນໃຫຍ່ຫລວງຂອງ ສະຫາຍ  ເລຂາທິການໃຫຍ່ ຫງວຽນ ຝຸ໋ຈ້ອງ ຝັງເລິກ ໃນດວງໃຈ ຂອງປະຊາຊົນ, ໃນປະຫວັດສາດ ອັນອົງອາດ ກ້າຫານ ຂອງຊົນຊາດ ຫວຽດນາມ ອະລິຍະກຳ ແລະ ວິລະຊົນ ຊົ່ວກາລະນານ.ໃນປຶ້ມໄວ້ອາໄລ, ສະຫາຍ ນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນ ຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນ ຢ່າງເລິກເຊິ່ງ ຕໍ່ຄຸນງາມຄວາມດີ ອັນໃຫຍ່ຫລວງ, ການອຸທິດສ່ວນ ຕະຫລອດຊີວິດ ຂອງຕົນໃຫ້ແກ່ພາລະກິດ ແຫ່ງການປະຕິວັດ ຂອງປະຊາຊົນ, ຂອງຊົນຊາດ, ໃຫ້ແກ່ ພາລະກິດ ສ້າງສາ, ປົກປັກຮັກສາ ປະເທດຊາດໃນຍຸກສະໄໝໃໝ່ ຂອງ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ. ສະຫາຍ ນາຍົກລັດຖະມົນຕີ ຢັ້ງຢືນ ຈະປະຕິບັດຕາມແບບຢ່າງຂອງ ສະຫາຍ ເລຂາທິການໃຫຍ່, ສາມັກຄີ, ທ້ອນໂຮມ ເປັນເອກະພາບ, ຮ່ວມແຮງ ຮ່ວມໃຈ ດ້ວຍຄວາມຕັດສິນໃຈສູງ, ມານະພະຍາຍາມ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ສູ້ຊົນຈົນສຸດ ຄວາມສາມາດ ຂອງຕົນ ເພື່ອປົກປັກຮັກສາ ແລະ ສ້າງສາ ປະເທດ ສັງຄົມນິຍົມ ຫວຽດນາມ ໃຫ້ໝັ້ນຄົງ ເຂັ້ມແຂງ, ວັດທະນາ ຖາວອນ, ປະຊາຊົນ ຫວຽດນາມ ໃຫ້ນັບມື້ ນັບມີຄວາມອີ່ມໜຳ ສຳລານ ແລະ ສົມບູນພູມສຸກ. ເມື່ອຂຽນປຶ້ມ ໄວ້ອາໄລ, ສະຫາຍ ປະທານ ສະພາແຫ່ງຊາດ ເຈິ່ນແທັງເໝິນ ຢັ້ງຢືນວ່າ: ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ໄດ້ສະຫລະເວລາ, ເຫື່ອແຮງ, ພູມປັນຍາ ຕໍ່ບັນຫາປ່ຽນແປງໃໝ່ ການຈັດຕັ້ງ, ຍົກສູງປະສິດທິຜົນ ຂອງການເຄື່ອນໄຫວ ຂອງສະພາແຫ່ງຊາດ; ມີການກຳນົດທິດສຳຄັນ ເພື່ອຕອບສະໜອງ ຄວາມຮຽກຮ້ອງ ຕ້ອງການ, ໜ້າທີ່ການເມືອງ ຂອງປະເທດຊາດ ແລະ ຄວາມມຸ່ງຫວັງ, ຄວາມໄວ້ເນື້ອເຊື່ອໃຈ ຂອງຜູ້ມີສິດເລືອກຕັ້ງ, ປະຊາຊົນ ທົ່ວປະເທດ ໃຫ້ເປັນຢ່າງດີ. ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ເຖິງແກ່ມໍລະນະກຳ ແມ່ນຄວາມສູນເສຍ ອັນໃຫຍ່ຫລວງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ເຮັດໃຫ້ພໍ່ແມ່ ປະຊາຊົນ, ພໍ່ແມ່ພີ່ນ້ອງ ແລະ ເພື່ອນມິດສາກົນ ຮູ້ສຶກໂສກເສົ້າ.ໂດຍຕາງໜ້າໃນຄະນະຊີ້ນຳ ສູນກາງກ່ຽວກັບ ການປ້ອງກັນ, ຕ້ານການສໍ້ລາດ ບັງຫລວງ, ປະກົດການ ຫຍໍ້ທໍ້, ສະຫາຍ ຜູ້ປະຈຳການ ຄະນະເລຂາທິການສູນກາງ ເລືອງເກື່ອງ, ຮອງຫົວໜ້າຄະນະຊີ້ນຳ, ໄດ້ຂຽນໃສ່ປຶ້ມ ໄວ້ອາໄລ ຢັ້ງຢືນວ່າ: ແນວຄິດ, ຄຸນສົມບັດ,ບຸກຄະລິກກະພາບ, ແບບແຜນ ການດຳລົງຊີວິດຂອງ ສະຫາຍ ເລຂາທິການໃຫຍ່ ຍັງຄົງແມ່ນເຂັມທິດ ເຍືອງທາງ”, ເປັນແບບຢ່າງ ໃຫ້ແກ່ ທົ່ວພັກ, ທົ່ວກອງທັບ ແລະ ປວງຊົນ ຫວຽດນາມ ຮ່ຳຮຽນຕາມ, ຢຶດໝັ້ນ ເດັດດ່ຽວ ສະກັດກັ້ນ, ຍູ້ຖອຍການສໍ້ລາດ ບັງຫລວງ, ປະກົດການ ຫຍໍ້ທໍ້, ກໍ່ສ້າງພັກ, ລັດ ຫວຽດນາມ ໃຫ້ນັບມື້ ນັບປອດໃສ, ໝັ້ນຄົງເຂັ້ມແຂງ. ໃນຈຸດເວລາດຽວກັນ, ພິທີວາງພວງມາລາ, ຖະຫວາຍ ດອກໄມ້, ທູບທຽນ ອາໄລຫາ ສະຫາຍ  ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ເຂດພາກໃຕ້ ໄດ້ດຳເນີນຢູ່ ສະໜາມຫລວງ ໂທ້ງເຍິດ, ນະຄອນໂຮ່ຈີມິນ. ສະຫາຍ ເລຂາຄະນະພັກນະຄອນ ຫງວຽນ ແທັງເນັນ ໄດ້ນຳໜ້າຄະນະ ຜູ້ແທນຄະນະພັກ, ສະພາປະຊາຊົນ, ຄະນະກຳມະການ ປະຊາຊົນ, ຄະນະກຳມະການ ແນວໂຮມ ປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ແລະ ບັນດາ ສະຫາຍ ອະດີດການນຳພັກ, ລັດ ຢູ່ນະຄອນໂຮ່ຈີມິນ ເຂົ້າວາງພວງມາລາ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ. ຢູ່ບ້ານເກີດ ຂອງສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູຈ້ອງ, ຢູ່ໝູ່ບ້ານ ລ້າຍດ່າ, ຕາແສງ ດົ່ງໂຮ້ຍ, ເມືອງ ດົງແອັງ, ຮ່າໂນ້ຍ, ແຕ່ຕອນເຊົ້າ ວັນທີ 25 ກໍລະກົດ, ມີປະຊາຊົນຫລາຍຄົນ ໄດ້ມາວາງພວງມາລາ ໄວ້ອາໄລ ສະຫາຍ  ເລຂາທິການໃຫຍ່. ຢູ່ລຽບຕາມ ສອງຟາກທາງ ແຕ່ສຳນັກງານຕາແສງ ດົງໂຮ້ຍ ໄປຫາ ໝູ່ບ້ານລ້າຍດ່າ, ປະຊາຊົນ ລ້ວນແຕ່ ເອົາທຸງລົງເຄິ່ງເສົາ ເພື່ອອາໄລຫາ ສະຫາຍ  ເລຂາທິການໃຫຍ່ ຫງວຽນ ຝຸ໋ຈ້ອງ.ໃນຕອນເຊົ້າວັນນີ້, ມີຫລາຍປະເທດ ໄດ້ຈັດສົ່ງຄະນະຜູ້ແທນ ມາວາງພວງມາລາ ໄວ້ອາໄລ ທ່ານ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ຢູ່ເຮືອນເລກທີ 5 ຖະໜົນເຈິ່ນແທັງຕົງ, ຮ່າໂນ້ຍ. ຄະນະຜູ້ແທນລັດ ກຸຍບາ ໂດຍ ສະຫາຍ ປະທານສະພາແຫ່ງຊາດ ກຸຍບາ Esteban Lazo Hernandez ນຳໜ້າ, ຄະນະຜູ້ແທນລັດ ອິນໂດເນເຊຍ ໂດຍ ສະຫາຍ ລັດຖະມົນຕີ ກະຊວງກະສິກຳ Andi Amran Sulaiman ເປັນຫົວໜ້າຄະນະ; ສະຫາຍ ນາຍົກລັດຖະມົນຕີ Han Duck-soo ທູດພິເສດ ຂອງປະທານາທິບໍດີ ສ.ເກົາຫລີ, ນຳໜ້າຄະນະຜູ້ແທນ ສ.ເກົາຫລີ ເຂົ້າວາງພວງມາລາ ໄວ້ອາໄລ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ. ຖັດຈາກນັ້ນ, ສະຫາຍ ນາງ Sue Lines ປະທານສະພາສູງ ອົດສະຕາລີ ໄດ້ນຳໜ້າຄະນະຜູ້ແທນ ອົດສະຕາລາ ເຂົ້າວາງພວງມາລາ ໄວ້ອາໄລ; ຄະນະຜູ້ແທນ ສ.ອິນເດຍ ໂດຍສະຫາຍ  Ajit Doval ທີ່ປຶກສາຄວາມໝັ້ນຄົງ ແຫ່ງຊາດ ອິນເດຍ ເປັນຫົວໜ້າ ຄະນະເຂົ້າວາງພວງມາລາ. ສະຫາຍ  Laïd Rebiga ລັດຖະມົນຕີກະຊວງນັກຮົບເກົ່າ ແລະ ຜູ້ມີຄຸນງາມຄວງາມດີຂອງ ອານເຊຣີ ຕາງໜ້າທ່ານປະທານາທິບໍດີ Abdelmadjid Tebboune ເຂົ້າວາງພວງມາລາ ໄວ້ອາໄລ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ. ຄະນະຜູ້ແນນ ສ.ວານູອາຕູ ໂດຍ ສະຫາຍ Arnold Kiel Loughman, ລັດຖະມົນຕີ ກະຊວງຍຸຕິທຳ ເປັນຫົວໜ້າຄະນະເຂົ້າວາງພວງມາລາ; ຄະນະຜູ້ແທນສະວິດ ໂດຍສະຫາຍ  Alexandre Fasel, ລັດຖະມົນຕີ ກະຊວງການຕ່າງປະເທດ ນຳໜ້າຄະນະເຂົ້າວາງ ພວງມາລາ. ຄະນະສະຫະພາບ ເອີຣົບ ໂດຍສະຫາຍ Josep Borrell, ຮອງປະທານຄະນະກຳມະການເອີຣົບ, ຜູ້ຕາງໜ້າຂັ້ນສູງ ກ່ຽວກັບ ນະໂຍບາຍ ຄວາມໝັ້ນຄົງ ແລະ ການຕ່າງປະເທດ ຂອງສະຫະພາບ ເອີຣົບ ເປັນໜ້າຄະນະຜູ້ແທນ ເຂົ້າໄວ້ວາງພວງມາລາ ອາໄລ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ. ໃນວັນດຽວກັນ, ຄະນະຜູ້ແທນ ຄະນະພັກຕຳຫລວດສູນກາງ ກະຊວງຕຳຫລວດ ໂດຍ ສະຫາຍ ພົນໂທ ເລືອງຕາມກວາງ, ເລຂາຄະນະພັກຕຳຫລວດ ສູນກາງ, ລັດຖະມົນຕີ ກະຊວງ ຕຳຫລວດ ເປັນຫົວໜ້າຄະນະ; ຄະນະຜູ້ແທນ ຄະນະພັກກອງທັບ ສູນກາງ, ກະຊວງປ້ອງກັນ ປະເທດ ໂດຍ ສະຫາຍ ພົນເອກ ຟານວັນຢາງ ຮອງເລຂາຄະນະພັກ ກອງທັບສູນກາງ, ລັດຖະມົນຕີ ກະຊວງ ປ້ອງກັນ ປະເທດ ເປັນຫົວໜ້າຄະນະ; ຄະນະຊີ້ນຳ ສູນກາງກ່ຽວກັບ ການປ້ອງກັນ ການຕ້ານ ການສໍ້ລາດບັງຫລວງ, ໄພຫຍໍ້ທໍ້ ໂດຍສະຫາຍ ເລືອງເກື່ອງ ຜູ້ປະຈຳການ ຄະນະເລຂາທິການ (ຮອງຫົວໜ້າ ຄະນະຊີ້ນຳ) ນຳໜ້າ; ຄະນະພັກນະຄອນ, ຄະນະກຳມະການ ປະຊາຊົນ, ສະພາປະຊາຊົນ, ຄະນະກຳມະການ ສູນກາງ ແນວໂຮມ ປະເທດຊາດ ຫວຽດນາມ ນະຄອນຮ່າໂນ້ຍ ໂດຍ ສະຫາຍ ນາງ ບຸຍທິມິງຮ່ວາຍ, ເລຂາຄະນະພັກ ນະຄອນ ຮ່າໂນ້ຍ ເປັນຫົວໜ້າຄະນະ ເຂົ້າວາງພວງມາລາ ໄວ້ອາໄລ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ. ທີ່ສະໜາມຫລວງ ໂທ້ງເຍິດ ນະຄອນໂຮ່ຈີມິນ, ຄະນະ ຜູ້ຕາງໜ້າ ສະຖານກົງສູນ ບັນດາ ປະເທດ ປະຈຳ ນະຄອນໂຮ່ຈີມິນ ກໍ່ໄດ້ເຂົ້າ ວາງພວງມາລາ ໄວ້ອາໄລ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ.ໃນຕອນເຊົ້າ ວັນດຽວກັນ, ໂຮງຮຽນມັດຖະຍົມຕອນປາຍ ຫງວຽນ ຢາທ່ຽວ (ຢາເລິມ, ຮ່າໂນ້ຍ) ເຊິ່ງເປັນບ່ອນ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ເຄີຍຮ່ຳຮຽນ (1957 -1963) ກໍ່ຈັດພິທີ ວາງພວງມາລາ ດ້ວຍການເຂົ້າຮ່ວມ ຂອງຄູອາຈານ ແລະ ນັກຮຽນ ໂຮງຮຽນ.ຮອດເວລາ 9 ໂມງ30 ນາທີ, ມີປະມານ 50 ຄະນະຜູ້ແທນ ທັງຢູ່ພາຍໃນປະເທດ ແລະ ສາກົນ ເຂົ້າວາງພວງມາລາ ໄວ້ອາໄລ ສະຫາຍ  ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ຢູ່ເຮືອນເລກທີ 5 ຖະໜົນ ເຈິ່ນແທັງຕົງ, ຮ່າໂນ້ຍ.ຄະນະຈັດຕັ້ງ ງານສົບ ຈະສ້າງເງື່ອນໄຂ, ສັບຊ້ອນ ເວລາເພື່ອໃຫ້ປະຊາຊົນ ເຂົ້າວາງພວງມາລາ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ.ສະຖານີ ໂທລະພາບ ຫວຽດນາມ ແລະ ວິທະຍຸ ກະຈາຍສຽງ ຫວຽດນາມ ໄດ້ຖ່າຍທອດສົດ ພິທີວາງພວງມາລາ, ພິທີກ່າວໄຫວ້ອາໄລ ແລະ ພິທີຊາປະນະກິດສົບ ສະຫາຍ  ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ຢູ່ນະຄອນ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ.ກ່ອນໜ້ານັ້ນ, ໃນເວລາ 6 ໂມງເຊົ້າຂອງວັນທີ 25 ກໍລະກົດ, ພິທີເອົາທຸງ ລົງເຄິ່ງເສົາ ໄດ້ດຳເນີນ ຢ່າງສົມກຽດ ຢູ່ສະໜາມຫລວງ ບາດິ່ງ (ຮ່າໂນ້ຍ), ສ້າງຂີດໝາຍ ຈຸດເວລາ ດຳເນີນ ພິທີງານສົບ ລະດັບຊາດ ຂອງສະຫາຍ  ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ໃນລະຫວ່າງ ວັນທີ 25 – 26 ກໍລະກົດ. ປະຊາຊົນ ຈຳນວນ ຫລວງຫລາຍ ໄດ້ມີໜ້າ ຢູ່ສະໜາມຫລວງ ບາດິ່ງ ແຕ່ເຊົ້າ ເພື່ອເຫັນ ປະຈັກຕາ ພິທີດັ່ງກ່າວ.ການເອົາທຸງລົງ ເຄິ່ງເສົາ ຈະໄດ້ປະຕິບັດ ໃນຕະຫລອດເວລາ ດຳເນີນ ພິທີງານສົບ ເພື່ອອາໄລຫາ ສະຫາຍ ເລຂາທິ ການໃຫຍ່ ຫງວຽນ ຝູ໋ຈ້ອງ./.

          (ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top